ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ຕ.ລ.. 10, 2009 | ມີ 17 ຄຳເຫັນ ແລະ 0 trackback(s)

ເປັນບັນຫາ ທີ່ ເປັນທີ່ຈັບຕາມອງແບບສົດໆ ຮ້ອນໆ...ກຽ່ວກັບທ່ານລັດຖະມົນຕີກະຊວງວັັດທະນະທຳ ຂອງປະເທດຝຣັ່ງ ທ່ານ Frédéric Mitterrand ທີ່ໄດ້ອອກມາຂຽນໜັງສືເຫຼັ້້ມ1ທີ່ມີຊື່ວ່າ  "La Mauvaise Vie" ຫຼືວ່າ "ຊີວິດອັນບໍ່ດີ" ເຊິ່ງວາງຈຳໜ່າຍມາ ແຕ່ປີ 2005

ໃນໜັງສືເຫຼັ້໊ມດັ່ງກ່າວ ທ່ານໄດ້ ກ່າວເຖິງ ປະສົບການ ທີ່ທ່ານໄດ້ມີສ່ວນຮ່ວມ ໃນຂະບວນທົວທີ່ເອີ້ນ ວ່າ le tourisme sexuel ຫຼືທົວເຊັກ..ເຊິ່ງທ່ານກໍ່ໄດ້ຍອມຮັບວ່າ ໄດ້ມີຄວາມສຳພັນທາງເພດ ກັບເດັກຊາຍໄທອາຍຸຕ່ຳກວ່າ18ປີ ເຊີ່ງມີອາຊີບ ຂາຍບໍລິການ...ທ່ານໄດ້ເລົ່າເຫດການທີ່ເກິດຂຶ້ນ..ບັນລະຍາຍສະຖານທີ່..ແລະມີການສະແດງຄວາມຮູ້ສືກຂອງຕົນອອກມາຢ່າງຈະແຈ້ງ...


ແລະໃນຄືນວັນຈັນ ທີ5 ຕຸລາທີ່ຜ່ານມາ ລາຍການໂທລະພາບທີ່ຊື່ວ່າ Mots croisés  ໄດ້ຍົກເອົາບັນຫານີ້ມາຖົກຖຽງໂດຍທ່ານນາງ Marine Le Pen ເຊີ່ງເປັນທະນາຍຄວາມແລະນັກການເມືອງຂອງຝຣັ່ງ
...ຕະຫຼອດໄລຍະການອອກອາກາດ...ນາງ ໄດ້ໃຫ້ຄຳເຫັນວ່າ
ໃນປີ2005 ທ່ານ Frédéric Mitterrand  ໄດ້ຂຽນປື້້ມ ທີ່ກ່າວເຖິງຄວາມພໍໃຈຂອງຕົນໃນການຊື້ບໍລິການຈາກເດັກຊາຍໄທ ທັ້ງໆທີ່ ທ່ານ ເປັນເຖິງນາຍຍົກກະຊວງວັດທະນະທຳ...ພວກເຮົາສິວ່າແນວໃດ ໃນ ເມື່ອ ທ່ານຍັງຄົງເປັນນາຍຍົກຢູ່ຄືເກົ່າ..... ທ່ານສົມຄວນຖືກໄລ່ອອກ..ແລະການທີ່ທ່ານຍັງມີສິດອຳນາດມາຮອດທຸກມື້ນີ້ກໍ່ອາດຈະເວົ້າໄດ້ວ່າ...«Le poisson pourrit toujours par la tête» ປາມັກຈະເນົ່າມາແຕ່ຫົວສະເໝີ....

 

ຊິ່ງໃນປັດຈຸບັນກໍ່ຍັງບໍ່ມີຄຳຕັດສິນຢ່າງເປັນທາງການ... ແຕ່ກໍ່ເປັນທີ່ຮູ້ກັນດີ ວ່າ ທ່ານຕ້ອງຖືກປົດຈາກຕຳແໜ່ງແນ່ນອນ..

 

 

alt

 

 

 

alt

 

 

 

alt

Delicious Digg Fark Twitter