ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ກ.ພ.. 6, 2009 | ມີ 11 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ວີດິໂອ

 

ຫຼັງຈາກທີ່ຢຸດການຂຽນໄດອະລີ່
ກໍ່ເອົາເວລາໄປນັ່ງໆນອນໆໃຫ້ຂັ້ນເທບຮ້າຍເລື່ອງສົ່ງເຄື່ອງ.
ບໍູ່ຮູ້ຍ້ອນວ່າຫວ່າງວຽກຢ່າງແຮງຫຼືວ່າເມົາແດດກະບໍ່ຮູ້….
ຊ່ວງນີ້ຍາມຄ່ຳກະເລີຍໄດ້ເບິ່ງລະຄອນຊ່ອງ7ນຳຂັ້ນເທບ,
ເປັນເວລາດົນພໍສົມຄວນທີ່ບໍ່ເບິ່ງລະຄອນບ້ານໃກ້ລາວເຮົາ,
ແຕ່ມາມື້ນີ້ກະກັບມາຕິດລະຄອນຄືຂັ້ນເທບເອງ 555
ບໍ່ໄດ້ເບິ່ງລາໆໆໄດ້,ຕ້ອງໄດ້ນັ່ງນວດ,ນັ່ງບີບຂາໃຫ້ຂັ້ນເທບໄປພ້ອມ.ບໍ່ສັ້ນບໍ່ໄດ້ເບິ່ງຢ່າງມີຄວາມສຸກ.
ມື້ນີ້ຈະມາເວົ້າລວມໆກ່ຽວກັບລະຄອນ2ເລື່ອງທີ່ຂພຈເບີ່ງ
 
1.     ລະຄອນເລື່ອງ “Wifeຫລວງ”
ທຳອິດກໍ່ບໍ່ໄດ້ຄິດຢາກເບິ່ງເດາະ, ພໍດີນັ່ງບີບຂາໃຫ້ຂັ້ນເທບລະ ບັງເອີ້ນເຫັນໃນໂຄສະນາຕອນທີ່ໜັງຍັງບໍ່ທັນໄດ້ສາຍເທື່ອ,
ທຳອິດຄິດວ່າຈະເປັນໜັງກ່ຽວກັບຄົນທີ່ຢາກເປັນເມີຍຫຼວງ,ເລີຍພາກັນຍາດພະເອກຄົນດຽວໃນເລື່ອງ.
ເພາະໃນຕອນໂຄສະນາເຫັນປ່ຽນແຟນບັກຫຼາຍໆຄົນ.ເຫັນມີແຕ່ດາລາດັງໆມາສະແດງ.
ແຕ່ພໍມາມື້ແລກທີ່ສາຍ,ກັບກາຍວ່າຂພຈຄິດຜິດມະຫັນຕາມທີ່ໄດ້ເບິ່ງໂຄສະນາຕົວຢ່າງ. ຈົນຮ້ອງ ອໍໆໆໆໆໆ ກະແນວນີ້ເອງງ.
ເປັນແນວປະມານຄົນລວຍໆໆໆຢູ່ໃນສັງຄົມດຽວກັນມາເຈິກັນ.
ເພາະຕົວລະຄອນເດັ່ນໆໃນນັ້ນຕ່າງກໍ່ພາກັນມີຄອບຄົວໝົດແລ້ວ,
ພຽງແຕ່ວ່າພະເອກຂອງເລື່ອງເປັນຄົນເຈົ້າຊູ້(ບ່ອນໃດບຸ່)ທັງທີ່ຕົນເອງກະມີເມີຍມີລູກ, ເລີຍເປັນທີ່ໝາຍປອງຂອງບັນດາສາວໆ(ທີ່ມີລູກແລ້ວເຊັ່ນດຽວກັນ).
ເບິ່ງໄປກະສົງໃສຢູ່ບໍ່ແລ້ວ, ລະຄອນບ້ານເມືອງເພິ່ນນີ້ມີແຕ່ອອກແນວຄົນລວຍໆ
ຕ່າງກໍ່ມີບ້ານຫຼັງສຳພະລາດສະວັງ ແຕ່ກະຍັງມາຍາດກັນເລື່ອງແນວນີ້ ເຫິ່ໆໆ ເຫັນລະເໝື່ອຍໃຈແທນ.
 
2. ເລື່ອງ “ປອບຜີຟ້າ”
ເລື່ອງນີ້ກະເຊັ່ນກັນ, ເຫັນຢູ່ໂຄສະນາຕົວຢ່າງ(ອີກແລ້ວ).
ໂອ້ໆໆໆ ເວົ້າສະເປັນຕ້ານຢ້ານເລີຍ, ບໍ່ຄວນເບິ່ງຄົນດຽວປະມານນີ້
(ເວົ້າສະຈົນຢາກເບິ່ງເລີຍຂ້ອຍ,ຕັ້ງຄວາມຫວັງໄວ້ບັກສູງໆໆເລີຍຂ້ອຍວ່າອອກມາຕັ້ງເປັນຕາຍ້ານສຸດຍອດດດດດດດດດດດດ).
ແລະແລ້ວວັນທີ່ຖ້າເບິ່ງກະມາຮອດ, ແລະແລ້ວ,ແລະແລ້ວວວວວວ
ບໍ່ເຂົ້າໃຈ 55555, ບໍ່ເຂົ້າໃຈວ່າມັນເປັນຕາຍ້ານຍ່ອນໃດ!?!?!?!!?!?
ເພາະການແຕ່ງຕົວແຕ່ງໜ້າອອກສະໄຕລ໌ ອອກໄປເປັນແນວແວມໄພລ໌ສະຫຼາຍກວ່າລະຄອນແນວນິ້,
(ຫຼືວ່າຂ້ອຍຕິດພາບຜີໄທແບບເກົ່າຫຼາຍໄປຕິເບາະ 55555) ທີ່ເຫັນແບບຕ້ອງເຖົ້າໆ
ໃສ່ເຄື່ອງທຳມະດາ,ທຳມະດາ ຄືພາກເກົ່າທີ່ເຄີຍສ້າງມາແລ້ວເທື່ອໜຶ່ງ.ລູກຂອງແມ່ຜີຟ້າເພິ່ນກະອອກຈະໃສ່ເຄື່ອງສັ້ນໆໆ
ຖ້າບໍ່ບອກກະບໍ່ຮູ້ວ່າເປັນລູກຊາວນາ, ທຳອິດຄິດວ່າແມ່ນນັກສຶກສາອາສະມັກຊ່ວຍຊາວບ້ານໃນເມືອງມາຂໍອາໃສຢູ່.
ແຕ່ກະຍອມຮັບວ່າ ເລື່ອງເອບເຟັກແລະການຖ່າຍທຳມຸມກອງ.ການຈັດແສງກະເຈົ້າເຮັດໄດ້ດີ.ສົມຈິ່ງດີ.
 
****ເວົ້າເລື່ອງໜັງລະຄອນ,ກະຂໍເພິ່ມໜັງຜີທີ່ຂ້າພະເຈົ້າຕົກໃຈແລະເຂົ້າຂັ້ນຍ້ານກະມີຢູ່ເລື່ອງໜຶ່ງ,
ທີ່ຕ້ອງຍົກມື້ແຖມວິນຍານໃຫ້ເລີຍ,ເພາະເປັນຕາຍ້ານແທ້ໆ.
ເພາະຕະຫຼອດເວລາກ່ອນໜ້ານີ້ໝູ່ຂພຈມັກດ່າ,ຫາວ່າເບິ່ງໜັງຕະລົກຫຍັງມັນກະບໍ່ຫົວ,
ເບິ່ງໜັງຜີມັນກະບໍ່ຍ້ານເຫັນເຮັດໜ້າຊື່.ທັງທີ່ພວກກ***ຮ້ອງປານຄົນບ້າຢູ່ໃນໂຮງໜັງ.
ຂພຈກະບໍ່ຮູ້ຄືກັນວ່າເປັນຫຍັງ, ເປັນເພາະໂຄງເລື່ອງຂອງໜັງມັນຄາຍໆໆກັນ ພໍເບິ່ງໄປໜ້ອຍໜຶ່ງກະຮູ້ແລ້ວວ່າມັນອອກມາເປັນແນວໃດ,
ເລີຍບໍ່ຄອ່ຍມີສ່ວນຮ່ວມນຳໝູ່ໃນການຮ້ອງຄັບໂຮງໜັງ.
ແຕ່ກະມາຮ້ອງເລື່ອງນີ້ ຍອມຮັບເລີຍວ່າກັບມາຈົນນອນບໍ່ມອດໄຟຫ້ອງນອນ 55555 (ຫຼືວ່າມີແຕ່ຂພຈຍ້ານຄົນດຽວກະບໍ່ຮູ້ກັບໜັງເລື່ອງນີ້) 55555.
ເລື່ອງ “ໂປຼແກຼມໜ້າ” ປາໆໆໆ ຕິໂທ໊ເຂົ້າໄປເບິ່ງ(ໄປຕອນໜັງສາຍແລ້ວ)ກະເຈິຕອນທີ່ຄົນບ້າກຳລັງຈົກຕາເດັກນ້ອຍຢູ່
(ຂພຈແຮງວ່າຫວັນໄຫວຮັບບໍ່ໄດ້ກັບເລື່ອງເລືອດສົດໆມີດກີດຮ່າງກາຍແບບເປັນໆ ເຫັນລະສ່ຽວ),
ແຖມສາກທີ່ຜີຜູກຄໍຕາຍໃນໂຮງໜັງຕອນພະເອກຫຼືນາງເອກເຂົ້າໄປນັ້ນນິແລະ
ໂອ໊ໆໆໆ ແມ່ຈ້າວວວວວວ ລຸ້ນແທ້ລຸ້ນວ່າ ວ່າມັນຊິເຮັດແນວໃດ. ແລະໃນຕອນຈົບຂອງໜັງຄຳເວົ້າສຸດຮິດຂອງຜີເລື່ອງນີ້ກໍ່ຄື
 “ມຶ***ຢາກເຫັນກ***ຕາຍຫຼາຍແມ່ນບໍ?” ໂອ້ ແຖມມີເລືອດໃນຕາອອກມາແນມເບິ່ງຄົນໃນໂຮງອີກ,
ປາໆໆ ຮ້ອງເປັນຮອ້ງເລີຍຄົນໃນໂຮງໜັງ.
      ໜັງສີ່ແພ່ງຍັງບໍ່ເຫັນເປັນຕ້າຍ້ານຊຳເມື່ອທຽບໃສ່ເລື່ອງນີ້.
 
ສຸດທ້າຍກະປະສົບຜົນສຳເລັດແລ້ວຂອ້ຍຍຍຍຍຍຍຫ! ເບິ່ງໜັງຜີກະຍ້ານເປັນຄືກັນເດີ (ພູມໃຈປັນນັ້ນພຸ້ນວ່າກ***?)
 
ປ.ລ ທ່ານວ່າໜັງຜີເລື່ອງໃດທ່ານວ່າເປັນຕາຍ້ານເປັນຕາຍ້ານນນນນແຮງ, ເຖິງຂັ້ນມີສ່ວນຮ່ວມຮ້ອງຄັບໂຮງໜັງນຳຄົນອື່ນແດ່?
Delicious Digg Fark Twitter