ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ກ.ພ.. 10, 2009 | ມີ 5 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ວີດິໂອ

 

ເນື່ອງຈາກວ່າຂພຈເປັນພວກ Sleepless Society ແຕ່ລະມື້ຈະນອນເດິກ
ທັງທີ່ແຕ່ລະມື້ກະບໍ່ໄດ້ອອກໄປໃສ່ເດາະ, ບໍ່ຄ່ອຍມັກໄປຫຼິ້ນຕອນຄ່ຳ,ແຕ່ລະຄືນ
ກະນັ່ງໆໆຢູ່ບ້ານລາໆໆ,ບໍ່ສັ້ນກະນັ່ງເບິ່ງໜັງຊ່ອງHBO,AXNແລ້ວຈິ່ງນອນ.
ຂພຈມັກເບິ່ງໜັງທີ່ສ້າງຈາກຊີວະປະຫັວດຈິ່ງຂອງຄົນ. ໂດຍສະເພາະຕອນທ້າຍເລື່ອງ
ຈະມີຄວາມເປັນໄປວ່າບຸກຄົນທິ່ຖືກນຳເລື່ອງລາວມາສ້າງເປັນໜັງນັ້ນດຽວນີ້ກະເຈົ້າເປັນແນວໃດແດ່?
(ປະມານວ່າ ອັນທີ່ໝົດເລື່ອງສາຍມານິ້,ກ**ຖ້າເບິ່ງນີ້,ກະຢູ່ຕອນບອກວ່າກະເຈົ້າຍັງມີຊີວິດຮອດໃສ່ແລ້ວຊື່ໆໆ).
ມື້ນີ້ເລີຍຢາກຖາມພວກທ່ານພັນລາວວ່າມີໃຜຮູ້ຈັກໜັງຕ່າງປະເທດດີໆໆໆ ທີ່ສ້າງຈາກຊີວິດຈິ່ງບໍ?ບໍ່ວ່າຈະເປັນໜັງດຣາມ້າ, ຕົກລົກ, ໜັງຂ້າກັນກະໄດ້.
ບອກຂ້ອຍແນ່ ເພາະຈະໄປຫາຊື້ມາເບິ່ງ.
ເພາະເປັນພວກບໍ່ຄ່ອຍມັກຫົວກັບໜັງຕະລົກ(ໄທ)ປານໃດ,ແມ້ແຕ່ໜັງຜີກະຍັງບໍ່ຮູ້ສຶກວ່າມ່ວນເລີຍ.
 
 
ອີກຢ່າງຂພຈກຳລັງຊອກຊື້ໜັງກະຕູນເລື່ອງເຊັນເຊຍາທາງເນັດຢູ່ ເພາະໄດ້ເບິ່ງຕອນສະໄໜນອ້ຍໆໆໆ
(ແຕ່ລາຄາມັນກະແພງໄດ້ໃຈແທ້ໆໆ ແພງສົມລາຄາຊອກຫາຊື້ບັກຍາກໆໆເລີຍເນາະ. ເລີຍຄິດວ່າຊິຊື້ດີບໍ???,
ຄິດໄປຄິດມາ,ໄວ້ໃຫ້ຖອນເງີນໄດ້ຄົບລະຈິ່ງຊື້ທາງໄປສະນີດີກວ່າ).
ໄປຂໍຂັ້ນເທບຊື້ມີຫວັງໄດ້ອໍລະຫັນຮ້ອຍຝາມືແນ່ນອນ.ງານນີ້ຕ້ອງໄດ້ອອກແຮງເຮັດວຽກຕື່ມ.
ເພາະຢາກຮູ້ວ່າແມ່ນມັນເປັນແນວໃດກັນແທ້, ເພາະໄດ້ເບິ່ງຕອນກາງໆໆເລື່ອງ,
ຕອນທີ່ພະເອກ5ຄົນນີ້ແລະໄປຊ່ວຍເຈົ້າຍິງຢູ່ໃນຫໍຍັງຈັກຢ່າງເປັນສະໄໝໂຣມັນ(ນິແລະ).
ມັນເປັນພາບທີ່ຍາມໃດໂທລະພາບລະຄິດຮອດໜັງກະຕູນເລື່ອງນີ້ຕະຫຼອດ.
ເພາະມັນຄ່າໃຈຂພຈຕະຫຼອດ,ຢາກຮູ້ວ່າເລື່ອງລາວມັນດຳເນີນໄປແນວໃດແລະຕອນຈົບມັນເປັນແນວໃດ.
ຊິວ່າໄປແລ້ວໜັງກະຕູນເລື່ອງນີ້ເປັນໜັງກະຕູນclassicເລື່ອງທຳອິດທີ່ຂ້ອຍມັກ,ຮອງລົງມາແມ່ນໂຄນັນ.
ອິອິອິອິ ສ່ວນໜັງກະຕູນໄວຣຸ້ນກະຕອ້ງແມ່ນ ເຫງິກຫງະ ກັບ ຫງ່ອງແງ່ງ,Billy and Mandy.
ອິອິອິອິ ໂດຍສະເພາະMandy ເປັນໂຕກະຕູນທີ່ເຮັດໜ້າຕາຍສຸດຍອດ,
ໜ້າເປັນປະມານວ່າກ**ບໍ່ຮູ້ຮ້ອນຮູ້ໜາວນຳໃຜ,ໃຜຊິເຮັດຫຍັງກະຢ່າບໍ່ກ່ຽວຫຍັງນຳກ**.
ຂພຈມັກທີ່ລາວເກັ່ງ,ສະຫຼາດ. ກົງກັນຂ້າມກັບBillyທີ່ມັກກໍແຕ່ບັນຫາຕະຫຼອດ55555.
 
 
ປ.ລ Blog entryນີ້ ຈົບລົງອາລົມປະມານວ່າ ເດັກນ້ອຍຢາກເບິ່ງໜັງຢ່າງແຮງເລີຍເນາະຂອ້ຍ.
ວາງໆໆໆ ໃຜມີເວລາກະແນະນຳໜັງມ່ວນໆໆໆມາໄດ້ເລີຍທີ່ຄອມເມັນຂພຈ.
ປ.ລ 2 ບໍ່ຕ້ອງບອກວ່າໄປເບິ່ງຢູ່Youtubeເດີ ອິອິອິ ເພາະເນັດມາຊ້າສຸດຍອດ.
ບັນຫາໂລກແຕກເລີຍເລື່ອງເນັດນິ.

alt

 

Delicious Digg Fark Twitter