ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ມິ.ຖ.. 16, 2009 | ມີ 19 ຄຳເຫັນ ແລະ 0 trackback(s)
ເປັນອີກມື້ທີ່ນັ່ງຢູ່ບ້ານແຕ່ເຊົ້າຈຳແລງ…ໂດຍທີ່ຄິດວ່າມື້ນີ້ເລີກງາມ-ຍາມດີຊິໄດ້ສົ່ງ
Emailໄປຫາshokoດີກວ່າ,ວັນເກີດເອືອຍຮັກຕ່າງເຊື່ອຊາດ-ຕ່າງແຜ່ນດິນທັງເທື່ອ.
ຕ້ອງສົ່ງຂໍ້ຄວາມໄປກະທົບຈິດໃຈຜູ້ກ່ຽວຫຼິ້ນກ່ອນ”ເບິ່ງຄືວ່າດີແຕ່ທີ່ແທ້,ບໍ່ມີເງີນຊື້ຂອງຂັວນ,
ກະເລີຍເອົາແບບງ່າຍໆໆແລະຫວະ…ສົ່ງemailນີ້ແລະປະຫຍັດສຸດ ອິອິອິ
ຖ້າໃຫ້ສົ່ງຂອງຂັວນທາງໄປສະນີ…ມີຫວັງເລືອດດັງອອກ3ມື້ພຸ້ນແລະ
ຄ່າສົ່ງຈາກລາວໄປກະເກືອບແສນປາຍພໍດີ
ແຕ່ແລ້ວກໍ່ມີສຽງ….ຕິ້ງຕອງ…ກິ້ງໆໆໆ….ກິ໊ງໆໆ..ແວ໊ກໆໆ…ມິດສະຕິນມາແລ້ວເຈົ້າ...
(ເອີ້ຍ! ບໍ່ແມ່ນເດາະ…ສຽງຄົນເອີ້ນຢູ່ໜ້າຮ້ານຂ້ອຍເອງ)
ຊາຍໃນເຄື່ອງແບບUnifomr2ຄົນ: ສະບາຍດີ…
ເອະມີໃຜມາສະບາຍດີຍາມຮ້ອນປານນີ້ຫວະ
November: ສະບາຍດີ ? ? ? ? ?
ພນງ: ພວກເຮົາມາຈາກວາລະສານQQQ.
 “ອ້າວ…ງານເຂົ້າລະບໍຕູ,ງານເສຍເງີນອີກແລ້ວ
ໄດ້ໆ…ມາໆໆ..ມາ..ພວກເຈົ້າຊິມາໄມ້ໃດກະມາເລີຍ
ບໍ່ເປັນຫຍັງ…ດຽວມີໄມ້ຕາຍຈັດການ.ຮ່າໆໆ..ຢ່າຫວັງວ່າຖ້ຽວນີ້ຂອ້ຍຈະຫລົງກົນຊື້ປື້ມອີກ
ພນງ: ພວກເຮົາຢາກໃຫ້ນ້ອງຊື້ວາລະສານນີ້ຊ່ວຍ,ເປັນຄຳສັ່ງຂອງQQQ
November: ຫວາ…ແມ່ບໍ່ຢູ່ນະ,ເພິ່ນອອກໄປວຽກ.
ເອິ…ອັນນັ້ນຮ້ອງວ່າປື້ມວາລະສານຫວາ,ໜ້າຊິຮ້ອງປື້ມລວມໂຄສະນາສີນຄ້າຫຼາຍກວ່າ
November: ປື້ມຫົວນີ້ເອື່ອຍນ້ອງເພິ່ນຊື້ແລ້ວນະ ”ອິອິອິ ສຳເລັດບາດນີ້ເຈິໄມນີ້ເຂົ້າໄປ”
ພນງ: ບໍ່ໄດ,ປື້ມຫົວນີ້ຫາກະອອກມື້ວານນີ້.
(ມາຮູ້ຕອນຂຽນໄດອະຮີ່ນີ້,ພີ່ນ້ອງວ່າອອກຕັ້ງດົນ,ເອິຕົວະຕູຈົນໄດ້)
November: ເອະ….ຫວາ??? “ແປວ່າ ຕູຕ້ອງຈົກເງີນຊື້ຢູ່ດີແມ່ນບໍ?”
              .......ອັນທີ່ກ່າວມາແມ່ນຕອນສຳຄັນທີ່ຕັດມາໃຫ້ອ່ານເນັ້ນໆໆ.......
ເອົາເປັນວ່າ....ຫຼັງຈາກທີ່ລົມຖ່ວງເວລາ(ໃຊ້ກົນອຸບາຍຕົວະ)ຢູ່ດົນ,ສຸດທ້າຍກະໄດ້ຊື້ຈົນໄດ້,ເພາະວ່າໃຊ້ມຸກໃດ,
ເພິ່ນກະວ່າຕ້ອງໄດ້ຊື້ເພື່ອເປັນການຊ່ວຍເຫຼືອຊາວໜຸ່ມລາວ.
ອາລົມຈິດແຮງວ່າເຊືອມເຂົ້າຂັນເບື່ອໜ່າຍ,ພໍໄດ້ປື້ມດັ່ງກ່າວນີ້ແຮງເຊືອມໆໆເຂົ້າມາຕື່ມຊີວິດອີກ…
alt
ພໍຫຼັງຈາກທີ່ເປີດຕັ້ງແຕ່ໜ້າແລກຈົນຮອດໜ້າສຸດທ້າຍ….ຂໍບອກວ່າ…
ໂອ້ໂຫ໋….ມັນຊ່າງໜ້າອັດສະຈັນໃຈແທ້ພີ່ນ້ອງເອີ໋ຍ…
ບໍ່ເຄີຍເຫັນອີ່ຫຍັງປານນີ້ຈັກເທື່ອ.
ຮາກເລືອດແປງເປັດເອີ້ຍໆໆໆໆ….ຕູຢາກເຕັ້ນບັນເລ່ໂດດຈິ໋ກຫົວຕັ້ງແຕ່ຄົນຂຽນບົດຈົນຮອດຜູ້ພີມວາລະສານນີ້ເດະ,
ແມ່ນເອົາຫຍັງຄິດຫວະ.ມັນບໍ່ໜ້າຊິເອີ້ນວ່າວາລະສານXXXຊຳ,ມັນແມ່ນສູນລວມໂຄສະນາບໍລິສັດດີໆນີ້ເອງ.
ເບີ່ງທາງໃນໄປຈົນຫລົງຄິດວ່າແມ່ນໜັງສືພີມບອກທີ່ຕັ້ງຜະລິດຕະພັນສີນຄ້າສັນເດາະ
((ເອ…ມີເຫດຜົນແຫະ))…..ເຕັ້ມໄປໝົດເລີຍໂຄສະນາ,ໄດ້ເງີນນຳພວກນີ້ບັກຫຼາຍໆໆລະຍັງມາຫາໃຫ້ຄົນຊື້ຮອດບ້ານຢູ່....
ງານນີ້ເລີຍຂໍເປັນແຮງໃຈ,ເອີ້ຍບໍ່ແມ່ນ....ໜ້າເຫັນໃຈຜູ້ເອົາປື້ມໄປເລາະຂາຍ(sale man)ຫຼາຍກວ່າ,
ເພາະຕ້ອງໃຈກ້າ,ໜ້າແຂ່ງ(ຍ້ອນວ່າຖືກດ່າຈາກຄົນບໍ່ຢາກຊື້),ປາກປຽກ.ຕ້ອງຕື້ລູກຄ້າໃຫ້ຊື້ປື້ມ.
 
ສົງໃສງານນີ້ຂ້ອຍຄືຊິໄດ້ເອົາປື້ມຫົວນີ້ໃຫ້ທ້າວນິນແລະ,ເພາະວ່າຫາຊະປອນເຊີ້ໃນປື້ມຫົວນີ້ໄດ້ນິ…
ທ້າວນິນມີເງີນຊື້serverດີໆໆໄດ້ສະບາຍ.ແຕ່ບໍລິສັດໃນນັ້ນກະບໍ່ແມ່ນທຳມະດາ,
ມີແຕ່ບໍລິສັດໂຄສະນາກັບໄວຣຸ່ນໄດ້ເລີຍແລະ.55555
Delicious Digg Fark Twitter