ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ກ.ລ.. 9, 2011 | ມີ 13 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

ລະຫວ່າງຄົນທີ່ "ເຮົາຮັກ" ກັບ "ຄົນທີ່ຮັກເຮົາ" ຄວນເລືອກໃຜດີ...???

+ ຄົນທີ່ເຮົາຮັກ... ຄືຄົນທີ່ເຮົາຄິດວ່າແມ່ນສຳລັບເຮົາ ແຕ່ບາງຄັ້ງເຮົາກັບຮູ້ສຶກວ່າເຂົາບໍ່ແມ່ນຄົນທີ່ເຮົາຮັກ.

+ ຄົນທີ່ເຮົາຮັກ... ຄືຄົນທີ່ເຮົາຄິດວ່າເຮົາຮູ້ຈັກເຂົາດີ ແຕ່ຄວາມຈິງແລ້ວ... ເຮົາກັບບໍ່ຮູ້ຈັກຕົວຕົນເຂົາເລີຍ.

+ ຄົນທີ່ເຮົາຮັກ... ຄືຄົນທີ່ເຮົາພ້ອມທີ່ຈະໃຫ້ ແຕ່ສິ່ງທີ່ເຮົາໃຫ້ໄປນັ້ນເຂົາກັບບໍ່ເຄິຍເຫັນ.

+ ຄົນທີ່ເຮົາຮັກ... ຄືຄົນທີ່ເມື່ອເຮົາຢູ່ນຳເມື່ອເວລາມີຄວາມສຸກ... ແຕ່ເມື່ອເວລາທີ່ເຮົາມີຄວາມທຸກເຮົາກັບເບິ່ງເຂົາບໍ່ເຫັນ.

+ ຄົນທີ່ເຮົາຮັກ... ຄືຄົນທີ່ເຮົາໃສ່ໃຈເຂົາຢູ່ທຸກເວລາ ແຕ່ສິ່ງທີ່ໜ້າເສຍໃຈກໍ່ຄື... ຕະຫຼອດເວລາທີ່ຜ່ານມາ ເຂົາຄົນນັ້ນບໍ່ເຄີຍ "ຮັກເຮົາ"

+ ຄົນທີ່ຮັກເຮົາ... ຄືຄົນທີ່ເຮົາເບີ່ງພຽງຂ້າມຜ່ານ ແຕ່ເຂົາກັບເບິ່ງເຮົາດ້ວຍຄວາມໃສ່ໃຈ ແລະ ເບິ່ງແຍງດູແລ.

+ ຄົນທີ່ຮັກເຮົາ... ຄືຄົນທີ່ເຮົາບໍ່ພະຍາຍາມທີ່ຈະຢາກທຳຄວາມຮູ້ຈັກ ແຕ່ເຂົາພັດພະຍາຍາມທຳຄວາມຮູ້ຈັກກັບເຮົາ.

+ ຄົນທີ່ຮັກເຮົາ... ຄືຄົນທີ່ເຮົາບໍ່ເຄີຍໃຫ້ຄວາມສຳຄັນສູງສຳລັບເຂົາ... ແຕ່ເຂົາກັບໃຫ້ໃນສິ່ງທີ່ມີຄ່າ ມີຄວາມສຳຄັນສຳລັບເຮົາ

+ ຄົນທີ່ຮັກເຮົາ... ຄືຄົນທີ່ເຮົາບໍ່ເຄີຍເຫັນເວລາທີ່ມີຄວາມສຸກ... ແຕ່ເວລາທີ່ມີຄວາມທຸກ ເຂົາຄົນນັ້ນກັບເປັນເໝືອນເງົາທີ່ຄອຍເຝົ້າຕິດຕາມເຮົາ.

+ ຄົນທີ່ຮັກເຮົາ... ຄືຄົນທີ່ເຮົາບໍ່ເຄີຍນຶກເຖິງ ແຕ່ມີສິ່ງໜຶ່ງ... ບອກໃຫ້ຮູ້ວ່າ... "ເຂົາຮັກເຮົາ"

ສຸດທ້າຍນັ້ນກໍ່ຄືຄົນທີ່ "ຮັກເຮົາ" ເຂົາບໍ່ເຄີຍຈະເຮັດໃຫ້ເຮົາຕ້ອງເສຍໃຈເໝືອນກັນກັບຄົນທີ່ "ເຮົາຮັກ"