ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ຕ.ລ.. 17, 2009 | ມີ 6 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ທັມມະ

ສັບພະສິ່ງທີ່ຢູ່ໃນໂລກນີ້ລ້ວນແຕ່ມີທັງສຸກແລະທຸກເປັນຂອງຄູ່ກັນ, ມະນຸດທຸກຄົນບໍ່ມີໃຜທີ່ຈະປາຖະໜາຄວາມທຸກ ທຸກໆຄົນລ້ວນແຕ່ປາຖະໜາຈະມີແຕ່ຄວາມສຸກສົມຫວັງ ສະໜຸກສະບາຍ. ຜູ້ທີ່ບໍ່ທັນໄດ້ ກໍ່ຫາທາງແລະພະຍາຍາມຂົນຂວາຍເພື່ອໃຫ້ໄດ້ມາເຊິ່ງຄວາມສຸກ, ສ່ວນຜູ້ທີ່ໄດ້ແລ້ວ ກໍເພີດເພີນລະເລີງໃຈຈົນລືມຕົວ, ແລະຄົນທີ່ມີທັງຄວາມສຸກແລະຄວາມທຸກລ້ວນແຕ່ມີຄວາມຫວາດລະແວງຕໍ່ສິ່ງທີ່ຕົນຄິດວ່າຈະເກີດຂຶ້ນເຊັ່ນ: ຄົນທີ່ມີຄວາມສຸກແລ້ວກໍ່ຢ້ານຈະມີຄົນມາຍາດເອົາໄປ, ສ່ວນຄົນທີ່ທຸກກໍຢ້ານແຕ່ວ່າຕົນເອງຈະມີແຕ່ຄວາມທຸກຕະຫຼອດໄປ ຈຶ່ງພະຍາຍາມຊອກຫາຫົນທາງເພື່ອດິ້ນຮົນອອກຈາກກອງທຸກ ກອງໄຟທີ່ກຳລັງເຜົາຜານເພື່ອໄປເພິ່ງເຢັນ. ດັ່ງນັ້ນເອງທີ່ເພິ່ງທີ່ດີທີ່ສຸດແລະປະເສີດທີ່ສຸດຂອງຄົນເຮົາກໍ່ຄືແກ້ວວິເສດສາມດວງນີ້ເອງ, ແກ້ວວິເສດທັງສາມດວງທີ່ວ່ານີ້ອັນໄດ້ແກ່: ພຣະພຸດ, ພຣະທັມ ແລະ ພຣະສົງ. ເຫດໃດແກ້ວວິເສດນີ້ຈຶ່ງໄດ້ຂະໜານນາມວ່າເປັນທີ່ເພິ່ງຂອງທຸກໆຄົນ? ນັ້ນກໍ່ຍ້ອນວ່າ: ແກ້ວວິເສດທັງສາມດວງທີ່ເປັນທີ່ເພິ່ງແກ່ທຸກໆຄົນນັ້ນມີຄວາມສາມາດຢູ່ 5 ປະການຄື:

1. ສາມາດດັບໄຟກິເລດແຫ່ງທຸກທັງຫຼາຍທັງປວງໄດ້.

2. ສາມາດຈຸດປະກາຍດວງປະທີບໃຫ້ແກ່ດວງຕາແລະດວງໃຈຂອງຄົນເຮົາໃຫ້ແຈ້ງສະຫວ່າງຂຶ້ນໄດ້.

3. ສາມາດປ່ຽນແນວຄວາມຄິດຈິດໃຈທີ່ເຮົາມີມາແຕ່ເມື່ອກ່ອນ ເພື່ອໃຫ້ຫັນປ່ຽນໄປໃນທາງທີ່ດີມີສີລທັມໄດ້.

4. ສາມາດຫັນປ່ຽນຊີວິດການເປັນຢູ່ຂອງເຮົາໃຫ້ຄ່ອຍໆຈະເລີນຮຸ່ງເຮືອງສະຖາພອນຂຶ້ນໄດ້.

5. ສາມາດຊ່ວຍຊັກຈູງຈິດໃຈຂອງເຮົາໃຫ້ກ້າວໄປຕາມເສັ້ນທາງທີ່ສະຫວ່າງສະໄຫວແຫ່ງດວງທັມວິເສດເພື່ອອະນາຄົດແລະພົບໜ້າ.

ທຸກສັບພະສິ່ງໃນໂລກລ້ວນແຕ່ເກີດຈາກເຫດແລະກໍ່ຕ້ອງຈົບລົງດ້ວຍເຫດ ເມື່ອຮູ້ທາງອອກເຊັ່ນນີ້ແລ້ວເຫດໃດຈຶ່ງຈຳຕ້ອງຈົມຢູ່ກັບຄວາມທຸກ.

ຂຽນເມື່ອ ຂຽນເມື່ອ: ຕ.ລ.. 15, 2009 | ມີ 11 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ທັມມະ

ກິເລດຄືຕັນຫາ ຕັນຫາຄືຄວາມວ່າງ ລຸດພົ້ນກິເລດ ຈົ່ງເດີນສາຍກາງ ທະເລທຸກບໍ່ມີຂອບເຂດຈົ່ງກັບຕົວກັບໃຈ
ຄວາມຕາຍເປັນສິ່ງທີ່ປາສະຈາກບໍ່ໄດ້ ຊີວິດນີ້ເປັນພຽງສັງຂານ ບໍ່ມີຫຍັງທີ່ຈະໜ້າເສຍດາຍ ແຕ່ກ່ອນຕາຍ ຂໍໃຫ້ກະທຳແຕ່ຄວາມດີ
ບໍ່ວ່າຊາດນີ້ຫຼືຊາດໜ້າ ຈົ່ງພາກັນຫັນເຂົ້າສູ່ສີລທັມ ເພື່ອປັດແຜ້ວຫົວໃຈໃຫ້ສະອາດ ປັດສະຈາກໄຟຣາຄະແຫ່ງກິເຣດທັງຫຼາຍ
ເພື່ອບັນລຸມັກຜົນ ພະນິບພານດິບ ກໍຄື ບັນລຸມັກຜົນແຫ່ງຄວາມສຸກໃນຄາວຍັງມີຊີວິດຢູ່ ຄວາມສຸກທີ່ແທ້ຈິງຄືການລະເລີກ ຄວາມໂກດ ຄວາມຫຼົງ ບໍ່ເມົາມົວນຳຕັນຫາຣາຄະ
ກອງໄຟມະໄລກັນຈຶ່ງບໍ່ໝົກໄໝ້ຢູ່ໃນຫົວໃຈ ເພື່ອເສບສຸກໃນນິບພານ ເມື່ອດັບຂັນໄປແລ້ວ.

ຮ່າງກາຍສັງຂານລ້ວນເປັນສິ່ງທີ່ວາ່ງເປົ່າ ເຫດໃດຕ້ອງຢຶດໝັ້ນກັບຄວາມຮັກ ຄວາມຈິງຮູບລັກສະນະພາຍນອກລ້ວນວ່າງເປົ່າ ແນວແນ່ກັບຄວາມຮັກ
ຈົນກາຍເປັນຄວາມຫຼົງການຮູ້ຈັກປ່ອຍວາງຄືຫົນທາງແກ້ໄຂ ຈົ່ງຕັດອົກຕັດໃຈຈະພົບແຕ່ທາງສຸກນິຣັນ

ສຸກແລະທຸກເປັນພຽງພາບລວງຕາ ມີພຽງແຕ່ຫາຄວາມສະຫງົບໄດ້ເທົ່ານັ້ນ ຈຶ່ງຈະເອີ້ນວ່າເປັນຄວາມສຸກທີ່ແທ້ຈິງ

ກິເລດບໍ່ມີຕົວຕົນ ຫາກຜູ້ໃດຕົກເປັນທາດຂອງກິເລດ ຈະກໍ່ໃຫ້ເກີດຕັນຫາ ຕັນຫາກໍ່ຄືຄວາມວາ່ງເປົ່າ