ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ມ.ນ.. 28, 2011 | ມີ 13 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

 

ຂ້ອຍມີໝູ່ຄົນໜື່ງລາວແອບຮັກຍີງຄົນໜື່ງແຕ່ກະຮູ້ແລ້ວວ່າລາວມີແຟນ ແຕ່ກະຍັງບໍ່ທັນເຫັນຊັດເຈນກັບຕາກະເຈົ້າກໍລົມກັນໃດ້ດົນແຕ່ກະບໍ່ໄດ້ເຈີກັນ,​ຕ່າງຄົນກະລົມກັນຄືກັນວ່າຄົນສະໜິດກັນ ເພາະວ່າລົມກັນໄດ້ທຸກເລື່ອງ, ເວລາທີ່ຍີງຄົນນັ້ນມີບັນຫາຫຼື ເຫງົາກໍຈະໂທຫາລາວກະລົມກັນ ບາງຄັ້ງກໍຫງຽບຫາຍໄປ ແຕ່ລາວກໍເຂົ້າໃຈວ່າຍີງຄົນນັ້ນຈະໂທຫາລາວເວລາເຫົງາ. ເວລາກໍຜ່ານມາໄດ້ຫຼາຍເດືອນຂື້ນແລ້ວກໍມີມື້ໜື່ງທີ່ກະເຈົ້ານັດເຈີກັນ ແລ້ວກໍເຈີກັນຫຼັງຈາກນັ້ນມາຄວາມສຳພັນກໍຫຼາຍຂື້ນເຈີກັນຫຼາຍຂື້ນ. ໄດ້ເຮັດກິດຈະກຳນຳກັນ ຫຼາຍໆຢ່າງ, ລາວທີ່ມີຄວາມຮູ້ສຶກນັ້ນຢູ່ແລ້ວກັບນັບມື້ນັບທະວີຂື້ນ ແລະ ຍີງຄົນນັ້ນກໍມີທ່າທີທີ່ໃຫ້ຄວາມຫວັງຢູ່, ແຕ່ລາວກໍຄອຍເຕືອນຕົວເອງໄວ້ສະເໝີວ່າຕ້ອງຫ້າມໃຈຕົວເອງໄວ້ຕະຫຼອດ ແລະ ກໍຄິດວ່າບາງທີເຮົາຄິດໄປເອງ. ມີມື້ໜື່ງພວກເຂົາເຈີກັນແລ້ວກໍລົມກັນໄປ ແລ້ວລາວກໍຖາມຍີງຄົນນັ້ນວ່າຢາກ open relationship (Facebook) ແຕ່ຍີງຄົນນັ້ນກໍບໍ່ປະຕິເສດ ແລະ ກໍບໍ່ຕົກລົງຫຍັງທັງນັ້ນ ກໍມີແຕ່ຍີ້ມ, ໃນເວລາຕໍ່ມາຫຼັງຈາກທີ່ແຍກກັນແລ້ວລາວກໍມາເຮັດວຽກ ກໍພໍດີ open cam ລົມກັບຍິງຄົນນັ້ນ ແລ້ວກໍບອກວ່າກຳລັງຈະ open relationship ເດີ່ແຕ່ບໍ່ຈືຊື່ໂປຣໄຟຍີງຄົນນັ້ນແລ້ວກໍຖາມ ແລ້ວຍິງຄັນນັ້ນກໍບອກລາວ, ຫຼັງຈາກທີ່ເຮັດແລ້ວລາວກໍບອກກັບຍີງຄົນນັ້ນ, ແລ້ວຍີງຕົນນັ້ນກໍວ່າເຮັດບໍ່ເປັນລາວກໍເລີຍບອກ, ລາວແອບດີໃຈກໍຄິດໄປເອງທັງໝົດວ່າຍີງຄົນນັ້ນຕອບຮັບລາວ ແຕ່ມັນແປກທີ່ວ່າມັນບໍ່ຂື້ນຊີ່ວ່າ open ນຳໃຜ ແຕ່ລາວກໍບໍ່ໄດ້ໃສ່ໃຈຫຍັງເພາະມົວແຕ່ດີໃຈ ເວລາຜ່ານໄປ 40 ນາທີ ລາວເລີຍເຂົ້າໄປເບີ່ງໂປຣໄຟຂອງຍິງຄົນນັ້ນ ລາວຊ໊ອກທັນທີທີ່ເຫັນ ມັນບໍ່ເປັນຄືທີ່ຄິດ ແລະ ທຸກຢ່າງກໍຢຸດນະເວລານັ້ນລາວເຮັດຫຍັງບໍ່ເປັນໄດ້ແຕ່ນັ່ງເບີ່ງໂປຣໄຟຍີງຄົນນັ້ນ ຄົນທີ່ລາວ open relationship ນຳແຕ່ທີ່ນັ້ນຄືຍີງຄົນນັ້ນ open ກັບອີກຄົນໜື່ງທີ່ຄົນນັ້ນກໍ open ກັບຍີງຄົນນັ້ນ, ທັງທີ່ຜ່ານມາຍີງຄົນນັ້ນບໍ່ໄດ້ເຮັດເລີຍ ແຕ່ມາມື້ນີ້ເຫັນກັບຕາ ລາວຍົກເລີກທັນທີທີ່ເຫັນແບບນັ້ນແລ້ວກໍຮູ້ສຶກວ່າ ຍີງຄົນນັ້ນເຫັນລາວເປັນຫຍັງ?ເປັນຫຍັງຈີ່ງເຮັດແນວນີ້?ຖ້າມີຢູ່ແລ້ວເປັນຫຍັງບໍ່ປະຕິເສດ ຫຼື ເວົ້າໃຫ້ຮູ້ວ່າເຮັດໄດ້ຫຼືບໍ່ໄດ້ ແຕ່ນີ້ກັບປ່ອຍໃຫ້ລາວມີຄວາມຫວັງມາຕະຫຼອດ, ສີ່ງໄດທີ່ຍີງຄົນນັ້ນຕ້ອງການຈີ່ງເຮັດແບບນີ້. ໂອເຄລາວຕັດສິນໃຈຈົບຈົບກັນທີເທົ່ານີ້ ທີ່ຍີງຄົນນີ້ເຮັດກໍສະແດງໃຫ້ເຫັນທຸກຢ່າງແລ້ວ, ລາວເຈັບທີ່ສຸດໃນມື້ນັ້ນ. ຫຼັງຈາກມື້ຕໍ່ມາໝູ່ກໍພາກັນນັດກັນມາກິນເຂົ້າ ແຕ່ມາຮອດລາວກໍບໍ່ເວົ້າບໍ່ເບີງໜ້າແຕ່ຢ່າງໃດເລີຍ ແລ້ວຍີງຄົນນັ້ນກໍມາຖາມວ່າເປັນຫຍັງມາຊ້າແທ້ ລາວກໍຕອບໄປວ່າຄາວຽກ ແຕ່ບໍ່ໄດ້ແນມເບີ່ງໜ້າເລີຍ. ຫຼັງຈາກທີ່ກິນເຂົ້າແລ້ວໆ ຍີງຄົນນັ້ນກໍອອກໄປນຳໝູ່ເລີຍ ຫຼັງຈາກນັ້ນມາມື້ຕໍ່ມາລາວກໍສົ່ງຂໍ້ຄວາມໄປຖາມເປັນຫຍັງຈີ່ງເຮັດແບບນີ້?ເປັນຫຍັງບໍ່ເວົ້າຕົງໆ ກໍພຽງແຕາຢາກຮູ້ວ່າມີແຟນແລ້ວຫຼືບໍ່ມີເທົ່ານັ້ນເອງ, ແຕ່ຄຳຕອບກັບມາມີແຕ່ຂໍໂທດ ແລະ ກໍບໍ່ມີຄຳຕອບອີກເໝືອນເຄີຍກໍເວົ້າແຕ່ເລື່ອງອື່ນໄປ, ລາວຂໍພຽງຄວາມຈິງໃຈຕໍ່ກັນເທົ່ານັ້ນເອງ ເຖິງແມ່ນວ່າບໍ່ແມ່ນແຟນ ເປັນໝູ່ກັນແຕ່ຂໍພຽງຄວາມຈິງໃຈ, ຄຳຕອບທີ່ຍີງຄົນນັ້ນຕອບມາຄື ບອກວ່າ: ຈິງໃຈກັບລາວ, ແລ້ວເຫັນຢູ່ບ່ອນໃດວ່າຈິງໃຈເຮັດປານນີ້ແລ້ວຍັງມາບອກວ່າຈິງໃຈ. ຫຼັງຈາກນັ້ນກໍແມ່ນມື້ຖັດມາມັດແບບຮັດໃຫ້ລາວຕ້ອງສົ່ງຫາຍີງຄົນນັ້ນອີກຄັ້ງ ອົດທີ່ຈະຫວ່ງ ອົດທີ່ຈະຄິດຮອດບໍ່ໄດ້ ອົດທີ່ຈະບໍ່ໄດ້ເວົ້ານຳບໍ່ໄດ້ເລີຍ. ກໍສົ່ງໄປສາລະພາບກັບຄວາມຮູ້ສຶກຂອງຕົນເອງທີ່ຢູ່ບໍ່ໄດ້ບໍ່ໄດ້ລົມນຳ. ຍອມໆທຸກຢ່າງເຖີງແມ່ນວ່າຮູ້ວ່າເຈັບ ເທົ່າທີ່ຍີງຄົນນັ້ນໃຫ້ຄື ເພື່ອນທີ່ດີຄົນໜື່ງ ແຕ່ລາວກັບຂໍເປັນພຽງ ເພື່ອນຄົນໜື່ງ ກໍພໍແລ້ວ ແລະ ພ້ອມທຸກເມື່ອທີ່ຕ້ອງການ, ຫາກເຫງົາຫາກບໍ່ມີໃຜຈະຍັງມີລາວຢູ່ສະເໝີ, ພໍດີຕອນ​ແລງໝູ່ກໍຊວນກັນໄປອອກກຳລັງກາຍ, ກໍພໍດີໝູ່ລົງມາຫຼີ້ນນຳແຕ່ຕ່າງແຂວງກໍໄປຮັບໝູ່ມາ, ແລ້ວກໍມີຂໍ້ຄວາມຈາກຍິງຄົນນັ້ນສົ່ງ​ມາໃຫ້ພາໄປຫາໝູ່ແນ່, ເອົາລະບາດນິງານເຂົ້າແລ້ວລົດຄັນດຽວມີ 3 ຄົນຈະເຮັດແນວໃດທາງນີ້ກໍໝູ່ກັນ ທາງນັ້ນກະໝູ່ຄົນທີ່ໂຕເອງຮູ້ສຶກດີນຳ ປະທາງໄດກໍບໍ່ໄດ້ກະເລີຍໄດ້ຂົນຂວາຍຫາລົດອີກ ພໍດີໝູ່ທີ່ມາຫຼິ້ນນຳມີນ້ອງຢູ່ກະເລີຍໄປເອົາລົດນຳນ້ອງຂອງລາວ ກະເລີຍໂອເຄໄປຮັບເອົາຍີງຄົນນັ້ນ ທັງທີ່ຢາກກິນເຂົ້າໃສ້ຊິຂາດຢູ່ແລ້ວ ເພາະວ່າກຳລັງຈະອອກໄປກິນເຂົ້ານຳໝູ່. ກໍພາກັນໄປຮັບແລ້ວກໍພາໄປຫາໝູ່ກໍລົມກັນໄປຕາມປົກະຕິ ແຕ່ທີ່ບໍ່ປົກະຕິຄືໃຈມັນເຕັ້ນແຮງກວ່າປົກະຕິເພາະວ່າຄັ້ງແລກທີ່ໄປນຳກັນ. ຫຼັງຈາກໄປຫາໝູ່ມາແລ້ວກໍຊວນໄປກິນເຂົ້າເລີຍ ກໍພາກັນໄປກິນເຂົ້າ, ກໍເປັນຄັ້ວທຳອິດຄືກັນທີ່ອອກເດດວ່າຊັ້ນຊະ J ກໍລົມກັນໄປມີມ່ວນແນ່ບໍ່ມ່ວນແນ່ແຕ່ກໍມີຄວາມສຸກດີ ກໍເທັກແຄສຸດໆລະມື້ນັ້ນກະວ່າຈະແມ່ນ ເປັນມື້ທີ່ Wonderful night ສຸດໆລະແຫຼະເຖີງແມ່ນວ່າຈະບໍ່ໄດ້ໄປ 2 ຄົນກໍຕາມ, ແຕ່ມັນກໍເປັນຄວາມສຸກທີ່ຊົ່ວຄາວອີກຈົນໄດ້ ຫຼັງຈາກທີ່ກິນອີ່ມແລ້ວກໍອອກມາຈະກັບ ພໍດີລາວໄປເຂົ້າຫ້ອງນ້ຳ ຫຼັງຈາກອອກມາກໍໄປທີ່ລົດແຕ່ບໍ່ເຫັນຍິງຄົນກໍເລີຍກັບຂື້ນໄປ ພາບຕິດຕາຕຳໃຈກໍຄືສີ່ງທີ່ໄດ້ເຫັນຍີງຄົນນັ້ນນັ່ງຂ້າງຜູ້ຊາຍຄົນໜື່ງ ທີ່ຜູ້ຊາຍຄົນນັ້ນໂອບກອດໄຫຼ່ພ້ອມກັບຫອມຍິງຄົນນັ້ນ ແລ້ວກໍເຮຮາກັນຢ່າງມີຄວາມສຸກ ລາວກ້າວຂາບໍ່ອອກບໍ່ຮູ້ຈະໄປທາງໃດບໍ່ຮູ້ຈະເຮັດຈັ່ງໃດ ໄດ້ແຕ່ຢືນແນມເບີ່ງພວກເຂົາ ແລ້ວຍີງຄົນນັ້ນກໍໂທມາແຕ່ຮັບບໍ່ທັນມັນອື້ງກັບທີ່ເຫັນ ຫຼັງຈາກທີ່ຮັບແລ້ວລາວກໍເວົ້າໄດ້ພຽງແຕ່ວ່າ ຈະກັບພ້ອມກະເຈົ້າຫວະ? ພໍດີເຈິໝູ່ໃນຫ້ອງລະກະເຈົ້າຊວນຢູ່ຕໍ່, ຈະໄປເອົາເສື້ອເດີ, ແລ້ວລາວກໍມາທີ່ລົດພໍດີຍີງຄົນນັ້ນກໍມາ ກໍໄດ້ຍິນແຕ່ວ່າຂໍໂທດເດີ ແລ້ວລາວກໍເອົາເສື້ອໃຫ້ໂດຍທີ່ບໍ່ແນມເບີ່ງໜ້າເລີຍແລ້ວກໍຂີ່ລົດອອກມາ. ພ້ອມກັບຄິດວ່າ ຄວນຈະເຂົ້າໄປເຈິເຊີ່ງໆໜ້າເລີຍໃຫ້ຮູ້ເລີຍວ່າຈະເປັນຈັ່ງໃດ, ແຕ່ກັບຄວບຄຸມໂຕເອງໄດ້ວ່າບໍ່ຄວນເຮັດ, ເພາະວ່າຈະເຮັດໄປເພື່ອຫຍັງ?ບໍ່ມີຫຍັງດີເລີຍ ແຕ່ກັບຈະເຮັດໃຫ້ເຂົາຜິດຖຽງກັນຫຼືບາງທີສີ່ງທີ່ບໍ່ສົມຄວນຈະເກີດກໍອາດເກີດຍ້ອນໂຕເອງ, ອາດເຮັດໃຫ້ເລື່ອງລາວມັນແຮ່ງຢ່ຳແຢ່ໄປອີກກໍເປັນໄດ້ ກໍເລີຍຕັດສິນໃຈຂໍໄປເອງດີກວ່າທີ່ຈະເຫັນຄົນທີ່ໂຕເອງຮັກເສຍໃຈ. ກັບມາກໍປິດໂທລະສັບກໍຮູ້ວ່າຍີງຄົນນັ້ນຄົງບໍ່ໂທມາຫຼືສົ່ງມາຂໍໂທດ ແຕ່ກະກັນໄວ້ເພາະບໍ່ຢາກໄດ້ຍິນບໍ່ຢາກຮັບຮູ້ຫຍັງ, ຈະວ່າເຈັບກໍເຈັບແຕ່ກັບເຈັບແບບທີ່ຕົກທາງໃນ ມັນຊາໄປໝົດທັງກາຍໃຈໄດ້ແຕ່ຖາມວ່າ ເປັນຫຍັງຈີ່ງເຮັດແບບນີ້? ພໍຕື່ນເຊົ້າມາເປີດເຄື່ອງກໍບໍ່ມີຫຍັງອີ່ຫຼີ ຖ້າເຂົາແຄເຮົາຄົງບໍ່ເຮັດແບບນີ້, ກໍມີແຕ່  Good morning ເທົ່ານັ້ນເອ. ແລ້ວຕອນແລງກໍໄປອອກກຳລັງນຳໝູ່ອີກ ແລະ ກໍຮູ້ວ່າລາວຈະໄປກໍເລີຍອອກໄປເບີ່ງສະຖານະການກ່ອນ ກໍໄປນັ່ງຫຼີ້ນອີກຢູ່ທາງໜື່ງກໍແນມເບີ່ງໝູ່ພາກັນຫຼີ້ນຢູ່ ດົນເຕີບຍີງຄົນນັ້ນກໍມາພ້ອມກັບຊາຍຄົນໜື່ງທີ່ທ່າທາງເວລາຢູ່ນຳກັນນັ້ນມັນເໝືອນກັບທີ່ເຫັນໃນມື້ຄືນນັ້ນເລີຍ, ແລ້ວກໍຕັດສິນໃຈຍ່າງມາຫາໝູ່ເພື່ອມາເບີ່ງໃຫ້ແນ່ໃຈ ແລ້ວພົບເປັນຄົນດຽວທີ່ open relationship ນັ້ນແຕ່ບໍ່ແນ່ໃຈວ່າເປັນຄົນດຽວກັບມື້ຄືນນັ້ນບໍ, ກໍລົງມາຫຼີ້ນນຳໝູ່ພໍດີລາວກໍຖາມ ມື້ຄືນນີ້ໄປໃສຕໍ່ ປະມານນີ້ແຫຼະແຕ່ລາວບໍ່ຕອບ ແລ້ວກໍໄປທາງອື່ນຊ່ວງເວລາທີ່ຢູ່ໝູ່ນັ້ນມັນກໍທໍລະມານທີ່ເຫັນແບບນັ້ນແຕ່ກໍເຮັດເສີຍທັງທີ່ໃຈນັ້ນອ່ອນລົງທຸກທີເຫັນເຂົາຢູ່ໃກ້ກັນ ຊິດໃກ້ກັນມັນເຈັບໃຈດີ ເຮັດໄປເພື່ອທີ່ຈະໃຫ້ໂຕເອງຮູ້ສຳນຶກວ່າມັນເປັນໄປບໍ່ໄດ້ໃຫ້ມັນຈົບພຽງເທົ່ານີ້. ແລ້ວຈະເຮັດຈັ່ງໃດດີລະນິຊ່ວຍໃຫ້ທາງຊີ້ແນະແນ່ເດີ່ ແຕ່ຕອນນີ້ກໍມີຢູ່ແຕ່ຢາກຮູ້ວ່າຄວາມຄິດຫຼາຍຄົນເປັນແນວໃດ, ເລື່ອງນີ້ມັນເກີດຂື້ນພາຍໃນພຽງແຕ່ 3 ທິດຫຼັງຈາກທີ່ໄດ້ເຈິກັນ ແລະ ກໍຄິດວ່າມັນຈະຈົບພຽງເທົ່ານີ້ເພາະບໍ່ຢາກເຈັບອີກແລ້ວ (ຖ້າເຮັດໄດ້ນະ) ເປັນຫຍັງ ເຮົາຈິງໃຈກັບໃຜຄົນໜື່ງແລ້ວກັບບໍ່ໄດ້ມັນຕອບແທນ? ​ເລື່ອງ​ລາວ​ຂອງ​ລາວ​ຈະ​ເປັນ​ແນວ​ໃດ​ກໍ​ຕິດຕາມ​ຕໍ່​ໄປ….

ໂດຍ: ນ້ອຍເດີ່

Delicious Digg Fark Twitter