ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ກ.ຍ.. 5, 2011 | ມີ 8 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

ຄວາມຫ່ວງໃຍທີ່ເຮົາໃຫ້ໄປ..ສີ່ງນັ້ນສີ່ງນີ້ທີ່ເຮົາຄອຍຊື້ຄອຍຫາໃຫ້ເຂົາຢ່າງສະໝ່ຳສະເໝີ ທຸກໆສີ່ງເຫຼົ່ານັ້ນເຮົາລ້ວນແຕ່ເຮັດລົງໄປດ້ວຍໃຈຈິງຂອງເຮົາທີ່ຮັກເຂົາເຫຼືອເກີນ ແລະ ເຮົາກໍຫວັງພຽງວ່າ...ມັນຈະເຮັດໃຫ້ເຂົາຮູ້ວ່າເຮົາຮັກເຂົາຫຼາຍພຽງໃດ...

 

ຍີ່ງຮັກເຂົາຫຼາຍ..ຍີ່ງນ່າລຳຄານ

ຖ້າເປັນໄປໄດ້..ເຂົາຄົງຈະຂໍຮ້ອງບໍ່ໄຫ້ເຮົາເວົ້າຄຳນັ້ນກັບເຂົາອີກ

ຫຼືຖ້າຈະດີທີ່ສຸດກໍບໍ່ຕ້ອງຮັກເຂົາອີກເລີຍກໍໄດ້

 

ເຈົ້າຮູ້ບໍຄຳວ່າຮັກຫຼາຍໆອາດຟັງແລ້ວຊື້ງໃຈສຸດໆ..ຖ້າເຮົາເວົ້າມັນອອກໄປໃນວັນທີ່ເຂົາຍັງຕ້ອງການເຮົາຢູ່

ແຕ່ວັນທີ່ເຂົາບໍ່ຕ້ອງການເຮົາແລ້ວ ຍີ່ງບອກວ່າຮັກເຂົາເທົ່າໃດ ມັນກໍຍີ່ງຟັງແລ້ວນ່າລຳຄານເທົ່ານັ້ນ

ພຽງແຕ່ຄຳວ່າຮັກ..ເຂົາຍັງບໍ່ຢາກໄດ້ຍິນ ຍີ່ງບອກວ່າຮັກຫຼາຍ..ຍີ່ງເຮັດໃຫ້ເຂົາຢາກຍ່າງໜີເຮົາໄປ

 

ທຸກເທື່ອທີ່ເຮົາຢີບເອົາຄຳວ່າຮັກ..ມາອ້າງມາບອກເຂົາ ເຂົາກໍຄົງໄດ້ແຕ່ຄິດໃນໃຈວ່າຈະມາເວົ້າເຮັດຫຍັງນ່າລຳຄານ

ຄວາມຮັກຂອງເຮົາມັນບໍ່ນ່າຮັກບໍ່ຫວານແຫວບໍ່ມີສີສັນ ເຮົາເປັນຄົນໜ້າເດີມໆທີ່ເກົ່າແລ້ວ

ຄວາມຮັກຂອງເຮົາ ແລະ ທຸກສີ່ງທຸກຢ່າງທີ່ເຮົາເຮັດເພື່ອເຂົາ ມັນຈື່ງນ່າເບື່ອຕາມໄປນຳກັນ

 

ເຖີງເວລາແລ້ວ..ທີ່ເຮົາຈະຢຸດເຮັດໂຕເອງເປັນຄົນໂງ່ ທີ່ພະຍາຍາມຢີນຢື່ນຍັດຢຽດທີ່ເຂົາບໍ່ໄດ້ຮຽດຮ້ອງຕ້ອງການໄປໃຫ້ເຂົາ ຄວາມຮັກຂອງເຮົານັ້ນຄືສີ່ງທີ່ມີຄ່າ

ສົມຄວນທີ່ຈະມອບໃຫ້ກັບຄົນທີ່ຮູ້ຄ່າ ບໍ່ແມ່ນຫວະ?

Delicious Digg Fark Twitter