ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ກ.ຍ.. 5, 2011 | ມີ 8 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

ບາງທີຄົນເຮົາອາດຈະຄິດວ່າ ຄົນເຈົ້າຊູ້ ບໍ່ໄດ້ຮັກ ຫຼື ຈີງໃຈກັບໃຜແທ້ໆ ຈີ່ງເຮັດໃຫ້ໃຜຫຼາຍໆຄົນບໍ່ກ້າທີ່ຈະຮັກ ບໍ່ກ້າທີ່ຈະຈີບ ຫຼື ວ່າຖ້າຈີບແລ້ວກໍພຽງແຕ່ເຮັດຫຼີ້ນໆ ແຕ່ເຈົ້າຮູ້ ຫຼື ບໍວ່າຄວາມຈີງຄົນເຈົ້າຊູ້ກໍຮັກໃຜເປັນຄືກັນ.

  1. ສຳລັບຜູ້ຍິງແລ້ວຄວາມຈີງໃຈ ຫຼື ວ່າຮັກແທ້ ເປັນເລື່ອງທີ່ຜູ້ຍິງທຸກຄົນຢາກໄດ້ຈາກຄົນທີ່ໂຕເອງຮັກ ຫຼື ຈາກໃຜຈັກຄົນໜື່ງແຕ່ຖ້າໄດ້ເສຍໃຈ ຫຼື ຜິດຫວັງຈາກຜູ້ຊາຍຄົນນັ້ນ ຢ່າງຮຸນແຮງ ຈື່ງເຮັດໃຫ້ຜູ້ຍິງໝົດຄວາມໄວ້ໃຈຈາກຜູ້ຊາຍທຸກຄົນ ແລ້ວເຮັດໃຫ້ໂຕເອງເປີດຮັບຜູ້ຊາຍໄດ້ຫຼາຍຄົນໃນເວລາດຽວກັນ ພ້ອມກັບມີຄວາມຄິດທີ່ແສນຈະສະໃຈວ່າ “ເຈົ້າເຮັດໄດ້ ຂ້ອຍກໍເຮັດໄດ້”
  2. ເຈົ້າຮູ້ ຫຼື ບໍວ່າຜູ້ຍິງທີ່ເຮັດໂຕເຈົ້າຊູ້ ເປັນຄົນຂີ້ເຫງົາ, ຢາກໃຫ້ຄົນເຂົ້າໃຈໃນໂຕເອງຫຼາຍໆ, ດັ່ງນັ້ນ ຈີ່ງມີຄວາມຈຳເປັນຕ້ອງຄົບໄວ້ຫຼາຍໆຄົນເພື່ອໃຫ້ມີຄົນຮັກ, ຄົນມັກຫຼາຍໆ ເພາະພວກເຂົາຄິດວ່າເຮັດແບບນີ້ ຈະບໍ່ມີຄວາມເຫງົາເກີດຂື້ນແນ່ນອນ.
  3. ແມ່ນວ່າພວກເຂົາຈະສາມາດຄົບໃຜໄດ້ຫຼາຍຄົນ ແຕ່ໃນຂະນະດຽວກັນເຂົາຍັງມີຄົນທີ່ຈີງຈັງ ແລະ ພ້ອມຈະໃຊ້ຊີວິດຄູ່ນຳຕະຫຼອກຊີວິດ ພຽງຄົນດຽວເທົ່ານັ້ນ.
  4. ຖ້າເຈົ້າເປັນຄົນໜື່ງທີ່ຄິດວ່າຢາກລອງຫຼີ້ນກັບຄວາມຮັກຂອງຜູ້ຍິງທີ່ເຈົ້າຊູ້ ຢາກຈະບອກວ່າເຈົ້າຄິດຜິດ ເພາະເຈົ້າຮູ້ບໍວ່າຜູ້ຍິງເຈົ້າຊູ້ມັກທາຍນິໃສ ເພດກົງກັນຂ້າມໄດ້ແມ່ນຍຳທີ່ສຸດ.
  5. ຜູ້ຍີງເຈົ້າຊູ້ຕ່າງຈາກຜູ້ຊາຍເຈົ້າຊູ້ບ່ອນທີ່ວ່າ “ຜູ້ຊາຍເຈົ້າຊູ້ ແລະ ຄົບໄວ້ຫຼາຍໆຄົນເຜື່ອເລືອກ” ແຕ່ຜູ້ຍີງເຈົ້າຊູ້ ແລະ ຄົບໄວ້ຫຼາຍໆຄົນເພື່ອເຈີຄົນທີ່ຈີງໃຈ ພວກເຈົ້າວ່າແມ່ນບໍ?
  1. ໄຊຊະນະທີ່ຜູ້ຍິງຄິດວ່າຍີ່ງໃຫຍ່ທີ່ສຸດ ຮອງຕາກການປະສົບຜົນສຳເລັດໃນຊີວິດ ຄື ການທີ່ເຮັດໃຫ້ຜູ້ຊາຍທີ່ເຈົ້າຊູ້ຫາໂຕຈັບຍາກ ແບບເຂົາຄົນນັ້ນເຂົ້າມາຮັກ ແລະ ຫຼົງໂຕເອງ ແບບຫັວປັກຫັວປຳໄດ້ງ່າຍໆ ຖືວ່າເປັນຄວາມພາກພູມໃຈທີ່ຊະນະຂາດລອຍແລ້ວສຳລັບຜູ້ຍິງທີ່ເຈົ້າຊູ້ຍີ່ງກວ່າ.
  2. ສີ່ງທີ່ຜູ້ຍິງເຈົ້າຊູ້ບໍ່ຢາກໄດ້ເລີຍໃນຊີວິດຄື “ຄວາມຜິດຫວັງ”
  3. ອາຫານຫຼັກຫົວໃຈຂອງຜູ້ຍິງຫຼາຍຮັກ ນອກຈາກຜູ້ຊາຍໜ້າຕາຫວານໆ ແຖມໄຮ້ດຽງສາອີກ, ການທີ່ໄດ້ຄົບກັບຄົນທີ່ນ້ອຍກວ່າປະມານ 2-3 ປີ ນອກຈາກຈະເຮັດໃຫ້ກະຊູ່ມກະຊວຍຫົວໃຈແລ້ວຍັງເປັນຢາອາຍຸວັດທະນະຊັ້ນຍອດເລີຍກໍວ່າໄດ້.
  4. ເຄັດລັບການມັດໃຈຍີງເຈົ້າຊູ້ ຄື ເມື່ອຄົບກັບລາວຄົນນັ້ນແລ້ວຢ່າເອົາໃຈຫຼາຍ ຈັກໜ້ອຍຈະໄດ້ໃຈ ໃຫ້ເຈົ້າເຮັດໂຕຕາມປົກະຕິຂອງເຈົ້າ ເມື່ອລາວເຫັນວ່າເຈົ້າບໍ່ສົນໃຈແລ້ວລາວຈະເປັນຝ່າຍທີ່ສົນໃຈໃນໂຕເຈົ້າທຸກລາຍລະອຽດ, ຕັ້ງແຕ່ເຈົ້າຢູ່ກັບໃຜ, ເຮັດຫຍັງຢູ່, ໄປຈີບໃຜຫຼືບໍ່ ເປັນຫຍັງບໍ່ສົນໃຈລາວເລີຍ, ເປັນຫຍັງຫ່າງໄປເສີຍໆ, ປ່ຽນໄປຫຼືບໍ່, ເພາະຜູ້ຍິງບໍ່ມັກໃຫ້ເຂົາເສີຍຊາ ຫຼື ບໍ່ສົນໃຈ ໂດຍສະເພາະກີ໊ກທຸກຄົນເອົາແຕ່ໃຈເຈົ້າຄົນດຽວ ທີ່ມິດເສີຍການທີ່ລາວສົນໃຈໃນໂຕເຈົ້າເລື້ອຍໆ ລາວຈະປ່ຽນຄວາມຄິດທັນທີວ່າຢາກໄດ້ຄວາມຮັກຈາກຜູ້ຊາຍນີ້ເດໆໆໆໆ ຮ່າຮ່າ.

10. ຜູ້ຍິງເຈົ້າຊູ້ເບີ່ງບໍ່ງ່າຍເທົ່າຜູ້ຊາຍ ດັ່ງນັ້ນ, ຜູ້ຍິງເຈົ້າຊູ້ມີໂອກາດກິນແຫ້ວຫຼາຍກວ່າຜູ້ຊາຍເຈົ້າຊູ້ຫຼາຍເທົ່າ.

ເຖີງແມ່ນວ່າຄວາມຄິດລາວນັ້ນເຈົ້າຊູ້ ບໍ່ກ້າທີ່ຈະຈີບຈົ່ງປ່ຽນຄວາມຄິດໄດ້ທັນທີ ເພາະເຈົ້າມີໂອກາດທີ່ຈະໄດ້ຄວາມຮັກຈາກຄົນນັ້ນແບບຈີງໃຈ ຖ້າເຈົ້າເຮັດໂຕດີໆ ແຖມຍັງເຮັດໃຫ້ເຈົ້າພູມໃຈອີກວ່າ ເຮີ້ຍ!!ແຟນເຮົາໜ້າຮັກແທ້ ອິອິ..

 

ເຊື່ອບໍວ່າ ຜູ້ຍິງເຈົ້າຊູ້ໜ້າຕາດີທັ້ງນັ້ນ 55555

 


ໂດຍ:ນ້ອຍເດີ່ ຄົນທຳມະດາ

Delicious Digg Fark Twitter