ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ກ.ຍ.. 5, 2011 | ມີ 6 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

ໜື່ງຄົນ..ເຖີງແມ່ນວ່າບໍ່ເຄີຍເວົ້າຄຳວ່າ “ຮັກ”

ແຕ່ໃຈກັບຄິດຮອດເຈົ້າພຽງຄົນດຽວທຸກໆວັນ..ນີ້ແມ່ນຂ້ອຍກຳລັງຮັກເຈົ້າແມ່ນບໍ?

ໜື່ງຄົນ..ເຖີງແມ່ນວ່າບໍ່ເຄີຍເວົ້າຄຳວ່າ “ຮັກ”

ແຕ່ກັບບໍ່ຢາກເຮັດຄວາມຮູ້ຈັກໃຜນອກຈາກເຈົ້າ...ນີ້ຂ້ອຍກຳລັງຮັກເຈົ້າແມ່ນບໍ?

 

ໜື່ງຄົນ...”ສີ່ງທີ່ຢູ່ໃນໃຈ ບໍ່ອາດບອກ ອອກຈາກປາກ”

 

ອີກຄົນ...ພຣ່ຳບອກວ່າ “ຮັກ”

ແຕ່ໃຈກັບຄິດຮອດໃຜໆອີກຫຼາຍຄົນ..ນີ້ແມ່ນເຈົ້າຮັກຂ້ອຍແທ້ບໍ?

 

ອີກຄົນ...ພຣ່ຳບອກວ່າ “ຮັກ”

ແຕ່ໃຈກັບທຳຄວາມຮູ້ຈັກກັບໃຜຫຼາຍຄົນນອກຈາກຂ້ອຍ..ນີ້ແມ່ນເຈົ້າກຳລັງຮັກຂ້ອຍແທ້ບໍ?

 

ອີກຄົນ...”ສີ່ງທີ່ບອກ ພຽງແຕ່ອອກຈາກປາກ ບໍ່ແມ່ນຈາກໃຈ”

 

ການກະທຳ “ສຳຄັນ” ກວ່າຄໍາເວົ້າ

ການກະທຳ “ສະແດງອອກ” ຊັດເຈນກວ່າ ຄໍາເວົ້າ

ການກະທຳ “ຕອກຢໍ້າ” ກວ່າຄໍາເວົ້າ

ການກະທຳ “ຂັດແຍ່ງ” ກັບຄໍ້າເວົ້າ

 

ສີ່ງທີ່ຂ້ອຍບໍ່ຮູ້ ສີ່ງທີ່ຂ້ອຍບໍ່ຄ່ອນຮູ້

ກໍຫົວໃຈຂອງຄົນ ອ່ານໜັງສືເຫຼັ້ມໃດ

ວົນວຽນວົກວົນ ແຕ່ບໍ່ນານກໍເຂົ້າໃຈ

 

ນ້ອຍເດີ່ ຄົນທຳມະດາ

Delicious Digg Fark Twitter