ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ

« ໜ້າກ່ອນນີ້  |  ເບິ່ງແບບສຳຫຼວດ 1-20 ຈາກທັງໝົດ 33  |  ໜ້າຕໍ່ໄປ »

ສ້າງເມື່ອ ສ.ຫ.. 10, 2011 22 ຄົນໂຫວດ, 0 ຄຳເຫັນ, ອ່ານ 433 ເທື່ອ
ເຈົ້າຈະຮູ້ສຶກຈັ່ງໃດຖ້າແຟນເຈົ້າລົົມກັບຄົນອື່ນຫຼາຍກວ່າລົມກັບເຈົ້າອີກ ແຊັດກັບຄົນອື່ນທັ້ງວັນແຕ່ບໍ່ແຊັດຫາເຈົ້າເລີຍ

 
ສ້າງເມື່ອ ສ.ຫ.. 9, 2011 19 ຄົນໂຫວດ, 0 ຄຳເຫັນ, ອ່ານ 573 ເທື່ອ
2 ຢ່າງນີ້ພວກເຈົ້າວ່າໂຕໃດທີ່ຈະເຮັດໃຫ້ແຟນບອກເລີກ ຫຼາຍກວ່າໝູ່?

 
ສ້າງເມື່ອ ກ.ລ.. 21, 2011 30 ຄົນໂຫວດ, 0 ຄຳເຫັນ, ອ່ານ 704 ເທື່ອ
ພວກທ່ານວ່າທີມລາວອ່ອນ ຫຼື ວ່າເກັ່ງ ທີ່ເສຍມື້ວານນີ້

 
ສ້າງເມື່ອ ມິ.ຖ.. 16, 2011 15 ຄົນໂຫວດ, 0 ຄຳເຫັນ, ອ່ານ 623 ເທື່ອ
ທ່ານຈະຮັກໃຜໄດ້ຫລາຍຂະໜາດນີ້ບໍ່? ຊາຍ​ຍິງ​ຄູ່ໜຶ່ງ ​ຂີ່​ລົດຈັກ​ຊ້ອນ​ທ້າຍ​ກັນ ຄວາມໄວ​ກວ່າ 100 ກິ​ໂລ​ແມັດຕໍ່​ຊົ່ວ​ໂມງ ຜູ້ຍິງ : ຂີ່​ຊ້າໆ​ແດ່ ​ເຂົາ​ຍ້ານ​ໃດ ຜູ້ຊາຍ : ຍ້ານອີ່​ຫຍັງ​ ກຳລັງ​ມ່ວນ​ເລີຍ​ ຜູ້ຍິງ : ບໍ່​ຕະລົກ​ໃດ ຂໍ​ຮ້ອງ​ລະ ​ເຂົາ​ຍ້ານຫລາຍ​ອີ່ຫລີ໋ ຜູ້ຊາຍ : ຊັ້ນ​ເພິ່ນ​ບອກ​ເຂົາ​ກ່ອນ​ຕິ ວ່າ​ຮັກ​ເຂົາ ຜູ້ຍິງ : ກະ​ໄດ້ ​ເຂົາຮັກ​ເພິ່ນ​ເດີ້ ຫລຸດ​ຄວາມ​ໄວ​ລົງດຽວນີ້ ຂໍ​ຮ້ອງ​ລະ ຜູ້ຊາຍ : ກອດ​ເຂົາ​ແໜ້ນໆພ້ອມ ​ແລ້ວ​ນາງ​ກໍ່​ກອດ​ລາວ​ແໜ້ນໆ ຜູ້​ຊາຍ : ​ເອົາໝວກກັນນັອກ​ເຂົາ​ໄປ​ໃສ່​ໄວ ​ເຂົາ​ລຳ​ຄານ ວັນ​ຕໍ່​ມາໜັງສື​ພິມ​ລົງ​ຂ່າວ ມີ​ອຸບັດ​ຕິ​ເຫດ​ລົດ​ຕຳ ​ເນື່ອງ​ຈາກ​ເບ​ກລົດ​ແຕກ .. ມີ​ຄົນ​ນັ່ງ​ລົດຈັກ​ຄັນ​ນັ້ນ 2 ຄົນ ​ແຕ່​ວ່າ .. ລອດ​ຄົນ​ດຽວ ຄວາມ​ຈິງ​ຄື ທາງ​ສາຍ​ນັ້ນ​ເປັນ​ທາງ​ລົງ​ຄ້ອຍ ຜູ້​ຊາຍ​ຮູ້​ວ່າ​ເບ​ກລົດ​ແຕກ ​ແຕ່​ບໍ່​ຢາກ​ໃຫ້​ແຟນສາວ​ຮູ້ ​ແທນ​ທີ່​ລາວ​ຈະ​ບອກ​ນາງ ລາວ​ບອກ​ໃຫ້​ນາງ​ບອກ​ຮັກ ​ແລະ ຮູ້ສຶກ​ເຖິງ​ອ້ອມ​ກອດ​ອັນ​ອົບ​ອຸ່ນ​ຂອງ​ນາງ​ເປັນ​ຄັ້ງ​ສຸດ​ທ້າຍ ​ແລ້ວ​ໃຫ້​ນາງ​ໃສ່ໝວກກັນ​ນັອກ ​ເພື່ອ​ນາງ​ຈະ​ໄດ້​ມີ​ຊີວິດ​ຢູ່​ຕໍ່​ໄປ ​ເຖິງ​ແມ່ນ​ວ່າລາວ .. ​ຈະ​ຕາຍ​ໄປ​ກໍ່ຕາມ ..

 
ສ້າງເມື່ອ ມິ.ຖ.. 15, 2011 12 ຄົນໂຫວດ, 0 ຄຳເຫັນ, ອ່ານ 619 ເທື່ອ
ມີຫຼາຍຄົນຖາມມາວ່າເປັນຫຍັງຮັກຈີ່ງມີນ້ຳຕາ?ໃຜຮູ້ແນ່ວ່າເປັນຫຍັງຕອບຄຳຖາມນີ້ມາ ແລ້ວ ນ້ອຍເດີ່ມີລາງວັນເປັນມູນຄ່າໂທ 5000 ກີບຈາກທິໂກ ຖ້າຄຳຕອບໃດຖືກທີ່ສຸດ(ມີຄຳຕອບກຽມໃວ້ແລ້ວ 55) ຄຳຕອບນັ້ນມີ 2 ຄຳ ຕອບມາເດີ່

 
ສ້າງເມື່ອ ມ.ສ.. 7, 2011 14 ຄົນໂຫວດ, 0 ຄຳເຫັນ, ອ່ານ 474 ເທື່ອ
ໃນປີໃໝ່ແຕ່ລະປີມີຜູ້ຍິງຫຼາຍຄົນກັງວົນກັບບັນຫາທີ່ຈະເກີດຂື້ນໃນຊ່ວງຫຼີ້ນປີໃໝ່ ແລະ ເຮັດໃຫ້ຮູ້ສືກວ່າມັນຄືຈະບໍ່ມ່ວນນັ້ນກໍຄື....... ຄື.......ກ ແລະ ກະ ຄື............................... ຄືອີ່ຫຍັງຫວະ???????ຖ້າຢາກຮູ້ເຮົາໄປເບີ່ງກັນເລີຍ........

 
ສ້າງເມື່ອ ມ.ສ.. 6, 2011 16 ຄົນໂຫວດ, 0 ຄຳເຫັນ, ອ່ານ 610 ເທື່ອ
ຮູ້ຈັກຄົນໜຶ່ງມາກໍດົນແລ້ວແຕ່ຖືວ່າເປັນອ້າຍນ້ອງກັນ ແຕ່ມາໄລຍະໜື່ງລາວກະມີທ່າອ່ຽງທີ່ຈະເກີນກວ່ານັ້ນ ແຕ່ກໍຄ່ອຍຫ່າງອອກມາ ແຕ່ມາ 2 ມື້ຜ່ານມານີ້ລາວມາຖາມກະບໍ່ຮູ້ວ່າເວົ້າແທ້ຫຼືເວົ້າຫຼິ້ນ ລາວມາວ່າເປັນແຟນກັນເນາະ, ແຕ່ຂ້ອຍກໍວ່າເປັນອ້າຍນ້ອງກັນນີ້ແຫຼະດີແລ້ວ ຢາກໃຫ້ລາວເຈີຄົນທີ່ດີກວ່ານີ້, ແຕ່ລາວກໍວ່ານະວິນາທີນີ ແລະ ຕອນນີ້ດີທີ່ສຸດແລ້ວ, ແຕ່ຂ້ອຍກໍຢືນຢັນຄຳດຽວ...ເປັນອ້າຍນ້ອງກັນ..ແລ້ວລາວກໍຄຽດລາວບອກໃຫ້ຈທ່ໄວ້ດີໆທີ່ປະຕິເສດລາວ ແຕ່ມັນກໍບໍ່ມີທາງເລືອກ ເພາະຄິດພຽງແຄ່ນັ້ນຈີງໆ

 
ສ້າງເມື່ອ ມ.ສ.. 1, 2011 18 ຄົນໂຫວດ, 0 ຄຳເຫັນ, ອ່ານ 523 ເທື່ອ
ຄັນມີຄົນບອກຮັກເຈົ້າໃນມື້ນີ້ເຈົ້າເຊື່ອບໍວ່າ ລາວເວົ້າແທ້ຫຼືວ່າເວົ້າຫຼິ້ນ ຄັນຄິດເຂົ້າຂ້າງໂຕເອງແນ່ບາງທີລາວອາດຈະບໍ່ກ້າບອກໃນມື້ທຳມະດາ ລາວເລີຍມາບອກມື້ນີ້

 
ສ້າງເມື່ອ ມ.ນ.. 31, 2011 15 ຄົນໂຫວດ, 0 ຄຳເຫັນ, ອ່ານ 322 ເທື່ອ
ທີ່ເກີດເລື່ອງນັ້ນຂື້ນແລ້ວເຮົາບໍ່ຕິດຕໍ່ຫາລາວອີກເລີຍ ແລະ ກໍບໍ່ໃຫ້ລາວສົ່ງ ຂໍ້ຄວາມມາອີກ, ເພາະວ່າເຫັນລາວສົ່ງມາ ກູ໊ດນາຍ ແລະ ມໍນີ່ງທຸກມື້ ກະບໍ່ຮູ້ວ່າຕັ້ງໃຈົສ່ງມາຫຼືບໍ່? ແຕ່ບອກກັບລາວວ່າບໍ່ຕ້ອງສົ່ງມາອີກ....ເຮັດແບບນີ້ມັນຖືກບໍ? ແຕ່ສ່ວນຕົວແລ້ວຢາກທີ່ຈະລົມກັບລາວທີ່ສຸດໆໆໆໆ

 
ສ້າງເມື່ອ ມ.ນ.. 29, 2011 17 ຄົນໂຫວດ, 0 ຄຳເຫັນ, ອ່ານ 498 ເທື່ອ
ຄົນທີ່ມີອັດຕາສ່ວນຫຼາຍໃນການອົກຫັກ, ຜິດຫວັງ,ເສຍໃຈ ລ້ວນແລ້ວແຕ່ແມ່ນຄົນ ຮັກແທ້ ຈິງໃຈ ຮັກດຽວໃຈດຽວ ຊື່ສັດ.......

 
ສ້າງເມື່ອ ມ.ນ.. 29, 2011 15 ຄົນໂຫວດ, 0 ຄຳເຫັນ, ອ່ານ 759 ເທື່ອ
ເວລາທີ່ເຮົາໃຫ້ຄວາມຈິງໃຈກັບໃຜຄົນໜື່ງແລ້ວ ບໍ່ເຄີຍໄດ້ສີ່ງນັ້ນຕອບແທນເລີຍ....

 
ສ້າງເມື່ອ ມ.ນ.. 25, 2011 12 ຄົນໂຫວດ, 0 ຄຳເຫັນ, ອ່ານ 440 ເທື່ອ
ເມື່ອທ່ານຕົກຢູໃນສະຖນການທີ່ວ່າ:​ ທ່ານແອບຮັກຄົນໜື່ງຢູ່ ແຕ່ກະບໍ່ແນ່ໃຈວ່າລາວມີແຟນແລ້ວ, ຍັງບໍ່ແນ່ໃຈວ່າ ຮ້ອຍເປີເຊັນວ່າຊັ້ນສະ,,ແຕ່ເຫັນ open relationship ກັບບາງຄົນຢູ່ facebook..ແຕ່ຖາມລາວໆກັບບໍ່ຕອບ ແລະ ກະບໍ່ເວົ້າຫຍັງ..ແຕ່ລາວກັບມາບອກກັບເຮົາວ່າລາວຈິງໃຈນຳເຮົາ.....

 
ສ້າງເມື່ອ ມ.ນ.. 24, 2011 8 ຄົນໂຫວດ, 0 ຄຳເຫັນ, ອ່ານ 431 ເທື່ອ
ຖ້າເຈົ້າຖາມຄົນໜື່ງ open relationship (ຢູ່ facebook)ແຕ່ລາວບໍ່ໄດ້ຕອບວ່າໄດ້ຫຼືບໍ່ໄດ້,ແລ້ວເຈົ້າ open ຫຼັງຈາກນັ້ນກໍບອກລາວວ່າເຈົ້າເຮັດແລ້ວ, ແລ້ວລາວກໍຖາມຄືນວ່າເຮັດແນວໃດ ແລ້ວເຈົ້າກໍບອກລາວໄປ..ເມື່ອເຈົ້າເຂົ້າໄປເບິ່ງ Profile ຂອງລາວສິ່ງທີ່ເຫັນຄື ລາວ open ກັບຄົນອື່ນ..ຂ້ອຍຄິດໄປເອງບໍວ່າລາວຈະ Open ນຳຂ້ອຍ.ບໍ່ມີໃຜຜິດແຕ່ຢາກໃຫ້ຄຳເຫັນວ່າ:

 
ສ້າງເມື່ອ ມ.ນ.. 17, 2011 25 ຄົນໂຫວດ, 0 ຄຳເຫັນ, ອ່ານ 467 ເທື່ອ
ທ່ານເຄີຍບໍເວລາລົມກັບໃຜຄົນໜື່ງທີ່ບໍ່ຮູ້ຈັກບໍ່ເຄີຍເຫັນໜ້າກັນ ແຕ່ມີຄວາມຜູນກັນລົມກັນມາ ໃຫ້ຄວາມຫວ່ງໃຍເຊີ່ງກັນແລະກັນ ແລ້ວກໍນັດເຈີກັນໃນວັນໜື່ງຫຼັງຈາກນັ້ນກໍ......ຫາຍງຽບໄປແບບບໍ່ຮູ້ເຫດຜົນ ຍ້ອນຫຍັງກັນແນ່?

 
ສ້າງເມື່ອ ມ.ນ.. 3, 2011 18 ຄົນໂຫວດ, 0 ຄຳເຫັນ, ອ່ານ 294 ເທື່ອ
ຄົບກັນມາຕັ້ງ 2 ປີ 3 ປີ ແລ້ວຢູ່ດີໆໆມາວ່າໝົດຮັກກັນແລ້ວ,ທັ້ງທີ່ເຮົາຈິງໃຈ,ຊື່ສັດບໍ່ເຄິຍເຮັດໃຫ້ເສຍໃຈກັບເລື່ອງທີ່ວ່າມີຄົນອື່ນແມ້ນແຕ່ເທື່ອດຽວ,ເຫດຜົນຍ້ອນຫຍັງ?

 
ສ້າງເມື່ອ ກ.ພ.. 3, 2011 15 ຄົນໂຫວດ, 0 ຄຳເຫັນ, ອ່ານ 305 ເທື່ອ
ຕໍ່ໜ້າຄົນທີ່ເຈົ້າຮັກ ຫົວໃຈເຈົ້າເຕັ້ນແຮງ ຕໍ່ໜ້າຄົນທີ່ເຈົ້າມັກ ເຈົ້າຮູ້ສຶກມີຄວາມສຸກ ຕໍ່ໜ້າຄົນທີ່ເຈົ້າຮັກ ເຈົ້າຈະໜ້າແດງ ຕໍ່ໜ້າຄົນທີ່ເຈົ້າມັກ ເຈົ້າຈະຍີ້ມອອກມາ ຕໍ່ໜ້າຄົນທີ່ເຈົ້າຮັກ ເຈົ້າຈະເຂີນອາຍ ຕໍ່ໜ້າຄົນທີ່ເຈົ້າມັກ ເຈົ້າເປີດເຜີຍຕົວຕົນຂອງເຈົ້າໄດ້ ເຈົ້າບໍ່ສາມາດສົບຕາຄົນທີ່ເຈົ້າຮັກກົງໆໄດ້ ແຕ່ ເຈົ້າຍີ້ມ ແລະ ສົບຕາຄົນທີ່ເຈົ້າມັກກົງໆໄດ້ ເມື່ອຄົນທີ່ເຈົ້າຮັກຮ້ອງໃຫ້ເຈົ້າຈະຮ້ອງໃຫ້ໄປກັບເຂົາ ແຕ່ເມື່ອຄົນທີ່ເຈົ້າມັກຮ້ອງໃຫ້ເຈົ້າຈະປອບເຂົາ ຄວາມຮູ້ສຶກຮັກເລີ່ມຕົ້ນຈາກດວງຕາ ຄວາມຮູ້ສຶກມັກເລີ່ມຕົ້ນຈາດທີ່ຫູ ສະນັ້ນຖ້າເຈົ້າຈະເລີກມັກຄົນທີ່ເຈົ້າມັກ ກໍພຽງແຕ່ ປິດຫູຂອງເຈົ້າເທົ່ານັ້ນກໍພໍ ແຕ່ຖ້ເຈົ້າພະຍາຍາມທີ່ຈະປິດຕາ ຮັກຈະກາຍເປັນນ້ຳຕາ ແລະ ເມື່ອເຈົ້າເປີດຕາຂື້ນອີກຄັ້ງ.......... ເຈົ້າຈະໄດ້ຮູ້ວ່າ ສີ່ງທີ່ເຈົ້າເສຍໄປຄືຄົນທີ່ເຈົ້າຮັກຫຼາຍທີ່ສຸດ. ໂດຍ: ນ້ອຍເດີ ຄົນທຳມະດາ

 
ສ້າງເມື່ອ ມ.ກ.. 27, 2011 11 ຄົນໂຫວດ, 0 ຄຳເຫັນ, ອ່ານ 350 ເທື່ອ
ໃນເວລາພົບໜ້າພໍ້ຕາກັນຫຼາຍຜູ້ຫຼາຍຄົນ ບາງເທື່ອເຮົາກໍບໍ່ສາມາດຮູ້ຈັກ ຫຼື ລື້ງເຄີຍກັບໝົດທຸກຄົນແມ່ນບໍ່ ? ສະນັ້ນ ຢາກໃຫ້ມີບັນຍາກາດມ່ວນຊື່ນ ເປັນກັນເອງ ສາມາດ ລົມກັນໄດ້ແບບເປີດອົກເປີດໃຈ ບໍ່ຮູ້ສຶກເຂີນອາຍວາດໃດວາດໜຶ່ງ ຢ່າງໜ້ອຍເຮົາກໍຄວນໄດ້ຮູ້ວ່າ: ນາງສາວຜູ້ງາມໆໜ້າຮັກ ຄົນທີ່ເຮົາຖືກຫູຖືກຕາກ່ວາໝູ່ ຫຼື ສົນໃຈຫຼາຍ ເປັນພິເສດນັ້ນ ຊື່ຫຍັງ ? ຢູ່ບ້ານໃດ ? ຮຽນໜັງສືບໍ ຫຼື ເຮັດວຽກຢູ່ໃສ ? ຂໍເບີໂທລະສັບ ຈະບໍ່ຜິດໃຈຄົນທີ່ນັ່ງຢູ່ໃກ້ໆ ຫຼື ຖືກໄມ້ຄ້ອນເຈົ້າຂອງເຂົາບໍ ?. ຄຳວ່າ ແນະນຳ ມີຄວາມໝາຍວ່າ: ບອກໃຫ້ຮູ້ທາງການພົບປະສັງສັນ ແມ່ນປະເພນີອັນດີງາມ ຊຶ່ງປັດຈຸບັນ ເປັນສິ່ງທີ່ຂາດບໍ່ໄດ້ ໃນການໄປມາຫາສູ່ ຄົບຄ້າສະມາຄົມ ກໍ ຄືແລກປ່ຽນເຊິ່ງກັນ ແລະ ກັນ ການແນະນຳໝູ່ຄູ່ໃຫ້ຮູ້ຈັກກັນນີ້ ຕາມທຳມະດາແລ້ວ ເຈົ້າພາບຄວນຈະເປັນເຈົ້າກີ້ເຈົ້າການ ຊ່ວຍແນະນຳແຕ່ລະຄົນ ທ່ານຄວນພາຜູ້ຊາຍ ໄປຫາແມ່ຍິງຄົນນັ້ນ ແລ້ວບອກຊື່ຂອງຝ່າຍຊາຍ ໃຫ້ຝ່າຍຍິງຮູ້ກ່ອນ ຫຼັງຈາກນັ້ນ ຈຶ່ງຄ່ອຍແນະນຳຊື່ຂອງຝ່າຍຍິງ ໃຫ້ຝ່າຍຊາຍຮູ້ຈັກຕາມລຳດັບ ໃນກໍລະນີ ຖ້າມີຜູ້ໃຫຍ່ ໄມ້ສູງ ທີ່ມີຖານະຕຳແໜ່ງຮ່ວມໃນວົງ ທ່ານຄວນພາຜູ້ຕຳແໜ່ງນ້ອຍ ໄປທັກທາຍສະບາຍດີ ດ້ວຍການແນະນຳຊື່ຂອງຜູ້ໃຫຍ່ ໃຫ້ຜູ້ນ້ອຍກ່ວາໄດ້ຮູ້ຈັກກ່ອນ ແລ້ວຈຶ່ງບອກ ຊື່ຂອງຜູ້ທີ່ນ້ອຍ ໃຫ້ຜູ້ໃຫຍ່ພາຍຫຼັງແນະນຳ ສ່ວນຫຼາຍແລ້ວ ຜູ້ໃຫຍ່ມັກຈະອວຍໄຊໃຫ້ພອນແກ່ຜູ້ທີ່ນ້ອຍ ໃຫ້ຕັ້ງໃຈຮຽນໜັງສື ຫຼືເຮັດວຽກມີຄວາມຈະເລີນກ້າວໜ້າ ມີສຸ ຂະພາບແຂງແຮງ ສຸກສົມຫວັງໃນສິ່ງທີ່ໄດ້ຕັ້ງໃຈໄວ້ ແລະ ໃຫ້ໄດ້ແຟນງາມໆ ... ໃນກໍລະນີ ຖ້າຫາກງານພົບປະຂອງທ່ານ ມີຄົນໂສດ ແລະ ຜູ້ທີ່ມີຄອບຄົວຮ່ວມຢູ່ໃນວົງດຽວກັນ ທ່ານກໍຄວນພາຍິງໂສດ ໄປທຳຄວາມລື້ງເຄີຍ ແນະນຳຕົວໃຫ້ຜູ້ເປັນແມ່ ເຮືອນນັ້ນໄດ້ຮູ້ຈັກ ໂດຍການບອກຊື່ສຽງຮຽງນາມຂອງແມ່ເຮືອນ ໃຫ້ຍິງໂສດຮັບຮູ້ເສຍກ່ອນ ແລ້ວຈຶ່ງບອກຊື່ຂອງຍິງໂສດ ຕໍ່ຜູ້ເປັນແມ່ເຮືອນຕາມຫຼັງ. ພິເສດ ຖ້າທ່ານພາໝູ່ຄູ່ ເພື່ອນສະຫາຍຜູ້ຮັກແພງ ທີ່ບໍ່ໄດ້ຖືກເຊີນໄປນຳ ທ່ານຄວນພາເພື່ອນສະຫາຍຂອງຕົນ ໄປທຳຄວາມຮູ້ຈັກກັບເຈົ້າຂອງເຮືອນ ດ້ວຍວິທີແນະນຳຊື່ຜູ້ ເປັນເຈົ້າຂອງເຮືອນ ໃຫ້ເພື່ອນສະຫາຍທ່ານໄດ້ຮັບຮູ້ກ່ອນ ແລ້ວຈຶ່ງຄ່ອຍແນະນຳຊື່ຂອງເພື່ອນ ໃຫ້ເຈົ້າຂອງເຮືອນໄດ້ຮູ້ຈັກ. ຄົນລາວເປັນຄົນໃຈດີ ຮູ້ໃຫ້ກຽດກັນ ສິ່ງສຳຄັນແມ່ນຄວາມເອື້ອເຟື້ອເພື່ອແຜ່ ເວົ້າຍົກຍ້ອງເອົາອົກເອົາໃຈກັນ ບູຮານວ່າ: ເວົ້າຖືກຂໍ້ ຂໍກິນກໍບໍ່ຖີ່ ແຕ່ຄັນຫາກເວົ້າບໍ່ຖືກຂໍ້ ແມ່ນຂໍຊື້ກໍໄລ່ໜີ (ຈ້າງກໍບໍ່ຂາຍ).

 
ສ້າງເມື່ອ ມ.ກ.. 27, 2011 6 ຄົນໂຫວດ, 0 ຄຳເຫັນ, ອ່ານ 555 ເທື່ອ
ຄົນເຮົາຈະຢູ່ໃນໂລກຄົນດຽວບໍ່ໄດ້ ຈິ່ງຈຳເປັນມີມິດໄວ້ເປັນຄູ່ຄິດ ຫຼື ຊ່ວຍເຫຼືອການງານຕາມໂອກາດ ບຸກຄົນທີ່ອ້າງຕົນເປັນມິດໃນໂລກ ມີ 2 ຄື ປາປະມິດ ມິດຊົ່ວຊ້າ ເລວຊາມ ມີເບື້ອງຫຼັງສົກກະປົກ ຄິດຄົດທໍລະຍົດຕໍ່ຜູ້ເປັນມິດຂອງຕົນ ກັນລະຍາມິດ ມິດຜູ້ມີຈິດໃຈດີງາມ ຍ່ອມຮ່ວມສຸກຮ່ວມທຸກ ກັບຜູ້ເປັນມິດຕະຫຼອດຊີວິດ. ຄຳວ່າ ກັນລະຍາມິດ ໄດ້ແກ່ຜູ້ສົມບູນດ້ວຍສັດທາ ຄື ການໄດ້ສະດັບຮັບຟັງ ການບໍລິຈາກ ຄວາມພຽນ ສະຕິ ສະມາທິ ແລະ ປັນຍາ. ກັນລະຍາມິດ ເມື່ອສະແຫວງຫາຄະຕິແຫ່ງທຳທັງຫຼາຍ ອັນເປັນກຸສົນ ແລະ ອະກຸສົນ ດ້ວຍສະຕິ ກໍຮູ້ຕາມຄວາມເປັນຈິງ ເຊິ່ງສິ່ງທີ່ເປັນປະໂຫຍດສຸກ ແກ່ສັດໂລກທັງຫຼາຍ ຍ່ອມມີຄວາມຄິດສະຫຼາດ ດ້ວຍສິ່ງທີ່ເປັນປະໂຫຍດສຸກດ້ວຍສະມາທິ ຍ່ອມສະກັດກັ້ນສັດໂລກທັງຫຼາຍ ຈາກສິ່ງທີ່ບໍ່ເປັນປະໂຫຍດ ແນະນຳສິ່ງທີ່ເປັນປະໂຫຍດ ດ້ວຍວິຣິ ຍະ ດັ່ງພຸດທະພາສິດວ່າ: ກັນລະຍາມິດ ຍ່ອມເປັນທີ່ຮັກທີ່ເຄົາລົບຍົກຍ້ອງນັບຖື ເປັນຜູ້ວ່າກ່າວ ເປັນຜູ້ຄວນແກ່ການວ່າກ່າວ ເປັນຜູ້ກ່າວຖ້ອຍຄຳອັນເລິກເຊິ່ງ ບໍ່ແນະນຳ ໃນສິ່ງທີ່ບໍ່ຄວນ. ຕາມທີ່ກ່າວມານີ້ ເປັນການສະແດງເຖິງລັກສະນະຂອງກັນລະຍາມິດ ເຊິ່ງທຳຜູ້ຄົບໃຫ້ສິ້ນສັງໂຍດ ປ່ຽນໃຈຈາກປຸຖຸຊົນເປັນອະຣິຍະ ເປັນຕົ້ນ ເຖິງຢ່າງນັ້ນກໍຕາມ ເຮົາທັງ ຫຼາຍ ເປັນປຸຖຸຊົນ ກໍຄວນສະແຫວງຫາຜົນຈາກກັນລະຍາມິດ ໄດ້ເຊັ່ນກັນ ກັນລະຍາມິດ ໝາຍເອົາບຸກຄົນຜູ້ມີສັດທາ ສິນ ສຸຕະ ຈາຄະ ວິຣິຍະ ສະຕິ ສະມາທິ ປັນຍາ. ສັດທາແປວ່າ ຄວາມເຊື່ອ ແບ່ງອອກຕາມລັກສະນະຂອງຄວາມເຊື່ອ ມີ 2 ຢ່າງ ຄື: ເຊື່ອໂດຍຕຶກຕອງແລ້ວ ມີເຫດຜົນທີ່ຄວນເຊື່ອ ເຊື່ອໂດຍບໍ່ໄດ້ຕຶກຕອງ ໃຫ້ເຫັນເຫດ ຜົນທີ່ຄວນເຊື່ອ ຄື: ເຊື່ອໂດຍງົມງວາຍ. ສິນແປວ່າ ຄື ເຈຕະນາທີ່ສຳລວມກາຍວາຈາ ເວັ້ນຈາກໂທດທີ່ບັນດິດເພິ່ງຄວນຫາ ໄດ້ແກ່ງົດເວັ້ນບໍ່ບຽດບຽນກັນ ຫຼື ເຮັດໃຫ້ຕົນໄດ້ຮັບຄວາມເດືອດຮ້ອນເສຍຫາຍ. ສຸຕະໄດ້ແກ່ການຟັງ ການຟັງທີ່ຈະໄດ້ປັນຍານັ້ນ ກໍຕ້ອງຕັ້ງໃຈຟັງ ເພາະເມື່ອຕັ້ງໃຈຟັງຍ່ອມຈຳໄວ້ໄດ້ ແຕ່ນັ້ນ ປັນຍາກໍເກີດຂຶ້ນ ຄື ໄດ້ຮູ້ເລື່ອງທີ່ດີມີປະໂຫຍດອັນຕົນ ຍັງບໍ່ເຄີຍໄດ້ຮູ້ມາ ເຖິງເຄີຍໄດ້ຟັງມາແລ້ວແຕ່ບໍ່ເຂົ້າໃຈ ເມື່ອໄດ້ຟັງແລ້ວ ກໍເຂົ້າໃຈຢ່າງແຈ່ມແຈ້ງ ຫາຍຈາກຄວາມສົງໃສ ແລະ ຈິດຍ່ອມຜ່ອງໃສ ເພາະມີຄວາມຮູ້ ຄວາມ ເຫັນຖືກຕ້ອງ ດັ່ງພຸດທະພາສິດວ່າ: ຟັງດ້ວຍດີຍ່ອມໄດ້ປັນຍາ. ຈາຄະໄດ້ແກ່ເສຍສະຫຼະ ວັດຖຸສິ່ງຂອງໆຕົນ ເພື່ອສົງເຄາະອະນຸເຄາະຜູ້ອື່ນ ໃນເມື່ອເຂົາຂາດ ແຄນຈຳ ເປັນເພາະໄພຕ່າງໆ ເຊັ່ນ: ໄພເກີດຈາກນ້ຳຖ້ວມ ໄພເກີດຈາກ ໄຟໄໝ້ ຖືກພາຍຸ ຫຼື ສະຫຼະເພື່ອບູຊາຄຸນ ເພາະການໃຫ້ເປັນເຄື່ອງຜູກມິດໄວ້. ວິຣິຍະໄດ້ແກ່ຄວາມພຽນ ຄືເປັນຜູ້ແກ້ວກ້າບໍ່ກ້າລຳບາກ ເພາະປະກອບການງານທີ່ຊອບ. ສະຕິໄດ້ແກ່ຄວາມລະນຶກໄດ້ ກ່ອນຈະເຮັດ ຈະເວົ້າ ຈະຄິດ ຫຼື ການກຳນົດຈົດຈຳງານທີ່ເຮັດ ຄຳທີ່ເວົ້າແລ້ວ ແມ້ນານໆກໍລະນຶກໄດ້ ປະໂຫຍດຂອງສະຕິ ຄືເຮັດໃຫ້ເປັນ ຜູ້ຕື່ນຢູ່ສະເໝີ ເມື່ອຕື່ນຢູ່ຄວາມຜິດພາດກໍມີໜ້ອຍ ເໝືອນຄົນຂັບລົດ ຂັບເຮືອມີສະຕິຄອຍ ລະວັງອຸປະຕິເຫດ ເຫດກໍເກີດໜ້ອຍ. ສະມາທິໄດ້ແກ່ຈິດທີ່ຕັ້ງໝັ້ນ ບໍ່ເລື່ອນລອຍໃນອາລົມຕ່າງໆ ທີ່ຜ່ານເຂົ້າມາທາງຕາ ຫູ ດັງ ລີ້ນ ກາຍ ແລະ ເກີດໃນໃຈເອງ ເພາະສະນັ້ນ ຈຶ່ງຕ້ອງມີການເຝິກ ການອົບ ຮົມ ເພື່ອໃຫ້ຈິດສະຫງົບຢູ່ຄົງທີ່ ທີ່ເອີ້ນວ່າ: ຈິດເປັນສະມາທິ ຈິດເປັນສະມາທິມີປະໂຫຍດສຸກ ດັ່ງພຸດທະພາສິດວ່າ: ຈິດທີ່ຝຶກດີແລ້ວ ຍ່ອມນຳສຸກມາໃຫ້. ປັນຍາໄດ້ແກ່ຄວາມສະຫຼຽວສະຫຼາດ ສາມາດຮູ້ທາງເສື່ອມ ແລະ ທາງຈະເລີນ ຫຼື ຮູ້ທຳມະດານິຍົມ ທັງທີ່ເປັນຄະດີໂລກ ແລະ ຄະດີທຳ ສາມາດນຳຕົນ ໃຫ້ພົ້ນຈາກ ຄວາມເສຍຫາຍ ແລະ ດຳເນີນໃນທາງດີ ນີ້ເປັນລັກສະນະຂອງປັນຍາ ປັນຍາດີມີປະໂຫຍດທີ່ວ່າ: ປັນຍາ ເປັນແກ້ວຂອງນໍລະຊົນ ແລະ ປັນຍາ ເປັນແສງສະຫວ່າງຂອງ ໂລກ. ໂດຍ: ພຣະ ໄພວັນ ມາລາວົງ

 
ສ້າງເມື່ອ ມ.ກ.. 27, 2011 20 ຄົນໂຫວດ, 0 ຄຳເຫັນ, ອ່ານ 466 ເທື່ອ
ເຫດການບໍ່ຄາດຄິດ ທີ່ເກີດຂຶ້ນຈາກຄວາມໂຫດຫ້ຽມຂອງຄົນຮ້າຍລາຍນີ້ ເກີດຢູ່ເມືອງຄູນ ແຂວງຊຽງຂວາງ ມື້ວັນທີ 3 ມັງກອນ 2011 ເຫດການນີ້ ເຮັດໃຫ້ນາງ ເວິ່ນ ຢູ່ ບ້ານນາດີ ເຂດງານເມືອງຄູນ ແຂວງຊຽງຂວາງ ຈົບຊີວິດລົງເມື່ອອາຍຸໄດ້ພຽງ 24 ປີ ທີ່ກຳລັງຕັ້ງທ້ອງລູກຫົວສາວ ປະມານ 5 ເດືອນ ຍ້ອນນ້ຳມືຜູ້ເປັນຜົວ ຄື ທ້າວ ສົມ ພອນ ອາຍຸ 38 ປີ ທີ່ຫວັງເອົາລູກຫຼອດ. ໃນວັນທີ 2 ມັງກອນ ທ້າວ ສົມພອນ ໄດ້ຖືປືນແກັບເຂົ້າປ່າໄປຫາຍິງນົກ ຮອດຕອນຄ້າຍຄ່ຳ ກໍກັບເມືອເຮືອນ ແລະ ບອກເມຍວ່າ ເຫັນລິ່ນໂຕໜຶ່ງ ຢູ່ໂກນໄມ້ ແຕ່ເອົາບໍ່ ໄດ້ ແລະ ໄດ້ອັດໄວ້ຢ່າງດີແລ້ວ ຮອດເວລາ 4:00 ໂມງເຊົ້າຂອງວັນທີ 3 ມັງກອນ ທ້າວ ສົມພອນ ໄດ້ພານາງ ເວິ່ນ ຜູ້ເປັນເມຍ ໄປນຳເອົາໂຕລິ່ນ ທ້າວ ສົມພອນ ໄດ້ ຖືຂວານຫອນໄປ 1 ດວງ ເມື່ອໄປຮອດກາງປ່າ ທ້າວ ສົມພອນ ໄດ້ປະກອບຂວານໃສ່ດ້າມ ລອງຕັດໄມ້ແຄມທາງ ແລ້ວພາເມຍໄປນັ່ງເຊົາຢູ່ແຄມຫ້ວຍ ເພື່ອກິນເຂົ້າເຊົ້າ ຫຼັງຈາກກິນເຂົ້າເຊົ້າແລ້ວ ທ້າວ ສົມພອນ ກໍນັ່ງຢູ່ຂອນໄມ້ ສ່ວນນາງ ເວິ່ນ ຜູ້ເປັນເມຍ ກໍນັ່ງຢູ່ກ້ອນຫີນ ປິ່ນຫຼັງໃສ່ຜົວ ທ້າວ ສົມພອນ ໄດ້ໂອກາດ ກໍຈັບຂວານຟັນຄໍ ທາງດ້ານຫຼັງນາງ ເວິ່ນ ລົ້ມລົງຄາທີ່ ແລ້ວ ທ້າວ ສົມພອນ ກໍແກ່ຂາຂ້າມຂອນໄມ້ໄປໄລຍະ 5,80 ແມັດ ແລ້ວກໍໃຊ້ຂວານຜ່າກະດູກ ແຕ່ກາງສັນຫຼັງ ລົງຈຳຮູທະວານ ເອົາມືງ້າງອອກສອງເບື້ອງ ແລ້ວຈົກເຂົ້າມົດລູກ ດຶງເອົາລູກນ້ອຍ ແລ້ວຍ່າງກັບຄືນເມືອບ້ານ ໄດ້ປະມານ 1 ກິໂລແມັດ ແລ້ວທ້າວ ສົມພອນ ໄດ້ດັງໄຟໃສ່ຂອນໄມ້ ຢ້າງ ເອົາລູກໃນພົກ ປະມານ 2 ຊົ່ວໂມງ ແລະ ຖິ້ມຂວານລົງ ເຜົາໃນເຕົາໄຟນັ້ນ ແລ້ວກໍກັບເມືອເຮືອນ ຮອດ 4:00 ໂມງເຊົ້າຂອງວັນທີ 4 ມັງກອນ 2011 ທ້າວ ສົມພອນ ໄດ້ກວາດເອົາເຄື່ອງຂອງມີຄ່າ ແລ້ວກໍໜີໄປຂຶ້ນລົດເມຢູ່ໂພນສະຫວັນ ເພື່ອລົງໄປວຽງຈັນ ເມື່ອຍາດພີ່ນ້ອງຮູ້ວ່ານາງ ເວິ່ນ ຖືກຂ້າຕາຍ ຍາດພີ່ນ້ອງ ແລະ ເຈົ້າໜ້າທີ່ ໄດ້ ໄລ່ຕິດຕາມໄປ ທັນຈັບຕົວຢູ່ເມືອງກາສີ ແຂວງວຽງຈັນ ໃນວັນດຽວກັນ ຕາມການສືບສວນ-ສອບສວນຂອງເຈົ້າໜ້າທີ່ ຜູ້ກ່ຽວໄດ້ຮັບສາລະພາບວ່າ ໄດ້ລົງມືຂ້ານາງ ເວິ່ນ ເພື່ອປຸ້ນເອົາລູກຫຼອດ ຕາມຄວາມເຊື່ອຂອງຕົນແທ້ ສ່ວນລູກທີ່ປຸ້ນໄດ້ນັ້ນ ຜູ້ກ່ຽວກັບວ່າໄດ້ຖິ້ມຕາມທາງ ເວລາຈອດລົດລົງຖ່າຍເບົາ ແຕ່ເລື່ອງນີ້ ເຈົ້າໜ້າທີ່ບໍ່ໄດ້ຫຼົດລະ ການສືບສວນ-ສອບສວນຫາຂໍ້ມູນທີ່ແທ້ຈິງ ເພາະການໃຫ້ປາກຄຳຂອງຜູ້ຕ້ອງຫາ ພຽງແຕ່ເປັນການຮັບສາລະພາບເບື້ອງຕົ້ນ ທ້າວ ສົມພອນ ອາຍຸ 38ປີ ເກີດຢູ່ບ້ານອໍ່ ຫຼຽງ (ພຽງສ້ຽວ) ເມືອງຫົວເມືອງ ແຂວງຫົວພັນ ຜູ້ຕ້ອງຫາລາຍນີ້ ອອກຈາກບ້ານແຕ່ອາຍຸ 18 ປີ ແລະ ບໍ່ມີທີ່ຢູ່ແນ່ນອນ ຮອດເດືອນ 5 ປີ 2010 ຈຶ່ງໄດ້ຍ້າຍໄປຢູ່ ແຂວງຊຽງຂວາງ ແລະ ແຕ່ງດອງກັບຜູ້ຖືກເຄາະຮ້າຍ ຄະດີທີ່ເກີດຂຶ້ນຈາກນ້ຳມືຂອງ ຜູ້ໃຈໂຫດຮ້າຍສາມານລາຍນີ້ ໄດ້ກາຍເປັນພາບສະເທືອນຂວັນ ແລະ ເປັນອັນຕະ ລາຍຮ້າຍແຮງຕໍ່ສັງຄົມ ທີ່ກົດໝາຍຈະຕ້ອງໄດ້ລົງໂທດ ຢ່າງສະສົມ.

 
ສ້າງເມື່ອ ມ.ກ.. 7, 2011 8 ຄົນໂຫວດ, 0 ຄຳເຫັນ, ອ່ານ 2457 ເທື່ອ
ອົງການກວດສອບແຫ່ງລັດ ຕ້ອງການລັດຖະກອນໃຫມ່ ຈົບປະລິນຍາຕີຂື້ນໄປ.ຈົບສາຂາວິຊາ: ສາຂາບໍລິຫານທຸລະກີດ, ບັນຊີ-ການເງິນ, ເສດຖະສາດ, ການເງິນ-ທະນາຄານ, ກົດໝາຍທຸລະກິດ, ກົດໝາຍການເງິນ ແລະ ຂົວທາງ. ສົນໃຈຕິດຕໍ່: 021 213550 ປິດທີ 21/01/11. ໂທດເດີບໍ່ຮູ້ວ່າຈະເອົາໄປລົງໃສ່ໃສ.

« ໜ້າກ່ອນນີ້  |  ເບິ່ງແບບສຳຫຼວດ 1-20 ຈາກທັງໝົດ 33  |  ໜ້າຕໍ່ໄປ »