ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ຕ.ລ.. 31, 2009 | ມີ 11 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

ການທີ່ຄົນໆຫນື່ງ ທຸ້ມເທ ຄວາມຮັກ ຄວາມຫ່ວງໄຍ ໃຫ້ກັບຄົນທີ່ຕົນເອງຮັກ ໂດຍບໍ່ຫວັງສີ່ງໃດຕອບແທນ ນັ້ນເປັນສີ່ງທີ່ປະເສີດແມ່ນບໍ່

ການທີ່ຮັກແບບບໍ່ມີເງື່ອນໄຂນັ້ນມັ້ນກໍ່ເປັນຄວາມຮັກທີ່ສຸດແສນຈະປະເສີດແຕ່ວ່າຄົນໆຫນື່ງທີ່ສຸດແສນທຳມະດາຄົນນີ້ຈະທົນຮັກແບບນັ້ນໄດ້ດົນປານໃດລະ

ການທີ່ຍອມເຮັດທຸກຢ່າງເພື່ອໃຫ້ຄົນທີ່ຕົ້ນເອງຮັກມີຄວາມສຸກ ມີຮອຍຍີ້ມ ນັ້ນກໍ່ພຽງພໍຈະເຮັດໃນສີ່ງເລົ່ານັ້ນຕໍ່ໄປ..........  ເມື່ອມີບຸກຄົນທີ່3 ເຂົ້າມາຫຍຸງລະເລີ້ມເປັນທີ່ສຳຄັນຂອງຄົນທີ່ເຮົາຮັກລະມັນຈະເກີດຫຍັງຂື້ນ ແລະ ມີຄຳຖານເປັນພັນໆຄຳເກີດຂື້ໃນຫົວໂຕເອງວ່າ ທັງຫມົດທີ່ເຮັດມາມັນຍັງບໍ່ພໍໃຫ້ນາງຄົນນັ້ນມີຄວາມສຸກແມ່ນບໍ່?

ຫຼືນາງຄົນນັ້ນຍັງບໍ່ພໍ, ທີ່ເຮົາເຮັດມາທັງໝົດນີ້ເພື່ອຫຍັງ? ເພື່ອຄວາມຮັກແມ່ນບໍ່? ເພື່ອໃຫ້ນາງຄົນນັ້ນມີຄວາມສຸກແມ່ນບໍ່, ແລ້ວໂຕເຮົາເອງກໍ່ມີຄວາມສຸກຄືກັນເວລາທີ່ຄົນທີ່ເຮົາຮັກມີຮອຍຍີ້ມ ແລະ ສຽງຫົວ...

ແລ້ວຖ້ານາງມີຄວາມສຸກຍ້ອນຊາຍຄົນໃຫມ່ເດລະ ເຮົາເອງຈະທົນມີຄວາມສຸກຕໍ່ໄປໄດ້ຫລືບໍ່? ເຮົາກກະເຄີຍສຳຄັນກັບນາງຫຼືບໍ່? ໂຕເຮົາເອງມີຄ່າພຽງໃດກັບນາງທີ່ເຮົາຮັກ? ແລະນາງເຄີຍຮັກເຮົາຫຼືບໍ່ ຖ້າເຮົາຕາຍຈາກໄປເດ ສິເສຍໃຈ ນຳເຮົາບໍ່...

             ແລະການເຮັດດີທັງໝົດນີ້ໃນສວນເລີກຂອງຫົວໃຈດວງນີ້ ກໍ່ມີຄວາມຫວັງວ່າຈັກມື້ຫນື່ງໂຕເຮົາເອງກໍ່ຈະກາຍເປັນຄົນສຳຄັນຄືກັບ ເຮົາໃຫ້ນາງເປັນຄົນສຳຄັນ ແລະຫວັງວ່າຈະໄດ້ຮັບຄວາມຮັກ ຕອບແທນຄືນມາ............

            ເມື່ອມີຄົນເຂົ້າມາແຊກກາງ ຈາກທີ່ເຮົາເຄີຍສຳຄັນຫນ້ອຍຢູ່ແລ້ວ ຈົນລືມໄປເລີຍວ່າຄົນໆນີ້ສຳຄັນ ນາງທີ່ເຮົາຮັກ ພ້ອມທີ່ຈະຍົກເລີກນັດນຳຄົນໆນີໄດ້ທຸກເວລາ ແລະ ໄປນຳອິກຄົນທີ່ບີນມາແຕ່ເມກາ ມາເບີ່ງໂຕ ນາງບອກວ່າເຂາກະມາແຄ່ເຄີງເດື່ອນ ຂໍເວລາໃຫ້ນາງໄດ້ຄົບຫາເບີ່ງນີໃສ ກ່ອນວ່າສິຕັດສີນໃຈຄົບໃຜດີ ເຊີງ ຄົນໆ ນັ້ນ ເມືອ ຮູ້ຂ່າວນຳຫຼັງມາກະແມ່ນໝູ່ ກັນເອງ ແຕ່ວ່າມັນບໍ່ຮູ້ວ່າມີເຮົາຢູ່ຈຸດນີ້ກ່ອນແລ້ວ ແລະຂ້າພະເຈົ້າເຄີຍເວົ້າວ່າ ຊິໄປບອກໃຫ້ບັກໝູ່ເລວຮູ້ ວ່າ ລົມແຟນໃຜ ອັນທີ່ຈີງແລ້ວ ທຸກຄົນນັ້ນມີສິດເລືອກ ເລືອກໃນສີ່ງທີ່ດີທີ່ສຸດໃຫ້ກັບຊີວິດຕົນເອງ ແຕ່ ວ່າການເລືອກແບບນີ້ມັນ ຖືກຫຼືບໍ່ ....      ແລ້ວຖ້າ ສົມມຸດວ່າ ໄປເຂົ້!ນຳ ຂະເຈົ້າໄດ້ເດແລ້ວ ນາງຊິເຮັດແນວໃດນຳຄົນໆນີ  ຊິຕັດຫາງກັນປ່ອຍວັດເລີຍແມ່ນບໍ່.................

ແລ້ວຄຳທີ່ນາງເຄີຍບອກວ່າເຮົາສຳຄັນກັບນາງລະບໍ່ຢາກໃຫ້ໄປຈາກຊີວິດຂອງນາງໝາຍຄວາມວ່າແບບໃດລະ ຢາກເອົາໄວ້ແກ້ເຊັງຫຼືວ່າແບບໃດ..........

ແບບນີ້ເອີນວ່າສຳຄັນໄດ້ຫຼືບໍ່...............

ແລະຂ້າພະເຈົ້າໄດຊວນໄປວຽນທຽນທາດຫຼວງເຊີ່ງໄດ້ນັດ ໄວ້ໄດ້ເຄີ່ງປີແລ້ວ ບາດນີ້ຊິໄປແຄ່ໃສ່ບາດ ວຽນທຽນແມ່ນ ຖ້າໃຫ້ຂະເຈົ້າບໍ່ຊວນແລ້ວເຮົາຈື່ໄດ້ໄປນຳ ຖ້າຂະເຈົ້າຊວນ ແມ່ນຄົນໆນີ້ຕ້ອງນອນຮ້ອງໄຫ້ຢູ່ຄົນດຽວແນ່ນອນ  ການທີ່ຂ້າພະເຈົ້າຮຽກຮ້ອງ ສິດ ແລະຄວາມສຳຄັດ ພັດຫາ ວ່າ ເຮົາເຫັນແກ່ໂຕ (ເພີ່ນຢ່າເຫັນແກ່ໂຕຫຼາຍ) ແລ້ວໃຜກັນແທ້ທີ່ເຫັນແກ່ໂຕ, ທັງໆ ທີ່ຄົນໆນີ້ບໍ່ເຄີຍຊິນອກໃຈຍີງຄົນນີ້ແມ້ແຕ່ເທື່ອດຽວ.

ແລ້ວແບບນີ້ຫວາ ທີ່ຮ້ອງ ເຮົາວ່າ"ຄົນສຳຄັນ"



ຂຽນເມື່ອ ຂຽນເມື່ອ: ມ.ນ.. 12, 2009 | ມີ 21 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

ການເປັນຄົນທີ່ບໍ່ເຄີຍຖືກຮັກນີ້ແສນຈະທໍລະມານ...

ໄດ້ເປັນແຄ້ເງົາຂອງຄົນຮັກເກົ່າຂອງເຂົາ

ການເປັນແຄ້ເງົານີ້ຫມາຍເຖີ່ງຫຍັງຫວາ...

ກໍ່ແມ່ນພະຍາຍາມໃຫ້ເຮົາປ່ນທຸກຢ່າງ ປ່ຽນຕົວເອງໃຫ້ຄືກັບຄົນຮັກເກົ່າຄົນນັ້ນທີ່ເຂົາຍັງບໍ່ທັນລືມ (ລືມບໍ່ລົງ).

ໃນເວລາທີ່ແັນເກົ່າຄົນນັ້ນກັບມາເຮົາກໍ່ກາຍເັປັນຫມາຫົວເນົາທຸກເທື່ອ.

ເວລາທີຄົນຮັກເກົາກັບໄປອິກກໍ່ກັບມາຫາເຮົາຄືເກົ່າ, ປາກກໍ່ບອກວ່າຫມູ່ກັນແຕ່ການກະທຳມັນສວນທາງ...

ໂຕເຮົາຈະມີຄ່າແຕ່ໃນເວລາທີ່ເຂົາເຫງົາເທົ່ານັ້ນ.

ເປັນຄືກັບຫມານ້ອຍທີ່ເຂົາຈະຫລີ້ນນຳແຕ່ເວລາທີ່ເຊັງບໍ່ມີຫຍັງເຮັດ ເວລາເບື່ອກໍ່ປ່ອຍໃຫ້ຫມານ້ອຍໂຕນີ້ເຫງົາຢູ່ໂຕດຽວ...

ໄດ້ເປັນພຽງຂອງຫຼີ້ນຍາມທີ່ເຂົາເຫງົາໃຈ....

ຊິເຮັດແນວໃດໃດ້ ຈັ່ງໃດກໍ່ເປັນແຄ້ເງົາຂອງຄົນທີ່ເຂົາຮັກ....

 

ຂຽນເມື່ອ ຂຽນເມື່ອ: ມ.ກ.. 30, 2009 | ມີ 27 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

ເຄີຍໂງ່ບໍ່...

ໂງ່ທີ່ຄິດວ່າ................ຄວາມພະຍາຍາມຢູ່ໃສຄວາມສຳເລັດຂະຢູ່ຫັ້ນ

ໂງ່ທີ່ຄິດວ່າ................ມີບາງຄົນໃຫ້ຄວາມສຳຄັນກັບເຮົາຫລາຍກ່ວາຄົນອື່ນ

ໂງ່ທີ່ຄິດວ່າ................ຄົນທີ່ເຮົາຮັກເຂົາຈະຮັກແຕ່ເຮົາຄົນດຽວ

ໂງ່ທີ່ຄິດວ່າ................ຄົນທີເຮົາດີໃຈເມື່ອຢູ່ໃກ້ ເຂົາຈະບໍ່ເປັນຄົນທີ່ເຮັດໃຫ້ເຮົາເສີຍໃຈທີ່ສຸດ

ໂງ່ທີ່ຄິດວ່າ................ເຮົາມີມີຄວາມສຳຄັນກັບໃຜຄົນໜື່ງຈົນເຂົາຂາດເຮົາບໍ່ໄດ້

ໂງ່ທີ່ຄິດວ່າ................ການຂີ້ຕົວະຈະບໍ່ເກີດຂື້ນກັບຄົນຮັກທີ່ຮັກເຮົາແທ້

ໂງ່ທີ່ຄິດວ່າ................ຄຳຫວານຈາກປາກເຂົາ ເຂົາເວົ້າເພາະເປັນຫ່ວງເຮົາແທ້

ໂງ່ທີ່ຄິດວ່າ................ເວລາເຮົາຕ້ອງການເຂົາທີ່ສຸດເຂົາຈະຢູ່ຂ້າງເຮົາສະເໝີ

ຢາກສະຫຼາດບໍ່

ສະຫລາດພໍທີ່ຈະເຂົ້າໃຈວ່າ...................ຄວາມພະຍາຍາມບາງຄັ້ງນັ້ນມັນກະເປັນພຽງຄວາມພະຍາຍາມ

ສະຫລາດພໍທີ່ຈະເຂົ້າໃຈວ່າ...................ຢ່າຫວັງວ່າໃຜຈະມາເຫັນຕົວເຮົາສຳຄັນໄປກ່ວາຕົວເຂົາເອງ

ສະຫລາດພໍທີ່ຈະເຂົ້າໃຈວ່າ...................ຄົນທີ່ເຮົາຮັກ  ບາງທີ່ເຂົາອາດຈະມີຄົນທີເຂົາຮັກ

ສະຫລາດພໍທີ່ຈະເຂົ້າໃຈວ່າ...................ຄົນທີ່ເຮົາຢູ່ໃກ້ເຂົາແລ້ວມີຄວາມສຸກ ອດເປັນຄົນດຽວກັບຄົນທີ່ທຳຮ້າຍເຮົາໃຫ້ເສຍໃຈທີ່ສຸດ

ສະຫລາດພໍທີ່ຈະເຂົ້າໃຈວ່າ...................ຄຳຫວານທີ່ອອກຈາກປາກເຂົາ  ເຂົາເວົ້າເພາະເຂົາມັກເວົ້າແບບນັ້ນນຳຜູ້ອື່ນສະເໝີ

ສະຫລາດພໍທີ່ຈະເຂົ້າໃຈວ່າ...................ການຂີ້ຕົວະເກີດຂື້ນຕະຫລອດເວລາ ບໍ່ວ່າຈະແມ່ນໃຜກໍ່ຕາມ

ສະຫລາດພໍທີ່ຈະເຂົ້າໃຈວ່າ...................ຄົນທີ່ເຮົາຮັກອາດເປັນຄົນດຽວກັບຄົນທີ່ບໍ່ເຄີຍຮັກເຮົາ

ສະຫລາດພໍທີ່ຈະເຂົ້າໃຈວ່າ...................ເວລາທີເຮົາຕ້ອງການເຂົາທີ່ສຸດອາດເປັນເວລາດຽວກັນກັບເວລາທີ່ເຂົາໝົດຮັກເຮົາແລ້ວ


"ການທີ່ຍອມໂງ່ແບບນີ້ກະຍ້ອນວ່າ ບໍ່ຢາກເສຍເຂົາໄປແຕ່ກໍ່ອຍາກສະຫລາດໃນເວລາດຽວກັນ ເພື່ອຈະໄດ້ບໍ່ເປັນໂຕຕະລົກໃຫ້ເຂົາຫຼອກຕໍ່ໄປ"
ຂຽນເມື່ອ ຂຽນເມື່ອ: ມ.ກ.. 18, 2009 | ມີ 35 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

ອັນວ່າຜູ້ຍິງມັກຄົນຊົ່ວນັ້ນເປັນຄວາມຈິງຫຼືບໍ່?

ບັນຫານີ້ອາດມີຫລາຍຕນສົງໃສວ່າເປິນແນວໃດ?ແມ່ນແທ້ຫຼືບໍ່

ຫຼືວ່າເປັນຄຳທີເວົ້າໃຫ້ຜູ້ຍິງເສຍຫາຍຊື່ໆ

ອັນນີ້ເປັນເລື້ອງທີຂ້າພະເຈົ້າພົບພໍ້ມາແລະສະຫຼຸບໄດ້ຈາກປະສົບການຊີວິດຈີງ.

ກັບເຫດການຮັກຄັ້ງແລກ...ຮັກຄັ້ງແລກນັ້ນບັນດາເພື່ອນຊາຍຫລາຍໆຄົນກໍ່ອາດຈະເຄີຍເຈີຄືກັນ

ແບບວ່າຮັກຫມູ່ທີ່ຮຢນນຳກັນລະໄປລົມ.ລົມກະລົມບໍ່ເປັນຊ້ຳ...

ກະຕອນໄປລົມສາວເນາະກະແຕ່ງໂຕສຸພາບເວົ້າມ່ວນມ່ວນສຸພາບບຸລຸດເຮັດທຸກຢ່າງໃຫ້ສາວເຫັນວ່າເຮົາດີ...

ບາດທີແລ້ວມາລະບອກວ່າເປັນຫມູ່ກັນ.ລະມັນຫມາຍຄວາມວ່າແນວໄດ? ກະລົມເປັນແຟນຸ້າຫມູ່ກະເປິນຢູ່ແລ້ວເດ້???

ລະຖາມໄປວ່າເປິນແັນບ່ອໄດ້ຫວາ?ຢາກເປັນແຟນ...ບໍ່ເຮົາຫມຼ່ກັນເປັນຫມູ່ກັນ

ລະຜູ້ຂ້າລະມີຄຳຖາມຢູ່ເຕັມຫົວເລີຍ...ລະຖາມໄປວ່າເປັນຫຍັງຄືບໍ່ໃຫ້ເປັນແຟນ       ໂດນມາເລີຍ    ຄຳຕອບຊອກໂລກ

"ເຈົ້າດີເກີນໄປ" ຊອກໄປເລີຍປາກຄາງກະໄຕສັ່ນເວົ້າບໍ່ໄດ້ປາກບໍ່ອອກ

ໄດ້ແຕ່ຄິດໃນໃຈວ່າ

"ສະຫລຸບວ່າມືງມັກຄົນຊົ່ວກະບໍ່ບອກກູແຕ່ແລກວ່າມັກຄົນຊົ່ວ ມືງຄືບໍ່ບອກກູແຕ່ແລກວ່າມັກຄົນຊົ່ວ ກູກະບໍ່ໄດ້ດິບດີມາແຕ່ໃສດອກຫວະ ກະຢາກໃຫ້ມືງຮັກຫະແລະຈື່ງເຮັດໂຕດີແບບນີ້ນະ"

"ກູນຶແລະໂຄດເລວເລີຍບໍ່ບອກກູແຕ່ແລກ"

 

ຫຼັງຈາກນັ້ນກໍ່ເລວມາຕະຫລອດເມືອຍໃສ່ຫນ້າກາກ ລະວ່າມີແຈ່ຜູ້ມາຕິດ   555

ຊົ່ວລະມັກ ອັນນີ້ລະທີວ່າຜູ້ຍິງມັກຄົນຊົ່ວນະ.....

 

 

ບໍ່ຮູ້ວ່າກະທູ້ແບບນີ້ເຄີຍມີຄົນຕັ້ງມາກ່ອນຫລືບໍ່ ຖ້າມີແລ້ວໄປທິບຂອງຜູ້ອື່ນກໍ່ຂໍອະໄພມາຍັງທີ່ນີ້ດ້ວຍ...

ດ້ວຍຄວາມນັບຖືແລະຮັກແພງ....