ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ມ.ກ.. 25, 2009 | ມີ 10 ຄຳເຫັນ ແລະ 0 trackback(s)

ຄຳວ່າລູກຜູ້ຊາຍແມ່ນມີຄວາມຫມາຍແນວໄດແທ້ອັນວ່າລູກຜູ້ຊາຍນິ...

ກະຫລາຍຄົນກະໃຫ້ນິຍາມໃຫ້ຄວາມຫມາຍຂອງຄຳວ່າລູກຜູ້ຊາຍໃນແງ່ຂອງແຕ່ລະຄົນທີແຕກຕ່າງກັນອອກໄປ.

ບາງຄົນກໍ່ວ່າຜູ້ຊາຍຕ້ອງເປິນຜຼ້ນຳສະເໝີ,ບາງຄົນກໍ່ວ່າຜູ້ຊາຍຕ້ອງແຂງແຮງ ຕ້ອງມີສັກສີ...

ແຕ່ໃນນີ້ຂ້າພະເຈົ້າຂະໃຫ້ນິຍາມຂອງຄຳວ່າລູກຜູ້ຊາຍໃນແບບຊະບັບຂອງຂ້າພະເຈົ້າເອງ.

ລູກຜູ້ຊາຍແມ່ນຕ້ອງຕ້ອງມີຄວາມສາມາດໃນດ້ານໄດດ້ານ1ເພື່ອຈະເອົາດີໃນດ້ານນັ້ນໃຫ້ໄດ້.

ລູກຜູ້ຊາຍບໍ່ເປັນພາລະໃຫ້ຜູ້ໃດເມື່ອເຮົາມີວິຊາອາຊີບມີມືມີຕີນພໍສິໄປຫາມາໄດ້ແລ້ວ.

ລູກຜູ້ຊາຍຕ້ອງທຸ້ມເທແຮງກາຍແຮງໃຈເພື່ອປົກປ້ອງຄົນທີ່ຕົນຮັກຢ່າງສຸດຊີວິດ.

ລູກຜູ້ຊາຍຕ້ອງມີຄວາມກ້າທີຈະເປັນຜູ້ນຳແລະເປັນຜຼ້ຈາມຫລັງໃນຄະນະດຽວກັນ.

ລູກຜູ້ຊາຍຕ້ອງມີສັດຈະຮັກສາຄຳເວົ້າ ສັນຍາແລ້ວຕ້ອງເຮັດໃຫ້ໄດ້.

ລູກຜູ້ຊາຍຕ້ອງ້າສູ້ວຽກທຸກຢ່າງທີ່ບໍ່ເຫນືອບ່າກວ່າແຮງ...

ລູກຜູ້ຊາຍຕ້ອງຮູ້ຈັກການໃຫ້ກຽດຜູ້ອື່ນ.

ລູກຜູ້ຊາຍຕ້ອງຍອມຮູ້ຮັບຜົນແພ້ຊະນະ.