ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ສ.ຫ.. 12, 2011 | ມີ 12 ຄຳເຫັນ ແລະ 0 trackback(s)

ພວກທ່ານເຄີ່ຍເປັນບໍ່ໝູ່ທີ່ຮຽນມານຳກັນນັ້ນ ບໍ່ຄິດວ່າເຮົາເປັນໝູ່ ແຕ່ເຮົາພັດຄິດວ່າພວກເຂົາເຫຼົ່ານັ້ນເປັນໝູ່ ຮັກ ໝູ່ແພງ..............................

ເລື້ອງກະມີຢູ່ວ່າ ຕອນຮຽນຢູ່ມັດທະຍົມນັ້ນ ໃນຫ້ອງ ມີນັກຮຽນຊາຍແບ່ງກັນ ເປັນ 2 ກຸ່ມ: ກຸ່ມ1ແມ່ນພວກ ເດັກນ້ອຍຫຼີ້ນແນວໄລ້ສາລະໄປວັນໆ ອີກກຸ່ມໜື່ງແມ່ນ ພວກໄວລຸ້ນທີ່ມັກລົມກັນເລື້ອງຜູ້ສາວ

ລົມເລື້ອງ ສະຖານະການບ້ານເມືອງ(ຂ້າພະເຈົ້າຢູ່ໃນກຸ່ມນີ້) ເປັນວຽກເປັນການ ກ່ວາ ພວກ ເດັກນ້ອຍ ນັ້ນ.......

ແຕ່ພໍເຂົ້າຮຽນມະຫາໄລກະພາກັນເປັນຜູ້ໃຫຍ່ຂື້ນ ກະມີການນັດພົບລ້ຽງລຸ້ນກັນເລື້ອຍໆ ມີຄົນລະພວກກະກາຍເປັນກຸ່ມດຽວກັນ ຄິດວ່າເປັນພວກດຽວກັນແລ້ວ

ພານມາກະຫຼາຍປີລະມາ ຮາລະວີນ ປີກ່ອນ ຂ້າພະເຈົ້າໄດ້ໄປຫຼີ້ນເທັກແຫ່ງໜື່ງ ລະໄດ້ໄປເຈີກັບໝູ່ກຸ່ມນັ້ນໂດຍບັງເອີນ ເມືອ ອອກຈາກເທັກແລ້ວ ກໍ່ພາກັນອອກໄປກີນຕໍ່

ທີ່ບ້ານໝູ່ຄົນໜື່ງເຊີ່ງເຄີຍຢູ່ໃນອິກກຸ່ມທີ່ບໍ່ແມ່ນກຸ່ມຂ້າພະເຈົ້າ ແຕ່ເມື່ອກັບມີໝູ່ຄົນ1 ໄດ້ເກີດ ອຸບັດເຫດ ເສຍຊີວິດ...

ເຊີ່ງເມື່ອ3ອາທິດກ່ອນນີ້ພວກນັ້ນໄດໄປເຮັດບຸນເຖີງໝູ່ຄົນທີ່ເສຍຊີວິດໄປແລ້ວນັ້ນ... ແລະ ເມື່ອຂ້າພະເຈົ້າໄດ້ຂ່າວມາ ຂ້າພະເຈົ້າ ກໍ່ຢາກຈະຕິດຕໍ່ຮ່ວມທຳບຸນນຳເຊີ່ງກ່ອນຊິຮູ້ກໍ່ຢ້ອນມີໝູ່ອີກຄົນທີ່ເປັນຄົນ ກາງ ແລະ ຍ້ອນຂ້າພະເຈົ້າໄດ້ນັດໝູ່ຄົນນັ້ນໄປຊຸມແຊວບັງເອີນວ່າມື້ທີ່ນັດເປັນມື້ເຮັດບຸນໃຫ້ໝູ່ຄົນທີ່ເສຍຊີວິດ, ໝູ່ຄົນນັ້ນກໍ່ໄດ້ຊວນໃຫ້ໄປເຮັດບຸນນຳກັນແຕ່ວ່າພວກກຸ່ມຄົນທີ່ຂ້າພະເຈົ້າຄິດວ່າເປັນໝູ່ກັນ ນັ້ນກໍ່ໄດ້ເວົ້າກັນວ່າຢ່າຊວນໝູ່ເຮົາມີແຕ່ເທົ່ານີ້ພໍແລ້ວ ລະໝູ່ຄົນທີ່ຊວນຂ້າພະເຈົ້ານັ້ນກໍ່ໄດ້ເວົ້າອີກວ່າ  ອ້າວ ຊວນຂ້າພະເຈົ້າຕື່ມແມ້ໝູ່ກັນຕົ່ວ....... ແຕ່ຄຳຕອບທີ່ໝູ່ທີ່ຊວນພວກຂ້າພະເຈົ້າໄດ້ ຮັບມານັ້ນ

"ບໍ່ຕ້ອງຊວນມັນ ພວກກູ່ບໍ່ຖືກກັບມັນ" ອ້າວລະຜິດກັນຕອນໃດຄືບໍ່ຮູ້ວ່າຜິດກັນຫວະ ລະແມ່ນຫຍັງຄືວ່າຜິດກັນ ເຈີ້ກັນແຕ່ລະເທື່ອກະຍັງ ເວົ້ານົວຫົວມ່ວນກັນຢູ ຊຸມເຫຼົາກັນຈົນເມົານຳກັນກະບັກຫຼາຍໆເທື່ອ ກະຈົນຄິດວ່າເປັນໝູ່ແທ້..............................................................................................................................................................................................................................

ຫຼົງຄິດວ່າເປັນໝູ່ກັນຕັ້ງດົນທີ່ແທ້ກະບໍ່ແມ່ນ ແຄ່ເຮັດດີຕໍ່ໜ້າ ຫຼັບຫຼັງລະມັນຊັງກັນ

ພວກທ່ານເຄີຍເຈີ້ເຫດ ການແບບນີ້ ຫຼືບໍ່..................