ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ມ.ກ.. 30, 2009 | ມີ 27 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

ເຄີຍໂງ່ບໍ່...

ໂງ່ທີ່ຄິດວ່າ................ຄວາມພະຍາຍາມຢູ່ໃສຄວາມສຳເລັດຂະຢູ່ຫັ້ນ

ໂງ່ທີ່ຄິດວ່າ................ມີບາງຄົນໃຫ້ຄວາມສຳຄັນກັບເຮົາຫລາຍກ່ວາຄົນອື່ນ

ໂງ່ທີ່ຄິດວ່າ................ຄົນທີ່ເຮົາຮັກເຂົາຈະຮັກແຕ່ເຮົາຄົນດຽວ

ໂງ່ທີ່ຄິດວ່າ................ຄົນທີເຮົາດີໃຈເມື່ອຢູ່ໃກ້ ເຂົາຈະບໍ່ເປັນຄົນທີ່ເຮັດໃຫ້ເຮົາເສີຍໃຈທີ່ສຸດ

ໂງ່ທີ່ຄິດວ່າ................ເຮົາມີມີຄວາມສຳຄັນກັບໃຜຄົນໜື່ງຈົນເຂົາຂາດເຮົາບໍ່ໄດ້

ໂງ່ທີ່ຄິດວ່າ................ການຂີ້ຕົວະຈະບໍ່ເກີດຂື້ນກັບຄົນຮັກທີ່ຮັກເຮົາແທ້

ໂງ່ທີ່ຄິດວ່າ................ຄຳຫວານຈາກປາກເຂົາ ເຂົາເວົ້າເພາະເປັນຫ່ວງເຮົາແທ້

ໂງ່ທີ່ຄິດວ່າ................ເວລາເຮົາຕ້ອງການເຂົາທີ່ສຸດເຂົາຈະຢູ່ຂ້າງເຮົາສະເໝີ

ຢາກສະຫຼາດບໍ່

ສະຫລາດພໍທີ່ຈະເຂົ້າໃຈວ່າ...................ຄວາມພະຍາຍາມບາງຄັ້ງນັ້ນມັນກະເປັນພຽງຄວາມພະຍາຍາມ

ສະຫລາດພໍທີ່ຈະເຂົ້າໃຈວ່າ...................ຢ່າຫວັງວ່າໃຜຈະມາເຫັນຕົວເຮົາສຳຄັນໄປກ່ວາຕົວເຂົາເອງ

ສະຫລາດພໍທີ່ຈະເຂົ້າໃຈວ່າ...................ຄົນທີ່ເຮົາຮັກ  ບາງທີ່ເຂົາອາດຈະມີຄົນທີເຂົາຮັກ

ສະຫລາດພໍທີ່ຈະເຂົ້າໃຈວ່າ...................ຄົນທີ່ເຮົາຢູ່ໃກ້ເຂົາແລ້ວມີຄວາມສຸກ ອດເປັນຄົນດຽວກັບຄົນທີ່ທຳຮ້າຍເຮົາໃຫ້ເສຍໃຈທີ່ສຸດ

ສະຫລາດພໍທີ່ຈະເຂົ້າໃຈວ່າ...................ຄຳຫວານທີ່ອອກຈາກປາກເຂົາ  ເຂົາເວົ້າເພາະເຂົາມັກເວົ້າແບບນັ້ນນຳຜູ້ອື່ນສະເໝີ

ສະຫລາດພໍທີ່ຈະເຂົ້າໃຈວ່າ...................ການຂີ້ຕົວະເກີດຂື້ນຕະຫລອດເວລາ ບໍ່ວ່າຈະແມ່ນໃຜກໍ່ຕາມ

ສະຫລາດພໍທີ່ຈະເຂົ້າໃຈວ່າ...................ຄົນທີ່ເຮົາຮັກອາດເປັນຄົນດຽວກັບຄົນທີ່ບໍ່ເຄີຍຮັກເຮົາ

ສະຫລາດພໍທີ່ຈະເຂົ້າໃຈວ່າ...................ເວລາທີເຮົາຕ້ອງການເຂົາທີ່ສຸດອາດເປັນເວລາດຽວກັນກັບເວລາທີ່ເຂົາໝົດຮັກເຮົາແລ້ວ


"ການທີ່ຍອມໂງ່ແບບນີ້ກະຍ້ອນວ່າ ບໍ່ຢາກເສຍເຂົາໄປແຕ່ກໍ່ອຍາກສະຫລາດໃນເວລາດຽວກັນ ເພື່ອຈະໄດ້ບໍ່ເປັນໂຕຕະລົກໃຫ້ເຂົາຫຼອກຕໍ່ໄປ"
Delicious Digg Fark Twitter