ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ຕ.ລ.. 31, 2009 | ມີ 11 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

ການທີ່ຄົນໆຫນື່ງ ທຸ້ມເທ ຄວາມຮັກ ຄວາມຫ່ວງໄຍ ໃຫ້ກັບຄົນທີ່ຕົນເອງຮັກ ໂດຍບໍ່ຫວັງສີ່ງໃດຕອບແທນ ນັ້ນເປັນສີ່ງທີ່ປະເສີດແມ່ນບໍ່

ການທີ່ຮັກແບບບໍ່ມີເງື່ອນໄຂນັ້ນມັ້ນກໍ່ເປັນຄວາມຮັກທີ່ສຸດແສນຈະປະເສີດແຕ່ວ່າຄົນໆຫນື່ງທີ່ສຸດແສນທຳມະດາຄົນນີ້ຈະທົນຮັກແບບນັ້ນໄດ້ດົນປານໃດລະ

ການທີ່ຍອມເຮັດທຸກຢ່າງເພື່ອໃຫ້ຄົນທີ່ຕົ້ນເອງຮັກມີຄວາມສຸກ ມີຮອຍຍີ້ມ ນັ້ນກໍ່ພຽງພໍຈະເຮັດໃນສີ່ງເລົ່ານັ້ນຕໍ່ໄປ..........  ເມື່ອມີບຸກຄົນທີ່3 ເຂົ້າມາຫຍຸງລະເລີ້ມເປັນທີ່ສຳຄັນຂອງຄົນທີ່ເຮົາຮັກລະມັນຈະເກີດຫຍັງຂື້ນ ແລະ ມີຄຳຖານເປັນພັນໆຄຳເກີດຂື້ໃນຫົວໂຕເອງວ່າ ທັງຫມົດທີ່ເຮັດມາມັນຍັງບໍ່ພໍໃຫ້ນາງຄົນນັ້ນມີຄວາມສຸກແມ່ນບໍ່?

ຫຼືນາງຄົນນັ້ນຍັງບໍ່ພໍ, ທີ່ເຮົາເຮັດມາທັງໝົດນີ້ເພື່ອຫຍັງ? ເພື່ອຄວາມຮັກແມ່ນບໍ່? ເພື່ອໃຫ້ນາງຄົນນັ້ນມີຄວາມສຸກແມ່ນບໍ່, ແລ້ວໂຕເຮົາເອງກໍ່ມີຄວາມສຸກຄືກັນເວລາທີ່ຄົນທີ່ເຮົາຮັກມີຮອຍຍີ້ມ ແລະ ສຽງຫົວ...

ແລ້ວຖ້ານາງມີຄວາມສຸກຍ້ອນຊາຍຄົນໃຫມ່ເດລະ ເຮົາເອງຈະທົນມີຄວາມສຸກຕໍ່ໄປໄດ້ຫລືບໍ່? ເຮົາກກະເຄີຍສຳຄັນກັບນາງຫຼືບໍ່? ໂຕເຮົາເອງມີຄ່າພຽງໃດກັບນາງທີ່ເຮົາຮັກ? ແລະນາງເຄີຍຮັກເຮົາຫຼືບໍ່ ຖ້າເຮົາຕາຍຈາກໄປເດ ສິເສຍໃຈ ນຳເຮົາບໍ່...

             ແລະການເຮັດດີທັງໝົດນີ້ໃນສວນເລີກຂອງຫົວໃຈດວງນີ້ ກໍ່ມີຄວາມຫວັງວ່າຈັກມື້ຫນື່ງໂຕເຮົາເອງກໍ່ຈະກາຍເປັນຄົນສຳຄັນຄືກັບ ເຮົາໃຫ້ນາງເປັນຄົນສຳຄັນ ແລະຫວັງວ່າຈະໄດ້ຮັບຄວາມຮັກ ຕອບແທນຄືນມາ............

            ເມື່ອມີຄົນເຂົ້າມາແຊກກາງ ຈາກທີ່ເຮົາເຄີຍສຳຄັນຫນ້ອຍຢູ່ແລ້ວ ຈົນລືມໄປເລີຍວ່າຄົນໆນີ້ສຳຄັນ ນາງທີ່ເຮົາຮັກ ພ້ອມທີ່ຈະຍົກເລີກນັດນຳຄົນໆນີໄດ້ທຸກເວລາ ແລະ ໄປນຳອິກຄົນທີ່ບີນມາແຕ່ເມກາ ມາເບີ່ງໂຕ ນາງບອກວ່າເຂາກະມາແຄ່ເຄີງເດື່ອນ ຂໍເວລາໃຫ້ນາງໄດ້ຄົບຫາເບີ່ງນີໃສ ກ່ອນວ່າສິຕັດສີນໃຈຄົບໃຜດີ ເຊີງ ຄົນໆ ນັ້ນ ເມືອ ຮູ້ຂ່າວນຳຫຼັງມາກະແມ່ນໝູ່ ກັນເອງ ແຕ່ວ່າມັນບໍ່ຮູ້ວ່າມີເຮົາຢູ່ຈຸດນີ້ກ່ອນແລ້ວ ແລະຂ້າພະເຈົ້າເຄີຍເວົ້າວ່າ ຊິໄປບອກໃຫ້ບັກໝູ່ເລວຮູ້ ວ່າ ລົມແຟນໃຜ ອັນທີ່ຈີງແລ້ວ ທຸກຄົນນັ້ນມີສິດເລືອກ ເລືອກໃນສີ່ງທີ່ດີທີ່ສຸດໃຫ້ກັບຊີວິດຕົນເອງ ແຕ່ ວ່າການເລືອກແບບນີ້ມັນ ຖືກຫຼືບໍ່ ....      ແລ້ວຖ້າ ສົມມຸດວ່າ ໄປເຂົ້!ນຳ ຂະເຈົ້າໄດ້ເດແລ້ວ ນາງຊິເຮັດແນວໃດນຳຄົນໆນີ  ຊິຕັດຫາງກັນປ່ອຍວັດເລີຍແມ່ນບໍ່.................

ແລ້ວຄຳທີ່ນາງເຄີຍບອກວ່າເຮົາສຳຄັນກັບນາງລະບໍ່ຢາກໃຫ້ໄປຈາກຊີວິດຂອງນາງໝາຍຄວາມວ່າແບບໃດລະ ຢາກເອົາໄວ້ແກ້ເຊັງຫຼືວ່າແບບໃດ..........

ແບບນີ້ເອີນວ່າສຳຄັນໄດ້ຫຼືບໍ່...............

ແລະຂ້າພະເຈົ້າໄດຊວນໄປວຽນທຽນທາດຫຼວງເຊີ່ງໄດ້ນັດ ໄວ້ໄດ້ເຄີ່ງປີແລ້ວ ບາດນີ້ຊິໄປແຄ່ໃສ່ບາດ ວຽນທຽນແມ່ນ ຖ້າໃຫ້ຂະເຈົ້າບໍ່ຊວນແລ້ວເຮົາຈື່ໄດ້ໄປນຳ ຖ້າຂະເຈົ້າຊວນ ແມ່ນຄົນໆນີ້ຕ້ອງນອນຮ້ອງໄຫ້ຢູ່ຄົນດຽວແນ່ນອນ  ການທີ່ຂ້າພະເຈົ້າຮຽກຮ້ອງ ສິດ ແລະຄວາມສຳຄັດ ພັດຫາ ວ່າ ເຮົາເຫັນແກ່ໂຕ (ເພີ່ນຢ່າເຫັນແກ່ໂຕຫຼາຍ) ແລ້ວໃຜກັນແທ້ທີ່ເຫັນແກ່ໂຕ, ທັງໆ ທີ່ຄົນໆນີ້ບໍ່ເຄີຍຊິນອກໃຈຍີງຄົນນີ້ແມ້ແຕ່ເທື່ອດຽວ.

ແລ້ວແບບນີ້ຫວາ ທີ່ຮ້ອງ ເຮົາວ່າ"ຄົນສຳຄັນ"



Delicious Digg Fark Twitter