ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ມິ.ຖ.. 14, 2010 | ມີ 15 ຄຳເຫັນ ແລະ 0 trackback(s)

ທຳຄວາມຮູ້ຈັກກັບເສັ້ນຜົມ

 

  • ເສັ້ນຜົມຂອງຄົນເຮົົາ ປົກະຕິຈະມີປະມານ 90,000 - 140,000 ເສັ້ນ ສຳລັບຜູ້ຍິງຈະມີຫຼາຍກວ່າຜູ້ຊາຍ ຄົນທີ່ມີຜົມສີເຂັ້ມ ຈຳນວນເສັ້ນຜົມຈະນ້ອຍກວ່າ; ຜົມສີແດງ ມີສະເລ່ຍ90,000ເສັ້ນ, ຜົມສີດຳ ມີສະເລ່ຍ105,000ເສັ້ນ ແລະ ສີບຣອນ ມີສະເລ່ຍ140,000ເສັ້ນ.

 

  • ຢູ່ຮ່າງກາຍຈະມີຜົມ ແລະ ຂົນ ລວມກັນປະມານ 5 ລ້ານເສັ້ນ ຕຳແໜ່ງທີ່ບໍ່ມີຂົນ ຫຼື ຮູຂຸມຂົນເລີຍ ແມ່ນ ຝາມື ຝາຕີນ ຮິມຝີປາກ.

 

  • 1 ຮາກຜົມ ຈະມີເສັ້ນຜົມໄດ້ ສະເລ່ຍ 2 - 4 ເສັ້ນ.

 

  • ຮາກຜົມຢູ່ໜັງຫົວ ມີທັງໝົດປະມານ 85,000 - 130,000 ຮາກ.

 

  • ໂດຍປົກະຕິ ເສັ້ນຜົມມີວົງຈອນຊີວິດ ປະມານ 2 - 6 ປີ.

 

  • 90% ຂອງເສັ້ນຜົມເທິງຫົວ ຈະຢູ່ໃນໄລຍະຈະເລີນເຕີບໂຕ ແລະ ອີກ10% ຈະຢູ່ໃນໄລຍະພັກ ເຊິ່ງບໍ່ຈະເລີນອີກ ຕໍ່ຈາກນັ້ນປະມານ 2 - 3 ເດືອນ ກໍ່ຈະຫຼົ່ນໄປ.

 

  • ຜົມຈະຫຼົ່ນ ປະມານ 50 - 100 ເສັ້ນຕໍ່ມື້ ຖ້າຜົມຫຼົ່ນຫຼາຍກວ່າ 100ເສັ້ນ ຈະຖືວ່າຜົມຫຼົ່ນຜິດປົກະຕິ; ສຳລັບຜູ້ຊາຍປົກະຕິຈະຫຼົ່ນບໍ່ເກີນ 60ເສັ້ນຕໍ່ມື້; ຜູ້ຍິງແມ່ນບໍ່ເກີນ 100ເສັ້ນຕໍ່ມື້.

 

  • ຜົມຈະປົ່ງຂຶ້ນໃໝ່ ຫຼັງຈາກຫຼົ່ນໄປພາຍໃນ 6ເດືອນ.

 

  • ຜົມຈະຍາວໃນອັດຕາ ປະມານ 1/2 ນິ້ວຕໍ່ເດືອນ.

 

  • ເສັ້ນຜົມຂອງຜູ້ຍິງທີ່ມີສຸຂະພາບດີ ຈະຍາວ 0.35ມມ ຕໍ່ມື້.

 

  • ຜູ້ຍິງຈະຜົມຍາວໄວກວ່າຜູ້ຊາຍປະມານ 0.02ມມ ຕໍ່ມື້.

 

  • ເດັກນ້ອຍຈະຜົມຍາວໄວກວ່າຜູ້ໃຫຍ່ ໂດຍຈະຍາວປະມານ 0.41ມມ ຕໍ່ມື້ ແລະ ຈະຫຼຸດລົງເຫຼືອ 0.32ມມ ຕໍ່ມື້ ໃນໄວສູງອາຍຸ.

 

  • ອາການຜົມຫຼົ່ນພົບໃນຄົນອາຊີນ້ອຍກວ່າຄົນເອີຣົບ ຫຼື ຊາວຜິວຂາວ.

 

  • ຄົນເຮົາຈະສັງເກດເຫັນວ່າຜົມບາງຂຶ້ນ ເມື່ອມີຜົມຫຼົ່ນໄປແລ້ວ 25%.

 

  • ຜົມຈະຫຼົ່ນຫຼາຍຂຶ້ນໃນລະດູຝົນ ແລະ ລະດູໜາວ ໂດຍຫຼາຍກວ່າລະດູຮ້ອນ ເນື່ອງຈາກການປ່ຽນແປງລະດູ ແລະ ການສຳຜັດກັບແສງແດດ.

 

  • ຢາສະຜົມ(ແຊມພູ) ທີ່ແພງທີ່ສຸດໃນໂລກ ແມ່ນ Alterna® ທີ່ເຮັດມາຈາກ ປາຄາເວຍ ລາຄາປະມານ 200US dollar ຕໍ່ຂວດ ເຊິ່ງມີຄຸນສົມບັດໃນການຕໍ່ຕ້ານຜົມເສຍຂອງເສັ້ນຜົມທີ່ເກີດຈາກການມີອາຍຸຫຼາຍຂຶ້ນ.

 

  • ຜົມປະກອບດ້ວຍ ຄາຣ໌ບອນ(C) 50.65%, ອອກຊີເຈນ(O) 20.85%, ໄນໂຕຣເຈນ(N) 17.14%, ໄຮໂດຣເຈນ(H) 6.36%, ມາດ(S) 5.0% ແລະ ຍັງປະກອບດ້ວຍແຮ່ທາດອື່ນໆອີກໃນປະລິມານເລັກນ້ອຍ ໄດ້ແກ່ ແມກນີຊຽມ(Mg), ທາດເຫຼັກ(Fe), ໂຄຣມຽມ(Cr) ເປັນຕົ້ນ.

 

  • 65 - 95% ຂອງເສັ້ນຜົມ ເຮັດມາຈາກໂປຣຕິນ ທີ່ເອີ້ນວ່າ ເຄີຣາຕິນ(Keratins), ເຄີຣາຕິນປະກອບດ້ວຍອາຊິດອະມິໂນຫຼາຍຊະນິດ ແຕ່ທີ່ພົບຫຼາຍສຸດແມ່ນ ຊີສເທອີນ(Cysteine).

 

ໝາຍເຫດ:  ຖ້າຜົມຫຼົ່ນຫຼາຍ ບໍ່ຕ້ອງຕົກໃຈ ເພາະຜົມຂອງຄົນເຮົາ ສະເລ່ຍ ຫຼົ່ນປະມານ 50 - 100ເສັ້ນຕໍ່ມື້...

ທີ່ສຳຄັນ ຄວນກິນອາຫານທີ່ມີປະໂຫຍດແກ່ຮ່າງກາຍ ເພື່ອ ໜ້າຕາ ຄາລົມ ແລະ ຊົງຜົມ  ^^ huhu ^^

 

Thx 4 reading ner ...

 

ຂັດຈາກ:   http://www.thaihaircenter.com

Delicious Digg Fark Twitter