ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ມິ.ຖ.. 15, 2010 | ມີ 14 ຄຳເຫັນ ແລະ 0 trackback(s)

 

1. ຢ່າເຂົ້ານອນ ເພາະວ່າ "ເຖິງເວລານອນແລ້ວ"... ເມື່ອມີຄວາມຮູ້ສຶກແສບຕາ ຫາວນອນ ໜັງຕາຢ່ອນ ກໍ່ນອນສາ ຖ້າບໍ່ດັງນັ້ນ ທ່ານຄົງຈະຖ້າອີກ2ຊົ່ວໂມງ ຈິງຈະຫຼັບ.

 

2. ຄວນນອນໃຫ້ກົງເວລາໃນແຕ່ລະມື້ ຖ້າທ່ານຫາກນອນຜິດເວລາຕະຫຼອດ ຈະສ່ຽງຕໍ່ການງ່ວງນອນຜິດເວລາ.

 

3. ຢ່າຕິດນິໄສມັກນອນຕອນສວຍ.

 

4. ຢ່າອອກກຳລັງກາຍແບບຟິດເນສຕອນຫົວຄ່ຳ ເພາະຈະເຮັດໃຫ້ຮ່າງກາຍສົດຊື່ນຕື່ນຕົວ ເປັນເຫດເຮັດໃຫ້ນອນເດິກ.

 

5. ຮັບປະທານອາຫານຄ່ຳແຕ່ຫົວຄ່ຳ ຄວນຫຼີກລ້ຽງການເຂົ້ານອນໃນຂະນະທີ່ຍັງຍ່ອຍອາຫານຢູ່ ປ່ອຍໃຫ້ເວລາຜ່ານໄປຢ່າງນ້ອຍ 2ຊົ່ວໂມງຫຼັງອາຫານຄ່ຳຈິງເຂົ້ານອນ.

 

6. ຫຼີກລ້ຽງການດື່ມເຄື່ອງດື່ມທີ່ປະສົມແອລກໍຮໍ ກາເຟ ນ້ຳຊາ...

 

7. ຫຼີກລ້ຽງການກິນຂອງຫວານ ນ້ຳຕານ ນ້ຳອັດລົມ ເພາະສ່ຽງທີ່ຈະເສີມໃຫ້ເລືອດມີປະລິມານກລູໂຄສຕ່ຳກວ່າປົກະຕິໃນຕອນກາງຄືນ.

 

8.ຮັບປະທານໝາກໄມ້ ນົມອຸ່ນ ໂຢເກິດ ນົມປ້ຽວ; ບໍ່ຄວນຮັບປະທານສິ່ງທີ່ມີໄຂມັນ ປະເພດຊີ້ນໝູ ແລະ ອາຫານທີ່ຍ່ອຍຍາກ ເປັນຕົ້ນ.

 

9. ກ່ອນນອນຢ່າດື່ມນ້ຳຫຼາຍເກີນໄປ ແຕ່ໃຫ້ດື່ມຕອນເຊົ້າຫຼາຍໆ ພາຍຫຼັງ6ໂມງແລງຄວນຫຼຸດປະລິມານລົງ.

 

10. ຫຼີກລ້ຽງສຽງລົບກວນ ເວລານອນຄວນປິດໄຟ ຫຼື ບໍ່ໃຫ້ມີແສງສະຫວ່າງຫຼາຍເກີນໄປ ເພາະຈະເຮັດໃຫ້ຫຼັບຕາບໍ່ແຈບ.

 

11. ບໍ່ຄວນມີຕົ້ນໄມ້ໃບຂຽວໃນຫ້ອງນອນ ເພາະ ເວລາກາງຄືນ ຕົ້ນໄມ້ຈະຫາຍໃຈເອົາອອກຊີເຈນ ເຊິ່ງເປັນການຍາດເອົາອາກາດຫາຍໃຈນຳຄົນເຮົາ.

 

12. ຫ້ອງນອນຄວນມີອຸນຫະພູມ 20-25ອົງສາ.

 

13. ອາບ ຫຼື ແຊ່ນ້ຳອຸ່ນກ່ອນນອນ.

 

14. ຢ່າກັງວົນ ຫຼື ຄິດສິ່ງທີ່ຈະເກີດຂຶ້ນໃນລ່ວງໜ້າ ຄວນທຳໃຈໃຫ້ສະຫງົບ.

 

15. 3ຊົ່ວໂມງກ່ອນເຂົ້ານອນ ຄວນຫຼີກລ້ຽງກິດຈະກຳທີ່ເຄັ່່ງຄຽດ ແລະ ໃຊ້ສະຕິປັນຍາ ເພາະຈະເຮັດໃຫ້ເຮົາຄິດຫາມັນຕະຫຼອດ.

 

16. ບໍ່ຄວນປະໂທລະສັບມືຖືໄວ້ໃກ້ຫົວບ່ອນນອນ ຄວນປິດເຄື່ອງແລ້ວປະໄວ້ຫ່າງຈາກຫົວຢ່າງນ້ອຍ 3m.

 

 

ຂັດຈາກ: http://healthfood.igetweb.com

Delicious Digg Fark Twitter