ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ກ.ລ.. 16, 2008 | ມີ 2 ຄຳເຫັນ ແລະ 0 trackback(s)
ໃນຄ່ຳຄືນວັນທີ15/ 7/ 2008(ວັນສິນ15ຄ່ຳພໍດີ) ໃນເວລາ 01:30am ຕອນນີ້ນູນີ່ຍັງບໍ່ທັນນອນເທື່ອ.....ເພາະກຳລັງລົມໂທລະສັບຢ່າງເມົາມັນ...ແລະແຊັດsmsຕໍ່(ໂອ້ໂຫຍ...ຊີວິດປະຈຳວັນ)....ພໍແຕ່ວາງໂທລະສັບ.....ນູນີ່ເອງກໍນອນຫຼິ້ນຢູ່ຫັນແຫຼະເພາະຈັກເປັນຫຍັງມື້ນີ້ມັນຫຼັບຕາລົງກາບໍ່ສະໜິດຈັກເທື່ອ(ວູ້..ເຊັງ)
ພໍແຕ່ນອນກິ້ງໃປກິ້ງມາກໍ່ໃດ້ຍິນສຽງຄືກັບມີຄົນຍ່າງກາຍຫົວບ່ອນນອນໂຕເອງ.......ເຮັດໃຫ້ຂົນລຸກຊູ່....ເພາະຄິດວ່າເດິກປານນີ້ຄົນຢູ່ບ້ານກໍ່ຄົງຈະບໍ່ມາຍ່າງຫຼິ້ນດອກ...ຄືຈະພາກັນຫຼັບໝົດລະແຫຼະ....ແຕ່ນູນີ່ກໍສັງຫອນໃຈຢູ່ວ່າຈະແມ່ນຂີ້ລັກຫຼືບໍ່.....ພໍແຕ່ຜ່ານໃປອີກບໍ່ດົນກໍ່ໃດ້ຍິນສຽງແມວຮ້ອງ(ບໍ່ໃດ້ລ້ຽງແມວນະແຕ່ແມວຄົນຂ້າງບ້ານ) ......ສຽງແມວໂຕນັ້ນຄ້າຍຄືກັບຕົກໃຈ...ຄືກັບມີຄົນມາກວນມັນ(ແງໆຕອນນີ້ອົດບໍ່ໃດ້ເລີຍເອົາຜ້າຮົ່ມປົກຫົວ) .....ສຽງsmsໂຕເອງກາດັງຢູ່ພໍຊ່ຳນັ້ນ...ແຮງຢ້ານມັນໃດ້ຍິນນິ.....ດຽວມັນຊິເຂົ້າມາໃນຜ້າຮົ່ມ ແຮແຮ......ແລະສຽງຮ້ອງ ຮືໆໆໆໆໆໆໆໆໆ ກໍ່ດັງຂຶ້ນ(ໂອ້ກູຊວຍ) ..... ສຽງແມວກໍ່ແຮງຮ້ອງດັງຂຶ້ນກວ່າເກົ່າ....ສຽງນັ້ນໃດ້ເຂົ້າມາໃກ້ນູນີ່ກວ່າເກົ່າ........ຮືໆ....ສຽງເດັກນ້ອຍນັ້ນໃດ້ຮ້ອງຄ່ອຍລົງພ້ອມກັບສຽງແມວ.....ສຽງນັ້ນຄ້າຍຄືກັບວ່າມັນໃດ້ໄກອອກໃປຈາກຕົວນູນີ່...ຄືກັບວ່າມັນໃປຮ້ອງຢູ່ເຮືອນຂ້າງໆບ້ານນູນີ່.....ສຽງແມວກໍງຽບລົງ.....ອີກບໍ່ດົນປານໃດສຽງນັ້ນກໍ່ດັງຂື້ນອີກ....ຄ້າຍກັບວ່າໃປໆມາໆຫັນນະ....ໂອ້ຍຍຍຍຍຍສຽວ......

ແມວກໍ່ຮ້ອງຢູ່ຊ່ຳນັ້ນ.....ປະສານກັນຢູ່....ບໍ່ຮູ້ເປັນຫຍັງນູນີ່ສັ່ນ.....ເຮື່ອແຕກເຮື່ອຍ້ອຍ......ນູນີ່ເລີ່ມມີນ້ຳຕາຊືມໆນ້ອຍໆ....ເພາະວ່າຢ້ານແຮງ(ໂອ້ຍອີ່ຕົນໂຕເອງ) .......ນູນີ່ພະຍາຍາມຫຼັບຕາໃຫ້ສະໜິດແຕ່ວ່າຢ້ານໂພດ....ຫຼົບບໍ່ລົງນະ....ນູນີ່ກາໃດ້ແຕ່ສັ່ນໆໆໆໆໆໆໆ......

ພໍເວລາຜ່ານໃປປະມານ 15 ນາທີສຽງນັ້ນກໍ່ເລີ່ມງຽບລົງ....ງຽບລົງ.....ແລ້ວ2ສຽງນັ້ນກໍ່ໃດ້ຈາກໃປໂດຍບໍ່ຢາກໃຫ້ກັບມາອີກ..............




ການເລົ່າເລື່ອງຂອງນູນີ່ມັນອາດຈະບໍ່ເປັນຕາຢ້ານເພາະນູນີ່ບໍ່ເກັ່ງຫັດແຕ່ງ....ແຕ່ເຫດການຈິງນັ້ນບໍ່ຢາກຈະເວົ້າ...ມັນສຽວສຸດໆ....ເກີດມາບໍ່ເຄີຍໃດ້ຜ່ານປະສົບການແປກໆແບບນີ້ຈັກເທື່ອ....ແລະບໍ່ຢາກຈະພົບອີກ.....

ແລ້ວເລື່ອງລາວກໍຈົບພຽງເທົ່ານີ້....


“ຂໍຂອບໃຈ“

ຂຽນໂດຍ: ນູນີ່

ອ່າຍໂດຍ:ພວກທ່ານ
Delicious Digg Fark Twitter