ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ສ.ຫ.. 5, 2008 | ມີ 6 ຄຳເຫັນ ແລະ 0 trackback(s)
1. ສັດຕູທີ່ເປັນຕາຢ້ານທີ່ສຸດໃນຊີວິດເຮົາ ຄືຕົວເຮົາເອງ

2. ຄວາມລົ້ມເຫຼວທີ່ໃຫຍ່ທີ່ສຸດໃນຊີວິດເຮົາ ຄືຄວາມອວດດີ

3. ການກະທຳທີ່ໂງ່ທີ່ສຸດໃນຊີວິດເຮົາ  ຄືການຫຼອກລວງ

4. ສິ່ງທີ່ແສນສາຫັດທີ່ສຸດໃນຊີວິດເຮົາ ຄືກາອິດສາລິດສະຫຍາ

5. ຄວາມຄິດຜິດພາດທີ່ສຸດໃນຊີວິດເຮົາ ຄືການຍອມແພ້ຕົວເອງ

6. ສິ່ງທີ່ບໍ່ເປັນສິລິມຸງຄຸນທີ່ສຸດໃນຊີວິດເຮົາ ຄືການຫຼອກລວງຕົວເອງ

7. ສິ່ງທີ່ໜ້າສັງເວດທີ່ສຸດໃນຊີວິດເຮົາ ຄືການຖົດຖອຍຂອງຕົວເອງ

8. ສິ່ງທີ່ໜ້າສັນລະເສີນທີ່ສຸດໃນຊີວິດເຮົາ ຄືຄວາມສະຫຼາດ

9. ຄວາມລົ້ມລະລາຍທີ່ສຸດໃນຊີວິດເຮົາ ກໍຄືຄວາມສິ້ນຫວັງ

10. ສັບສົມບັດທີ່ມີຄຸນຄ່າທີ່ສຸດໃນຊີວິດເຮົາ ກໍຄືສຸຂະພາບທີ່ອຸດົມສົມບູນ

11. ໜີ້ທີ່ໃຫຍ່ທີ່ສຸດໃນຊີວິດເຮົາ ກໍຄືໜີ້ບຸນຄຸນ

12. ຂອງຂວັນທີ່ໃຫຍ່ທີ່ສຸດ
ໃນຊີວິດເຮົາ ກໍຄືການໃຫ້ອາໄພແລະຄວາມເມດຕາກະລຸນາ

13. ການບົກພ່ອງທີ່ໃຫຍ່ຫຼວງທີ່ສຸດໃນຊີວິດເຮົາ ກໍຄືການເບິ່ງໂລກໃນແງ່ລົບແລະບໍ່ມີເຫດຜົນ

14. ສິ່ງທີ່ອີ່ມອົກອີ່ມໃຈທີ່ສຸດໃນຊີວິດເຮົາ ກໍຄືການໃຫ້ທານ


 
Delicious Digg Fark Twitter