ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ມິ.ຖ.. 4, 2009 | ມີ 11 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

ເລຂາ : ນາຍໆ ມີຄົນຢາກລົມນຳທາງໂທລະສັບ

ນາຍ : ໃຜລະ ??

ເລຂາ : ລາວບອກວ່າຊື່ ຄວາມຮັກ

ນາຍ : ອືມ... ບອກລາວວ່າຂ້ອຍຄາວຽກຢູ່

          ເວລາຜ່ານໄປ

ເລຂາ : ນາຍໆ ຄວາມຮັກຍັງຖືສາຍຖ້າຢູ່ໃດ !!

ນາຍ : ເອີໆ ບອກວ່າຂ້ອຍບໍ່ສະດວກທີ່ຈະຮັບ

          ເວລາຜ່ານໄປອີກ

ເລຂາ : ນາຍໆໆ

ນາຍ : ແມ່ນຫຍັງ ຄວາມຮັກອີກແລ້ວເບາະ ??!

      ບອກວ່າຂ້ອຍຄາຢູ່ ດ໋ຽວຂ້ອຍຊິໂທກັບ...

ເລຂາ : ບໍ່ແມ່ນ ມີຄົນຊິລົມເລື່ອງວຽກນຳ !!

      ໃນມື້ທີ່ຫົວໃຈວ່າງໆ

ຕື໊ດໆ ຕື໊ດໆ (ສຽງຂໍ້ຄວາມແບບ classic ຂອງມືຖື Nokia : you have 1 new message in your mailbox

Please call…. Goodbye from ຄວາມຮັກ

ນາຍ : ໂທຫາ ຄວາມຮັກໃຫ້ຂ້ອຍແນ່

ເລຂາ : ໄດ້ໆ

ຕູ໊ດໆ ຕູ໊ດໆ.....

ຄວາມຮັກທີ່ທ່ານໂທຫາ ບໍ່ສາມາດຕິດຕໍ່ໄດ້ໃນຂະນະນີ້

ກະລຸນາຝາກຂໍ້ຄວາມ ແລະ ເບີໂທກັບ

ເລຂາ : ຕິດຕໍ່ບໍ່ໄດ້ເລີຍ ນາຍ ຊິໃຫ້ຝາກຂໍ້ຄວາມໄວ້ບໍ່ ??

ນາຍ : ຢ່າແຫລະ ໄວ້ເທື່ອໜ້າ

ເມື່ອຄວາມເຫງົາເຂົ້າມາຍຶດສີ່ຫ້ອງຫົວໃຈ ແລ້ວ ເວລາກໍ່ຜ່ານໄປ

                  ຜ່ານໄປ.......

ຄວາມຮັກທີ່ທ່ານໂທຫາບໍ່ສາມາດ ຕິດຕໍ່ໄດ້ໃນຂະນະນີ້ ກະລຸນາຝາກຂໍ້ຄວາມ ແລະ ເບີໂທກັບ

ນາຍ : ສະບາຍດີ ຄວາມຮັກ ເອີ່....

ແບບວ່າ ຂ້ອຍເຫັນເຈົ້າມິດໄປເລີຍ ບໍ່ຮູ້ວ່າສະບາຍດີບໍ່

ກ່ອນໜ້ານີ້ຂ້ອຍຫຍຸ້ງກັບວຽກຕະຫລອດເລີຍ ຂໍໂທດເດີ

ບໍ່ຮູ້ວ່າ ຊິຊ້າໄປບໍ່ທີ່ຈະບອກວ່າ ຕອນນີ້ຂ້ອຍພ້ອມທີ່ຈະມີຄວາມຮັກແລ້ວ

ຖ້າໄດ້ຮັບຂໍ້ຄວາມແລ້ວ ຕິດຕໍ່ກັບແນ່ເດີ ບາຍຍຍຍຍຍຍ

     ແລ້ວກໍ່ຖ້າໄປເລື້ອຍໆ ເລື້ອຍໆ...... ຈົນຮອດມື້ໜຶ່ງ

ເລຂາ : ນາຍໆ ຄວາມຮັກໂທມາອີກແລ້ວ ໃຫ້ປະຕິເສດໄປເລີຍບໍ່ ??

ນາຍ : ຢ່າໃດ!! ໂອນສາຍເຂົ້າມາເລີຍ

      ສະບາຍດີຄວາມຮັກ ເຈົ້າໄປໃສມາ ຂໍໂທດເດີທີ່ຂ້ອຍບໍ່ມີເວລາໃສ່ໃຈ

ບໍ່ເຄີຍສົນໃຈ ຂ້ອຍບໍ່ຄິດເລີຍວ່າເຈົ້າຈະເປັນສິ່ງສຳຄັນສຳລັບຊີວິດຂ້ອຍປານນີ້

ຂ້ອຍເສຍໃຈ ຂໍໂທດ!!!

ຄວາມຮັກ : ຂ້ອຍບໍ່ໄດ້ຄຽດໃຫ້ເຈົ້າດອກ ບໍ່ວ່າແນວໃດ ຄວາມຮັກຄືຂ້ອຍກໍ່ມີໜ້າທີ່

ໃຫ້ຄວາມຮັກສະເໝີ ເມື່ອໃດກໍ່ຕາມທີ່ເຈົ້າເປີດໃຈຕ້ອນຮັບເອົາ

ເມື່ອນັ້ນ ເຈົ້າຈະໄດ້ເປັນເຈົ້າຂອງຄວາມຮັກ

ແຕ່ທີ່ຜ່ານມາຂ້ອຍບໍ່ໄດ້ຕິດຕໍ່ກັບ ຍ້ອນວ່າ

ຂ້ອຍບໍ່ໄດ້ຈ່າຍຄ່າໂທລະສັບ !!!!

 

ເງິນ ມີຄ່າສະເໝີ ຕໍ່ໃຫ້ເປັນກັບຄວາມຮັກກໍ່ຕາມ

ແຕ່ຢ່າໃຫ້ເຖິງກັບວ່າ ຄວາມຮັກ ຊື້ໄດ້ດ້ວຍເງິນ

 

 

ທີ່ມາ FWD MAIL

 

 

ຂຽນເມື່ອ ຂຽນເມື່ອ: ມ.ນ.. 5, 2009 | ມີ 12 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

ເດັກຜູ້ຍິງຄົນໜຶ່ງນັ່ງເຫງົາຢູ່ແຄມປ່ອງຢ້ຽມ

ລາວແນມໄປເຫັນໂຖຕົ້ນໄມ້ທີ່ມີແຕ່ດິນທີ່ແຕກແຫງຢູ່

ແຕ່ພັດຍັງມີແກ່ນຂອງຕົ້ນຫຍັງຈັກຢ່າງງອກຢູ່

ລາວເກັບມັນຂຶ້ນມາດ້ວຍຄວາມສົງໃສວ່າ ມັນເກີດຂຶ້ນມາໄດ້ແນວໃດ ??

ວັນທີ1

ລາວເອົາແກ່ນນັ້ນໄປປູກໃສ່ໂຖໜ່ວຍໃໝ່ ແລ້ວກໍ່ຖ້າມື້ທີ່ມັນຈະງອກອອກມາ

ລາວຢາກເຫັນໄວໆວ່າມັນຈະເກີດເປັນຫຍັງ ຈຶ່ງຫົດນ້ຳໃຫ້ບັກຫລາຍໆ ຈົນວ່ານ້ຳລົ້ນອອກມາ

ວັນທີ2

ລາວຈອບເບິ່ງການເຕີບໃຫຍ່ຂອງແກ່ນນັ້ນ ທັນໃດນັ້ນກໍ່ມີປາຄຳອອກມາ

ລາວເອົາປາຄຳໃສ່ໄວ້ໃນກວດໂຫລແລະຄິດວ່າຄືສິຫົດນ້ຳຫລາຍໂພດຈຶ່ງເອົາໂຖຕົ້ນໄມ້ໄປໃສ່ເຕົາອົບ

ວັນທີ3

ລາວເປີດເຕົາອົບອອກມາເບິ່ງແລ້ວເຫັນລູກໄກ່ນ້ອຍຢູ່ໃນນັ້ນ

ມັນແນມມາຫາລາວ ແລະ ຍ່າງຕາມລາວຕະຫລອດ

ເດັກຍິງຄົນນັ້ນມີຄວາມຄິດວ່າຄວນຈະໃສ່ປຸ໋ຍລອງເບິ່ງ ແລະ ກໍ່ເລີ່ມໃສ່ປຸ໋ຍຈົນໝົດຖົງໃຫຍ່ໜຶ່ງ

ວັນທີ4

ມີໂບສີແດງອອກມາແຕ່ແກ່ນນັ້ນ ລາວດີໃຈຫລາຍຈຶ່ງເອົາໂບນັ້ນມາຜູກໃຫ້ໄກ່ນ້ອຍ

ແຕ່ລະມື້ລາວຈະເຝົ້າເບິ່ງວ່າຊິມີຫຍັງອອກມາແຕ່ແກ່ນນັ້ນອີກ ລາວມີຄວາມສຸກກັບການໄດ້ເບິ່ງແຍງ

ຫົດນ້ຳ ແລະ ໃຫ້ປຸ໋ຍ

ວັນທີ30

ລາວເລີ່ມເບື່ອທີ່ຈະຫົດນ້ຳ ແລະ ເບິ່ງແຍງຕົ້ນໄມ້ແລ້ວ

ລາວບໍ່ຕື່ນເຕັ້ນກັບສິ່ງທີ່ອອກມາຈາກແກ່ນນັ້ນອີກແລ້ວ

ຕົ້ນໄມ້ກໍ່ເລີ່ມແຫ້ງ ໃບໄມ້ກໍ່ເລີ່ມເປັນສີເຫລືອງ ແລະ ບໍ່ມີຫຍັງອອກມາຈາກແກ່ນນັ້ນອີກແລ້ວ

ວັນທີ 180

ໃບໄມ້ຈົນວ່າແຫ້ງກອບໝົດແລ້ວ

ດິນເລີ່ມແຕກແຫງຄືກັບຕອນທຳອິດທີ່ພົບມັນ

ລາວເສຍໃຈຫລາຍທີ່ເລື່ອງມັນເປັນແບບນີ້

ວັນທີ250 ລາວຫົດນ້ຳໃນປະລິມານທີ່ພໍດີ ແລະ ລາວມີຄວາມຫວັງທີ່ຈະໄດ້ພົບກັບສິ່ງທີ່ເຮັດ

ໃຫ້ລາວປະຫລາດໃຈຄືທີ່ຜ່ານມາ

ວັນທີ 251

ລາວເອົາໂຖມາຮັບແສງແດດອ່ອນໆໃນຕອນເຊົ້າດ້ວຍໃຈເບິກບານ ແລະ ເຕັມໄປດ້ວຍຄວາມຫວັງ

ວັນທີ 252

ລາວໃສ່ປຸ໋ຍໃຫ້ຕົ້ນໄມ້ ພ້ອມກັບມີລູກໄກ່ທີ່ຜູກໂບແດງ ແລະ ປາຄຳໃນກວດໂຫລຢູ່ໃກ້ໆ

ວັນທີ 300

ການເອົາໃຈໃສ່ເບິ່ງແຍງຢ່າງໃກ້ຊິດຂອງລາວ ເຮັດໃຫ້ຕົ້ນໄມ້ກັບມາມີໃບຂຽວອີກເທື່ອໜຶ່ງ ແລະ

ສິ່ງທີ່ເຮັດໃຫ້ປະຫລາດໃຈກວ່ານັ້ນແມ່ນ ແກ່ນນັ້ນໄດ້ກາຍເປັນດອກສີຂາວນ້ອຍໆທີ່ມີຮູບຮ່າງ

ຄືກັບຮູບຫົວໃຈລາວຕື່ນເຕັ້ນຫລາຍ

ວັນທີ 340

ລາວຮ້ອງເພງ ແລະ ເວົ້າກັບດອກໄມ້ສີຂາວນັ້ນທຸກຍາມທີ່ມີເວລາວ່າງ

ລາວຮູ້ສຶກມີຄວາມສຸກຫລາຍ ທີ່ໄດ້ເອົາໃຈໃສ່ໂດຍລືມໄປເລີຍວ່າມັນຊິກາຍເປັນຫຍັງຕໍ່ໄປອີກ...

ລາວບໍ່ໄດ້ຄາດຫວັງໃຫ້ດອກໄມ້ຊິປ່ຽນເປັນຫຍັງອີກແລ້ວ

ລາວມີແຕ່ເບິ່ງແຍງມັນເປັນຢ່າງດີທີ່ສຸດ

ວັນທີ 365

ລາວນັ່ງຢູ່ແຄມປ່ອງຢ້ຽມຕາມເຄີຍ

ໂຖຕົ້ນໄມ້ຢູ່ຕໍ່ໜ້າລາວບໍ່ໄດ້ມີດອກໄມ້ສີຂາວຮູບຫົວໃຈອີກແລ້ວ

ມັນໄດ້ຫາຍໄປແລ້ວ!!!

ແຕ່ລາວບໍ່ໄດ້ເສຍໃຈ ຫລື ຮ້ອງໄຫ້ເລີຍ

ເພາະມີເດັກນ້ອຍຜູ້ຊາຍຄົນໜຶ່ງຢືນຢູ່ແຄມປ່ອງຢ້ຽມນຳ

ເດັກຄົນນັ້ນສາມາດລົມກັບລາວໄດ້ ຍິ້ມໃຫ້ລາວໄດ້ ໄປນຳລາວທຸກໆບ່ອນ

ເຂົ້າໃຈລາວ ແລະ ລາວກໍ່ບໍ່ເຄີຍເຫງົາອີກເລີຍ ...

 

 

** ເຈົ້າຮູ້ບໍ່ວ່າດອກໄມ້ສີຂາວນັ້ນໄດ້ປ່ຽນເປັນຫຍັງ **

ເດັກຍິງຜູ້ນັ້ນໃຊ້ເວລາ 1 ປີ ໃນການຮຽນຮູ້ເລື່ອງຄວາມຮັກ

ລາວໄດ້ຮຽນຮູ້ວ່າ

* ຖ້າຫົດນ້ຳມັນຫລາຍໆກໍ່ບໍ່ໄດ້ເຮັດໃຫ້ຕົ້ນໄມ້ໃຫຍ່ໄວໄດ້

* ການເອົາໃຈໃສ່ເປັນສິ່ງທີ່ຊ່ວຍລໍ່ລ້ຽງໃຫ້ຄວາມຮັກຢູ່ຕໍ່ໄປໄດ້!!

* ການຄອງຄອຍເມື່ອຄັ້ງທຳອິດຈະເຕັມໄປດ້ວຍຄວາມຕື່ນເຕັ້ນສະເໝີ

ແຕ່ດົນໆໄປມັນກໍ່ຈະກາຍເປັນຄວາມທໍ້ແທ້ ແລະ ຄວາມເບື່ອໜ່າຍ

* ເຖິງເຮົາຍອມຮັບທີ່ຈະສູນເສຍແຕ່ກໍ່ບໍ່ມີທາງທີ່ຈະໜີຈາກຄວາມເຈັບປວດໄດ້

* ບໍ່ມີຄຳວ່າຊ້າໄປສຳລັບຄວາມຮັກ ເຮົາສາມາດເລີ່ມຕົ້ນໄດ້ໃໝ່ສະເໝີ

* ການທີ່ເຮົາຄາດຫວັງກັບຄວາມຮັກຫລາຍເທົ່າໃດ ເມື່ອມັນບໍ່ເປັນໄປຕາມທີ່

ເຮົາຫວັງໄວ້ມັນກໍ່ຈະແຮ່ງເຈັບປວດຫລາຍເທົ່ານັ້ນ

 

ເຈົ້າເດ ເຂົ້າໃຈໃນຄວາມຮັກແລ້ວຫລືຍັງ

ເຈົ້າໃຊ້ເວລາເທົ່າໃດໃນການຮຽນຮູ້ ແລະ ພະຍາຍາມເຂົ້າໃຈໃນຄວາມຮັກ

“ຄວາມຮັກ” ບໍ່ມີຂໍ້ປະຕິບັດຕາຍຕົວ ແຕ່ລະຄົນຈື່ງຕ້ອງຫາຄຳຕອບເອົາເອງ

ຕາມວິທີທີ່ແຕກຕ່າງກັນ ...

 

ທີ່ມາ : FW