ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ມ.ນ.. 4, 2009 | ມີ 16 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ແບບທົດສອບ

ຕາມຫົວຂໍ້ເລີຍເນາະ ມາທົດສອບເບິ່ງວ່າເຮົາໂງ່ສ່ຳໃດ ຮະຮະຮະ

ວິທີກະແມ່ນ ພໍແຕ່ອ່ານຄຳຖາມຈົບແລະສິ່ງທີ່ຄິດຂຶ້ນມາໃນຫົວທຳອິດ

ນັ້ນແຫລະແມ່ນຖືວ່າເປັນຄຳຕອບເດີ

ວ່າແຫລະກະມາເລີ່ມກັນເລີຍເນາະ

ຂໍ້ທີ 1. ຄະນິດສາດ ( ພວກທີ່ບໍ່ໄດ້ເລກ ຢ່າຟ້າວເຮັດສົບເບະເດີ )

ກະລຸນາໃຊ້ຫົວຄິດ ຫ້າມໃຊ້ເຈ້ຍໄລ່ ຫລື ເຄື່ອງຄິດເລກຊ່ວຍ

ເລີ່ມຈາກເອົາ 1000 ມາຕັ້ງ ແລະກະບວກ 40 ເຂົ້າໄປ ຈາກນັ້ນ ບວກ 1000 ອີກເທື່ອໜຶ່ງ

ແລ້ວກະບວກອີກ 30 ແລ້ວບວກອີກ 1000 ແລະບວກຕື່ມອີກ 20 ຈາກນັ້ນບວກ 1000 ອີກ

ແລ້ວສຸດທ້າຍບວກອີກ 10

ຄຳຕອບແມ່ນ ???

ອອກ 5000 ແມ່ນບໍ່ ?? ແຕ່ເສຍດາຍທີ່ຜິດເດີ

ຄຳຕອບແມ່ນ 4100 ຖ້າບໍ່ເຊື່ອກະເອົາມືຖືມາກົດເບິ່ງໂລດ

ແຕ່ຊ່າງມັນເທາະ ເຮົາບໍ່ໄດ້ຄະນິດສາດກະບໍ່ໄດ້ແປວ່າເຮົາໂງ່ ແມ່ນເບາະ !!??

ຕໍ່ຂໍ້ 2. ເລີຍ

ສົມມຸດເຈົ້າເຂົ້າຮ່ວມໃນການແຂ່ງແລ່ນໄວໃດໜຶ່ງ

ແລະເຈົ້າແຊງຄົນທີສອງໄດ້ ຖາມວ່າເຈົ້າຈະໄດ້ທີເທົ່າໃດ ???

ຄຳຕອບແມ່ນທີໜຶ່ງ ຟັງເບິ່ງຄືສິຖືກ ແຕ່ບໍ່ແມ່ນ

ຄຳຕອບທີ່ຖືກຕ້ອງແມ່ນ ກະທີສອງຫະແຫລະ

ເຈົ້າແຊງເຂົາໄດ້ ກະແປວ່າເຈົ້າໄປຢູ່ແທນອັນດັບເຂົາລະ ບໍ່ແມ່ນເບາະ ??

ຖ້າຕອບຜິດທັງສອງຂໍ້ນີ້ລະ ຂ້ອຍເລີ່ມສົງໄສແຫລະເດີ້ ວ່າເຈົ້າໂງ່ແທ້ -__-

ຂໍ້ 3

ຍັງເວົ້າເຖິງເລື່ອງແຂ່ງແລ່ນຢູ່ເນາະ

ຖ້າວ່າເຈົ້າແຊງຄົນສຸດທ້າຍໄດ້ ເຈົ້າຈະເປັນທີເທົ່າໃດ

ຄຳຕອບແມ່ນ ກະທີສຸດທ້າຍແຫລະ ເພາະວ່າໄປແທນເຂົາເດ

ຫຶ !!! ບໍ່ໆໆໆ ແຊງມັນໄດ້ກະເປັນທີຮອງສຸດທ້າຍແຫລະ ອືມໆໆ ....

ຖ້າໃຜຄິດແບບນີ້ແມ່ນ ຜິດເດີ

ຂໍຖາມແນ່ເຈົ້າຈະແຊງຄົນສຸດທ້າຍແນວໃດຫຶ  ???

ມີຫົວໄວ້ໃຫ້ຜົມຂຶ້ນຢ່າງດຽວເລີຍແມ່ນເບາະນິ 555

ຂໍ້ສຸດທ້າຍເນາະ 4.

ພໍ່ຂອງ malee ມີລູກ 5 ຄົນ : 1.nana 2.nene 3.nini 4.nono

ຖາມວ່າຄົນທີ5 ຊິມີຊື່ວ່າແນວໃດ ??

ຄຳຕອບແມ່ນ : ຫະ nunu ເອົາສະໝອງສ່ວນໃດຄິດເດເນາະ

ຄຳຕອບທີ່ຖືກແມ່ນ ກະ malee  ຫັ້ນແຫລະ

ຖ້າບໍ່ເຊື່ອໄປອ່ານຄຳຖາມໃໝ່ອີກຮອບເດີ ຮິຮິຮິຮິຮິ

 

 

ກະຈົບທໍ່ນີ້ເດີ

ເປັນແນວໃດພີ່ນ້ອງພັນລາວ ໄດ້ຮູ້ຄວາມໂງ່ຂອງໂຕເອງຫລາຍຂຶ້ນບໍ່ ???

ອັນນີ້ກະແມ່ນເຮັດແບບຕະຫລົກໆ ຊື່ໆເດີ ບໍ່ຕ້ອງຄິດຫຍັງຫລາຍ

ເຈົ້າຂອງໄດຯເອງ ກະໂງ່ຄືກັນ ແຕ່ບໍ່ເປັນຫຍັງ

ເພາະມີຄົນບອກໄວ້ວ່າ

ແຮ່ງຮຽນຮູ້ຫລາຍສ່ຳໃດ ກະແຮ່ງສຳນຶກໄດ້ວ່າໂຕເອງໂງ່ຫລາຍສ່ຳນັ້ນ

 

ທີ່ມາ : dek-d.com