ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ທ.ວ.. 30, 2013 | ມີ 7 ຄຳເຫັນ ແລະ 0 trackback(s)

ໄປວັງວຽງມາ ໄດ້ເລື່ອງຕະລົກມານຳ

 cheekyangry

ຂີ່ມາຮອດກາງທາງ ໝູ່ຜູ້ສາວຄົນໜຶ່ງລະປວດ ບ ເອົາ ເບົາ ແຮໆ, ລາວກໍ່ເລີຍຂໍໃຫ້ໂຊເຟີຈອດລົດ ແລ້ວລາວກໍ່ແລ່ນເຂົ້າແຖວປ່າ ສ່ວນຂ້ອຍກໍ່ແລ່ນນຳກົ້ນໄປ ເພື່ອເອົາຖົງຮາກໄປຖິ້ມ cheeky ພໍຮອດປ່າຄີມທາງ ຂ້ອຍກໍ່ໂຍນຖົງນັ້ນເຂົ້າປ່າ ສຽງດັງ ຊວາດໆ! ພໍແຕ່ທໍ່ນັ້ນລະ ທ່ານນາງໝູ່ເພິ່ນກຳລັງຈະທຳທຸລະສ່ວນຕົວ ແຕ່ຍັງບໍ່ທັນໄດ້ເລີ່ມ ກໍ່ແລ່ນອອກຈາກປ່າມາດ້ວຍຄວາມກັງວົນ ແລະ ຢ້ານກົວ, ຂ້ອຍກໍ່ເຫັນລາວຢູ່ ແຕ່ກໍ່ບໍ່ເຂົ້າໃຈວ່າລາວຕົກໃຈຫຍັງ ເຫັນຢ້ຽມໆຢ່ອງໆໄປທາງຖົງຮາກທີ່ຂ້ອຍຖິ້ມ ຂ້ອຍເລີຍຄິດອອກວ່າ: ຕື່ນຖົງຮາກແນ່ນອນ ຂ້ອຍເລີຍຫົວຂຶ້ນຢ່າງແຮງ ແລ້ວເວົ້າວ່າ: ເຮີຍ! ຂ້ອຍຖິ້ມຖົງຮາກນະ ຕົກໃຈຫຍັງເກາະ? ເພິ່ນຫາກໍ່ວ່າເຊົາຕົກໃຈ ຂ້ອຍຄິດໄປຄິດມາ ລະໂຄດວ່າຢາກຫົວ laugh

ຂຽນເມື່ອ ຂຽນເມື່ອ: ມ.ສ.. 3, 2013 | ມີ 6 ຄຳເຫັນ ແລະ 0 trackback(s)

 ຊາຍຝຣັ່ງບຸກບ້ານນອກຕາມຫາໝູ່ແລ້ວເຂົ້າໄປເຮືອນໝູ່ ພົບແມ່ຍິງຄົນໜຶ່ງແລ້ວຖາມວ່າ:
ຝຣັ່ງ: Who are u?
ແມ່ຍິງນັ້ນ: I am The Mia of Mr. Lamphone
ຝຣັ່ງ: The Mia? What is the Mia? ok, Where is Mr.Lamphone
ແມ່ຍິງຄົນນັ້ນ: Mr. Lamphone is in the chicken (ຄວາມຈິງເພິ່ນຊິວ່າ kitchen )

ຂຽນເມື່ອ ຂຽນເມື່ອ: ມ.ນ.. 24, 2013 | ມີ 3 ຄຳເຫັນ ແລະ 0 trackback(s)

 ຕອນຍັງນ້ອຍຕັ້ງວ່າຢ້ານຝຣັ່ງ-ອາເມລິກາ ເພາະຜູ້ໃຫຍ່-ຜູ້ເຖົ້າຜູ້ແກ່ຍວະໃຫ້ຢ້ານ

ເຂົາວ່າ: ຖ້າໃຫ້ເຂົາເຈົ້າຖ່າຍຮູບແລ້ວ ເຂົາເຈົ້າຊິໄປເຈາະຫູ ເຈາະຕາໃນຮູບ 
ແລ້ວຜູ້ຖ່າຍຮູບຈະເຈັບເປັນເຫັນຮ້າຍວ່າຊັ້ນ
ມີນັກທ່ອງທ່ຽວໄປຫຼິ້ນບ້ານເກີດ (ວຽງໄຊ, ຫົວພັນ)
ມີເທື່ອໜຶ່ງຂ້ອຍໄປຫາຟືນນຳໝູ່ ແລ້ວໄປເຫັນຝຣັ່ງຍິ້ມໃສ່ ແລ້ວເພິ່ນກໍ່ຈັບກ້ອງຖ່າຍຮູບມາຖ່າຍ, ຂ້ອຍທັງເປ້ຟືນ ທັງຮ້ອງທັງແລ່ນ ( ຮາໆ )
ມີອີກເທື່ອໜຶ່ງ (ຄິດຮອດແລ້ວຕະລົກສຸດໆ )
- ຂ້ອຍກັບໝູ່ໄປສວນ, ແລ້ວກໍ່ຍ່າງຜ່ານທາງຄີມໜອງມາຮອດແຖວຖ້ຳແມ່ໝ້າຍ ມີນັກທ່ອງທ່ຽວຫຼາຍໆຄົນກາຍໄປແຖວນັນ ທັງຄົນລາວ ຄົນຕ່າງປະເທດ
ຜູ້ຄົນລາວຖາມວ່າ: ນ້ອຍໆຂໍຖ່າຍຮູບແດ່! 
ຕອນທຳອິດກໍ່ໄປຢືນລຽນແຖວກັບໝູ່ຄັກແນ່ແລ້ວໃດ
ບຶດໜຶ່ງຂ້ອຍກໍ່ຮ້ອງແລ້ວກໍ່ແລ່ນໜີປະໝູ່, ໝູ່ກໍ່ໄຫ້ແລ່ນນຳກົ້ນ
ພວກນັ້ນບໍ່ທັນຖ່າຍຮູບຊ້ຳ ( ໂອຍຢາກຫົວ )
ຂຽນເມື່ອ ຂຽນເມື່ອ: ມ.ນ.. 14, 2013 | ມີ 2 ຄຳເຫັນ ແລະ 0 trackback(s)

 

ຂຽນເມື່ອ ຂຽນເມື່ອ: ມ.ນ.. 13, 2013 | ມີ 4 ຄຳເຫັນ ແລະ 0 trackback(s)

 ໃນຫ້ອງຮຽນ ອາຈານເອີ້້ນ ທ. ກ ຂຶ້ນຕອບບົດຮຽນ:
ທ. ກ ຕອບອາຈານເບິ່ງດູວ່າ: ກະຊວງການເງິນ ພາສາອັງກິດວ່າແນວໃດ?
- ທ. ກ ກໍ່ໄດ້ລຸກຂຶ້ນແລ້ວເວົ້າວ່າ: ຮຽນອາຈານນ້ອງຂໍຕອບ ກະຊວງການເງິນໃນພາສາອັງກິດເວົ້າວ່າ: Ministry Of Money 
ອາຈານເວົ້າວ່າ: ຟ້າເອີຍ!

ຂຽນເມື່ອ ຂຽນເມື່ອ: ກ.ພ.. 5, 2013 | ມີ 20 ຄຳເຫັນ ແລະ 0 trackback(s)

 ນອນເວັນຝັນວ່າ: ໄປທີ່ວຽງໄຊ, ຫົວພັນ ມີງານບຸນສະຫຼອງໃຫຍ່

ຝັນວ່າ: ມີຄົນເອີ້ນຂ້ອຍວ່າ: ມາໄວໆໄປອາບນ້ຳ, ມື້ນີ້ມີຄົນໄປອາບນ້ຳຫຼາຍໆ, ຂ້ອຍກໍ່ແລ່ນອອກມາ, ເປັນແບບວ່າ: ທ້ອງຟ້າເປັນສີແດດອ່ອນໆພໍອຸ່ນໆ, ຝົນຕົກໂປຍປາຍແບບຄ່ອຍໆແຕ່ບໍ່ເປັນເມັດ, ຄົນແລ່ນໄປແລ່ນມາດ້ວຍຄວາມເບີກບານມ່ວນຊື່ນຕາມທາງຫຼາຍໆ ຈັກວ່າເດັກນ້ອຍຜູ້ເຖົ້າ ຜູ້ໜຸ່ມ, ເຫັນພວກເຂົາຍື່ນມືອອກມາກາງໃສ່ສາຍຝົນ, ໜ້າແຫງນຂຶ້ນໄປເທິງທ້ອງຟ້າ ເບິ່ງຄືວ່າເຂົາຊື່ນຊົມກັບແສງແດດ ແລະ ສາຍຝົນເອົາແທ້ເອົາວ່າ, ຫຼາຍຄົນກໍ່ເອົາຕີນຢຽບນ້ຳຝົນຫຼິ້ນທີ່ໄຫຼຜ່ານແຄມທາງ ເຊິ່ງເປັນນ້ຳໃສໆ, ຂ້ອຍກໍ່ສະອອນນຳເຂົາ, ມີຄົນຫຼາຍໆປານງານບຸນໃຫຍ່ຫຍັງຈັກຢ່າງ ( ແຕ່ວ່າລົດບໍ່ຕິດ ບໍ່ມີຂີ້ຝຸ່ນ ເຊິ່ງເຫັນແຕ່ຮອຍຍິ້ມ ແລະ ໜ້າອັນເບີກບານມ່ວນຊື່ນຂອງຄົນທີ່ຂີ່ລົດໄປໆມາໆ ແລະ ແລ່ນ, ຍ່າງ ໄປມາ, ຂ້ອຍເຫັນວ່າ: ໂອຍ! ຄືວ່າບັນຍາກາດດີແບບນີ້ ຂ້ອຍຊິເອົາໂທລະສັບມາຖ່າຍຮູບເອົາໄປລົງເຟສບຸກກ່ອນວ່າຊັ້ນ ( ຝັນໃດຫັ້ນ ຮາໆ ) ແລ້ວຂ້ອຍກໍ່ຖ່າຍຮູບໄປຕະຫຼອດທາງ ຂ້ອຍກໍ່ມ່ວນຫຼາຍເຕີບທີ່ເຫັນບັນຍາກາດແບບນັ້ນ, ຂ້ອຍຍ່າງໄປຮອດແຄມໜອງ ຄົນກໍ່ຫຼາຍໆ, ຂ້ອຍກໍ່ຍ່າງໄປຮອດເດີ່ນບານວຽງໄຊ, ເຫັນວ່າເຂົາເຈົ້າກຽມເຄື່ອງຮ່າງຮ້ານກຳລັງຈະເປີດງານບຸນ, ເຫັນພໍ່ຂ້ອຍໃສ່ຊຸດຫຼໍ່ຂອງເພິ່ນຫັນລະ ຢືນທັກທາຍກັບຫຼາຍຄົນປະມານວ່າ: ສະບາຍດີ, ຍິນດີທີ່ມາຮ່ວມ, ມີການກຽມເຄື່ອງດົນຕີ ຫຼາຍຢ່າງຢູ່ບ່ອນນັ້ນ, ອີກຢ່າງໜຶ່ງແມ່ນກຳລັງເປີດໂຕປະຊຸມຫຍັງຈັກຢ່າງ ໂດຍຈັດເວທີຂຶ້ນຄັກແນ່ ໂດຍມີບັນດານາຍບ້ານຕ່າງໆເຂົ້າມາຮ່ວມ ເຊິ່ງລຸງຂ້ອຍກໍ່ເຂົ້າຮ່ວມໃນນັ້ນ. ຂ້ອຍຍ່າງຜ່ານໄປຮອດໂຮງແຮມທີ່ຢູ່ແຄມໜອງ, ເຂົາວ່າ: ມີການສາຍຮູບເງົາທີ່ນັ້ນ ງານເປີດອະລັງການຂະໜາດ ໂຮງແຮມໃກ້ຖ້ຳອີກ, ປານງານຮາໂລວີນອີ່ຫຍັງຈັກຢ່າງ, ຂ້ອຍກໍ່ເຂົ້າໄປເຫັນຄົນຫຼາຍໆກຳລັງນັ່ງເບິ່ງຮູບເງົາຢູ່ຢ່າງຫຼູຫຼາ ແບບວີໄອພີ ແຖມມີສຽງດັງຕືງຕາງ ແລະ ພົ່ນອາຍນ້ຳອອກໃສ່ກາງວົງຮູບເງົາອີກ ຂ້ອຍຍັງໂຮ່ນຳເຂົາເຈົ້າທີ່ນັ່ງເບິ່ງຮູບເງົາ,  ຂ້ອຍວ່າຊິເຂົ້າໄປເບິ່ງຮູບເງົາແລ້ວ ແຕ່ຂ້ອຍສົນໃຈຫ້ອງອື່ນໆທີ່ມັນເປັນຂັ້ນໄດກ້ຽວໄປກ້ຽວມາ ຂ້ອຍເລີຍຍ່າງເລາະໄປເລາະມາຕາມຊັ້ນຂັ້ນໄດນັ້ນ ໃນນັ້ນກໍ່ມີຄົນສົນໃຈແບບຂ້ອຍ ແລະ ຍ່າງໄປແບບຂ້ອຍ ຂະນະທີ່ຍ່າງໄປຍ່າງມານັ້ນ ມີຄົນທີ່ຍ່າງບຸອອກມາຈາກຖ້ຳ ພ້ອມກັບພາຍໜ້າ ພາຍຖະນູອອກມານຳເຊິ່ງກໍ່ເປັນຄົນຮູ້ຈັກຫັ້ນລະ ( ແຕ່ຮູ້ຈັກໃນນະຄອນຫຼວງ ບາດຝັນລະໄປເຫັນຢູ່ວຽງໄຊ ອິອິ) ນຸ່ງເຄື່ອງໄປປ່າແບບບຸປ່າຫັ້ນລະ ອອກມາແລ້ວມາຍິ້ມໃສ່ເຮົາ, ແລ້ວເຮົາກໍ່ຖາມວ່າ: ໄປໃສມາ? ບໍ່ມາເບິ່ງຮູບເງົານຳບໍ? ເຂົາເຈົ້າກໍຍິ້ມໃສ່ແບບອາຍໆເພາະວ່າຫາກໍ່ບຸອອກມາຈາກຖ້ຳຈາກປ່າ ຫາກໍ່ໄປຍິງນົກຍິງໜູມາ, ເມື່ອຂ້ອຍຫຼົງ ຂ້ອຍກໍ່ບໍ່ໄດ້ເບິ່ງຮູບເງົາ ເພາະເມົາແຕ່ຍ່າງໄປຍ່າງມາຢູ່ກາງຖ້ຳ, ຂ້ອຍກໍ່ອອກມາຈາກຖ້ຳ ເລາະຖ່າຍຮູບຕໍ່ ຂ້ອຍໄປຖ່າຍເອົາຜາແມ່ໝ້າຍທີ່ມີໝອກປົກຄຸມຢູ່ເທິງຈອມ ຂ້ອຍວ່າ: ໂອພາບນີ້ງາມໆ ຂ້ອຍຊິເອົາລົງເຟສບຸກ ໃສ່ຊື່ອາລະບ້ຳວ່າ:  Today in Viengxay... ຂ້ອຍຊວາດຕື່ນຂຶ້ນມາ: ອ້າວ! ນອນເວັນຄືຝັນຍາວແທ້ ເຮົາຢູ່ໃສລະບັດນີ້ ອ້າວ! ບໍ່ໄດ້ຢູ່ວຽງໄຊ, ຢູ່ນະຄອນຫຼວງພີ້ນະ! ອ້າວແມ່ນຫວາ? ເບິ່ງຝາເຮືອນກ່ອນ ແມ່ນຢູ່ໃສແທ້ ໂອ ແມ່ນແລ້ວ ບໍ່ໄດ້ຢູ່ວຽງໄຊ, ຍ້ອນຄິດຮອດຫຼາຍຈິ່ງຝັນເຫັນແບບນີ້ເກືອບຕະຫຼອດ :)
 
ຂຽນເມື່ອ ຂຽນເມື່ອ: ມ.ກ.. 20, 2013 | ມີ 12 ຄຳເຫັນ ແລະ 0 trackback(s)

 ມື້ນີ້ໄປຫຼິ້ນທາງຕາດຍາວ ( ເມືອງນາຊາຍທອງ ), ຮອດສາມແຍກປ້າຍທາງເຂົ້າຕາດຍາວ, ລ້ຽວຊ້າຍລົງໄປໜ້ອຍໜຶ່ງ, ຍັງບໍ່ທັນມີປ້າຍ ເຂົາເຈົ້າເຮັດເປັນແບບຄອບຄົວ, ຂ້ອຍເອີ້ນເອງວ່າ: ສວນອຸທິຍານອັດສະຈັນ :) ພໍແຕ່ໄປຮອດກໍ່ກິນປີ້ງປານິນ, ປາດຸກ, ປາບູ່ໃຫຍ່ ເຂົາເຈົ້າປີ້ງໄວ້ແລ້ວ, ແກງໜໍ່ໄມ້ ທີ່ຫາມາຈາກບ່ອນນັ້ນ, ກິນເບຍໜ້ອຍໜຶ່ງ ເພາະກິນຫຼາຍບໍ່ໄດ້ ຢ້ານເມົາ ແຮໆ, ໄປນຳເອື້ອຍຮັກ, ໝູ່ຂອງເພິ່ນຕ້ອນຮັບຢ່າງດີ, ເປັນກັນເອງ ແລະ ເຮັດໃຫ້ຮູ້ສຶກດີທີ່ສຸດ, ຫຼັງຈາກກິນເຂົ້າແລ້ວຂ້ອຍກໍ່ຍ່າງລົງໄປເລາະເບິ່ງແຖວລຸ່ມ, ມີໜອງປາ ມີປາຫຼາຍໆ, ມີຄືຕາດນ້ອຍໆ ນ້ຳໄຫຼຜ່ານຫີນ, ມີໄກ່, ໄກ່ຕັອກ, ມີເປັດ, ນົກກະທາ, ສະອອນປາຫຼາຍໆລອຍເປັນຝູງໄປມາ, ນ້ຳໃສໆ, ຂ້ອຍຍ່າງໄປຕໍ່ ອ້າວ! ມີນົກຍາງຢູ່ຄີມໜອງ ແຕ່ເປັນນົກຍາງປັ້ນງາມໆ, ຂ້ອຍປະທັບໃຈຫຼາຍ, ຂ້ອຍຫຼຽວເບິ່ງທີ່ຕູບທີ່ງົດງາມ ມີດອກໄມ້ອ້ອມໄປໝົດ, ຂ້ອຍແອບຖ່າຍຮູບເອົາໂຕເປັດສອງ-ສາມໂຕທີ່ຍ່າງໄປມາເທິງຕູບອັນງົດງາມ ປານພະລາດຊະວັງຂອງມັນ ອິອິ, ຂ້ອຍຍ່າງໄປອີກ ເຫັນຊ້າງນ້ອຍປັ້ນ, ເຫັນກວາງປັ້ນ, ຂ້ອຍຍ່າງເລາະລົງໄປແຖວປ່າໃກ້ກວາງປັ້ນ ຂ້ອຍເຫັນຕໍຕົ້ນໄມ້ໃຫຍ່ຕົ້ນໜຶ່ງ ໂດກແລ້ວ ເຫຼືອແຕ່ຕໍ ຂ້ອຍຍ່າງເຂົ້າໄປຢ້ຽມເບິ່ງກາງຕໍ ມີດອກໄມ້ງາມປົ່ງຂຶ້ນກາງຕໍໄມ້ນັ້ນ ແຕ່ເອະ ຂ້ອຍແປກໃຈ ຂ້ອຍເຫັນໄຂ່ໜ່ວຍໜຶ່ງສ່ຳໄຂ່ໄກ່ ວາງຢູ່ກາງຕໍໄມ້, ບຶດໜຶ່ງຂ້ອຍກໍ່ຂ້າມຂົວໄປເບິ່ງນົກກະທານ້ອຍ ໜ້າຮັກ ໜ້າຮັກ ມີໂຕຂາວ ໂຕລາຍ ແລະ ມີໄຂ່ນຳອີກ, ຂ້ອຍຍ່າງກັບມາເລົ່າສູ່ເຂົາເຈົ້າຟັງ, ເຂົາເຈົ້າເວົ້າວ່າ: ອໍ ໄຂ່ນັ້ນແມ່ນເປັນບິນຂຶ້ນໄປໄຂ່ໃສ່ :), ແຕ່ກີ້ແຕ່ກ່ອນບ່ອນນັ້ນເປັນປ່າດົງ ບໍ່ເປັນຕາຢູ່ດອກ ເບິ່ງຄືເປັນຕາຢ້ານ ແຕ່ຍ້ອນເຫື່ອແຮງຜົວເມຍຕຳຫຼວດບຸກເບີກຂຸດແປງ, ຕົບແຕ່ງຈົນງາມເກືອບວ່າປານອຸທິຍານໃນຝັນ, ຕອນນີ້ຍັງບໍ່ທັນຂຶ້ນປ້າຍເທື່ອ ຖ້າຂຶ້ນປ້າຍຊິບອກວ່າສວນຫຍັງ, ບອກໄດ້ວ່າໄປທາງຕາດຍາວ ຢູ່ໃກ້ປ້າຍສາມແຍກ ແຕ່ຕອນນີ້ເຂົາເຈົ້າເຮັດເປັນແບບຄອບຄົວ ( ບອກໄດ້ວ່າຂ້ອຍປະທັບໃຈຫຼາຍກັບທີ່ນີ້ ບໍ່ຕ້ອງໄປທ່ຽວໄກ ແຕ່ກໍ່ປະທັບໃຈໄດ້ ) ຖາມເຈົ້າຂອງສວນວ່າ: ຖ້າພາຫຼາຍຄົນມາທ່ຽວຈະມີການຂາຍເຄື່ອງແບບໃດ? ເພິ່ນຕອບວ່າ: ສ່ວນຫຼາຍເຂົາເຈົ້າກໍ່ຈະກຽມເຄື່ອງຂອງມາເອງ ແລ້ວທາງເຮົາກໍ່ຈະລົງເອົາປາໃຫ້ ຂາຍເປັນກິໂລລະສິບຫ້າພັນກີບ ( ຖືກດີ ເປັນປາທຳມະຊາດ ແຊບດີ :)

ຍ້ອນການອອກແຮງສູ້ຊົນຂອງຄອບຄົວນີ້ຈິ່ງເຮັດໃຫ້ໄດ້ຮັບການຍ້ອງຍໍເປັນຄອບຄົວແບບຢ່າງຈາກ ພັກ-ລັດ ແລະ ກົມກອງ :)