ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ກ.ຍ.. 25, 2014 | ມີ 12 ຄຳເຫັນ ແລະ 0 trackback(s)

ຊິເລົ່າ ເລື່ອງຂຳຂັນ ຕອນສະໄໝຢູ່ວຽງໄຊ ຫົວພັນ ( ດິນແດນສະຫງ່າງາມ )

ສະໄໝຮຽນມັດທະຍົມ ຂ້ອຍກັບເອື້ອຍຂ້ອຍໄປສວນມາ ຍ່າງມາກາງທາງແຄມໜອງ ແລ້ວເຫັນຜູ້ບ່າວຫຼໍ່ ( ຫຼໍ່ແທ້ໃດ) ລາວໄປສີເຂົ້າມາ ແລ້ວເອົາເປົາຮຳໃສ່ຫວ່າງລົດຖີບ ແລ້ວກໍຈູງຍ່າງມາຕາມທາງແຄມໜອງ ໃກ້ຊິກາຍຈຸຂ້ອຍໄປແລ້ວ ແຕ່ຈັກແນວໃດ ເປົາຮຳລາວລະຕົກອອກຈາກລົດຖີບກິ້ງລົງໜອງວັບໆ, ລາວກໍແລ່ນລົງເອົາເປົາຮຳລາວ ແຕ່ເປົາຮຳຂອງລາວຈຸ່ມລົງນ້ຳເຄິ່ງໜຶ່ງແລ້ວ, ລາວກໍຈັບເປົາຮຳຂອງລາວລາກຂຶ້ນມາເທິງບົກ. ຂ້ອຍກັບເອື້ອຍ ຫັນໄປເບິ່ງໜ້າກັນ ກໍບໍ່ແມ່ນຢາກຫົວຂວັນລາວ ແຕ່ມັນຕັ້ງຢາກຫົວອີ່ຫຼີ, ພາກັນອົດຫົວເອົາແທ້ເອົາວ່າ ຈົນວ່າຫົວອອກມາແຮງໆ, ທ້າວອັນນັ້ນກໍເຫັນຈຸຂ້ອຍຫົວໃດ ລາວກໍໄດ້ແຕ່ແນມຢູ່ເນາະ ຈັກຊິເຮັດແນວໃດ, ຈຸຂ້ອຍກໍຈັກຊິເຮັດແນວໃດ ຟ້າວຍ່າງກາຍໄປລະກະຫົວໄປກາງທາງໃຫ້ມັນແລ້ວສາ!!! ( ສະໄໝນັ້ນ ກຳລັງອາຍກັນ) ເປັນຕາຫົວຂະໜາດ...

 

ຂຽນເມື່ອ ຂຽນເມື່ອ: ກ.ລ.. 8, 2014 | ມີ 8 ຄຳເຫັນ ແລະ 0 trackback(s)

laughຮູ້ສຶກບ້າໆບໍໆ ລະມາຂຽນລະບາຍຊື່ໆ ແຮໆ ບໍ່ຮູ້ຊິໄປລະບາຍຢູ່ໃສ!!!...

ວ່າຊິນອນ ແຕ່ຍັງນອນບໍ່ຫຼັບ ສົງໄສເປັນນຳນອນເວັນຫຼາຍຫຸຫຸ

ອັນແບບວ່າ: ມັນມີຄຳຖາມໃນຫົວຫຼາຍ ເລີຍຊິຖາມຕົວເອງ ແລ້ວ ຫາຄຳຕອບ ວ່າມັນແມ່ນຫຍັງ!?

ບາງທີເຮົາຄາໃຈ ຢາກລະບາຍ: ຖ້າເວົ້າແຕ່ແນວດີໆຫຼາຍ ຢ້ານຄົນເຂົາສົມເພດເອົາວ່າ: ຂີ້ດຽດເດ ຊີວິດຊິບໍ່ມີແນວຮ້າຍເລີຍບໍ ຮາຮາ

ຖ້າຊິເວົ້າແຕ່ແນວຂີ້ຮ້າຍ ຢ້ານເຂົາເຈົ້າສົມນ້ຳຫນ້າ ແລະ ເສົ້າເກີນ ຮາຮາ

ອ້າວ! ຢ່າບອກນະວ່າ: ຂ້ອຍລືມແລ້ວວ່າ ຊິຂຽນເລື່ອງຫຍັງ?!

ອໍ! ວ່າຊິຖາມຕົວເອງວ່າ: ເປັນຫຍັງບາງຄັ້ງເຮົາຈິ່ງອ່ອນແອ ຄືກັບວ່າຍູ້ຫຼັງຕົວເອງໄປບໍ່ໄດ້ ຄອຍເອື່ອຍອິງໃສ່ແຕ່ຜູ້ອື່ນ! ຄິດແນວນັ້ນ ຄືຊິບໍ່ມີທາງອອກນີ້ລະ! ແຕ່ວ່າແມ່ນແລ້ວຄົນເຮົາຕ້ອງອົດທົນ, ເວລາປ່ຽນເກືອບວ່າທຸກຢ່າງກໍປ່ຽນ. ແມ່ນແລ້ວຄົນເຮົາຕ້ອງຕາມຫາຄວາມຝັນ ບໍ່ແມ່ນວ່າ ຖ້າໃຫ້ມີຫມູ່ໄປນຳຈິ່ງໄປ ເພາະວ່າຄວາມຝັນຂອງຄົນເຮົາບໍ່ຄືກັນ...

ເວົ້າໄປຫຼາຍມັນຊິຍາວ...

ຈັກຊິເວົ້າຫຍັງອີກລືມແລ້ວ

ອໍແນວເພິ່ນວ່າ: ຢ່າຢຶດຕິດສິ່ງໃດວ່າແນ່ນອນ ເພາະບໍ່ມີຫຍັງແນ່ນອນ ແມ່ນກະທັ້ງໃຈເຮົາເອງ...