ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ສ.ຫ.. 31, 2015 | ມີ 2 ຄຳເຫັນ ແລະ 0 trackback(s)

ມີຊາຍຄົນໜຶ່ງຢູ່ເປັນໂສດມາດົນນານ ເລີຍຢາກມີຄູ່ຄອງ. ກ່ອນນອນຄືນໜຶ່ງ ລາວໄດ້ອະທິຖານວ່າ: ຂໍໃຫ້ເທວະດາມາເຂົ້າຝັນຂ້ານ້ອຍແດ່ ແລ້ວບອກຂ້ານ້ອຍແດ່ວ່າ ເນື້ອຄູ່ຂອງຂ້ານ້ອຍຢູ່ແຫ່ງຫົນໃດ?

ຫຼັງຈາກນັ້ນລາວກໍນອນຫຼັບຝັນວ່າ: ເທວະດາມາເຂົ້າຝັນ ແລ້ວບອກວ່າ ເທວະດາຈະບອກວ່າ ເນື້ອຄູ່ລູກຢູ່ໃສ ແຕ່ລູກຕ້ອງໄດ້ ພິສູດວ່າ ລູກຢາກພົບເນື້ອຄູ່ຂອງລູກແທ້ຈິງ ດ້ວຍການຫລິ້ນເກມກັບເທວະດາດັ່ງນີ້:

ມື້ອື່ນໃຫ້ໄປປີນພູເຂົາທີ່ໃຫຍ່ທີ່ສຸດໃນແຖບນີ້ 3 ໜ່ວຍພູ ແລ້ວໃຫ້ໄປລອຍນໍ້າ ຂ້າມໜອງນໍ້າທີ່ໃຫຍ່ທີ່ສຸດໃນບ້ານນີ້ ຫຼັງຈາກນັ້ນ ໃຫ້ປີນ 5 ຕົ້ນໄມ້ທີ່ໃຫຍ່ທີ່ສຸດໃນຂົງເຂດນີ້

ຊາຍຄົນນັ້ນກໍປະຕິບັດຕາມຢ່າງດີ ຈົນສຳເລັດດ້ວຍຄວາມເມື່ອຍລ້າ ແລ້ວໄປພັກຜ່ອນນອນເອົາແຮງ ກ່ອນນອນໄດ້ອະທິຖານວ່າ: ເທວະດາເອີຍ ຂ້ານ້ອຍປະຕິບັດຕາມທີ່ທ່ານບອກທຸກຢ່າງ ຂໍໃຫ້ທ່ານບອກຂ້ານ້ອຍໄດ້ແລ້ວວ່າ ເນື້ອຄູ່ຂອງຂ້ານ້ອຍຢູ່ໃສ

ແລ້ວລາວກໍນອນຝັນ ເທວະດາກໍມາເຂົ້າຝັນ ແລ້ວບອກວ່າ: ມື້ອື່ນໃຫ້ເຈົ້າໄປເລາະຕະຫລາດ ແລ້ວຈະພົບເນື້ອຄູ່ (ຊີ້ນ2ຕ່ອນ)
ຊາຍຄົນນັ້ນໂມໂຫເລີຍເວົ້າວ່າ ເທວະດາຕວະຂ້ານ້ອຍໄດ້ລົງຄໍບໍ ຖ້າຕວະແບບນີ້ ຂ້ານ້ອຍຈະໝົດຄວາມສັດທາໃນຕົວທ່ານຕະຫລອດໄປ

ຮຸ່ງເຊົ້າລາວກໍໄປເລາະເບິ່ງເນື້ອຄູ່(ຊີ້ນ2ຕ່ອນ)  ຕາມເທວະດາບອກ, ລາວຍ່າງໄປດ້ວຍຄວາມຜິດຫວັງ ແລະ ສົງໄສວ່າ ອັນຊີ້ນ2 ຕ່ອນ ມັນຈະແມ່ນເນື້ອຄູ່ໄດ້ແນວໃດ?

ໄປຮອດຕະຫລາດ ລາວກໍຊອກແນມເບິ່ງຊີ້ນ2 ຕ່ອນວ່າຈະມີຂາຍບໍ. ແລ້ວລາວກໍຕ້ອງຕົກໃຈເມື່ອເຫັນແມ່ຄ້າຂາຍຊີ້ນເອີ້ນໃສ່ວ່າ: ຊື້ຊີ້ນ 2 ຕ່ອນບໍອ້າຍ? ເຫລືອແຕ່ 2 ຕ່ອນນີ້ໃດ!!! ສາວແມ່ຄ້າກໍງາມໆ ເຮັດໃຫ້ຊາຍຄົນນັ້ນຕົກຫຼຸມຮັກ ແລະ ແຕ່ງງານກັນ

ຂຽນເມື່ອ ຂຽນເມື່ອ: ມ.ກ.. 30, 2015 | ມີ 5 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກາບກອນ

>>>>>>>> ກາບກອນ <<<<<<<<

• ເກີດເປັນຊາຍຊາດເຊຶ້ອ ----- ແນວໜໍ່ຄົນລາວ
~ ມີວາວສີແສງ -------ຮຸ່ງເຮືອງເຫຼືອງເຫຼື້ອມ
~ ເກີດເປັນຊາຍຈິ່ງເອື້ອມ -----ມີຫວັງຕັ້ງຕໍ່
~ ຫວັງໃຫ້ຝັນເປັນຈິງນັ້ນ ----- ດີແລ້ວເລີດປະມານ

• ຫວັງຢາກມີຄວາມຮັກນັ້ນ -----ກໍຫວັງໄດ້ດີຫຼາຍ
~ ຫວັງຍິງມາໝາຍຕາ ------ ຕີລາຄາຄວາມຮັກນັ້ນ
~ ບໍ່ໄດ້ເລືອກຊົນຊັ້ນ ------ ສູງດຳເຕ້ຍຕ່ຳ
~ ຊິສ່ຳໃດກໍຊ່າງ --------- ຮັກແທ້ ແລະ ເປັນຄົນດີນັ້ນກໍພໍ

• ອັນຊິເລືອກຄົນຄົບນັ້ນ ------ ຄົບຢ່າງໃດກໍໄດ້ດອກ
~ ເປັນສິດທິຂອງເຈົ້າ ------- ໃຜຊິເວົ້າບໍ່ຕ້ອງສົນ
~ ເປັນຄົນມີສາລະລົ້ນ -------ໄຝ່ໃຈຮຽນຮ່ຳ
~ ບາດຊິຮ່ຳຮັກແທ້ ------- ໃຫ້ຄິດຄົ້ນກ່ອນເດີຊາຍ

• ເຫັນວ່າມີສະເໜນັ້ນ ------- ທ່ຽວຫວ່ານສະແຫວງຫາ
~ ທຽວຕຶກປາໃສ່ບຸງ ------- ບໍ່ບຳລຸງມັນຕາຍຊ້ຳ
~ ທຽວບອກຮັກຄົນນັ້ນ ------ ຄົນນີ້ກໍບອກອີກ
~ ທຽວບອກຮັກຄົນໜ້າ ------ ຄົນນັ້ນກໍສົນໃຈ ວ່າເດ

• ເອົາ! ມີຮັກຫຼາຍຄົນແທ້ ----- ມີອື່ນຄືບໍ່ຈາ
~ ປ່ອຍໃຫ້ເຮົາເຫັນເອງ ------ ຫຍຸ້ງຂະເຢງໄປແລ້ວ
~ ເຈົ້າບອກຂ້ອຍວ່າແນວນັ້ນ ---- ຄົນອື່ນບອກແນວໃໝ່
~ ໄປຖາມຜູ້ເຂົາວ່າແຟນເຈົ້າເບິ່ງດູຫັ້ນ ---- ໂອຍແມ່ນແທ້ ບໍ່ຢາກຈາ

• ຊາຍຄືເປັນຈັ່ງຊີ້ ----- ຕວະຕົ້ມຫຼອກນາໆ
~ ບອກວ່າບໍ່ມີໃຜ ------ ຮັກເຮົາຄົນດຽວແທ້
~ ເອົາ! ມາຮອດມື້ນີ້ ----- ຄືແປປີ້ນແນວໃໝ່
~ ໃຈຊາຍເຮັດດ້ວຍຫຍັງແທ້ ----- ແປໄດ້ປີ້ນທຸກຍາມ

• ຍາມເມື່ອຖາມສໍ້ເຈົ້າ ----- ທຳທ່າບໍ່ສົນໃຈ
~ ບໍ່ຮູ້ຈັກເລື່ອງໃຜ ------- ເຊົາສາຂ້ອຍບໍ່ມີຫຍັງແທ້
~ ບໍ່ໄດ້ຮັກໃຜແລ້ວ ----- ເຊົາມາຖາມແສ່ສ່ອງ
~ ອັນເລື່ອງຜ່ານມານັ້ນ ------ ຂ້ອຍຜິດແລ້ວຂໍໂທດນຳ

• ເອົາຄືວ່າງ່າຍແທ້ ----- ເວົ້າປີ້ນແປທິດທາງ
~ ອັນຜ່່ານມາເດ ------ ຊິແກ້ຕົວວ່າແນວໃດນັ້ນ
~ ບາດເຮົາຖາມຖ່ອງແທ້ ----- ພັດແປໄປແນວອື່ນ
~ ບອກວ່າເຮົາໄຮ້ສາລະນັ້ນ ---- ບໍ່ມີແລ້ວແນວລົມນຳ ງ່າຍນໍ

• ອັນວ່າຄົນເຮົານີ້ ----- ຄວນໄຄ່ຈິງໃຈກັນ
~ ບໍ່ຫ້າວຫັນຮັກສາ ----- ສັນຍາບໍ່ເປັນຫຍັງແລ້ວ
~ ຄວນກ່າວຄວາມຈິງແທ້ ----- ເປັນແນວໃດໃຫ້ບອກຕໍ່
~ ປິດບັງຄວາມຜິດໄວ້ ----- ດີແທ້ເລີດປະມານ ແມ່ນບໍ?

• ມາເບິ່ງໂດຍລວມແລ້ວ ---- ເຈົ້າວ່າບໍ່ໄດ້ເຮັດຜິດຫຍັງ
~ ບໍ່ໄດ້ຫຼອກລວງໃຜ ----- ຊິມາໂທດລາວຫຍັງແທ້
~ ໂອຍ ເຮົາພຽງຢາກຮູ້ ----- ຄວາມເປັນຈິງທີ່ມັນເກີດ
ບໍ່ໄດ້ຮັກກໍບໍ່ວ່າ ------ ຕວະໜ້າ ຕວະຫຼັງ ເສຍເວລາລ້ຳເລີດປະມານ

• ຫາວ່າເຮົາສ້າງທຸກຢ່າງຂຶ້ນ ----- ແລ້ວທຳລາຍດັບມອດເອງ
~ ລາວບໍ່ໄດ້ກ່ຽວຫຍັງ ---- ພຽງຢູ່ເສີຍຊື່ໆ
~ ເພິ່ນວ່າເຮົາເກັ່ງຮ້າຍ ---- ເອົາແຕ່ປ້ອຍດ່າ
~ ເພິ່ນຈິ່ງໜີໄປຊົ້ນ ----- ຄົນອື່ນແທ້ ດີເລີດກວ່າ ວ່າຊັ້ນເດີ

• ບອກແລ້ວບໍ່ຮັກກໍບໍ່ວ່າ ----- ພຽງບອກດ້ວຍຄວາມຈິງ
~ ບໍ່ໄດ້ຊິງໄດ້ຊັງ ----- ອິຫຍັງຈັກຢ່າງແທ້
~ ພຽງວ່າບໍ່ໄດ້ຮັກນັ້ນ ------ ເຈົ້າເອີຍ ຢ່າຕວະວ່າຮັກກັນຕໍ່
~ ບາດວ່າຮູ້ຄວາມຈິງແທ້ ------ ຖາມທົ່ວພັດບໍ່ຕ້ານຕ່າວເປັນ

• ເຫັນວ່າເຮົານີ້ ----- ໄຮ້ສາລະໄປໝົດ
~ ເວົາ້ປະຊົດປະຊັນ ---- ວ່າເຮົາບໍ່ດີນັ້ນນີ້
~ ອັນບໍ່ດີຂ້ອຍຮັບໄດ້ ---- ຫຼາຍຢ່າງກໍໂອເຄ
~ ແຕ່ເວລາມີໃຜ ---- ບອກມາໄດ້ບໍຫັ້ນ

• ຢ່າຕວະນັ້ນຕວະນີ້ ----- ວ່າສະຖານະລາວຫຼົງ
~ ແອັດເຈົ້າມາເປັນແຟນ ---- ບາດຂ້ອຍຖາມລາວແລ້ວ
~ ລາວວ່າບໍ່ໄດ້ຫຼົງ ---- ລາວວ່າສອງຄົນເຈົ້າຕົກລົງປົງ
~ ຮັກກັນມາດົນແລ້ວ ---- ລາວຈິ່ງສົ່ງສະຖານະໃຫ້ ສອງຄົນເຈົ້າໄດ້ໂຊວ່າຄົບກັນ

• ຂ້ອຍໄປກວດເບິ່ງແລ້ວ ----- ເຈົ້າກໍມັກລາວ
~ ເຫັນດີໃຈແຮງ ---- ຜູ້ສາວມາຄົບເປັນແຟນນັ້ນ
~ ຮີບຟ້າວໄປກົດໄລຄ໌ ---- ກົດໂຊຕອບຮັບໃຫ້ໝູ່ເບິ່ງ
~ ວ່າເຈົ້າກັບລາວນັ້ນ ---- ຄົບກັນແລ້ວເປັນຄູ່ຮັກໝັ້ນໝາຍ ວ່າຊັ້ນເດ

• ຮັກກັນບໍ່ເຫັນກຸ້ມ ----- ບຶດໜຶ່ງພັດວ່າເລີກ
~ ເປີດປ່ຽນສະຖານະອື່ນເຂົ້າ ---- ວ່າໂສດປະລິຍາຍ
~ ສົມນ້ຳໜ້າແທ້ ---- ເຫັນວ່າຮັກງ່າຍໜ່າຍໄວ
~ ບໍ່ເຫັນກຸ້ມສ່ຳໃດ ---- ທຳເປັນນອກໃຈໂຊໜ້າ ຄິຄິ

• ຂ້ອຍກໍບໍ່ຢາກສົນເຈົ້າ ---- ໂຊສະຖານະກັບແຟນໃໝ່ 
~ ຈິ່ງໄດ້ ເລີກເປັນໝູ່ຊ້ຳ ---- ແຖມດ່າໃຫ້ເລີດປະມານ
~ ເຄືອງໃຈກັນບໍ່ໜ້ອຍ ---- ດ່າກັນໄດ້ໄປມາ
~ ຈັ່ງແມ່ນຄືຜີບ້າ ----- ຮັກຫາໄດ້ໃນເຟສບຸກນີ້

• ຫວັງຈະພົບຄົນດີນັ້ນ ----- ດັນພົບຄົນເວົ້າປີ້ນເກັ່ງ
~ ຈັ່ງແມ່ນເຮັງໆລ້ຳ ----- ດີລົ້ນເລີດປະມານ
~ ບໍ່ໄດ້ຈົ່ມຫຍັງເຈົ້າ ----- ບໍ່ໄດ້ຢາກວ່າຫຼາຍ
~ ພຽງແຕ່ໄດ້ລະບາຍ ---- ກໍສະບາຍໃຈລ້ຳ

• ຄຳວ່າຮັກນັ້ນ ------ ເວົ້າອອກໄດ້ກະຈາຍ
~ ປ່ອຍໃຫ້ມັນລອຍໄປ ----- ເປັນລົມບໍ່ມີຄ່າ
~ ເປັນຮັກລົມໆແລ້ງໆ ----- ຂົມແຮງກວ່າໝາກແຄ້ງຈ້ຳແຈ່ວ
~ ແນວຄົບຄົນບໍ່ຈິງໃຈແທ້ ----- ກໍແນວນີ້ແຫຼະທ່ານເອີຍ ເປັນທຳມະດາ 

>>>>>>> ຈົບກາບກອນ ຮາຮາຮາ <<<<<<