ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ມ.ກ.. 26, 2010 | ມີ 3 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ທັມມະ

ຂອ້ຍເປັນຄົນພື້ນຖານທາງເຫນືອແລະຢູ່ໄກສອກຫລິກໄດ້ເຂົ້າມາສຶກສາຕໍ່ທີ່ນະຄອນຫລວງວຽງຈັນແລະກໍ່ມາອາໃສເຂົ້າກົ້ນບາດຂອງວັດແຫ່ງ໑ໃນ
ໂຕເມືອງວຽງຈັນເຂົາຂະນານນາມວ່າ ອາຣາມບອຍ ຟັງແລ້ວກໍ່ເທ້ດີ ແຕ່ຄວາມຫມາຍກໍ່ຄືສັງກະລີວັດນີ້ລະ ພວກຂອ້ຍມີນຳກັນ໓ຄົນແລະເປັນເດັກ
ບ້ານນອກ ພໍ່ແມ່ທຸກຍາກແລະກໍ່ຮຽນຄົນລະຂະແຫນງຄົນລະສະຖາບັນ ຕອນແລງເລິກຮຽນຈຶ່ງໄດ້ພົບຫນ້າກັນເຖິງຈະເປັນລູກຄົນລະພໍ່ຄົນລະແມ່
ແຕ່ພວກເຮົາ໓ຄົນກໍ່ຮັກກັນມີຫຍັງກະແບ່ງປັນກັນ ເພາະຄວາມຈົນເປັນເຫດກະບໍ່ຈັກ ເຂົ້າທີ່ເຫລືອກົ້ນບາດ ທີ່ກິນບໍ່ຫມົດພວກເຮົາກະບໍ່ເຄີຍຖີ້ມ
ແມ້ແຕ່໑ເມັດພວກເຮົາຈະເກັບໄປຕາກແດດແລ້ວມາຕຳໃສ່ຖົງຢາງໄວ້ເກັບໄປຕົ້ມກິນຕອນແລງຍາມໃດມີບູນວັດພວກເຮົາກໍ່ຈະໄດ້ກິນດີແດ່ໄຄກອ່ນ
ມື້ທຳມະດາແລະຈະຫມາກໄມ້ທັງຂອງຫວານທີ່ຜູ້ຄົນເອົາມາເຄັນໃຫ້ວັດ.ກິດປະຈຳວັນເສົາອາທິດກະຕອ້ງແມ່ນການບູຣະນະເດິ່ນວັດຕັດຫຍ້າທາສີ
ກຳແພງວັດ.ປັດກວາດເດີ່ນວັດບໍ່ເຄີຍໄດ້ຢູ່ລ້າໆອີກຢ່າງເຈົ້າອາວາດວັດເປັນອົງທີ່ເຂັ້ມງວດສອນໃຫ້ພວກເຮົາມີຣະບຽບວິນັຍຮູ້ຈັກສູງຈັກຕ່ຳພອ້ມ
ທັງຊີ້ແນະໃຫ້ເຂົ້າໃຈເຖິງຫລັກພຣະທັມມະແຕ່ເພິ່ນກໍ່ຮັກອິນດູມີເມດຕາກັບພວກເຮົາແລະຕໍ່ມາເປັນປີສຸດທ້າຍຂອງມໍ໗.ຂອ້ຍໄດ້ໄປສະມັກເຮັດວຽກ
ເປັນບອຍເສີບທີ່ຮ້ານສາລາເບັຽແຫ່ງ໑ພໍໄດ້ເງິນມາຊື້ປື້ມຊື້ສໍເດືອນແລກທີ່ໄດ້ເງິນເດືອນເຖິງ໓໐໐.໐໐໐ກິບຂອ້ຍພູມໃຈທີ່ສຸດເຖິງມັນຈະນອ້ຍແຕ່ກໍ່
ໄດ້ມາດວ້ຍນ້ຳພັກນ້ຳແຮງແທ້ໆເຖິງຈະເຮັດວຽກເມື່ອຍເລີຍໄປເຖິງທ່ຽງຄືນກໍ່ຕາມການຮຽນຂອງຂອ້ຍກະບໍ່ໄດ້ກະທົບກະເທືອນຫຍັງບາງມື້ຍັງໄດ້
ເສດອາຫານທີເຫລືອກິນຂອງແຂກຫໍ່ກັບມາວັດຕອ້ນຫມູ່ທີ່ເປັນອາຫານແປກສຳລັບເດັກວັດຄືພວກຂອ້ຍບາງຄັ້ງຂອ້ຍກະອົດບໍ່ໄດ້ທີ່ຖຶກຫມູ່ຮຽນນຳກັນ
ດູຖູກດູແຄນວ່າເປັນສັງກະລີວັດເພາະພວກເຂົາລ້ວນແຕ່ເປັນລູກເຈົ້າລູກນາຍມີຣົດຂັບໄປໂຮງຮຽນມີມືຖູຣູ້ນໃຫມ່ມາອວດສາວໆນັກຮຽນຕອນຫລີ້ນກິລາ
ກໍ່ມັກຈະຖຶກເຂົາກັ່ນແກ້ງຕະລອດຂອ້ຍກະໄດ້ບັກກິ ບັກຫຳສ່ຽວເກີສັງກະລີນຳກັນ ເປັນທີ່ຣະບາຍຄວາມອັດອັ້ນຕັນໃຈ ພວກເຂົາກະບໍ່ຕ່າງຫຍັງກັບຂອ້ຍ
ມີຫຍັງພວກເຮົາຈະລົມກັນໃຫ້ກຳລັງໃຈກັນປຶກສາກັນ ແລະຕອນທ້າຍປີຂອງມໍເຈັດ ບັກ ກິຄົງບໍ່ໄດ້ຮຽນຕໍ່ເພາະພໍ່ແມ່ສົ່ງຈົດຫມາຍມາໃຫ້ບັກກິ ວ່າ
ຄັນຈົບແລ້ວໃຫ້ກັບ ປາກເຊ ເພາະພໍ່ເຖົ້າຫລາຍແລ້ວປີຫນ້າຄົງບໍ່ມີໃຜເຮັດນາຊອ່ຍພໍ່ ຊຶ່ງສ້າງຄວາມໂສກເສົ້າອາໄລອາວອນນຳບັກກິເພາະພວກເຮົາ
ຢູ່ນຳກັນ໗ປີຊຶ່ງສ້າງຄວາມຮັກຄວາມຜູກພັນໃຫ້ກັນແລະກັນບັກກິກໍ່ຄົງມີຄວາມຮູ້ສຶກບໍ່ແຕກຕ່າງຫຍັງກັບຂອ້ຍແລະບັກຫຳຫລັງຈາກສອບມໍເຈັດແລ້ວ
ຂອ້ຍກັບບັກຫຳກໍ່ໄປສອບເອົາທືນໄປຕໍ່ປະຣີນຍາຕຣີ ທີ່ຕ່າງປະເທດ ຜົນອອກມາບັກຫຳສອບບໍ່ຜ່ານບັກຫຳກໍ່ຈະກັບບ້ານທີ່ທ່າແຂກ ຂອ້ຍດີໃຈທີ່ສອບຜ່ານ
ແຕ່ກໍ່ເສັຽໃຈ ທີ່ບັກຫຳສອບບໍ່ຜ່ານ ຄືນນີ້ໃນຫອ້ງນອນ ຊ່າງງຍ-ເຫງົາທີ່ສຸດ ຫມູ່ທີ່ເຄີຍໂອ້ລົມຢອກລໍ້ກັນຕ່າງກໍ່ກັບບ້ານຫມົດຂອ້ຍຮູ້ສຶກວ້າເວ່
ອີກ໒ເດືອນຫນ້າຂອ້ຍກໍ່ຈະໄດ້ເດີນທາງໄປສຶກສາຕໍ່ທີ່ຕ່າງປະເທດ ຂອ້ຍຈຶ່ງຢາກກັບໄປຢາມພໍ່ແມ່ທີ່ພາກເຫນືອຈຶ່ງໄດ້ລາອອກຈາກວຽກເປັນເດັກເສີບ
ເພື່ອໃຊ້ເວລາ໒ເດືອນກວ່າໆໄດ້ຢູ່ໄກ້ສິດກັບພໍ່ແມ່ໃຫ້ຫລາຍທີ່ສຸດເພາະວ່າຫາກໄປສຶກສາຕໍ່ທີ່ຕ່າງປະເທດເປັນເວລາ໓ປີຄົງຈະບໍ່ໄດ້ກັບມາຢາມພໍ່ແມ່
ຂອ້ຍຈຶ່ງຖືໂອກາດອຳລາ ເຈົ້າອະທິການວັດ ເພື່ອກັບບ້ານເກິດ ເພິ່ນກະບໍ່ໄດ້ຂັດຂອ້ງຫຍັງ ເພິ່ນຍັງກຳຊັບບອກວ່າກອ່ນເດິນທາງໄປຕ່າງຢ່າລືມມາແວ່
ເພິ່ນແດ່ເພິ່ນຈະໃຫ້ສີນໃຫ້ພອນເງິນເດືອນທີ່ຂອ້ຍໄດ້ຈາກເປັນເດັກເສີບກະບໍ່ໄດ້ໃຊ້ຈ່າຍຫຍັງຫລາຍເພາະອາໃສວັດກໍ່ມີເງີນເກັບເລັກນອ້ຍ.ຂອ້ຍຈຶ່ງໄດ້
ເອົາໄປຊື້ສີ້ນໃຫມກັບເສື້ອໄປຕອ້ນພໍ່ກັບແມ່ ແລະເຂົ້າຫນົມຕ່າງໆໄປຝາກນອ້ງໆອີກເຈັດຄົນ ປານນີ້ຄົງຈະໃຫຍ່ກັນທຸກຄົນແລ້ວ໗ປີເຕັມທີ່ບໍ່ໄດ້ກັບບ້ານ
ຂອ້ຍຂື້ນໄປນັ່ງທີ່ຣົດເມສາຍເຫນືອຫົວໃຈຂອ້ຍເຕັ້ນບໍ່ເປັນຈັງຫວະເພາະຄັ້ງແຣກທີ່ກັບໄປຢາມບ້ານເກິດຄົງຈະປ່ຽນແປງຫລາຍນອ້ງໆກໍ່ຄົງຈະບໍ່ຈື່

ກ້າວແຣກທີ່ຍ່າງເຂົ້າໄປໃນເດີ່ນຮົ້ວທີ່ເຮັດດວ້ຍໄມ້ໃຜ່ທີ່ພຸພັງເຫັນເດັກຍິງນອ້ຍຄົນ໑ຮອ້ງຂື້ນວ່າ
ເດັກຍິງ\ແມ່ໆໆໆ....ມີຄົນມາຫາຈັກຜູ້ເດີບຸ
ພອ້ມນັ້ນກໍ່ເຫັນຍິງຊະຣາປອ່ນຫນ້າອອກມາຈາກຣະບຽງ.ຂອ້ຍຕື້ນຕັນໃຈຈົນນ້ຳຕາໃຫລລົງມາດວ້ຍຄວາມປື້ມປິຕິຂອ້ຍຟ້າວແລ່ນຂື້ນຄັນໃດໄປກົ້ມ
ກາບລົງທີ່ຕີນຂອງແມ່ແລະເວົ້າຂື້ນວ່າ
ຂອ້ຍ\ແມ່...ຈື່ລູກຊາຍຂອງແມ່ໄດ້ບໍ່?
ແມ່ຈົມຂອ້ຍລຸກຂື້ນແລ້ວກໍ່ກອດຂອ້ຍຮູ້ສຶກຄວາມອົບອູ່ນໃນອອ້ມກອດຂອງແມ່ຊາບຊື້ງເຂົ້າໄປເຖິງກົ້ນຂົ້ວຫົວໃຈຊຶ່ງຂອ້ຍບໍ່ໄດ້ສຳພັດກັບໄອອູ່ນອອ້ມກອດ
ຂອງແມ່ຕັ້ງ໗ປີເຕັມໆ
ແມ່\ລູກຮັກຂອງແມ່ໃຫຍ່ກ້າຫນ້າບານຈົນແມ່ຈື່ບໍ່ໄດ້ເລີຍພອ້ມກັບນ້ຳຕາທີ່ຊືມອອກມາຈາກດວງຕາທັງ໒ຂ້າງຂອງແມ່
ຂອ້ຍເງີຍຫນ້າຂື້ນໄປຈອ້ງທີ່ໃບຫນ້າທີ່ຣ່ຽວຍົນໄປຕາມອາຍຸໃຂຂອງແມ່ແລ້ວເອົາ໒ ມືປ້າຍນ້ຳຕາທີ່ແກ້ມທັງສອງຂ້າງໃຫ້ເພິ່ນແລ້ວກໍ່ມາເຊັດນ້ຳຕາໃຫ້ໂຕເອັງມັນເປັນນ້ຳຕາ
ແຫ່ງຄວາມປື້ມປິຕິ.ແລ້ວຂອ້ຍຈຶ່ງຖາມແມ່ຂື້ນວ່າ
ຂອ້ຍ\ພໍ່ເດ້ເພິ່ນໄປໃສ ແລະ ຜູ້ນີ້ແມ່ນນາງຫລ້າບໍ່ນີ້?
ແມ່\ໂອ້...ແມ່ຟາງແຕ່ດີໃຈເລີຍລືມບອກລູກວ່ານີ້ຄືອີ່ຫລ້ານອ້ງສາວຫລ້າເຈົ້າຕອນໄປຮຽນມັນຍັງນອ້ຍບໍ່ຣູ້ຈັກຄວາມຊ້ຳ
ຂອ້ຍ\ໂອ້...ນອ້ງຫລ້າຂອງອ້າຍມາໃຫ້ອ້າຍອູ້ມດຸໃຫຍ່ເປັນສາວນອ້ຍລະເດ້ນີ້ມາໄວໆອ້າຍມີເຂົ້າຫນົມມາຝາກ
ແລ້ວໆນອ້ງໆທຸກຄົນໄປໃສຫມົດແມ່
ແມ່\ນອ້ງຊາຍຖັດເຈົ້າເອົາຄວາຍໄປລ້ຽງພວກນອ້ງສາວເຈົ້າພາກັນໄປຫາຫນໍ່ໄມ້ພໍ່ກະຢູ່ຖຽງນາພູ້ນລະຊອກຂູດກົບຂູດປູຄ່ຳພູ້ນລະຈັ່ງຊິພາກັນກັບບ້ານພອ້ມຫນ້າພອ້ມຕາກັນ

ຕົກແລງມາຫລັງຈາກທຸກຄົນອາບນ້ຳອາບທ່າກັນເປັນທີ່ຣຽບຮ້ອຍແລ້ວຕົງທີ່ກາງເຮືອນທີ່ໂອນເອນມູງຫຍ້າຝາໄມ້ເຮັ້ຽປູພື້ນດວ້ຍໄມ້ເຮັ້ຽຄືກັນມີພາເຂົ້າໃຫຍ່ແລະອາຫານໂປດ
ທີ່ຂອ້ຍມັກກິນກໍ່ຄືແກງປາຄໍ່ໃສ່ຜັກຊີແລະຫນໍ່ໄມ້ສົ້ມ .ມີຊູບຜັກໄທເຫນືອ ຜັກລວກແຈ່ວປາແດກ ຂອ້ຍໄດ້ຈົກຂອງຂວັນອອກມາຢາຍໃຫ້ພໍ່ແລະແມ່ ຫລັງຈາກນັ້ນກໍ່ຢາຍໃຫ້ນອ້ງໆ
ຄົບທຸກຄົນຫລັງຈາກກິນເຂົ້າແລງແລ້ວຂອ້ຍຈຶ່ງບອກຂ່າວດີໃຫ້ພໍ່ແມ່ແລະນອ້ງໆໄດ້ຟັງວ່າ
ຂອ້ຍ\ເປິດເທີ້ມຫນ້ານີ້ລູກຈະໄດ້ເດິນທາງໄປສຶກສາຕໍ່ທີ່ຕ່າງປະເທດເປັນເວລາ໓ປີເພື່ອຕໍ່ປະຣີນຍາຕີ
ຂ່າວນີ້ສ້າງຄວາມປະທັບໃຈໃຫ້ກັບຜູ້ເປັນພໍ່ແລະແມ່ແລະນອ້ງທຸກໆຄົນ
ພໍ່\ແລ້ວເດືອນໃດແລະມື້ໃດທີ່ລູກຈະເດີນທາງລະ?
ຂອ້ຍ\ໂອ້...ຄົງເປັນຕົ້ນເດືອນ ກັນຍາ ແຕ່ລູກຕອ້ງກັບໄປວຽງກອ່ນ໑ອາທິດລູກກໍ່ຈະໄປອາໃສວັດລໍຂື້ນຍົນແລະໄປກາບລາພຣະອາຈານນຳຈະຂໍສີນຂໍພອນນຳເພິ່ນ
ພໍ່\ອື່ມ....ຫມາຍຄວາມວ່າລູກຈະມາຢູ່ບ້ານເຮົາເກືອບສອງເດືອນນໍ້
ຂອ້ຍ\ໂດຍ....ເພາະໄປຕ່າງປະເທດແລ້ວກໍ່ຄົງ໓ປີພູ້ນລະຈຶ່ງຈະຈົບລູກຢາກຈະໃຊ້ເວລານີ້ຢູ່ກັບຄອບຄົວໃຫ້ຫລາຍທີ່ສຸດ
ແມ່\ແມ່ດີໃຈທີ່ລູກຕັ້ງຫນ້າຕັ້ງຕາສຶກສາເລົ່າຮຽນມາຫາກແມ່ໄດ້ເຫັນໃບປະຣີນຍາຕອກປຣີນຍາຕີກໍ່ຄົງຄົງສ້າງຄວາມດີໃຈໃຫ້ແມ່ທີ່ສຸດແຕ່ເກິດມາແມ່ກະບໍ່ເຄີຍເຫັນດອກ
ບໍ່ຈັກວ່າຫນ້າຕາມັນເປັນຈັ່ງໃດຊ້ຳ
ເຮັດໃຫ້ລູກທຸກຄົນອົມຍີ້ມໃນຄຳເວົ້າຂອງແມ່ທີ່ບໍ່ເຄີຍໄດ້ຣຽນແບບຊາວຊົນນະບົດບ້ານນອກທົ່ວໆໄປ

ອີກ໑ ອາທິດຈະຮອດມື້ເດີນທາງກັບວຽງຈັນພໍ່ກໍ່ໄດ້ຂາຍຄວາຍ໑ ໂຕເພືອ່ເອົາເງິນໄວ້ກິນທາງແກ່ຂອ້ຍແລະເຮັດຜູກແຂນໃຫ້ຂອ້ຍໃນງານສູ່ຂວັນເກືອບທຸກຄົນໃນບ້ານຕ່າງກໍ່
ມາສະແດງຄວາມປື້ມປິຕິຍີນດີນຳພໍ່ແລະແມ່ຂອງຂອ້ຍຕ່າງກະຊົມຍົກຍອ້ງລູກຊາຍຂອງພໍ່ແມ່ຢ່າງອອກຫນ້າອອກຕາບາງຄົນກະຂໍຈອງໄວ້ເປັນລູກເຂີຍບາດຮຽນຈົບແລ້ວ.
ເຮັດໃຫ້ຂອ້ຍຫນ້າແດງກ່ຳປານທາສີ
ຕອນຜູກແຂນຜູ້ເຖົ້າຜູ້ແກ່ຕ່າງກໍ່ມາໃຫ້ສີນໃຫ້ພອນຈົ່ງໃຫ້ຮຽນຈົບແລ້ວກັບມາສ້າງສາຫມູ່ບ້ານຂອງເຮົາເນີລູກເນີ້ທຸກໆສຽງອວຍພອນຂອງແຕ່ລະຄົນຍັງກອ້ງກັງວານໃນ
ຫວ້ງປະສາດຂອງຂອ້ຍຕະລອດທາງທີ່ຣົດເມໄດ້ລ້ຽວຄົດໂຄ້ງໄປຕາມຮ່ອມຜາຕອນເດິນທາງກັບມາວຽງຈັນເພື່ອຕຽມໂຕບິນໄປສຶກສາທີ່ຕ່າງປະເທດ .ຮູບໃບຫນ້າທີ່ຮ່ຽວແຫ້ງ
ຂອງພໍ່ແລະແມ່ຍັງຕິດຢູ່ໃຕ້ສຳນຶກທີ່ຂອ້ຍຫລັບຕາລົງທຸກຄັ້ງ

ຂອ້ຍໄດ້ຍ່າງເຂົ້າໃນເດິ່ນວັດແລ້ວກໍ່ຟ້າວໄປທີ່ກຸຕິເຈົ້າອາທິການວັດເພື່ອກາບເພິ່ນພອ້ມກັບຂອງຝາກບ້ານນອກແລ້ວຈຶ່ງກາບລາທ່ານໄປອາບນ້ຳພັກຜອ່ນເພາະມື້ອື່ນເຊົ້າຈະໄດ້ລຸກ
ແຕ່ເຊົ້າເພືອ່ໄປເອົາພາດສະປອດທີ່ກະຊວງພາຍທີ່ໄດ້ໄປສະເນີເຮັດກອ່ນເດີນມາງກັບບ້ານແລະກໍ່ຈະໄປສອບຖາມປີ້ຍົນທີ່ກະຊວງສຶກສາທິການເພາະຍັງເຫລືອອີກ໑ ອາທິດກໍ່ຈະເຖິງ
ມື້ເດິນທາງແລ້ວ

ຫລັງຈາກໄດ້ພາດສະປອດແລ້ວຂອ້ຍກໍ່ຟ້າວໄປທີ່ກະຊວງສຶກສາທິການນະທີ່ເຄົ້າເຕີ້ຂອ້ຍໄດ້ເຈິພະນັກງານຕອ້ນຮັບສາວຄົນ໑
ຂອ້ຍ\ສບດ ມາຂໍຖາມກ່ຽວກັບນັກສຶກສາທີ່ສອບທືນຕ່າງປະເທດໄດ້ທີ່ຈະເດີນທາງພາຍໃນອາທິດຫນ້ານີ້ເພິ່ນມີປີ້ຍົນໃຫ້ແລ້ວບໍ່?
ພະນັກງານສາວ\ເຈົ້າ ສບດ ຂໍເບິ່ງພາດສະປອດໄດ້ບໍ່?
ຂອ້ຍ\ເຈົ້າ່ພອ້ມກັບຍື່ນພາດສະປອດໃຫ້ພະນັກງານຕອ້ນຮັບ
ພະນັກງານສາວຫາຍເຂົ້າໄປໃນຫອ້ງນຶ່ງແລ້ວກໍ່ກັບມາວ່າ
ພນງສ\ອ້າຍສອບຜ່ານບໍ່?
ຂອ້ຍ\ແມ່ນແລ້ວ
ພນງສ\ອ້າວ....ແຕ່ໃນບັນຊີລາຍຊື່ນັກສຶກສາທີ່ຈະເດີນທາງບໍ່ມີຊື່ຂອງອ້າຍໄດ໋ປີ້ຍົນທີ່ມີຢູ່ລ້ວນແຕ່ມີຊື່ອື່ນຫມົດບໍ່ມີຊື່ຂອງອ້າຍເດີ້
ຂອ້ຍມືນງົງຫນ້າມ້ານຫົວເຂົ່າແທບຈະລອ່ຍລົງໄປກອງກັບພື້ນກັບຄຳເວົ້າຂອງພະນັກງານສາວຄົນນັ້ນ.ແລ້ວຂໍເບິ່ງລາຍຊື່ນຳໄດ້ບໍ່?
ພງສ\ໄດ້ລໍແປບນຶ່ງ ພອ້ມກັບອອກມາຍື່ນລາຍຊື່ໃຫ້ຂອ້ຍເບິ່ງອີກ
ຂອ້ຍພະຍາຍາມອ່ານລາຍຊື່ແຕ່ລະຄົນລົງມາຈົນສຸດ໓ຮອບກະບໍ່ປາກົດມີຊື່ຂອ້ຍເລີຍຂອ້ຍຍ່າງຄໍຕົກກັບໄປວັດແລະໄປເລົ່າຄວາມເປັນຈິງສູ່ຄູບາຟັງ.
ເປັນອັນວ່າຂອ້ຍບໍ່ໄດ້ສຶກສາຕໍ່ຕາມທີ່ຄາດໄວ້ແລະກະບໍ່ກ້າກັບໄປບ້ານເກິດຂອງໂຕເອັງເພາະລະອາຍບໍ່ກ້າສູ້ຫນ້າກັບໄທບ້ານຂອງຂອ້ຍ.
ຂອ້ຍຈຶ່ງໄດ້ຂຽນເລື້ອງຈິງນີ້ຝາກໃຫ້ມາໃຫ້ສະມາຊິກໃບລານໄດ່້ອ່ານແລະຊອ່ຍພິຈາຣະນາໃຫ້ແນ່ວ່າຄວາມຍຸຕິທັມມີຢູ່ບໍ່?ທຸກມື້ນີ້ຫາກຖຶກລູກຫລານຂອງ
ທ່ານເດ້ທ່ານຈະມີຄວາມທຮູ້ສຶກແບບໃດ?ແລ້ວອີກປານໃດສັງຄົມບ້ານເຮົາຈະປ່ຽນແປງແລະຈະເຣີນກ້າວຫນ້າດັ່ງບ້ານເພິ່ນເມືອງທ່ານແມ້ເຣື້ອງນີ້
ຈະຜ່ານມາໄດ້ຫລາຍ໑໐ປີກໍ່ຕາມຄວາມຮູ້ສຶກຂອງຂອ້ຍກະຍັງບໍ່ສາມາດລົບລ້າງເຣື້ອງນີ້ອອກໄປຈາກສະມອງຂອງຂອ້ຍໄດ້ແລະຍັງມີລູກຕາສີນາຍສາ
ລູກຊາວໄຮ່ຊາວນາຫມາເຕົ່າອີກຈັກຮອ້ຍຈັກພັນຄົນທີ່ຈະຖຶກແບບເຣື້ອງຈິງຂອງຂອ້ຍ.ບໍ່ແມ່ນຂຽນມາຟອ້ງຮອ້ງເອົາຫຍັງດອກພຽງແຕ່ຢາກໃຫ້ມີ
ຄວາມຍຸຕິທັມແກ່ຄົນທຸກຄົນຍາກເທົ່ານັ້ນ.ຈົບ ບໍຣິບູນ ຂອບໃຈທ່ານສະມາຊິກໃບລານທຸກໆທ່ານທີ່ເຂົ້າມາອ່ານເຣື້ອງຈິງທີ່ໄຮ້ສາຣະຂອງຂອ້ຍຮັກແພງ
ປລ\ພໍ່ແມ່ຂອ້ຍແລະຂອ້ຍກໍ່ຫມົດໂອກາດທີ່ຈະເຫັນໃບປະຣີນຍາຕີ.ຈົນເພິ່ນຫມົດບູນໄປແລ້ວ.

from: www.bailane.com


<!--Session data-->
Delicious Digg Fark Twitter