ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ມ.ກ.. 27, 2010 | ມີ 4 ຄຳເຫັນ ແລະ 0 trackback(s)

ຕອນຍັງນ້ອຍມັກປີນຕົ້ນສີດາຍາມເດືອນ8ຂື້ນໄປເພາະໄດ້ກິນໝາກສີດາຫຼາຍ, ພາກັນປີນຂື້ນໄປບັກຫຼາຍໆຄົນທັງຍິງທັງຊາຍ, ກະພາກັນເວົ້າວ່າ: ຢ່າຢ້ຽມໃດ ລະວັງໃດ, ພາກັນຍືນປິດໝາກສີດາ ງ່ານັ້ນໄປຫາງ່ານີ້,​ ໝູ່ບາງຄົນກະພາກັນຖ້າຢູ່ລຸ່ມໃຫ້ໝູ່ຢູ່ເທິງປິດລົງມາໃຫ້ກິນ,​ ມີໝູ່ຜູ້ຊາຍຄົນໜຶ່ງ ເພິ່ນອ້າງວ່າປີນຕົ້ນໄມ້ເກັ່ງນີ້ລະ ເພິ່ນກໍ່ໄດ້ເຕັ້ນຂະເຍົ່າ ຕົ້ນສີດາ ແລ້ວເວົ້າວ່າ: ແປງຮ່າງ ໂຈເລັນເຈີ(ທຳທ່າສິກາຍເປັນຄົນເຫຼັກນີ້ລະ) ພໍດີຕົ້ນສີດາງ່ານັ້ນພັດຫັກ ຄວກຄາກລົງມາ, ເພິ່ນຈັບເອົາຫຍັງບໍ່ທັນ ກໍ່ເລີຍ ຕົກເປັກ ລົງມາພື້ນດິນ ມືມຸບແອວຢູ່ ແລ້ວຄາງໂອຍໆ ຕີແອວໃຫ້ແດ່ຕີແອວໃຫ້ແດ່? ຕອນນັ້ນໃຜກໍ່ພາກັນຕົກໃຈດອກ ແລ້ວ ເຫດການແລ້ວໄປແລ້ວ ພາກັນເລົ່າຄືນ ແລ້ວຫົວຂວັນເພິ່ນ,​ ລູກສາວລຸງ ເປັນຄົນອ້ວນໆ ກໍ່ຕົກຕົ້ນສີດາຄືກັນ ພໍເອີນຕົກລົງມາກໍ່ນັ່ງຢູ່ພື້ນດິນເລີຍ ແຕ່ຕົກຈາກທີ່ສູງເຮັດໃຫ້ແຄ້ນເວົ້າຫຍັງບໍ່ໄດ້ ຕາກໍ່ເລືອກ ແຕ່ລາວຈັບເອົາໝູ່ຢູ່ຂ້າງ, ໝູ່ຜູ້ນັ້ນເຫັນຕາລາວເລືອກ ເລີຍຕົກໃຈຮ້ອງໄຫ້ຂື້ນມາຢ່າງແຮງ. (ຄິດວ່າເປັນຜີແລ້ວ) ອິອິອິ ຊິຕາຍຍ້ອນຢາກກິນໝາກສີດາ ຕອນນັ້ນກະມ່ນໃດ....


 
Delicious Digg Fark Twitter