ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ມ.ກ.. 27, 2010 | ມີ 3 ຄຳເຫັນ ແລະ 0 trackback(s)
ຕອນຮຽນມໍປາຍຢູ່ ມສ ອານຸ ເມືອງວຽງໄຊ ເມືອງແຫ່ງປະຫວັດສາດຖ້ຳທ່ານຜູ້ນຳ, ມີຖ້ຳໜຶ່ງຊື່ຖ້ຳແມ່ໝ້າຍ, ເຊິ່ງຕອນນີ້ປ່ຽນຊື່ມາເປັນຖ້ຳຜາທ້າວແລ້ວ, ຖ້ຳນີ້ໄດ້ຖືກກ່າວຂານເລົ່າລືມາວ່າ: ແຕ່ກີ້ແຕ່ກ່ອນເຄີຍມີໜໍ່ຄຳ. ມື້ໜື່ງຕອນພັກຜ່ອນເຂົ້າຫ້ອງຮຽນນັ້ນ, ໝູ່ພວກຂ້ອຍຫຼາຍຄົນພາກັນຍ່າງໄປຫຼິ້ນຖ້ຳແຫ່ງນັ້ນ ອ່າວມືດໜ້ອຍໜື່ງຕອນນັ້ນບໍ່ທັນໄດ້ໃສ່ດອກໄຟ, ໝູ່ຜູ້ໜື່ງເລີຍຮ້ອງໂວຍວາຍມາໃສ່ພວກຂ້ອຍວ່າ ໂອຍຂ້ອຍຢຽບໜໍ່ຄຳ, ພວກຂ້ອຍເລີຍເວົ້າວ່າ: ໃສໆ, ບຶດໜື່ງກິ່ນເໝັນໄດ້ໂຮຍມາ, ແລ້ວເພິ່ນກໍ່ເວົ້າວ່າ: ເຮີຍກູຢຽບຂີ້, ພວກຂ້ອຍກໍ່ພາກັນແລ່ນໜີປະເພິ່ນເພາະກິ່ນເໝັນຫຼາຍ, ເພິ່ນກໍ່ແລ່ນນຳກົ້ນພວກຂ້ອຍແລ້ວພາກັນຫົວຈົນເຈບທ້ອງ. (ແຕ່ຄວາມຈິງເມືງວຽງໄຊເປັນແຫຼ່ງທ້ອງທ່ຽວທີ່ສວຍງາມຝັງໃຈບໍ່ລືມເລືອນໃດ). ສ່ວນໜໍ່ຄຳທີ່ເວົ້ານີ້ເຂົາເຈົ້າອານາໄມສະອາດໝົດແລ້ວ.
Delicious Digg Fark Twitter