ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ມ.ກ.. 27, 2010 | ມີ 11 ຄຳເຫັນ ແລະ 0 trackback(s)

 

ແຕ່ກີ້ແຕ່ກ່ອນ ຢູ່ເມືອງ ວຽງໄຊ ແຂວງຫົວພັນ ໄດ້ມີເລື່ອງນິທານພື້ນບ້ານກ່າວຂານເລົ່າວ່າ: ມີສອງອ້າຍນ້ອງໄປຕຶກເບັດຢູ່ໜອງປາ ເມືອງວຽງໄຊ, ພໍດີ ມື້ນັ້ນໄດ້ປາຫຼາຍໆ ຈົນເຕັມຊາມ, ແຕ່ບຶດໜຶ່ງຊາມປາໄດ້ໄດ້ເຄື່ອນລົງໜອງ ແລ້ວລອຍໄປໄປກາງໜອງ, ຜູ້ເປັນອ້າຍຫຼຽວເຫັນເລີຍເວົ້າວ່າ: ໂອຍຊາມປາ ໄດ້ບັກຫຼາຍໆ:​ ລາວເລີຍກະໂດດລອຍໄປເອົາຊາມປາ ແຕ່ຍິ່ງລອຍໄປໆໆ ຊາມປາກໍ່ລອຍໄປ ຈົນຮອດກາງໜອງ ກໍ່ໄດ້ມີນ້ຳໄຫຼບິດອ້ຽວກາງໜອງ ໄດ້ບຶດອ້ຽວເອົາຊາມປາລົງໄປ ແລ້ວກໍ່ບິດອ້ຽວເອົາຜູ້ເປັນອ້າຍໄປນຳ, ຜູ້ເປັນນ້ອງຊາຍໄດ້ແຕ່ແນມເບິ່ງດ້ວຍຄວາມເສົ້າສະຫຼົດໃຈ ແລະ ເຮັດຫຍັງບໍ່ໄດ້, ລາວກໍ່ບໍ່ກ້າຊິກັບເມືອບ້ານອີກ ເພາະ ຢ້ານພໍ່ແມ່ຮ້າຍ ລາວຈິ່ງໄດ້ແຕ່ນັ່ງໄຫ້ຢູ່ຄີມໜອງ, ບືດໜື່ງໄດ້ມີປາໄນຄຳ ງາມໆລອຍມາໃສ່ຕໍ່ໜ້າລາວ, ລາວກໍ່ໄດ້ຖິ້ມເບັດໄປໃສ່ ແລ້ວ ປາໂຕນັ້ນກໍ່ຕອດເບັດຂອງລາວ, ລາວກໍ່ຮີບດຶງເບັດຂື້ນມາ ແຕ່ແລ້ວປາໂຕນັ້ນກໍ່ໄດ້ກາຍຮ່າງເປັນນາງສາວງາມໆຜູ້ໜື່ງຍິ້ມໃສ່ລາວ ແລ້ວເຂົ້າມາລົມຮັກມັກກັບລາວແຕ່ລາວປະຕິເສດກັບໄປວ່າ: ຂ້ອຍຍັງນ້ອຍ, ຂ້ອຍຈະເອົາເຈົ້າບໍ່ໄດ້ດອກ, ແຕ່ນາງສາວຜູ້ນັ້ນກໍ່ໄດ້ຊູຊີລາວດົນເຕີບເພື່ອໃຫ້ລາວໃຈອ່ອນ,​ ສຸດທ້າຍລາວກໍ່ຕອບໄປວ່າ: ຖ້າເຈົ້າຊິເອົາຂ້ອຍແມ່ນໃຫ້ລໍຖ້າໃຫ້ຂ້ອຍໃຫຍ່ກວ່ານີ້ກ່ອນ,​ຖ້າອີກ 3 ປີເດີ, ສາວນັ້ນກໍ່ລໍຖ້າຮອດ3ປີແລ້ວກໍ່ມາແຕ່ງງານກັບຊາຍຄົນນັ້ນ, ເຂົາເຈົ້າກໍ່ເອົາກັນແລ້ວກໍ່ໄປຢູ່ທີ່ຖ້ຳແມ່ໝ້າຍ ແລ້ວເກີດແມ່ແຜ່ລູກອອກມາ ເປັນທ້າວເງືອກນາງເງືອກ ເຄິ່ງຄົນເຄິ່ງເງືອກ, ພໍ່ແມ່ເຂົາເຈົ້າກໍ່ຕາຍແລ້ວກາຍເປັນໜໍ່ເງິນໜໍ່ຄຳເທົ່າທຸກວັນນີ້, ສວ່ນລູກກໍ່ເຝົ້າເງິນຄຳຢູ່ຈົນທຸກມື້ນີ້ ຖ້າຜູ້ໃດເຫັນ ຫຼື ໄປສະແຫວງຫາເພືອຢາກໄດ້ຄຳເຫຼົ່ານັ້ນ ແມ່ນເລືອດດັງອອກແລ້ວຕາຍກັບບ້ານບໍ່ໄດ້.
 
Delicious Digg Fark Twitter