ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ມ.ກ.. 28, 2010 | ມີ 6 ຄຳເຫັນ ແລະ 0 trackback(s)
(ຕອນນັ້ນເຮືອນພໍ່ແມ່ຢູ່ ເມືອງວຽງໄຊ ແຂວງຫົວພັນ, ແຕ່ຮຽນຮອດມໍ 6 ເລີຍຢາກໄປຮຽນຢູ່ເມືອງຊຳເໜືອເລີຍຕັດສິນໃຈໄປຢູ່ນຳນ້າສາວ ທີ່ ເມືອງຊຳເໜືອ, ວຽງໄຊ ແລະ ຊຳເໜືອ ຫ່າງກັນ ຊາວ ກວ່າ ກິໂລແມັດ) ຕອນນັ້ນຂ້ອຍຮຽນຢູ່ມໍ 6, ພໍດີຕອນນັ້ນເທີມສຸດທ້າຍ,​ ຊວ່ງນັ້ນກໍ່ພະຍາຍາມຄິດວ່າເຮັດແນວໃດໃຫ້ເສັງໄດ້ ແລະ ເຮັດແນວໃດຊິໄດ້ຄະແນນດີຄືໝູ່, ຊວ່ງນີ້ຕ້ອງຕັ້ງໃຈຮຽນແນ່, ຄຳ່ມາຕ້ອງໄດ້ອ່ານ ແລະ ທົບທວນບົດຮຽນຄືນ,​ ພໍດີມື້ນັ້ນ ມີກາບກອນຕະຫຼົກຫຼາຍ ເລີຍເອົາມາອ່ານ, ຮຽນໄປ ອ່ານກອນໄປນຳ ເລີຍເກີດ ອາການຢາກຫົວຂື້ນມາ ເລີຍນັ່ງຫົວຢູ່ຜູ້ດຽວ, ນ້າສາວຄິໃນໃຈວ່າ:​ເອ໋ ມັນຄືຫົວຢູ່ຜູ້ດຽວ ສົງໄສ ເປັນບ້າແລ້ວ, ນ້າສາວກໍ່ເລີ່ມຢ້ານ ແລະ ໂທບອກແມ່. ຮຸ່ງເຊົ້າມາຂ້ອຍໄປໂຮງຮຽນ ແຕ່ມື້ນັ້ນມີອາການ ວິນຫົວ ຟັງອາຈານອະທິບາຍບໍ່ເຂົ້າໃຈ, ວິນຫົວອີ່ຫຼີ ກໍ່ເລີຍໝູບຫົວລົງໂຕະ ແລ້ວ ບໍ່ຮູ້ວ່ານ້ຳຕາເຮົາໄຫຼມາແຕ່ໃສ ສຽງສະອື້ນ ອືກໆ ກໍ່ໄດ້ດັງຂື້ນທົ່ວຫ້ອງ, ປື້ມຂຽນທີ່ວາງໄວ້ເທິງໂຕະກໍ່ຕົກຊະລົງມາ ໝູ່ກໍ່ພາກັນຫຼຽວມາເບິ່ງ ຜ່ານໄປບຶດໜຶ່ງອາຈານກໍ່ເຊົາສອນ ໝູ່ກໍ່ພາກັນຫຸ້ມມາວ່າເປັນຫຍັງໆໆໆ:​ ບໍ່ໄດ້ເປັນຫຍັງ, ໄປສກໍ່ໄປສ໋າ, ຮອດເວລາພັກຜ່ອນ ກໍ່ເລີຍຕັດສິນໃຈກັບບ້ານສາກ່ອນ, ເລີຍ ຍ່າງກັບໄປຫານ້າສາວທີ່ຕະຫຼາດ, ພໍດີຫຼຽວໄປເຫັນແມ່, ເລີຍຖາມວ່າ: ອ້າວແມ່ມາເຮັດຫຍັງ? ແມ່ຕອບວ່າ: ມາຮັບລູກຫັ້ນລະ. ອ້າວ ເຮົາກໍ່ຄິດງົງໃນໃຈ ແຕ່ກໍ່ຢ່າສະ, ແມ່ກໍ່ເວົ້າວ່າ: ໄປກັບບ້ານ. ຂ້ອຍ: ກັບກໍ່ກັບລະເນາະ, ແມ່ກໍ່ພາຂື້ນລົດເມກັບບ້ານ, ຕອນຊິກັບເຫັນໝູ່ຜູ້ໜຶ່ງມາຢືນເບິ່ງເຮົາຂື້ນລົດຢູ່ ( ທ່າທາງລາວທຳທ່າອຸກຈແທນເຮົາ ຫຍັງຈັກຢ່າງ ), ແຕ່ເຮົາກໍ່ບໍ່ຮູ້ ແລະ ບໍ່ສົນໃຈ, ຕອນນັ້ນ ອີກ ສອງເດືອນ ກໍ່ເສັງຈົບຊັ້ນມໍ ຫົກ ແລ້ວ, ພໍດີແມ່ພາໄປຮອດບ້ານ ບືດໜື່ງກໍ່ມີຄົນຫຼັ່ງໄຫຼມາເຮືອນ: ມາຢ້ຽມຂ້ອຍແບບຢ້ານໆກົວໆ, ຂ້ອຍກໍ່ສົນໃຈ ແລະ ລຳຄານວ່າເອ໋ ເຂົາເຈົ້າມາເຮັດຫັຍງກໍ່ເລີຍຮ້າຍເຂົາເຈົ້າວ່າ: ມາເບິ່ງຫຍັງ? ເຂົາເຈົ້າກໍ່ພາກັນແລ່ນໜີ(ທີ່ແທ້ແມ່ນແມ່ກັບນ້າສາວ ບອກເຂົາເຈົ້າວ່າຂ້ອຍເປັນບ້າ ບໍ່ຮູ້ວ່າຖືກຢາບ້າຫຼືຖືກຂອງເຂົາເຈົ້າ), ແຕ່ຄວາມຈິງຂ້ອຍຈື່ໝົດທຸກຢ່າງ, ຜ່ານມາ ຂ້ອຍບໍ່ເຄີຍຂາດຮຽນ ບໍ່ເຄີຍເສັງຕົກ, ແຕ່ມື້ນັ້ນແມ່ຂ້ອຍເອົາມາຢູ່ບ້ານ ທັງໆທີ່ໝູ່ກຽມເສັງຈົບມໍປາຍ, ຂ້ອຍເລີຍຄິດໃນໃຈວ່າ: ບໍ່ໃຫ້ຂ້ອຍໄປຮຽນອີກແລ້ວຫວານີ້, ຕໍ່ມາກໍ່ແມ່ນບຸນສົງການ : ໝູ່ຢູ່ຊຳເໜືອກໍ່ພາກັນທະຍອຍມາຫຼິ້ນວຽງໄຊ, ໝູ່ຜູ້ໜຶ່ງກໍ່ມາກ່ອມເກ່ຍຂ້ອຍວ່າ: ໄປກັບໄປເສັງສ໋າ ໄປຮຽນໃຫ້ມັນຈົບ, ແຕ່ພໍ່ແມ່ຂ້ອຍບໍ່ໃຫ້ໄປອີກເພາະເປັນຫວ່ງ, ແຕ່ລະມື້ຂ້ອຍເຊັງ, ບໍ່ວ່າຂ້ອຍຊິຍ່າງເລາະໄປໃສ ພໍ່ແມ່ກໍ່ບອກໃຫ້ຄົນໄປນຳຫາຂ້ອຍໝົດຈົນທົ່ວ, ຖ້າຂ້ອຍບໍ່ຢາກກິນເຂົ້າກໍ່ບັງຄັບໃຫ້ກິນ, ແມ່ຕູ້ຂ້ອຍເຫັນຂ້ອຍໄປຍ່າງຫຼິ້ນກໍ່ໄລ່ນຳຂ້ອຍແລ້ວເອົາເຂົ້າໄລ່ນຳໃຫ້ຂ້ອຍກິນ ເພິ່ນເປັນຫວ່ງຂ້ອຍ, ຕອນນັ້ນຂ້ອຍລຳຄານຫຼາຍ ເລີຍເວົ້າໃຫ້ເພິ່ນວ່າ: ຊິໄລ່ນຳມາເຮັດຫຍັງ? ບໍ່ຢາກກໍ່ບໍ່ຢາກຕີ, ເພິ່ນກໍ່ຍັງຄິດຄຽດໃຫ້, ຄືຊິນແມ່ໄປຖາມໄທບ້ານວ່າຊິເຮັດແນວໃດ? ບາດນີ້ກໍ່ເຫັນເພິ່ນນຳໝໍຜີມາເຮືອນ, ໄທບ້ານນຳມາເບິ່ງຫຼາຍໆ, ເພິ່ນວ່າຊິເຮັດພິທີໄລ່ຜີອອກຈາກຕົວຂຍວ່າຊັ້ນ: ຈັກແມ່ນເປົ່ແຄນ ຕີກອງຕີຄ້ອງອີ່ຫຍັງ ອ້າເຂົ້າອ້າ ຂວັນ ຈັບດາບຈັບງ້າວໄລ່ ໄປໄລ່ມາ ແລ້ວເອົາໄກ່ນ້ອຍ ມາປາດຄໍ ເລືອດໄຫຼລົງມາ ລະເອົາເລືອດມາຢອດໃສ່ຫົວຂ້ອຍ, ແຕ່ຂ້ອຍກໍ່ບໍ່ສົນໃຈເຂົາເຈົ້າດອກ, ຕອນນັ້ນຄືຮູ້ສຶກວ່າ: ໄທບ້ານເລົ່າລືໄປດັງເຕີບວ່າ: ບາງຄົນກໍ່ວ່າ: ຜີເຂົ້າ, ບາງຄົນກໍ່ວ່າ ຖືກຢາບ້າ, ຂ້ອຍມາຄິດໃນໃຈວ່າ: ເອ໋ ຂ້ອຍໄປຖືກຢາບ້າເຂົາຕອນໃດ, ເອ໋ ຫຼືວ່າໄປວັນເກີດ ໝູ່ມື້ນັ້ນເຂົາເຈົ້າໃສ່ເຄື່ອງກິນໃຫ້ກິນ, ເລື່ອງຈັ່ງແມ່ນຊ່າລືໄປໄກ, ຈັ່ງແມ່ນຫຼາຍຄົນທະຍອຍມາເບິ່ງຂ້ອຍ, ເຈົ້າແຂວງກໍ່ລົງມາເບິ່ງ, ເຈເມືອງກໍ່ມາເບິ່ງ, ບາງຄົນເຮົາຈັບໃສ່ ກໍ່ສັ່ນຈົນຊິຮ້ອງໄຫ້ ຈັກແມ່ນເຂົາຢ້ານ ແຕ່ບາງຄົນກໍ່ບໍ່ຢ້ານ. ບາງມື້ເຫັນແມ່ນັ່ງໄຫ້ຢູ່ ເລີຍຖາມເຂົາເຈົ້າວ່າ ລາວໄຫ້ເຮັດຫຍັງ? ເຂົາເຈົ້າຕອບວ່າ: ກະໄຫ້ຍ້ອນເຈົ້າເປັນບ້າຫັ້ນເດ໋, (ຕາຍໆໆໆ ຄິດໃນໃຈ ຂ້ອຍເປັນບ້າແລ້ວຫວານີ້) ທ່ານ ໝໍ ຫຼາຍຄົນໃນເມືອງວຽງໄຊ ກໍ່ພາກັນມາຫຼິ້ນເຮືອນຂ້ອຍ, ແຕ່ລະມື້ນະ ພໍ່ແມ່ໃຫ້ທ່ານໝໍ ສົ່ງນ້ຳ ໃສ່ໃຫ້ຂ້ອຍທຸກມື້, ຈົນມື້ທີ່ 6 ຂ້ອຍແລ່ນໜີ ເພາະບໍ່ຢາກໃສ່ອີກແລ້ວ, ພໍ່ໍກໍ່ຂີ່ລົດຈັກໄລ່ນຳ ຮອດຕະຫຼາດ ພໍດີຫຼາຍຄົນຫັນມາເບິ່ງຂ້ອຍກັບພໍ່, ຂ້ອຍຢາກຮ້າຍ ເລີຍເວົ້າໃຫ້ພໍ່ວ່າ: ກັບແມ້ ຊິນຳມາເຮັດຫຍງ? ພໍ່ກໍ່ເວົ້າວ່າ: ກັບບ້ານນໍລູກ, ຂ້ອຍກໍ່ທັງເວົ້າທັງຮ້ອງໄຫ້ວ່າ: ຊິກັບໄປເຮັດຫຍັງ? ມື້ໃດກໍ່ສົ່ງນ້ຳ ຈັກສົ່ງອີ່ຫຍັງ ກະດັກກະດໍ້, ໝູ່ຂ້ອຍໃນຕະຫຼາດກໍ່ບອກວ່າ:​ ບບໃດຖຽງພໍ່ນະ ກັບບ້ານແມ້, ພໍ່ຂ້ອຍກໍ່ຊິມາດືງແຂນຂ້ອຍຂື້ນລົດ, ຂ້ອຍບໍ່ຍອມ ຂ້ອຍກໍ່ເລີຍຈັບກ້ອນຫີນໜື່ງມາ ແລ້ວເວົ້າວ່າ: ເຂົ້າມາແມ້ຊິຖິ້ມກ່ອນຫີນໃສ່, ພໍ່ຂ້ອຍກໍ່ທຳທ່າຊິຍ່າງມາ ຂ້ອຍກໍ່ຖິ້ມໝາກຫີນໃສ່ ແຕ່ຕັ້ງໃຈຖິ້ມແບບບໍ່ໃຫ້ຖືກເພິ່ນດອກ, ເພິ່ນຊິເຮັດແນວໃດຂ້ອຍກໍ່ ເລີຍຂີ່ລົດກັບບ້ານ ໄປບອກແມ່ຂ້ອຍໃຫ້ໄປນຳຂ້ອຍ, ແມ່ຂ້ອຍກໍ່ຂີ່ລົດນຳຂ້ອຍມາອີກ ງໍ້ຈັ່ງໃດຂ້ອຍກໍ່ບໍ່ເວົ້ານຳ ແລະ ຂ້ອຍກໍ່ທຳທ່າຍ່າງໄປທາງໄປເມືອງຊຳເໜືອຫັ້ນລະ, ແມ່ຂ້ອຍກໍ່ເລີຍເວົ້າວ່າ: ມາແມ້ມ່ຊິໄປສົ່ງ, ເວົ້າຫຍັງມາຂ້ອຍກໍ່ບໍ່ຟັງ ແລະ ບໍ່ສົນ ຍ່າງໄປເລື້ອຍໆ, ແມ່ກໍ່ເລີຍໄປນຳພໍ່ສ່ຽວວ່າ: ໄປສົ່ງລູກຂ້ອຍໄປເຮືອນນ້າສາວແດ່ເດີ, ມັນວ່າຊິໄປຊຳເໜືອ, ພໍ່ສ່ຽວກໍ່ເລີຍໄປຮັບຂ້ອຍໄປສົ່ງ, ຕໍ່ມາພໍ່ມ່ກໍ່ເອົາຂ້ອຍໄປທ່ຽວຫວຽດນາມ, ຫຼິ້ນທະເລຊຳເຊິນ ແທງຮວາກັບພໍ່ສ່ຽວ ແມ່ສ່ຽວ, ຕໍ່ມາຮອດເດືອນ 9 ເປີດເທີມໃໝ່ ພໍ່ແມ່ກໍ່ ໃຫ້ຂ້ອຍຮຽນມໍ 6 ອີກ ທີ່ ມສ ອານຸ ວຽງໄຊ ຈົນຈົບ, ຂ້ອຍກໍ່ມາຮຽນຕໍ່ທີ່ນະຄອນຫຼວງວຽງຈັນ 3 ປີ ຈົບຊັ້ນສູງແລ້ວ ເຮັດວຽງແລ້ວ ຄິດຢາກໄປຮຽນຕໍ່ຢູ່ ຫາທຶນກ່ອນ ພໍ່ແມ່ກໍ່ຍມານະຄອນຫຼວງແລ້ວ ບໍ່ໄດ້ກັບໄປເມືອງວຽງໄຊ ເກືອບ 6 ປີ ແລ້ວ ຄິດຮອດຫຼາຍໆ, ເມືອງວຽໄຊ ເມືອງແຫ່ງສັນຍາລັກ ການຕໍ່ສູ້ ປະຫວັດສາດລາວຖ້ຳນຜູ້ນຳ ຫຼາກຫຼາຍງາມຕາ ທຳມະຊາດສວຍງາມ.
Delicious Digg Fark Twitter