ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ມ.ນ.. 1, 2010 | ມີ 6 ຄຳເຫັນ ແລະ 0 trackback(s)

ຈາກ: ຊ່ອງສາລະຄະດີ PSI.

ລຽງແຕ່ອັນດັບ 7 ຫາ ອັນດັບ 1.

ອັນດັບ 7: ຕັກແຕນກະໂດດໄດ້ສູງເຖີງ 1 ແມັດ ຫຼື ເທົ່າກັບ 20 ເທົ່າ ຂອງຄວາມຍາວຕົວ, ຕັກແຕນຕົວຜູ້ຈະນ້ອຍກວ່າຕົວແມ່ຈະຕູ້ຍໃຫຍ່.

ອັນດັບ 6: ຈິ່ງໂຈ້ແລ່່ນໄວກວ່ານັກແລ່ນແຊມໂລກ ໂອລີມປິກ 2 ເທົ່າ, ຈິ່ງໂຈ້ແລ່ນໄປໄວໄປໄກແຕ່ກໍ່ປະຢັດພະລັງງານໄວ້ ເພື່ອເພີ່ມຄວາມໄວໃນການແລ່ນ ຈິ່ງໂຈ້ໄດ້ເພີ່ມໄລຍະການກະໂດດ, ແຕ່ຄົນຈະເພີ່ມບາດກ້າວ ເຮັດໃຫ້ເສຍພະລັງງານຂື້້ນເຕີ່ມຫຼາຍ.

ອັນດັບ 5: ໜູຈິ່ງໂຈ້(ໜູທະເລຊາຍ), ມີຂາຫຼັງຍາວຄ້າຍຈິງໂຈ້,​ກະໂດດໄດ້ສູງເຖີງ45ເທົ່າຂອງຄວາມຍາວຕົວ, ເທົ່າ4.5 ແມັດ.

ອັນດັບ 4: ລະມັ່ງ(ທຼິບສະຕິກເກີ) ສາຢານັກເຕັ້ນລະບຳມາຫຼາຍລ້ານປີ, ກະໂດດສູງເຖິງ 7 ແມັດ, ເທົ່າ 75 ເທົາຂອງຄວາມຍາວຕົວ.

ອັນດັບ 3: ແມງມຸມກະໂດດ, ມີສາຍຕາພິເສດ ສາມາດເບິ່ງອາຫານໄດ້ດີ, ກະໂດດຂື້້ນສູງໄດ້ 2 ແມັດ,​ ເທົ່າກັບ 100 ເທົ່າຂອງຄວາມຍາວຕົວ(ຖ້າທຽບໃສ່ມະນຸດແມ່ນສາມາດກະໂດດຂ້າມເຄື່ອງບິນໄດ້ 2 ເຄື່ອງ), ສາມາດຈັບແມງທີ່ບິນໄດ້ ໂດຍໃຊ້ໃຍນິລະໄພປ້ອງກັນຕົວ, ເຊິ່ງມັນສາມາດກິນໃຍໄໝຂອງມັນໄດ້ອີກ.

ອັນດັບ 2: ກົບ ສາມາດກະໂດດໄດ້ 15 ແມັດຈາກຕົ້ນໄມ້ຫາຕົ້ນໄມ້.

ອັນດັບ 1: ໂຕມັດ ສາມາດກະໂດດໄດ້ 150 ເທົ່າຂອງຕົວມັນ, ດ້ວຍພະລັງໃນຕົວຂອງມັນເອງ, ສະນັ້ນມັນຈິ່ງເປັນສັດທີ່ ສຸດຍອດທີ່ສຸດ ຂອງນັກກະໂດດສັດທີ່ສຸດຍອດໃນໂລກ.

 

Delicious Digg Fark Twitter