ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ມ.ນ.. 1, 2010 | ມີ 4 ຄຳເຫັນ ແລະ 0 trackback(s)

ໃນລົດເມທີ່ຄັບແຄບ ກໍ່ມີສຽງຕົດດັງຂື້ນ ປາດ!!!! ປາດ!!!! ພ້ອມດ້ວຍກິ່ນເໝັນ ຮືງມາ ປານຊົບເນົ່າ, ຜູ້ໂດຍສານທຸກຄົນພາກັນອັດດັງ ແລ້ວ ເວົ້າວ່າ: ໃຜຕົດຫວາ, ທັງແອດ ລົດກໍ່ອົດບໍ່ໄດ້ ຈິ່ງເວົ້າວ່າ: ໃຜຕົດລົງທີ ປ້າຍລົດເມເດີ, ບໍ່ພໍຄາວໜື່ງ ກໍ່ມີແມ່ຕູ້ຄົນໜື່ງ ພາຍຖົງມະລຸງຄຸງຄັງຍ່າງອອກມາປາກປະຕູລົດແລ້ວເວົ້າວ່າ: ຈອດເດີ ຊິລົງ

ແອດລົດເລີຍເວົ້າວ່າ: ແນໆ ແມ່ຕູ້ຕົດແມ່ນບໍ່?

ແມ່ຕູ້ຕອບວ່າ: ບໍ່ນ໋າ ບໍ່ໄດ້ຕົດ

ແອດລົດເວົ້າວ່າ: ບໍ່ເຊື່ອນະ ທຳມະດາ ແມ່ຕູ້ຍັງບໍ່ລົງນ໋າ, ປ້າຍລົດເມກະຍັງບໍ່ຮອດ.

ແມ່ຕູ້ຕອບວ່າ: ກູບອກວ່າບໍ່ໄດ້ຕົດກະບໍ່ໄດ້ຕົດຕີ,  ກູຂີ້ແຕກນະ.

 

Delicious Digg Fark Twitter