ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ມ.ນ.. 3, 2010 | ມີ 6 ຄຳເຫັນ ແລະ 0 trackback(s)

 

ຈາກ: ຊ່ອງ PSI

ນັກວິທະຍາສາດວິໄຈສັດພົບວ່າ:

ອັນດັບ 8: ໝູ

ອັນດັບ 7: ມ້າ

ອັນດັບ 6: ລິງຫິມະ (ມັນເຫັນຄົນລົງແຊ່ບໍ່ນ້ຳຮ້ອນ, ມັນກໍ່ລົງແຊ່ ເພື່ອຄາຍໜາວ), ຮູ້ຈັກການທຳຄວາມສະອາດໃຫ້ຄອບຄົວ ດ້ວຍການເກັບເຫັບໃນຕົວ ແລ້ວ ຍິກ.

ອັນດັບ 5: ນົກກາ (ນົກກາເຮັດໃຫ້ຄົນຢ້ານທີ່ສຸດ), ນົກກາສະຫຼາດ, ມັນຢາກກິນຖົ່ວແຕ່ເປືອກແຂງ, ມັນໂຍນລົງພື້ນດິນ, ແຕ່ຖ້າຍັງບໍ່ແຕກ ມັນກໍ່ເອົາໄປວາງທີ່ທາງມ້າລາຍໃຫ້ຄົນຢຽບ ເມື່ອຢຽບແຕກແລ້ວ ຮອດໄຟຂຽວມັນກໍ່ ໄປຄາບເອົາ.

ອັນດັບ 4: ປາມືກຍັກ, ມັນເກັບຂໍ້ມູນຕ່າງໆຈາກໜວດຂອງມັນ, ມັນກ້ຽວນັກດຳນ້ຳເພື່ອສຳຫຼວດ, ສາມາດຮຽນຮູ້ໄວທີ່ສຸດ, ເມື່ອເອົາກຸ້ງໃສ່ຂວດແລ້ວອັດຝາຢ່ອນລົງໃຫ້ມັນ, ມັນໄຂຝາອອກແລ້ວເອົາກຸ້ງ.

ອັນດັບ 3: ໂລມາ, ມັນຕ້ອນປາເຂົ້າໃກ້ຝັ່ງໃຫ້ຄົນໃສ່ແຫ, ແລ້ວມັນຈະໄດ້ອາຫານແທນ, ເປັນອາຊີບທີ່ເຮັດສືບທອດມາ, ມັນຮຽນຮູ້ຄ້າຍຄືມະນຸດ, ໂລມາມີໜ້າທີ່ຜະລິດຄື້ນສຽງ, ມັນສົ່ງສຽງຄື້ນໂຊນາ ອັນຕ້ຣາ ເພື່ອໃຫ້ກະທົບໃສ່ເຫຍື່ອແລ້ວສະທ້ອນກັບຫາມັນ, ມີສະໝອງທີ່ໃຫຍ່,

ອັນດັບ2: ລີງຊິມແພນຊີ, ມີພັນທຸກຳຮ່ວມກັບຄົນເຖິງ 98%, ລູກລີງຄ້າຍຄືລູກຄົນ ເຊີ່ງສາມາດຈື່ສຽງຄົນລ້ຽງໄດ້ ແລະ ຈຳແນກສີຂອງວັດຖຸ, ລູກລີງຂະຫຍາຍຕົວໄວກວ່າລູກຄົນແຕ່ເມື່ອເຖີງ 1 ປີ ການຂະຫຍາຍຂອງສະຕິປັນຍາ ເລີ່ມຂະຫຍາຍຊ້າ, ມັນຮູ້ຜະລິດເຄື່ອງມືຫາກິນ ດ້ວຍຫີນ, ມັນມັກເລື່ອງເກມ ແລະ ອາຫານ.

ອັນດັບ 1: ນົກແກ້ວພີອາ, ຢູ່ເທືອກເຂົາທາງໃຕ້ຂອງນິວຊີແລ່ນ, ມັນຊຸກຊົນແລະ ສະຫຼາດ, ນົກແກ້ວຊື່ ອາເລັກ ມັນໄດ້ເຂົ້າມະຫາວິທະຍາໄລ, ສາມາດໄຈ້ແຍກສິ່ງຂອງຕ່າງໆ ແລະ ເວົ້າອອກມາໄດ້.

 

 

Delicious Digg Fark Twitter