ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ສ.ຫ.. 17, 2010 | ມີ 12 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

ທີ່ມາ: ເອື້ອຍ ພາວິໄລເລົ່າສູ່ຟັງ ອິອິອິ

       

ທ້າວ ບາຈຽງ ແລະ ນາງ ມະໂລງ ຄືຕຳນານຮັກສາມເສົ້າປະຈຳແຂວງຈຳປາສັກທີ່ເລົ່າຂານກັນມາແຕ່ດົນນານ. ກ່ອນດວງຕາເວັນຈະຕົກ ຢາກຊວນເຈົ້າມານັ່ງຄີມຝັ່ງຂອງ, ສຳພັດສາຍນະທີທີ່ລ່ອງໄຫຼເປັນນິລັນດອນ, ສາຍລົມອ່ອນໆເໜືອທ້ອງຟ້າ ລອຍໄລ່ຈາກພູຜາສູ່ວາທີ ບອກເລົ່າຕຳນານຮັກອັນແສນຂົມ, ແຕ່ກ່ອນມີໜຸ່ມລາວລຸ່ມຄົນໜຶ່ງອອກມາລ່າສັດ ແລ້ວເກີດພາດທ່າເສຍທີ່ກຳລັງຢູ່ໃນອັນຕະລາຍ ໂຊກດີມີໜຸ່ມລາວເທິງມາຊ່ວຍໄວ້ໄດ້ທັນ, ສອງໜຸ່ມຕົກລົງກັນໄວ້ວ່າ: ຖ້າພາຍພາກໜ້າສອງຝ່າຍຫາກມີລູກຊາຍ ຫຼື ລູກສາວ ກໍ່ຈະໃຫ້ຜູກສ່ຽວ ເປັນສະຫາຍຮັກກັນ ແຕ່ຖ້າຝ່າຍ1 ໄດ້ລູກຊາຍ, ຝ່າຍ1ໄດ້ລູກສາວ ກໍ່ຈະໃຫ້ມາແຕ່ງງານກິນດອງເປັນທອງແຜ່ນດຽວກັນ. ວັນເວລາຜ່ານໄປ ໜຸ່ມລາວລຸ່ມໄດ້ມີລູກສາວທີ່ແສນສວຍງາມ ຊື່: ນາງ ມະໂລງ, ຝ່າຍໜຸ່ມລາວເທິງໄດ້ລູກຊາຍກຳຍຳລຳສັນ, ໜ້າຕາບໍ່ຫຼໍ່ ຊື່: ທ້າວບາຈຽງ, ແຕ່ວາສະໜາທັງສອງຈະບໍ່ໄດ້ຄອງຄູ່ ເພາະ ນາງມະໂລງ ມີຄົນຮັກຢູ່ແລ້ວຊື່ ທ້າວຈຳປາສັກ ເຊິ່ງເປັນໜຸ່ມລາວລຸ່ມດ້ວຍກັນ ທັງຫຼໍ່ ທັງລວຍ, ເມື່ອມີຄົນຮັກແສນດີຢູ່ແລ້ວ ນາງ ມະໂລງ ຈິ່ງທຳໃຈ ບໍ່ໄດ້ວ່າຕ້ອງອອກເຮືອນໄປກັບທ້າວບາຈຽງຕາມຄຳສັນຍາຂອງຄົນລຸ້ນພໍ່, ທ້າວ ຈຳປາສັກຮູ້ເລື່ອງກໍ່ຊວນໃຫ້ນາງມະໂລງ ໂຕນໜີ, ຫຼັງຈາກນາງມະໂລງໄປນອນຄິດ.
     ໃນທີ່ສຸດທັງຄູ່ກໍ່ຕັດສິນໃຈໜີຕາມກັນ, ຂະນະນັ້ນທ້າວບາຈຽງກຳລັງຍົກຂັນມາກມາສູ່ຂໍກໍ່ຮູ້ເລື່ອງ ກໍ່ເຈັບຊ້ຳນ້ຳໃຈເຫຼືອຫຼາຍ ຈິ່ງເທເຄື່ອງຂັນມາກ ໂດຍສະເພາະຕົ້ມໄກ່ ແລະ ເຫຼົ້າ ຖີ້ມທັງໝົດ ກ່ອນຈະຂ້າຕົວຕາຍ ທ້າວບາຈຽງສາບແຊ່ງ: ບໍ່ໃຫ້ທ້າວຈຳປາສັກ ແລະ ນາງ ມະໂລງ ສົມຫວັງ ໃນຄວາມຮັກ, ຄຳສາບແຊ່ງຂອງທ້າວບາຈຽງຮຸນແຮງຫຼາຍ ທ້າວຈຳປາສັກ ກັບ ນາງ ມະໂລງ ເສຍຊີວິດຊ່ວງໜີຕາມກັນ ກາງມະຫານ ທີ່ ສີ່ພັນດອນ. ໂຊກຄະນາດຕະກຳຄວາມຮັກເລື່ອງນີ້ຖີ້ມຮ່ອງຮອຍໄວ້ເປັນຊື່ສະຖານທີ່ຕ່າງໆ ໃນເມືອງປາກເຊ ໂດຍສວ່ນຫຼາຍຈະເປັນພູ ບໍ່ວ່າຈະເປັນພູມະໂລງ(ນາງມະໂລງນອນຄິດ), ພູບາຈຽງ(ທ້າວບາຈຽງນອນຕາຍ), ພູກອງໄກ່(ເທໄກ່ຖີ້ມ), ພູສ່າເຫຼົ້າ(ເທເຫຼົ້າຖີ້ມ) ແລະ ນ້ຳຕົກແສນສວຍງາມ ຊື່ ຕາດຜາສວ້ມ (ເປັນຫ້ອງຂອງຄູ່ບ່າວສາວທີ່ທ້າວບາຈຽງສ້າງໄວ້ໃຫ້ນາງມະໂລງ) ແຕ່ຈາກຕອນນັ້ນມາຕອນນີ້ ບໍ່ໄດ້ມີຮ່ອງຮອຍຂອງນາງ, ທ້າວບາຈຽງ ນອນຖ້າທີ່ຜາສວ້ມ ແຕ່ນາງມະໂລງ ລັບຫາຍໄປກັບມະຫານທີ່ສີ່ພັນດອນ ຊົ່ວນິລັນດອນ.

Delicious Digg Fark Twitter