ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ກ.ຍ.. 26, 2010 | ມີ 12 ຄຳເຫັນ ແລະ 0 trackback(s)

ທີ່ມາ: ຈາກ ອ່ານປື້ມ(ຈັກປື້ມຫຍັງ ລືມລະ ອິອິ) ^^ ໂທດເດີ ຈື່ບໍ່ໄດ້

 

ຊາຍຄົນໜຶ່ງ ເລີກການຊ້າເພາະວຽກຫຼາຍ (ຊິເລົ່າແບບວ່າ: ເລົ່າແທນຊາຍຄົນນັ້ນເດີ)


ຫຼັງຈາກທີ່ ເຄຣຍວຽກຮຽບຮ້ອຍແລ້ວ ຂ້ອຍກໍ່ຮີບຈັບເອົາເອກະສານທັງຫຼາຍທີ່ ມະຍຸມະຍະເຕັມໄປໝົດແລ່ນອອກຈາກຫ້ອງການ ເພາະວ່າ: ຄົນໃນຫ້ອງການເລີກວຽກໝົດແລ້ວ ເຫຼືອແຕ່ຂ້ອຍຜູ້ດຽວ, ຂ້ອຍອູ້ມເອົາເອກະສານແລ່ນອອກໄປທີ່ລະບຽງດ້ວຍຄວາມຟ້າວຟັ່ງ, ຂ້ອຍຕົກໃຈວູບ ນີ້ມັນມືດແລ້ວ, ບໍ່ມີໃຜເຫຼືອຢູ່ຫ້ອງການຈັກຄົນ, ສຽງງຽບຊະງັດ, ຂ້ອຍຈະຕ້ອງຂີ່ລິບລົງໄປຊັ້ນລຸ່ມສຸດພຽງຄົນດຽວ, ພຽງແຕ່ຄິດ ຂົນໜາວກໍ່ແຕກວູບໆ, ແຕ່ເຖີງຢ່າງໃດກໍ່ຕາມຂ້ອຍກໍ່ຕັດສິນໃຈຫອບເອກະສານແລ່ນເຂົ້າລິບ, ກ່ອນທີ່ຈະກົດປຸ່ມລິບໃຫ້ເລື່ອນລົງ ຂ້ອຍຮູ້ສຶກວ່າມີສຽງແລ່ນເຂົ້າມານຳຂ້ອຍໃນລິບ: ຂ້ອຍຫັນໄປເບິ່ງແມ່ນແມ່ຍິງນຸ່ງຊຸດຂາວ, ຜົມຍາວ, ເຮັດຜົມປົກໜ້າ, ຂ້ອຍຄິດໃນໃຈວ່າ: ຕ້ອງແມ່ນແທ້ໆ ຜີແທ້ໆ, ຕ໋າຍ!! ຊິເຮັດແນວໃດດີບາດນີ້???? ຄວາມຮ້ອນອົບເອົ້າໃນຕົວຂ້ອຍໄດ້ເກີດຂຶ້ນ ເຮັດໃຫ້ຂ້ອຍເຫື່ອຍ້ອຍເຕັມຕົວ, ບຶດໜຶ່ງກໍ່ມີກິ່ນເໝັນເນົ່າໂຮຍມາໆໆ, ໂອ໋ຍ!!!! ຂ້ອຍຄິດວ່າຕ້ອງແມ່ນແທ້ໆ ຈົນວ່າເໝັນເນົ່າແລ້ວ, ຄວາມເໝັນອັນຮຸນແຮງໄດ້ກະຈາຍໄປທົ່ວລິບ, ຂ້ອຍເລີ່ມຫາຍໃຈບໍ່ອອກ, ມັນແໜ້ນແຄ້ນໄປໝົດ, ຕໍ່ມາກໍ່ໄດ້ຍິນສຽງຫົວດັງຂຶ້ນຄ່ອຍໆ ອິກໆໆໆ, ສຽງຫົວນັ້ດັງກ້ອງໄປໝົດ, ຂ້ອຍຄິດໃນໃຈວ່າ: ຫຼືວ່າຂ້ອຍກຳລັງຈະຕາຍແລ້ວ? ບຶດໜຶ່ງປະຕູລິບກໍ່ຄ່ອຍໆເປີດອອກມາ, ສຽງຫົວຂອງສາວຜູ້ນັ້ນຍິ່ງດັງແຮງຂຶ້ນ ຮາໆ ແລ້ວລາວກໍ່ເວົ້າຂຶ້ນວ່າ: ຂໍໂທດເດີອ້າຍ! ຄືວ່າ: ນ້ອງຕົດອອກ

Delicious Digg Fark Twitter