ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ຕ.ລ.. 16, 2010 | ມີ 6 ຄຳເຫັນ ແລະ 0 trackback(s)

ທີ່ມາ:

http://hilight.kapook.com/view/52785

 

 

 

รูปฟ้าผ่า

  ເມື່ອວັນທີ່ 11 ຕຸລາ ທີ່ຜ່ານມາ ສຳນັກງານຕ່າງປະເທດລາຍງານວ່າ: ເຈຍ໌ ໄຟນ໌ ຊ່າງພາບຊາວອາເມລິກາໄວ 58 ໄດ້ເປີດເຜີຍພາບສຸດປະທັບໃຈ ສາຍຟ້າຟາດເທພີເສລີພາບແຫ່ງນິວຢັອກ ສ້າງຄວາມ ຮືຮາ ໃຫ້ຊາວອາເມລິກາ ແລະ ຄົນທົ່ວໂລກເປັນຈຳນວນຫຼວງຫຼາຍ.

          ໂດຍ ເຈຍ໌ໄຟນ໌ ໄດ້້ສຳພາດກ່ຽວກັບພາບຖ່າຍດັ່ງກ່າວວ່າ: ພາບຖ່າຍນີ້ຖ່າຍຂຶ້ນເມື່ອຄືນໜຶ່ງທີ່ຝົນຳລັງຕົກຢ່າງໜັກ ຫຼັງຈາກນັ້ນທີ່ເຂົາໄດ້ຟັງພະຍາກອນອາກາດໃນວັນນັ້ນ ແລະ ຮູ້ວ່າຈະມີຝົນຟ້າຄະນອງໃນຄືນນັ້ນ ກໍ່ເລີຍນຶກເກີດຢາກເກັບພາບເມືອງນິວຢັອກທີ່ຢູ່ທ່າມກາງພາຍຸຝົນຂຶ້ນມາ ຈິ່ງເອົາກ້ອງມາຕັ້ງກຽມຖ່າຍພາບພາຍຸຝົນ ລະ ໃຊ້ໄລຍະເວລາໃນ 2 ຊົ່ວໂມງເພື່ອລໍຖ້າຖ່າຍພາບ ເຊິ່ງກ່ອນໜ້ານັ້ນກໍ່ໄດ້ຖ່າຍພາບກວ່າ 80 ພາບກ່ອນຈະໄດ້ພາບດັ່ງກ່າວ ສຸດປະທັບໃຈນີ້ມາ.

          ສຳຫຼັບ ເຈຍ໌ໄຟນ໌  ເປັນຊ່າງພາບມືອາຊີບຊາວອາເມລິກາທີ່ມີປະສົບການນການຖ່າຍພາບມາກວ່າ 40 ປີ,  ຖືເປັນຊ່າງພາບຄົນໜຶ່ງທີ່ມີຊື່ເລື່ອງການຖ່າຍພາບນິ້ງ ແລະ ຜົນງານຂອງເຂົາກໍ່ສວຍງາມ ແລະ ສື່ອາລົມໄດ້ເປັນຢ່າງດີ.

Delicious Digg Fark Twitter