ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ຕ.ລ.. 24, 2010 | ມີ 17 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ອື່ນ ໆ

ທີ່ມາ:

http://hilight.kapook.com/view/52974
 

 

 

เด็ก




           ທ່ານນາງ ບາຣ໌ບາຣາ  ໂຊເປີຣ໌ ໄວ 36 ປີ, ຊາວເມືອງຣັອກຟອດ, ລັດ ມິຊີແກນ, ສະຫະລັດ ອາເມລິກາ ນັ້ນໄດ້ສ້າງຄວາມປະຫຼາດໃຈໃຫ້ຄົນຫຼາຍໆຄົນທັນທີທີ່ລາວເປີດເຜີຍວ່າ: ລາວມີລູກ 3 ຄົນ  ຄື: "ໂຄລອີ້" ລູກສາວຜູ້ທຳອິດ ເກີດເມື່ອວັນທີ່: 08/08/08, ຕໍ່ມາແມ່ນ "ຄາເມຣອນ" ລູກຊາຍຜູ້ທີ່2 ເກີດເມື່ອ 09/09/09 ແລະ ລູກສາວຜູ້ທີ່3 "ເຊຍຣ່າ" ເກີດເມື່ອວັນທີ່ 10/10/10 ທີ່ຜ່ານມານີ້ເອງ.
ພວກເຂົາບໍ່ມີແຜນທີ່ຈະມີລູກຄົນທີ່ 4 ທີ່ຈະເກີດໃນວັນທີ່ 11/11/11 ເພາະເຊື່ອວ່າ 3 ເລກວັນເກີດຂອງລູກ 3 ຄົນນີ້ແມ່ນເລກນຳໂຊກຂອງຄອບຄົວເຂົາ.


           ທ່ານຟີລິບ ສະຕາຣ໌ກຜູ້ຊ່ຽວຊານດ້ານສະຖິຕິ ຂອງມະຫາວິທະຍາໄລ ແຄລິຟໍເນຍ ເບີກເລຍ໌ ກໍ່ອອກມາກ່າວວ່າ: ການທີ່ຈະໃຫ້ລູກ 3 ຄົນເກີດມາໄດ້ເລີກງາມ ບໍ່ໜ້າເຊື່ອວ່າຈະເປັນໄປໄດ້ ໂດຍມີໂອກາດພຽງ 1 ໃນ 2.500 ເທົ່ານັ້ນ ແຕ່ເຂົາກໍ່ເຊ່ອວ່າ:  ທີ່ຈິງແລ້ວ ມະນຸດມີວິທີການທີ່ຈະສາມາດເຮັດໃຫ້ເລື່ອງນີ້ເປັນຈິງໄດ້

 

<<<<<<<<<<< ຜິດພາດປະການໃດ ຂໍອະໄພ >>>>>>>>>

 

Delicious Digg Fark Twitter