ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ກ.ຍ.. 23, 2011 | ມີ 12 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກາບກອນ

>>>>>>>>>>>>>>ກອນ: ຫວ່າງມານັ່ງແຕ່ງກອນ<<<<<<<<<<<<<<<<<<<<<

ມື້ນີ້ເວລາຫວ່າງແລ້ວ..................................ມານັ່ງແຕ່ງກອນ

ຈັກຊິແຕ່ງແນວໃດ......................................ໃຫ້ອອນຊອນຫູໄດ້

ອັນວ່າແຕ່ງກອນນີ້......................................ບໍ່ຢາກຄິດຫຼາຍດອກ

ແຕ່ງບໍ່ເປັນມາບອກໄວ້................................ໃຫ້ເຂົ້າໃຈແທ້ ແນ່ເດີ

 

ຕອນນີ້ກຳລັງຫວ່າງ....................................ຂໍມານັ່ງແຕ່ງກອນ

ເຖີງບໍ່ມ່ວນອອນຊອນ.................................ບໍ່ເປັນຫຍັງຕິເນາະທ່ານ

ຫາກທ່ານອ່ານມານີ້..................................ບໍ່ມ່ວນອອນຊອນຕໍ່

ແຕ່ທ່ານກໍ່ອົດທົນໄວ້..................................ອ່ານໄດ້ໄປນຳກັນ

ເອົາແຕ່ງມາຮອດນີ້....................................ຈັກຊິແຕ່ງຮອດໃສ

ຄັນວ່າແຕ່ງກອນໄປ..................................ຢ້ານໄຮ້ສາລະຊື່ໆແທ້

ມີຫຍັງໃຫ້ກວດແກ້....................................ແນະນຳກັນຕື່ມ

ພໍໄດ້ເພີ່ມຄວາມຮູ້......................................ເສີມສ້າງຕໍ່ໄປແທ້ນໍ

 

ເອົາມາຮອດບັດນີ້.......................................ຊິເລົ່າເລື່ອງຫຍັງດີ

ເລື່ອງນາງຍັກຂີນີ.......................................ຄິດມາບໍ່ມີເລື່ອງເລົ່າຊ້ຳ

ມາເລົ່າເລື່ອງຮັກແທ້...................................ຕົວເອງບໍ່ເຄີຍພົບມາກ່ອນ

ມີແຕ່ເຂົາມາຕັດຕ່ອນໃຈຖິ້ມ........................ເຮົານັ້ນໄດ້ແຕ່ແນມ  ວ່າຊັ້ນໄປ :)

 

ອັນວ່າໂລກມະນຸດນີ້...................................ສັງແມ່ນມີຫຼາຍແບບ

ໃຫ້ແອບເບິ່ງແອບມອງ...............................ກໍ່ບໍ່ຫ່ອນເບິ່ງອອກຊ້ຳ

ປາກເວົ້າເວົ້າອອນຊອນແທ້..........................ຫຼັບຫຼັງກາຍເປັນອື່ນ

ຄົນເຮົາຊ່າງຂົມຂື່ນແທ້................................ຄຳເວົ້າການກະທຳນັ້ນ ບໍ່ຄືກັນແທ້ແລ້

 

ອັນວ່າຢັ່ງໂລກນີ້......................................ນັກວິທະຍາສາດກໍ່ຢັ່ງໄປ

ແຕ່ວ່າຢັ່ງໃຈຄົນ.......................................ບໍ່ມີໃຜແທກໄດ້ແທ້

ເປັນມາແລ້ວຈະແກ້..................................ໄຂຍາກເຫຼືອຕໍ່

ເວົ້າເລື່ອງອ່ານໃຈຄົນນີ້...............................ຍາກແທ້ອີ່ຫຼີນໍ

 

ໂອຍ! ແຕ່ງກອນມາຮອດນີ້..........................ພັດວ່າເລີ່ມເຈັບຫົວ

ຈັກເວົ້າຫຍັງເມົາມົວ...................................ງົງຕົວເອງຊ້ຳ

ຊິຂໍລາໄປກ້ຳ.............................................ອ່ານເລື່ອງອື່ນຕໍ່

ມາຮອດເລື່ອງອ່ານໃຈຄົນນີ້...................... ເຈັບຫົວແທ້ແນ່ນອນທ່ານເອີຍ

>>>>>>>>>>>>>>>>> ຂໍຈົບ (ອິອິ) <<<<<<<<<<<<<<<<<<<<<

 

 

Delicious Digg Fark Twitter