ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ມ.ນ.. 31, 2012 | ມີ 11 ຄຳເຫັນ ແລະ 0 trackback(s)

..............................ກາບກອນ: ຊີວິດຕ້ອງເດີນໜ້າ.................................. ແຕ່ງໂດຍ: ພາສຸກ (^.^)

 

 ອັນວ່າ ຄວາມຮັກນີ້..................ຄວາມຮັກມີຫຼາຍແບບ

ມີທັງເຈັບແສບໃຈ.....................ກິ່ນຫອມຫວານກໍ່ຫຼາຍຫຼົ້ນ

ຄົນເຮົາໜີບໍ່ພົ້ນ........................ຄວາມຮັກເກີດກໍ່

ຍາມຮັກເກີດແລ້ວ....................ຕ້ອງມີແປ້ວບໍ່ຫວານກໍ່ແສບ!


ດັ່ງຊີວິດເຊັ່ນນີ້..........................ມີສຸກ ມີທຸກໂສກ

ຍາມຊີວິດໂໝກມົວ...................ຢ່າຖອຍຕົວຄິດສັ້ນ

ພະຍາຍາມອົດກັ້ນ....................ເວລາຈະຊ່ວຍເສີມກໍ່

ພະຍາຍາມຕໍ່ຕັ້ງ.......................ຫາຫວັງໃໝ່ດີກວ່ານັ້ນ ເຖີດນ໋າ!


ອັນວ່າ ເລື່ອງອາດີດນັ້ນ............ຂໍໃຫ້ກັບກາຍເປັນບົດຮຽນ

ໃຫ້ເຮົາພາກພຽນ....................ຈົ່ງຢູ່ເພື່ອປັດຈຸບັນນີ້

ອາດີດຜ່ານມາແຕ່ກີ້................ເຈັບຊ້ຳໃຫ້ອົດກ່ອນ

ຕັ້ງຄວາມຫວັງໄປຕໍ່ທ້ອນ.........ຢູ່ຍ້ອນມີຄວາມຫວັງ ແທ້ແລ້ວ!


ຄວາມພະຍາຍາມບຸກໝັ້ນ........ບໍ່ນານວັນກໍ່ເຫັນຜົນ

ໃຫ້ອົດທົນບືນໄປ....................ບໍ່ນານໄກຊິເຫັນທາງແຈ້ງ

ໃນຫົນທາງມີແກ້ງ...................ມີຫີນມີຕາດ

ອົດກັ້ນບືນບາດກ້າວ................ໄປທ້ອນຜົນສຳເລັດຍັງລໍຢູ່ ແທ້ນ໋າ 



 

Delicious Digg Fark Twitter