ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ພ.ພ.. 5, 2012 | ມີ 10 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກາບກອນ

.........................ກາບກອນ: ຖານະລູກຊ່າງມາຕ່າງພໍ່ແມ່!.......................

 ...................................................................................ແຕ່ງໂດຍ: ພາສຸກ 

ບາງຄົນຕົນຕົວແຕ່ງໂກ້..................ໄວ້ອວດໂອ້ຄົນທັງຫຼາຍ

ມາເບິ່ງທາງຈິດໃຈ............................ພັດບໍ່ຫ່ອນດີປານໃດລົ້ນ

ເຮືອນພໍແຕ່ມີບ່ອນຊົ້ນ.....................ພໍ່ແມ່ຫາເຊົ້າກິນຄ່ຳ

ແຕ່ຕົວເອງຫັ້ນຕິຫຼ້າ.......................ຫາທ່ຽວຫຼິ້ນແຕ່ກິນເບຍ

 

ມາຄິດອີ່ຕົນພໍ່ແມ່ແລ້ວ...................ເຮັດວຽກໜັກແບກຫາບ

ເຄື່ອງນຸ່ງກໍ່ຍ່ອຍຂາດ.....................ບາດຫຼຽວມາເບິ່ງລູກເຮັດເລີດລົ້ນ

ມາຄິດເບິ່ງບ່ອນເງື່ອນສົ້ນ...............ເປັນຕາອີ່ຕົນຜູ້ລ້ຽງສົ່ງ

ມາເບິ່ງຜູ້ເປັນລູກແລ້ວ....................ແຕ່ງປານແກ້ວເຫຼື້ອມໃນວັງ

 

ສັງມາເປັນຕາຄິດແທ້......................ຄິດເມື່ອຍນຳຜູ້ເປັນພໍ່ແມ່

ຄິດພູມໃຈດີຫຼືບໍ່ແທ້........................ລູກພໍ່ແມ່ຈັ່ງຊັ້ນແລ້ວ

ຫັນມາເບິ່ງລູກແກ້ວ........................ທຳຕົວຕົນຕ່າງ

ວຽກບໍ່ແລທຳຕົວບໍ່ຫວ່າງ................ຫາເລາະນັ່ງແຕ່ຮ້ານເບຍ ແທ້ແລ້ວ

 

ຄິດໄປມາຊ່າງເສົ້າ.........................ບໍ່ຊ່າງເວົ້ານຳເຫດການ

ຖ້າລູກທຳຕົວພໍປະມານ.................ສ່ອງເຫັນໃຈພໍ່ແມ່ແລ້ວ

ພໍ່ແມ່ຄືຊິໃຈບໍ່ເປັນແປ້ວ.................ພູມໃຈໃນຕົວລູກ

ແຕ່ບາງພໍ່ແມ່ຫັ້ນທຸກ.....................ມາເບິ່ງລູກເຮັດໄຮໂຊປານຫຍັງ ແທ້ແລ້ວ ອີ່ຕົນເດ ວ່າບໍ່?

Delicious Digg Fark Twitter