ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ພ.ຈ.. 29, 2012 | ມີ 15 ຄຳເຫັນ ແລະ 0 trackback(s)

ອະແຮ້ມ ແຫ໋ມ ອະແຮມ! ບໍ່ໄດ້ຂຽນໄດອາດີ່ມາດົນລະ ຢາກມາຂຽນໄດອາດີ່ອີກກ່ອນ ອິອິ 

( ຂໍອະໄພເດີ ຖ້າຜິດພາດປະການໃດ ອິອິ, ຊິສະຫຼຸບບັນຊີລາຍຈ່າຍຂອງຕົວເອງໄປນຳ ອິອິ )

- ຕອນແລງມື້ນີ້:

ນ້ອງສາວ ແລະ ເອື້ອຍເວົ້າວ່າ: ອາບນ້ຳໄວໆແນ່ເດີ! ຊິພາໄປເບິ່ງພີ່ນ້ອງເຈັບຢູ່ໂຮງໝໍ, ແລ້ວຊິພາໄປເລາະບຸນທາດຫຼວງມື້ສຸດທ້າຍນີ້, ຖ້າຊ້າຊິໄປກ່ອນໃດ!

- ຂ້ອຍຕອບວ່າ: ເອີ! ຫິວເຂົ້າປານນີ້! ກິນເຂົ້າກ່ອນແມ໋!

ຫຼັງຈາກຂ້ອຍກິນເຂົ້າແລ້ວ, ຂ້ອຍກໍ່ຊອກໝາກໄມ້ມາປອກກິນຫຼິ້ນຢູ່.

- ເອື້ອຍ ກັບ ນ້ອງສາວ ກໍ່ເວົ້າວ່າ: ຊິໄປລະເດີ ບໍ່ຖ້າລະເດີ

ຂ້ອຍກໍ່ໄປອາບນ້ຳ ແລ້ວມານຸ່ງເຄື່ອງ ຍັງບໍ່ທັນແລ້ວ

- ເອື້ອຍ ກັບ ນ້ອງສາວກໍ່ເວົ້າວ່າ: ໄປລະເດີນີ້ ໄວໆແນ່

ເມຍຂອງຫົວໜ້າກໍ່ໂທມາວ່າ: ຫົວໜ້າຊິໄປຕ່າງແຂວງໃດ ມາເອົາກ່ອນເດີເງິນເດືອນນີ້

- ຂ້ອຍກໍ່ຕອບເພິ່ນໄປວ່າ: ໂດຍໆ ຊິໄປດຽວນີ້ລະ ຖ້າອີກປະມານ ສິບ ຫາ ສິບຫ້ານາທີ.

ແມ່ກໍ່ເວົ້າຂຶ້ນວ່າ: ໄວໆແນ່ ໃຫ້ເຂົາຖ້າດົນແທ້.

- ຂ້ອຍກໍ່ຮ້ອງກັບໄປວ່າ: ໃຫ້ເຂົາເຈົ້າໄປກ່ອນໂລດ ໄປເອົາເງິນເດືອນກ່ອນ.

ຂ້ອຍກໍ່ຮີບກຽມຕົວອອກໄປ

- ສ່ວນເອື້ອຍ ແລະ ນ້ອງສາວ ເອົາລົດຈັກຄັນໜຶ່ງອອກໄປກ່ອນແລ້ວ

ໄປເອົາເງິນແລ້ວ ຂ້ອຍກໍ່ຮີບເລັ່ງລົດຈັກໄປໂຮງໝໍມິດຕະພາບ ( 150 ຕຽງ ) ເພື່ອໄປນຳເອື້ອຍ, ນ້ອງສາວ ແລະ ໄປເບິ່ງພີ່ນ້ອງເຈັບເລີຍ

- ຂະນະຂີ່ລົດໄປຕາມທາງ ຂ້ອຍກໍ່ຄິດວ່າ: ຊື້ນົມໄປໃຫ້ ລູກຊາຍຊອງປ້າທີ່ນອນເຈັບໃນໂຮງໝໍເລີຍສາ ( ເພິ່ນເຮັດລົດຈັກຕຳກັນ ເລີຍກະທົບທີ່ຫົວ )

ຂະນະທີ່ຂ້ອຍແວ່ຊື້ນົມ ສອງແພັກ 30.000 ກີບ, ຕຳໝາກຫຸ່ງ ຄົກ 8000 ກີບ, ເພື່ອໄປກິນຊຸມເຂົາເຈົ້າເລີຍ.

- ຂ້ອຍລໍຖ້າຕຳໝາກຫຸ່ງ, ຂ້ອຍເຫັນໝາສອງໂຕ ( ໂຕໜຶ່ງພັນຂົນຫຍຸຍ, ອີກໂຕພັນລາດທຳມະດາ ), ຂ້ອຍຖາມເຈົ້າຂອງຮ້ານວ່າ: ໝາເຈົ້າບໍ? ລາວຕອບວ່າແມ່ນແລ້ວ.

ໝາໂຕຂົນຫຍຸຍຍິ່ງແຂ້ວໃສ່ໝາພັນລາດຢູ່, ຂ້ອຍຖາມເຈົ້າຂອງຮ້ານວ່າ: ອຸຍ! ມັນຊິກັດກັນຫວາ? ເຈົ້າຂອງຮ້ານເວົ້າວ່າ:

- ບໍ່ແມ່ນມັນຊິກັດກັນ, ໝາຫຍຸຍຫັ້ນຫ້າມບໍ່ໃຫ້ໝາລາດອອກທາງ, ຖ້າໝາລາດອອກທາງຢ້ານລົດຊິຕຳເອົາ, ໝາຫຍຸຍຍິ່ງແຂ້ວໃສ່ໝາລາດ, ໝາລາດກໍ່ເຂົ້າມາເຮືອນ, ແລ້ວໝາຫຍຸຍກໍ່ເຂົາຍິ່ງແຂ້ວ.

ຂ້ອຍເວົ້າວ່າ: ອຸຍ! ມັນຄືສະຫຼາດແທ້ ໝາຫຍຸຍໂຕນັ້ນ ຂົນກໍ່ຟູໜ້າຮັກແທ້ວ່າເນາະ! ແປກອີ່ຫຼີ ໝາຄືສະຫຼາດແທ້ ອິອິ

- ຫຼັງຈາກຊື້ນົມ ແລະ ຕຳໝາກຫຸ່ງແລ້ວ ຂ້ອຍກໍ່ຂີ່ລົດຈັກໄປໂຮງໝໍຕໍ່, ໄປຮອດແລ້ວຊັ້ນທີ່ 5, ພີ່ນ້ອງຂ້ອຍລາວຢູ່ຫ້ອງລາວ, ໃນຫ້ອງມີ 5 ຕຽງ

ລຸງທາງຂ້າງຫັ້ນ ຕົກຕົ້ນໝາກມ່ວງ ກະດູກສັນຫຼັງຫັກ ຕ້ອງນອນສາມເດືອນເພື່ອນໃຫ້ກະດູກຕໍ່, ຕຽງຕໍ່ໄປທາງກົງກັນຂ້າມແມ່ນຜູ້ຊາຍອາຍຸສາມສິບປາຍຕົກເຮືອນຫຼັງຫັກເຊັ່ນກັນ,

ຕຽງຕໍ່ໄປແມ່ນຜູ້ບ່າວລົດຕຳ ກະທົບທີ່ຫົວ ເພາະບໍ່ໄດ້ໃສ່ໝວກກັນກະທົບແດ່, ຕຽງຕໍ່ໄປແມ່ນເດັກນ້ອຍລາວສູງລົກຈັກຕຳ ຫຍິບທີ່ຫົວເກົ້າເຂັມ,

ສ່ວນລູກຊາຍປ້າຂ້ອຍແມ່ນເຂົາເຈົ້າເຮັດລົກຈັກຕຳ ແລ້ວເຂົາກໍ່ໜີ, ກະທົບທີ່ຫົວ ເພາະບໍ່ໃສ່ໝວກກັນກະທົບແດ່ ເມົາແດ່ເພິ່ນວ່າ: ຫາກໍ່ອອກຈາກຮ້ານເບຍມາ ( ທີ່ເມືອງຫຼວງພະບາງ ),

ຕຳຫຼວດຈາລະຈອນໂທລົດໂຮງໝໍໄປສົ່ງໂຮງໝໍ, ແລ້ວຈິ່ງສົ່ງມາວຽງພີ້, ຕອນນີ້ອາການໄຄຂຶ້ນແລ້ວ, ຈື່ໄດ້ແລ້ວ.

- ຂະນະເບິ່ງພີ່ນ້ອງໃນຫ້ອງນັ້ນຂ້ອຍກໍ່ເລາະຖາມເຂົາເຈົ້າໄປໝົດວ່າໃຜເປັນຫຍັງແດ່ :)

ປ້າຊວນກິນເຂົ້ານຳ ພວກຂ້ອຍກໍ່ກິນນຳ, ສ່ວນຂ້ອຍຫາກໍ່ກິນເຂົ້າແລ້ວ ເລີຍກິນແຕ່ຕຳໝາກຫຸ່ງໜ້ອຍດຽວ

( ເລື່ອງຕະລົກກໍ່ຄື ຂ້ອຍບໍ່ຮູ້ວ່າ: ເຂົາກຳລັງເຮັດຫຍັງກັນ, ຂ້ອຍເຫັນລູກຊາຍປ້າລຸກຂຶ້ນນັ່ງ, ຂ້ອຍກໍ່ແລ່ນໄປທາງໜ້າແລ້ວຖາມວ່າ: ຈື່ຂ້ອຍໄດ້ບໍ?

ລາວຕອບວ່າ: ໄດ້, ຂ້ອຍຈັບໜ້າລາວ: ຮູ້ສຶກຫຍັງບໍ? ລາວວ່າບໍ່ຮູ້ສຶກເຈັບ, ຂ້ອຍວ່າ: ບໍ່ຮູ້ສຶກເຈັບແທ້ ເພາະບໍ່ໄດ້ຢິກ, ບຶດໜຶ່ງເມຍຂອງລາວກໍ່ເວົ້າວ່າ: 

ພໍເນາະ! ລາວກໍ່ຕອບວ່າ: ອືມ, ເມຍລາວກໍ່ຖອດບັ້ງຍ່ຽວອອກກ້ອງຂາ, ຂ້ອຍເລີຍຫາກໍ່ຮູ້ວ່າ: ລາວກຳລັງໄປສົນທະນາຕອນລາວຍ່ຽວຢູ່, ຂ້ອຍກໍ່ເລີຍຍ່າງອອກໄປລະບຽງ

ຂ້ອຍກໍ່ເຫັນເອື້ອຍກັບນ້ອງສາວ: ຫົວຂວັນຂ້ອຍຢູ່, ຂ້ອຍກໍ່ເວົ້າວ່າ: ຂ້ອຍບໍ່ໄດ້ຮູ້ໃດວ່າລາວກຳລັງຍ່ຽວ )

ຫຼັງຈາກນັ້ນກໍ່ຄອບລາເຂົາເຈົ້າວ່າ: ກັບກ່ອນເດີ! ມື້ໜ້າຊິມາຫຼິ້ນນຳໃໝ່, ລູກຊາຍປ້າກໍ່ເວົ້າວ່າ: ມາແທ້ເດີ!

ເອື້ອຍ ແລະ ນ້ອງສາວກໍ່ຂີ່ລົດຈັກອີກຄັນໜຶ່ງ, ຂ້ອຍກໍ່ຂີ່ລົດຈັກຄັນໜຶ່ງອອກໄປ, ພະເຈົ້າຈ໋ອດ! ລົດຕິດໆໆໆໆໆໆໆໆໆ, ໄປເທື່ອລະຄືບລະວາ ກວ່າຊິໄປຮອດແຖວໃກ້ໆທາດຫຼວງ

ຝົນກໍ່ຕົກໂຮຍຮຳຕົກມາແລ້ວ ໜາວເຢັນເຢືອກໆ, ຍ້ອນລົດຕິດ, ເຮັດໃຫ້ ຂ້ອຍນຳ ເອື້ອຍ ແລະ ນ້ອງສາວບໍ່ທັນ, ໂທຫາກັນກໍ່ບໍ່ຊ່າງຊິຊອກ, ຂ້ອຍຄິດວ່າຢ່າລະ ມື້ນີ້ເລາະຄົນດຽວ ອິອິ

- ໄປຮອດໃກ້ແຖວທາດຫຼວງແລ້ວຂ້ອຍກໍ່ແນມເຫັນປ້າຍໃຫຍ່ວ່າ: ຮັບຝາກລົດໃຫຍ່ - ລົດຈັກ, ຂ້ອຍກໍ່ເຂົ້າໄປ, ໂອຍ! ຈັ່ງແມ່ນຄົນຫຼາຍໆໆໆສົນລະວົນກັນ

ຂ້ອຍເລີ່ມງົງວ່າຈະໄປທາງໃດ, ໃສລະບ່ອນຮັບຝາກລົດຈັກ, ຂ້ອຍຕັດສິນໃຈຫັນໄປຖາມປ້າຂາຍເຂົ້າຫຼາມຢູ່ຂ້າງທາງວ່າ: ແມ່ໆ ຂໍຖາມແດ່! ເຂົາເຈົ້າຮັບຝາກລົດຈັກຢູ່ໃສນະ?

ເພິ່ນຕອບວ່າ: ພຸ້ນເດລູກ! ຂ້າມທາງໄປພຸ້ນເດີ! ທ່າມກາງຄົນຫຼາຍໆ ຂ້ອຍກໍ່ຂັບລົດຈັກແຍ່ໆໆໆໆ ໄປແລ້ວກໍ່ໄປຈອດຢູ່ບ່ອນຝາກລົດນັ້ນ, ຂ້ອຍຖາມວ່າ: ຝາກລົດຈັກທໍ່ໃດ?

ເຂົາຕອບວ່າ: ສິບພັນກີບ, ຂ້ອຍຖາມຕໍ່ວ່າ: ອ້າວຕິດປ້າຍຄືວ່າ: ຫ້າພັນກີບ, ເຂົາຕອບວ່າ: ສິບພັນໝົດມື້ນີ້ນະ ຖາມກຳມະການກໍ່ໄດ້, ຂ້ອຍເວົ້າວ່າ: ອໍ ຄ່າຝາກລົດ 10.000 ກໍ່ໄດ້

ຂ້ອຍກໍ່ເອົາກະແຈໄຂກົ້ນລົດຈັກ ເອົາໝວກກັນນັອກເຂົ້າເກາະໃສ່ບ່ອນອານລົດ, ຍັງບໍ່ທັນໄດ້ເອົາກະແຈອອກ, ຜູ້ຊາຍທີ່ຮັບຝາກລົດດັນຍ່າງມາທາງຫຼັງຂ້ອຍແລ້ວຍູ້ລົດຈັກຂ້ອຍຈັກໄປຈອດໄວ້ແຈໃດ

ຂ້ອຍຍັງບໍ່ທັນເອົາກະແຈອອກນ໋າ, ຂ້ອຍກໍ່ໄປເລາະຊອກ ໂອຍບ່ອນຝາກລົກບັກກວ້າງໆ ຂ້ອຍຊິໄປຊອກແຈໃດ ຂ້ອຍກໍ່ຮ້ອງເຂົາມາຊອກນຳ, ແລ້ວຂ້ອຍກໍ່ເຫັນລົດຈັກຂ້ອຍ

ໄປຢ້ຽມເບິ່ງ ອ້າວຄືບໍ່ເຫັນກະແຈ, ກະແຈລົດໄປໃສບັດນີ້, ຂ້ອຍກໍ່ໄປຖາມຜູ້ຊາຍທີ່ຮັບຝາກລົດ, ລາວເວົ້າວ່າ: ອໍ ໃຫ້ຄົນມ້ຽນໄວ້ໃຫ້ແລ້ວ ຢ້ານເຂົາເຈົ້າເອົາໄປກ່ອນ

ເອົາກະແຈແລ້ວ ຂ້ອຍກໍ່ຍ່າງເລາະຄົນດຽວ ສາຍດ່ຽວມື້ນີ້ ຮາໆໆ, ເອື້ອຍຂ້ອຍກໍ່ໂທຫາ, ຂ້ອຍຕອບວ່າ: ເອີໆ ໄປໂລດ ໄປຖ້າຢູ່ບູດໃດໜຶ່ງກໍ່ໄດ້, ຂ້ອຍຄືວ່າເລີ່ມຫິວ ໄປຊອກອັນກິນດີກວ່າ

ໄປເຫັນຄົນລໍ້ຍູ້ຂາຍຂຽບຍີ່ປຸ່ນ: ຂ້ອຍຖາມວ່າ: ທໍ່ໃດ? ລາວຕອບວ່າ: ຂຽບຍີ່ປຸ່ນ 8000 ກີບ, ຂ້ອຍເວົ້າວ່າ: ເອົາລົດເຄັມເດີ! ແລ້ວຂ້ອຍກໍ່ກິນຂຽບຍີ່ປຸ່ນຍ່າງໄປເລາະເສີຍ ຝົນກໍ່ໂຮຍລົງມາແດ່

ທ່າມກາງຝູງຄົນຈຳນວນຫຼາຍທີ່ພາກັນແຫ່ມາຫຼິ້ນບຸນພະທາດຫຼວງມື້ສຸດທ້າຍ, ກິນຂຽບຍີ່ປຸ່ນແລ້ວກໍ່ໄປເລາະຊີ້ນ້ຳ ເພາະຫິວນ້ຳ, ຢາກກິນນ້ຳສາລີສຳເລັດຮູບ

ແຕ່ມື້ນີ້ຊອກບໍ່ເຫັນ, ເລີຍຊື້ແປບຊີ 5000 ກີບ ມາດື່ມ ຂ້ອຍເລີຍຄິດຂຶ້ນມາວ່າ: ອຸຍ! ຂ້ອຍບໍ່ເຄີຍຂີ່ຊິງຊາສະຫວັນ ເພາະຜ່ານມາໄປນຳເຂົາເຈົ້າ ຊວນໃຜຂີ່

ກໍ່ບໍ່ມີຄົນຂີ່ນຳ, ມື້ນີ້ໄປຂີ່ດີກວ່າ: ໄປຊື້ປີ້ຂີ່ຊິງຊາສະຫວັນລາຄາ 8000 ກີບ, ແລ້ວເຂົາກໍ່ເປີດປະຕູໃຫ້ຂ້ອຍເຂົ້ານັ່ງຂີ່ຊິງຂາຜູ້ດຽວ ຜ່ານໄປສອງສາມຮອບ, ຊິງຊາຈອດ, ຂ້ອຍຄິດວ່າຊິລົງ

ແຕ່ຜູ້ຍາມຊິຊາຈັບບ່າຂ້ອຍໄວ້ ຍັງບໍ່ທັນລົງເທື່ອສາວ, ແລ້ວເຂົາກໍ່ເອົາທ້າວນ້ອຍປະມານສິບປີມານັ່ງຊິຊານຳຂ້ອຍ ອິອິ, ຂີ່ໄປຫຼາຍຮອບເຕີບ ( ງາມເນາະວິວຊິງຊາສະຫວັນນີ້ ອິອິ)

ແລ້ວກໍ່ໄປ ຊື້ໝວກ 10.000 ກີບ ( ເພາະວ່າຝົນຕົກ ຢ້ານເປັນຫວັດເປັນໄອ ອີກ ອິອິ )

ຍ່າເລາະຊື້ເຄື່ອງໜ້ອຍໜຶ່ງ: ໄດ້ ດອກໄຟນ້ຳຫອມ 45.000 ກີບ, ເກີບເລ ຄູ່ 10.000 ກີບ ( ຮາໆ ), ເສື້ອໄໝເລ 50.000 ກີບ, 2 ຢ່າງ 5000 ກີບ, ຊຸດນອນ 15.000 ກີບ,

ແຮງເຢີ 3 ແກ້ວລາຄາ 4000 ກີບ, ໂສ້ງ 30.000 ກີບ, ເສື້ອຊ້ອນ 30.000 ກີບ ( ອາຍເດ ບັນລະຍາຍໄປໝົດ ຮາໆໆໆ )

ແລ້ວກໍ່ໄປເລາະເບິ່ງເຂົາສະແດງຢູ່ເວທີສະແດງວັດທະນາທຳໜ້ອຍໜຶ່ງເພາະຝົນຕົກເຂົາກໍ່ເລີຍພັກຜ່ອນ, ໄປບູດບຸດທິສັກເບິ່ງໜຸ່ມຫຼໍ່ :), ໄປບູດອີທີເອລ ເບິ່ງເຂົາຮ້ອງເພງ

ໄປບູດແຮງເຢີ ເບິ່ງເຂົາງັດກ້າມ, ຍ່າງກັບມາບ່ອນຝາກລົດຈັກ ຝົນຕົກເລີ່ມແຮງ ທາງຍ່າງກໍ່ເປື້ອນໆບັດນີ້, ຂາກໍ່ເລີ່ມເມື່ອຍລະ

ໜັກຫິ້ວເຄື່ອງແມ່ນໜັກນຳແຮງເຢີ ສາມແກ້ວລວມ ສີ່ພັນກີບຫັ້ນ ຮາໆໆໆໆໆໆໆໆໆໆໆໆ

ມາຮອດເຮືອນກໍ່ໂສຫົວກັນເອົາແທ້ເອົາວ່າ: ແມ໋! ຊື້ເສື້ອໄໝເລລາຄາຫ້າສິບພັນມານຸ່ງເປັນຕາຫົວເອົາແທ້ເອົາວ່າ ໂຕໃຫຍ່ໂພດ ( ຊິໄດ້ໃຫ້ແມ່ຕັດແປງໃໝ່ລະ ) ອິອິ

ໄດອາດີ່ນີ້ຂໍຈົບລົງທໍ່ນີ້ກ່ອນແລ້ວ ອິອິອິ 

( ຂໍຂອບໃຈທ່ານຜູ້ອ່ານ ຢ່າຫົວຂວັນເດີ ຄົນບໍ່ລວຍ ເງິນເດືອນບໍ່ຫຼາຍ ກໍ່ແນວນີ້ລະ ອິອິ )

 

 

 

Delicious Digg Fark Twitter