ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ພ.ພ.. 29, 2010 | ມີ 16 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກາບກອນ

 

ບໍ່​ວ່າ​ເຈົ້າຈະ​ຢູ່​ໃສ່​ໃນ​ໂລກ​ໃບ​ນີ້
​ໃຫ້​​ເຊຶ່ອວ່າຄວາມຣູ້ສື​ກດີໆ ຈະ​ໄປ​ຖາມ​ຫາ
​ເຈົ້າຈະ​ເບິ່ງ​ເຫັນ​ໄດ້​ຫລື​ບໍ່​ດ້ວຍ​ສາຍຕາ
ຣູບພາບ​ຂອງ​ເຈົ້າຍັງ​ຊັດ​ເຈນ ທຸກ​ເວລາ​ໃນ​ຫົວ​ໃຈ
 
ບໍ່​ວ່າ​ເຈົ້າຈະ​ຢູ່​ໃສ່ ຢູ່​ບ່ອນ​ໃດ​ໃນ​ໂລກ​ນີ້
​ເຈົ້າກະ​ຢູ່​ໃກ້ໆ ຂ້ອຍ​ນີ້​ແລະ
ຢູ່​ໃນ​ຄວາມ​ຄິດ ຄິດຣອດ​ເຈົ້າທຸກ​ວັນ
ບໍ່ວ່າ​ໃນ​ຄວາມ​ໃຝ ຫລື​ ຄວາມ​ຈິ່ງ
 
​ເຖິ່ງຈະ​ບໍ່​ໄດ້​ຄິດຣອດທຸກ​ຄັ້ງທີ່​ຫລັບ​ຕາ
​ແຕ່​ກໍ່​ຄິດ​ຣອດຕະຫລອດ​ເວລາ​ທີ່​ຫາຍ​ໃຈ
ຂຽນເມື່ອ ຂຽນເມື່ອ: ພ.ພ.. 29, 2010 | ມີ 12 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກາບກອນ

 

​ໃນຄໍ່າ​ຄືນ​ທີ່​ງຽບ​ສະໜິດ
ຂ້ອຍ​ຍັງ​ຄິດຣອດ​ແຕ່​ເຈົ້າບໍ່​ເຄີຍ​ຫາຍ
ຍັງຣັກ​ເຈົ້າບໍ່​ເຄີຍ​ມີ​ວັນລືມ​ໄດ້
ທີ່​ຂາງ​ກາຍ​ຢາກ​ໃຫ້​ມີ​ເຈົ້າ​ໄດ້​ແອບ​ອິ່ງ
​ເຖິ່ງ​ເວລາ​ຈະ​ຜ່ານ​ໄປ​ຫລາຍ​ເດືອນ​ຫລື​ຫລາຍ​ປີ
​ແຕ່​ຫົວ​ໃຈ​ຍັງ​ຄົງຣັກບໍ່​ເຄີຍ​ລືມ
​ເພາະ​ເຈົ້າມີ​ຄ່າ​ຫລາຍ​ຄົນ​ອື່ນໆ
​ເປັນ​ທຸກ​ສິ່ງ​ທີ່​ສຳ​ຄັນ​ກັບ​ຫົວ​ໃຈ​ຂ້ອຍ
​ເຖິ່ງຕອນ​ນີ້​ຈະ​ບໍ່​ມີ​ເຈົ້າຂ້າງ​ກາຍ
​ເຖິ່ງຈະ​ບໍ່​ເຫັນ​ກັນ​​ແສນ​ນານ​ສັກ​ພຽງ​ໃດ
ກໍ່ບໍ່​ເຄີຍ​ຄິດ​ທີ່​ຈະ​ປ໋ຽນ​ໃຈ​ໄປຣັກຄົນ​ອືນ
​ເພາະ​ຫົວ​ໃຈ​ຍັງ​ຍຶດໜັ້ນພຽງ​ແຕ່​ເຈົ້າ
ບໍ່ຣູ້ວ່າ​ຈະ​ເຣັດຈັ່ງ​ໃດ​ໃຫ້​ເຈົ້າ​ເຊື່ອ
ບໍ່​ເຄີຍ​ເພື່ອ​ແຜ່ຫົວ​ໃຈ​ໃຫ້​ຄົນ​ອື່ນ
ຍັງ​ຄົງ​ໜັ້ນທີ່​ຈະຣັກ​ແຕ່​ເຈົ້າ
ມີ​ເລື່ອງ​ໜຶ່ງ​ທີ່​ຂ້ອຍ​ຢ້ານ​ແລະ​ຫວັ່ນ​ໄຫວ
ຕົງ​ທີ່​ຫົວ​ໃຈ​ເຈົ້າບໍ່​ມີ​ຄົນ​…ຄົນນີ້
ຍອມ​ໃຫ້​ຄົນ​ອືນ​ມາ​ຢູ່​ແທ່ນ​ທີ່
ປ່ຽນ​ຂ້ອຍ​ນີ້​ໃຫ້​ເປັນຄົນ​ນອກ​ສາຍຕາ.
ຂຽນເມື່ອ ຂຽນເມື່ອ: ກ.ພ.. 27, 2010 | ມີ 12 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກາບກອນ

 

ເຈັບ​ຫລາຍ​ກວ່າ​ ຄວາມ​ເບື່ອ ຄື ຄວາມ​ເສົ້າ
ເຈັບ​ຫລາຍ​ກວ່າ ຄວາມ​ເສົ້າ ຄື ຊີວິດ​ບໍ່​ມີ​ຄວາມສຸກ
ເຈັບ​ຫລາຍ​ກວ່າ ຊີວິດ​ທີ່​ບໍ່​ມີ​ຄວາມສຸກ ຄື ​ເຈັບ​ປ່ວຍ
ເຈັບ​ຫລາຍ​ກວ່າ ຄວາມ​​ເຈັບ​ປ່ວຍ ຄື ກາ​ນຖືກ​ທອດ​ຖິ້ມ
ເຈັບ​ຫລາຍ​ກວ່າ ການ​ຖືກ​ຖິ້ມ ຄື ຢູ່​ຄົນ​ດ່ຽວ​​ໃນ​ໂລກ​ໃບ​ນີ້
ເຈັບ​ຫລາຍ​ກວ່າ ຢູ່​ຄົນ​ດ່ຽວ​​ໃນ​ໂລກ​ໃບ​ນີ້ ຄື ພັດ​ພາກ​ຈາກ​ລາ
ເຈັບ​ຫລາຍ​ກວ່າ ການ​ພັດ​ພາກ​ຈາກ​ລາ ຄື ຄວາມ​ຕາຍ
ເຈັບ​ຫລາຍ​ກວ່າ ຄວາມ​ຕາຍ ຄື ຖື​ມລືມ
ຂຽນເມື່ອ ຂຽນເມື່ອ: ສ.ຫ.. 5, 2009 | ມີ 14 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກາບກອນ

 

ຍົກ​ໂທດ​ໃຫ້​ໄດ້​ບໍ ​ໃຫ້​ຄົນ​ຊົ່ວ ຄົນ​ນີ້
ຂໍ​ໂທດ​ຈາກ​ໃຈ ຈາກ​ຄົນ ບໍ່​ມັກ​ດີ
ທັ້ງ ໆ ທີ່​ມີ ​ເຈົ້າຜູ້​ແສນ​ດີ
ຂ້ອຍ​ຫາ​ກໍ່​ຮູ້ ວ່ຂາດ ​ເຈົ້າບໍ່​ໄດ້
​ເຈົ້າຄື ຫົວ​ໃຈ​ຂອງ​ຂ້ອຍ ທີ່​ມີ
​ໃຫ້​ອະ​ໄພ ​ເຖາະ​ນະ ຈາກ​ຄົນ​ຊົ່ວ​ຄົນ​ນີ້
ຈາກ​ຄົນ​ທີ່ ​ເຄີຍ​ມີ​ ກັນ​ແລະ​ກັນ
ຍົກ​ໂທດ​ໃຫ້​ໄດ້​ບໍ? ຍົກ​ໂທດ​ໃຫ້​ໄດ້​ບໍ?
ຍົກ​ໂທດ​ໃຫ້​ ຄວາມຜິດ​ ຂອງ​ຂ້ອຍ
ຂ້ອຍ​ເສຍ​ໃຈ​ ທີ່​ຈາກ​ໄປ ວັນ​ນັ້ນ
ຂ້ອຍ​ຮູ້​ວ່າ​ມັນ ບໍ່​ຄວາມ​ ຍົກ​ໂທດ​ໃຫ້
​ແຕ່​ຂ້ອຍ​ຂໍ ສັນຍາ ວ່າ​ຕໍ​ແຕ່​ນີ້
ຂ້ອຍ​ຈະ​ມີ​ເຈົ້າ ​ເຈົ້າຄື ດວງ​ໃຈ
ຂ້ອຍ​ຂໍ​ໃຫ້​ເຈົ້າ ຍົກ​ໂທດ ​ໃຫ້​ໄດ້​ບໍ?
ຈາກ​ນີ້​ຕໍ່​ໄປ ຈະ​ມີ​ເຈົ້າ ​ເທົ່າ​ນັ້ນ
ຂ້ອຍ​ຈະ​ຮັກ​ເຈົ້າ ​ໃຫ້​ຫລາຍ ກວ່າ​ເກົ່າ
​ເຮົາ​ຈະ​ເລິ່ມ ຕົ້ນກັນ​ໃໜ່ ອີກ​ຄັ້ງ
ຂ້ອຍ​ຮູ້​ແລ້ວ​ວ່າ ​ເຈົ້າຄື ຄົນ​ສຳຄັນ
ຍົກ​ໂທດ​ໃຫ້​ໄດ້​ບໍ? ຍົກ​ໂທດ​ໃຫ້​ໄດ້​ບໍ?
ຂ້ອຍ​ຮູ້​​ແລ້ວ​ວ່າ ຂ້ອຍ​ຊົ່ວ ​ເທົ່າ​ໃດ
ຂໍ​ໃຫ້​ຂ້ອຍ ​ແກ້​ໂຕ​ໃໜ່ ​ໄດ້​ບໍ?
​ໃຫ້​ຂ້ອຍ​ນັ້ນ​ໄດ້ ​ເບິ່ງ​ແຍງ​ເຈົ້າ ຄື່​ເກົ່າ….
ຂຽນເມື່ອ ຂຽນເມື່ອ: ກ.ລ.. 13, 2009 | ມີ 23 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກາບກອນ

ຜູ້​ຊາຍ​ທີ່ນິ​​ໄສ​ດີ​ມັກ​ຈະ​ບໍ່​ຫລໍ

ຜູ້​ຊາຍ​ທີ່ຫລໍ​ມັກ​ຈະ​ບໍ່​ສຸພາບ

ຜູ້​ຊາຍ​ທີ່ທັ້ງຫລໍ ​ແລະ ສຸພາບ ມັກ​ເປັນ​​ເກ

ຜູ້​ຊາຍ​ທີ່ຫລໍ ສຸພາບ ​ແລະ​ບໍ່​ແມ່ນ​ເກ ມັກ​ຈະ​ແຕ່ງງານ​ແລ້ວ

ຜູ້​ຊາຍ​ທີ່ບໍ່​ຄ້ອຍ​ຫລໍ ​ແລະ​ນິ​ໄສ​ດີ ມັກ​ຈະ​ບໍ່​ມີ​ເງິນ

ຜູ້​ຊາຍ​ທີ່ນິ​ໄສ​ດີ ​ແລະ​ມີ​ເງິນ​ ມັກ​ຈະ​ຄິດ​ວາ​ເຮົາ​ເຫັນ​​ແກ່​ເງິນ​ຂອງ​ເຂົາ

ຜູ້​ຊາຍ​ທີ່ຫລໍ ​ແລະ ບໍ່​ມີ​ເງິນ ມັກ​ຈະ​ຄິດ​ເຫັນ​ແກ່​ເງິນ​ຂອງ​ເຮົາ

ຜູ້​ຊາຍ​ທີ່ຫລໍ​ແລະ​ເປັນ​ຊາຍ​ແທ້ ​ແຕ່​ນິ​​ໄສ​ບໍ່​ດີ ມັກ​ຈະ​ຄິດ​ວ່າຜູ້​ຍິງ​ບໍ່​ງາມ​ພໍ

ຜູ້​ຊາຍ​ທີ່​ເຫັນ​ຜູ້ຍິງ​ງາມ ​ແລະ​ເໜາະ​ສົມ​ກັບ​ເຂົາ ມັກ​ຈະ​​ເປັນ​ຄົນ​ຂາດ​ຄວາມ​ໜັ້ນ​ໃຈ

ຜູ້​ຊາຍ​ທີ່ຫລໍ ສຸພາ​ບ ມີ​ຖານະ ​ແລະ ​ເປັນ​ຊາຍ​ແທ້ ມັກ​ຈະ​ຂີ້​ອາຍ ​ແລະ​ຢ້ານ​ການ​ເລິ່ມຕົ້ນ

ຜູ້​ຊາຍ​ທີ່ຢ້ານ​ການ​ເລີ່​ມຕົ້ນ ມັກ​ເປັນ​ຜູ້ຍຊາຍ​ທີ່​ຜູ້ຍິງ​ບໍ່​ສົນ​ໃຈ

 

ຂຽນເມື່ອ ຂຽນເມື່ອ: ມິ.ຖ.. 30, 2009 | ມີ 4 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກາບກອນ

 

ມີ​ຊາຍ​ໜຸ່ມ​ທີ່​ແຕ່ງງານ​ແລ້ວ​ຄົນ​ໜຶ່ງ ​ລາວ​ເປັນ​ນັກທຸລະກິດ…
ມື້ໜຶ່ງ​ຄວາມ​ໃກ້ຊິດ​ເປັນ​ເຫດ ລາວ​ກັບ​​ເລຂາ​ເກິ​ດ
ມີ​ອາລົມ​ທາ​ເພດ​ນຳ​ກັນ​ຂື້ນ​ມາ
ທັງ​ສອງ​ຄົນ​ຈຶ່ງ​ໄປ​ລົງ​​ເອີຍ​ກັນ​ທີ່​ບ້ານ​ຂອງ​ສາວ​ເລຂາ​ສາວ​
​ແລ້ວ​ໃຊ້​ເວລາ​ຮ່ວມ​ຮັກ​ກັນ​ຕະຫລອດ​ຕອນ​ສ່ວຍ
​ແລະ​ເຜີນ​ອນລັບ​ດ້ວຍ​ຄວາມ​​ອ່ອນ​ເພ່ຍ
ຈົນ​ກະ​ທັງ 8.00 ຊາຍ​ໜຸ່ມ​ສະ​ດ້ງຕື່ນ…​ຕາຍ​​ແລະ
ປ່ານ​ນີ້​ຍັງ​ບໍ່​ໄດ້​ກັບ​ບ້ານ​ດ່ຽວ​ພັນ​ລະ​ຍາ​ຈະ​ຕ້ອງ​ສົ່ງ​ໄສ​ແນ່ໆ
ຈຶ່ງ​ຮີບ​​ໃຫ້​ສາວ​ເລຂາ​ເອົາ​ເກີບ​ທັງ​ສອງ​ຂ້າງ​ໄປ​ຖູ​ກັບ​ພື່ນຫຍ້າ
​ແລະ​ຂີ້ຕົ້ມ​ໃຫ້​ເປື່ອນ
​ແລ້ວຮີບ​ຄ້ວາ​ເສື່ອ​ແລະ​ເກີບ​ມາ​ໃສ່ ​ແລ້ວ​ກັບ​ເຮືອ​ນທັນ​ທີ່
​ເມື່ອ​ຮອດ​ບ້ານ ພັນ​ລະ​ຍາ​ກໍ່​ຢືນ​ຄ້ຳ​ເອວຖ້າ​ຢູ່​ແລ້ວ
“ ​ເຈົ້າ​ໄປ​ໃສ່​ມາ?” ສາມີ​ຄ່ອຍໆ​ຢ່າງ​ເຂົ້າ​ເຮືອນ​ແລະ​ເວົ້າວ່າ:
“ ທີ່​ຮັກຈ່າ ຂ້ອຍ​ບໍ່​ສາມາດ​ຈະ​ຕວະ​ເຈົ້າ​ໄດ້
ຂ້ອຍ​ໄດ້​ອອກ​ໄປ​ທຸລະ​ກັບ​​ເລຂາ​ຂ້ອຍ ​ແລະ ​ເຮົາ​ໄດ້​ມີ​ຍັງ​ກັນ​ຕະຫລອດ​ຕອນ​ສວຍ
ຂ້ອຍ​ເຜີນ​ອນລັບ​ໄປ ​ເພິ່ງ​ຈະ​ຕືນ​ເມືອ​ຕອນ 8.00 ນີ້​ເອງ”
​ແລ້ວ​ຕີ່​ໜ້າ​ເສົ່າ
ສ່ວນ​ພັນ​ລະ​ຍາ ກໍ່​ເລືອກ​ໄປ​ຫັນ​ເກີບ​ທີ່​ວາງ​ໄວ້
“ ​ເຈົ້າຢ່າ​ມາ​ຕວະ​ເຂົ້າ ​​ເຈົ້າ​ໄປ​​ແອບ​ລັກ​ຫລີ້ນກອບ​ມາ​ແມ່ນ​ບໍ່
​ເຈົ້າຄິດ​ວ່າ​ຂ້ອຍ​ໂງ່​ຊັ້ນຫວ່າ ຮື”
 
​ເຮົາ​ທຸກ​ຄົນ​ມາ​ເວົ້າຄວາມ​ຈິ່ງ​ກັນ​ບໍ່ 555
ຂຽນເມື່ອ ຂຽນເມື່ອ: ມິ.ຖ.. 24, 2009 | ມີ 13 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກາບກອນ

 

ເຈົ້າ​ເຮັດ​ໃຫ້​ຂ້ອຍ​ຮັກ​ມາ​ດົນ
​ເຮັດ​ໃຫ້​ຂ້ອຍ​ເຝົ້າຄິດ​ຮອດ​ທຸກ​ວັນ
​ເຮັດ​ໃຫ້​ຂ້ອຍ​ເຈັບ​ແລະ​ທຳ​ລະ​ມານ
ຕອນ​ທີ​ເຈົ້າບໍ່​ເຄີຍ​ສົນ​ໃຈ​ຂ້ອຍ
​ແຕ່​ຂ້ອຍ​ຄົນ​ນີ້​ກໍ່​ຍັງ​ຮັກ​ເຈົ້າ
ບໍ່​ມີ​ວັນ​ປ່ຽນ​ໄປ
ຂຽນເມື່ອ ຂຽນເມື່ອ: ມ.ກ.. 12, 2009 | ມີ 1 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກາບກອນ

v\:* {behavior:url(#default#VML);} o\:* {behavior:url(#default#VML);} w\:* {behavior:url(#default#VML);} .shape {behavior:url(#default#VML);} Normal 0 false false false MicrosoftInternetExplorer4 /* Style Definitions */ table.MsoNormalTable {mso-style-name:"Table Normal"; mso-tstyle-rowband-size:0; mso-tstyle-colband-size:0; mso-style-noshow:yes; mso-style-parent:""; mso-padding-alt:0cm 5.4pt 0cm 5.4pt; mso-para-margin:0cm; mso-para-margin-bottom:.0001pt; mso-pagination:widow-orphan; font-size:10.0pt; font-family:"Times New Roman"; mso-bidi-font-family:"Times New Roman"; mso-ansi-language:#0400; mso-fareast-language:#0400; mso-bidi-language:#0400;}

ຜິດ​ບໍ່ ? ທີ່​ຮູ້ສຶກ​ມາກ​ມາຍ​ຂະໜາດ​ນີ້

ຄິດ​ເຖິ່ງຢູ່​ທຸກ​ທີ່ ບ້າ​ໄປ​ແລ້ວ​ລະ​ສີ ​ເຈົ້າຄິດ​ຄື​ຂ້ອຍ​ແມ່ນ​ບໍ່ ?

ກໍ່​ບໍ່ຣູ້​ເນາະ ຄວາມ​ຮູ້ສຶກຂະໜາດນີ ບໍ່​ເຄີຍ​ເປັນ​ກັບ​ໃຜ

ສັນຍາ​ໄດ້​ບໍ່ ? ​ເຣັດ​ໃຫ້​ຂ້ອຍ​ຮູ້ສື​ກ​ແບບ​ນີ້​ຕໍ່​ໄປ…​ນານໆ​ເດີ້​ເຈົ້າ

ຄົງ​ເພາະຣັກມາກ ​ໃຈ​ເລີຍ​ຍ້ານຜິດ​ຫວັງ

ທຸກ​ສິ່ງ​ທີ່​ວາດ​ຫວັງ​ໄວ້ກັບ​ຫາກ​ຕ້ອງ​ພັງ ຂ້ອຍ​ບໍ່​ຢາກ​ຖ້າ​ເກີ້

ຂໍ​ພຽງ​ແຄ​ນີ້ ຄົງ​ບໍ່​ຫລາຍ​ຈົນ​​ເຣັດ​ໃຫ້​ລຳບາກ​ໃຈ​ແມ່ນ​ບໍ່ ? ​ເຈົ້າ

ຕາບ​ໃດ​ທີ່​ດາວ​ຍັງ​ຄຽງ​ຄູ່​ພະຈັນ​ສະ​ເໜີ

ຂ້ອຍ​ເອງ​ກໍ່​ສັນຍາ ຈະ​ຢູ່​ຄຽງ​ຂ້າງ​ເຈົ້າ ຕະຫລອດ​ໄປ

alt alt alt alt alt alt alt alt

ລອງ​ໃຫ້​ຄອມ​ເມັ້ນ​ແດ່​ເດີ້​ຄົນ​ທີ່​ເຂົ້າມາ​ອ່ານ ວ່າ​ເປັນ​ຈັ່ງ​ໃດ ​ແຕ່ງ​ເອງ​ໃດ​ນີ້​ນະ