ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ທ.ວ.. 25, 2008 | ມີ 9 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກະວີ

 

ກ່ອນອື່ໜົດຕ້ອງຂໍ້ຄວາມນັບຖືຈາກໜູ່ເພືອນແລະບໍ່ແມ່ນໜູ່ເພືອນທີ່ຕິດຕາມຜົນງານເຮົາມາຕະຫລອດ

ຕ້ອງຂໍອະໄພນະທີ່ນີ້ ທີ່ບໍ່ມີຜົນງານໃນອາທິດທີ່ຜ່ານມາແລະອາທິດນີ້

ແຕ່ບໍ່ຕ້ອງເສຍໃຈ

ໃນວັນເສົາມື້ອື່ນຈະມີມາຝາກຫັວງວ່າຄົງຈະຕິດຕາມແລະໃຫ້ຄຳຕຳນິຕິສົມ

ຂອບໃຈ

 

 

 

 

 

 

ປັນຫາ​ເຮັດ​ໃຫ້​ ຄົນ​ເຮົາ​​ເຂັມ​ແຂງ

​ເວລາ​ເຮັດ​ໃຫ້​ ຄົນ​ເຮົາລືມ​ບາງ​ສິ່ງ

ສະຖານະ​ການ​ ເຮັດ​ໃຫ້​ຄົນ​ເຮົາ​ຮູ້ຈັກ​ແກ້​ໄຂ້​ບັນຫາ

ການ​ຕັດສິນ​ໃຈ ​ເຮັດ​ໃຫ້​ຄົນ​ເຮົາ​ຮູ້​ວ່າ​ຖືກ​ຫລື​ຜິດ

ຄວາມ​ຄິດ​ເຮັດ​ໃຫ້​ຄົນ​ເຮົາ​ເລີດ​ ທາງ​ປັນຍາ

 

 

 

ຂຽນເມື່ອ ຂຽນເມື່ອ: ທ.ວ.. 13, 2008 | ມີ 10 ຄຳເຫັນ ແລະ 0 trackback(s)

 

ລຸງ​ກອງ ບອກ​ຫລານ​ຊາຍ​ວ່າ:
      “ ຖ້າ​ມີ​ຜູ້​ໃດ​ເອົາຫຍັງ​ມາ​ໃຫ້ ​ເອົາ​ໄວ້​ໃຫ້​ລຸງ​ແດ່​ເດີ້ ” ຫລັງ​ຈາກ​ລຸງ​ກອງ​ອອກ​ຈາກ​ເຮືອນ​ໄປ​ໜ້ອຍ​ໜຶ່ງ​ຄົນ​ເຮືອນ​​ໃກ້​ກໍ​​ເອົາ​ປາ​ໂຕ​ບັກ​ໃຫຍ່​ມາ​ໃຫ້, ຫລານ​ຊາຍ​ກໍ​ເອົາ​ຫ້ອຍ​ປະ​ໄວ້, ຕອນ​ແລງ ລຸງ​ກອງ​ກັບ​ມາ ​ເຫັນ​ປາ​ຫ້ອຍ​ຢູ່ ​ເໜັນອື້ໆ ຈຶ່ງ​ຮ້າຍ​ຫລານ​ຊາຍ​ວ່າ:
      “ ບາດ​ນີ້​ເຂົາ​ເອົາ​ມາ​ໃຫ້ ມຶງ​ກະ​ໃສ້​ຂີ້​ມັນ​ອອກຊັ້ນລະ​ບໍ ”
ມື້​ໃໜ່ມາ​ລຸງ​ກອງ​ກໍ​ອອກ​ຈາກ​ເຮືອນ​ໄປ​ອີກ, ຄົນ​ເຮືອນ​ໃກ້​ກໍ​ເອົາ​ໜາ​ກກ້ວຍງ້າວ​ມາ​ໃຫ້​ຫວີ​ໜຶ່ງ, ຫລານ​ຊາຍ​ບໍ່​ຫລາຍ​ເລື່ອງ​ຈັດການ​ໃສ້ຂີ້​ມັນ​ກິນ​ໜົດ ​ເຫລືອ​ແຕ່​ເປືອກ​ເອົາ​ຫ້ອຍ​ປະ​ໄວ້.
​ເມື່ອ​ລຸງ​ກອງ​ກັບ​ມາ​ເຫັນ​​ແຕ່​ເປືອກ​ໜາ​ກກ້ວຍງ້າວ​ຫ້ອຍ​ປະ​ໄວ້ ຈຶ່ງ​​ເອີ້ນ​ຖາມ​ຫລານ​ຊາຍ​ວ່າ:
      “ ອ້າວ ! ບັກ​ແອ…​ໜາ​ກກ້ວຍ​ນີ້​ເປັນ​ຫຍັງ​ມີ​ແຕ່​ເປືອກ…​ໃນ​ມັນ​ໄປ​ໃສ​ໜົດ ? ”
      ຫລານ​ຊາຍ​ຈຶ່ງ​​ຟ້າວ​ຕອບ​ວ່າ:
      “ ຂ້ອຍ​ໃສ້​ຂີ້​ມັນ​ອອກ​ໜົດ​ແລ້ວ ”
ລຸງ​ກອງ:………………………………?
ຂຽນເມື່ອ ຂຽນເມື່ອ: ທ.ວ.. 13, 2008 | ມີ 10 ຄຳເຫັນ ແລະ 0 trackback(s)

 

ຊາຍ​ຕາບອດ​ຜູ້​ໜຶ່ງ​ຍ່າງ​ກາຍ​ໜ້າ​ເດັກນ້ອຍ​ມາ, ​ເດັກນ້ອຍ​ຈຶ່ງ​​ເວົ້າຢອກ​ວ່າ:
      “ ລະວັງ ! ຢຽບ​ງູ”
ຊາຍ​ຕາບອດ​ຜູ້ນັ້ນກໍ​​ຟ້າວ​ເຕັ້ນກະ​ໂຫຍ່ງກະ​ເຫ​ຍ່ງອອກ​ຈາກ​ທາງ, ​ເດັກນ້ອຍ​ຄຶດ​ຢາກຫົວ​ຈຶ່ງ​ຮ້ອງ​ບອກ​ວ່າ:
      “ ​ໂອ້​ຍ ! ຢ້ານ​ຕາຍ​ອີ​ຫຍັງ…​ງູ​ຕາຍ​ແລ້ວ ”
ຊາຍ​ຕາບອດ​ຢ້ານ​ເສຍ​ປຽບຈຶ່ງ​ເວົ້າຂຶ້ນວ່າ:
“ ສົມ​ພໍ​ດອກ…​ຈຶ່ງ​ເໜັນ​ທຸ່ຍໆ ”
​      ເດັກນ້ອຍ​ຈຶ່ງ​ເວົ້າອີກ​ວ່າ:
“ ​ເໜັນ​ຕາຍ​ຫ່າ​ອີ​ຫຍັງ ງູ​ຕາຍ​ຈົນ​ວ່າ​ແຫ້ງ​ແລ້ວ ”
ຊາຍ​ຕາບອດ​ບໍ່​ຍອມ​ເສຍ​ປຽບ​ເດັກນ້ອຍ ຈຶ່ງ​ເວົ້າວ່າ:
      “ ສົມ​ພໍ…​ກູ​ຢຽບ​ຈຶ່ງ​ດັງ​ກອບ​ບາດ​ໜຶ່ງ”
​ເດັກນ້ອຍ…………………………………………….?
ຂຽນເມື່ອ ຂຽນເມື່ອ: ທ.ວ.. 13, 2008 | ມີ 4 ຄຳເຫັນ ແລະ 0 trackback(s)

 

ຍິງ​ສາວ​ທີ່​ໄປໆ-​ມາໆ​ກັບ​ຊາຍ​ໜຸ່ມ ​ເປັນ​ເວລາ​ປີກ​ວ່າ ຖືກ​ຜູ້​ເປັນ​ພໍ່​ແມ່​ຖາມ​ຄ​າດຄັ້ນກ່ຽວກັບ​ຄວາມ​ໜາຍ​ໜັ້ນຄັ້ນມື ຂອງ​ຝ່າຍ​ຊາຍ. ຍິງ​ສາວ​ຕອບ​ວ່າ:
“ ​ເລື່ອງ​ນີ້​ລູກ​ກໍ່​ບໍ່​ແນ່​ໃຈ​ປານ​ໃດ. ສ່ວນ​ໃຫຍ່​ລາວ​ມັກ​ພາ​ລູກ​ຢູ່​ບ່ອນ​ມືດໆ​ກັບ​ລາວ”.
ຂຽນເມື່ອ ຂຽນເມື່ອ: ທ.ວ.. 13, 2008 | ມີ 10 ຄຳເຫັນ ແລະ 0 trackback(s)

 

ທີ່​ຮ້ານ​ອາຫານ​ແຫ່ງ​ໜຶ່ງ, ຫລັງ​ຈາກ​ຮັບ​ປະທານອາຫານ,
ລູກ​ຄ້າ​ເວົ້າສຽວ​ຫຍຸ້ງໆ​ກັບ​ເຈົ້າຂອງ​ຮ້ານ​ວ່າ:
“ ຂໍ​ໂທດ​ນະ, ​ເຮົາ​ລືມ​ເງິນ​ຢູ່​ເຮືອນ ຈຶ່ງ​ບໍ່​ສາມາດ​ຈ່າຍ​ຄ່າ​ອາຫານ​ນີ້​ໄດ້, ​
ເມຍ​ເຮົາ​ຊິ​ຖ້າ​ຢູ່​ນີ້​ກ່ອນ ສ່ວນ​ເຮົາ​ຊິ​ເມືອ​ເອົາ​ເງິນ​ຢູ່​ເຮືອນ ​​ແລ້ວ​ຊິ​ກັບ​ມາ​ພາຍ​ໃນ 15 ນາທີ. ” ​ເຈົ້າຂອງ​ຮ້ານ​ເວົ້າຕັດ​ຂື້ນ​ວ່າ:
“ ​ເຈົ້າຕ້ອງ​​ເອົາ​ສິ່ງ​​ໃດ​ໜຶ່ງ​ທີ່​ມີຄ່າ​ກວ່າ​ເມຍ​ປະກັນ​ໄວ້​ເຊັ່ນ​: ​ໂມງ, ​ແຫວນ ຫລື​ໂທລະສັບ​ມື​ຖື​ບໍ​ເອີ່ຍ… ສ່ວນ​ເມຍ​ຫັ້ນ… ຂ້ອຍ​ມີ​ຢູ່​ເຮືອນ​ພໍ​ແຮງ​ແລ້ວ​. ”
ຂຽນເມື່ອ ຂຽນເມື່ອ: ທ.ວ.. 11, 2008 | ມີ 7 ຄຳເຫັນ ແລະ 0 trackback(s)

 

ຝ່າຍ​ພໍ່​ເຖົ້າ ຕ້ອງການ​ລຸກ​ແຕ່​ເດິກ ​ໃນ​ເຊົ້າມື້​ຕໍ່​ໄປ ​ເພື່ອ​ໃຫ້​ທັນ​ລົດ​​ເມ​ກັບ​ບ້ານ. ​ພໍ່​ເຖົ້າຖາມ​ຫລານ​ຊາຍ​ວ່າ:
“ ​ໂມງ​ປຸກ​ນີ້ ມັນ​ກໍ​ລັ່ນ​ຕົງ​ຕາມ​ເວລາ​ຢູ່​ຫວະ ?.” ຫລານ​ຊາຍ​ຕອບ​ວ່າ:
“ ພໍ່​ເຖົ້າບໍ່​ຕ້ອງ​ເປັນ​ຫ່ວງ​ດອກ, ຖ້າ​ມັນ​ບໍ່​ປຸກ ພໍ່​ເຖົ້າກໍ​ພຽງ​ແຕ່ ຈັບ​ມັນ​ສັ່ນ​ຈັກ​ບຶດໜຶ່ງ ​ແລ້ວ​ມັນ​ກໍ່​ຈະ​ລັ່ນ​ບໍ່ຍອມ​ຢຸດ”.
ຂຽນເມື່ອ ຂຽນເມື່ອ: ທ.ວ.. 11, 2008 | ມີ 10 ຄຳເຫັນ ແລະ 0 trackback(s)

 

ພາຍຫລັງ​ນາງ​ເມຍ​ໄດ້​ລ່ວງ​ລັບ​ໄປ​​ເປັນ​ເວລາ 5 ປີ, ທ້າວ​ພີ​ເຕີ​ໄດ້​ລົງ​ປະກາດ​ໃນ​ໜັງສືພິມ ​ໂດ້ຍມີ​ຫົວ​ຂໍ້​ວ່າ: “ ຕ້ອງການ​​ເມຍ”. ຕະຫລອດ 2 ອາທິດ​ຕໍ່​ມາ ​ເຂົາ​ໄດ້​ຮັບ​ຈົດ​ໜາຍຂານ​ຕອບ​ເປັນ​ຈຳນວນ​ຮ້ອຍໆ​ກ້ານ, ທັງ​ໜົດມາ​ຈາກ​ເພດ​ຊາຍ ທີ່​ບອກ​ວ່າ:
“ ​ເອົາ​ເມຍ​ເຮົາ​ກໍ່​ໄດ້”
ຂຽນເມື່ອ ຂຽນເມື່ອ: ທ.ວ.. 11, 2008 | ມີ 5 ຄຳເຫັນ ແລະ 0 trackback(s)

 

ເມຍ: “ ອ້າຍ​ເຊື່ອ​ບໍ​ວ່າ ອັ່ນ​ພວກ​ຂີ້ລັກ​ທັງຫລາຍ​ຫັ້ນພວກ​ມັນ​ຈະ​ຕ້ອງ​ສຳນືກບາບ ບໍ່​ໄວ້​ກໍ່​ຊ້າ.”
ຜົວ: “ ຖືກຕ້ອງ​ແລ້ວ​ທີ່​ຮັກ. ຮູ້ບໍ ​ເມື່ອ 9 ປີ​ກ່ອນ​ໜ້າ​ນີ້ ອ້າຍ​ໄດ້​ຂະ​ໂມ​ຍຫົວ​ໃຈ​ຂອງ​ນ້ອງ. ມາ​ດ່ຽວ​ນີ້​ອ້າ​ຍຈື່ງ​ຮູ້​ສື​ກກິນ​ແໜງ​ແຄງ​ໃຈ​.”
ຂຽນເມື່ອ ຂຽນເມື່ອ: ທ.ວ.. 11, 2008 | ມີ 6 ຄຳເຫັນ ແລະ 0 trackback(s)

 

ມີ​ເລື່ອງ​ເລົ່າ​ວ່າ: ຍິງ​ໜຸ່ມ​ຄົນ​ໜຶ່ງ​ບໍ່​ຮູ້​ຮອດ​ວ່າ​ແວ່ນ​ແມ່ນ​ຫຍັງ?.
ມື້ໜຶ່ງ. ຝ່າຍ​ຜົວ​ຊື້​ແວ່ນ​ວົງ​ໜຶ່ງ​ມາ​ໃຫ້​ນາງ. ​ໃນ​ຂະນະ​ແຍງ​ແວ່ນ, ນາງ​ຮູ້ສຶກ​ຕົກ​ໃຈ​ຈຶ່ງ​​ຟ້າວ​ແລ່ນ​ໄປ​ບອກ​ແມ່​ຜົວ​ວ່າ :
“ ລູກ​ຊາຍ​ອີ່​ແມ່ຫັ້ນ ​ເອົາ​​ເມຍ​ໃໜ່ມາ​ຢູ່​ໃນ​​ເຮືອ​ນນຳ ” ນາງ​ຕໍ່​ວ່າ​ຕໍ່​ຂານ.
“ ​ແມ່ນ​ແທ້​ຫວະ ? ” ຝ່າຍ​ແມ່​ຍາ​ຖາມ​ດ້ວຍ​ຄວາມ​ແປກ​ໃຈ
“ ​ເບິ່ງ… ​ໃຫ້​ແມ່​ເບິ່ງ​ແດ່ ” ​ໃນ​ຂະນະ​ຈຶ້ງໜ້າ​ໃສ່​ແວ່ນ, ຝ່າຍ​ແມ່​ຍ່າ​ກໍ​ຮູ້ສຶກ​ສັບສົນ​ເຊັ່ນ​ກັນ
“ ນີ້​ມັນ​ແມ່ນ​ກະ​ເລີ່​ກັນ… ​ແມ່​ເມຍ​ມັນ​ກໍ່​ມາ​ນຳ​ກັນ​ຕະວ່າ​ນີ້…” ​ແມ່ຍ່າ​ຈົ່ມ​ພຶມພຳ
ຂຽນເມື່ອ ຂຽນເມື່ອ: ທ.ວ.. 11, 2008 | ມີ 9 ຄຳເຫັນ ແລະ 0 trackback(s)

 

ນັກ​ທ່ອງ​ທ່ຽວ​ຍີ່ປຸ່ນ​ຄົນ​ໜຶ່ງ​ເດີນທາງ​ມາ​ວຽງ​ຈັນ. ຕອນ​ນັ່ງ​ລົດ​ຕັກ​ຊີ​ນຳ​ທ່ຽວຫັ້ນ, ​ເຂົາ​ສັງ​ເກດ​ເຫັນ​ວ່າ​ທຸກ​ສິ່ງ​ທຸກ​ຢ່າງ​ຢູ່​ເມືອງ​ລາວ​ນີ ​ເຄືອ​ນ​ເໜັງ​ໄປ​ດ້ວຍ​ຈັງຫວະ​ເຍີບ​ຍາບ​ຊັກ​ຊ້າ ​ເມື່ອ​ສົມ​ທຽບ​ກັບ​ຍີ່ປຸ່ນ. ອົດ​ບໍ່​ໄດ້, ​ເຂົາ​ເລີຍ​ເວົ້າກັບ​ຄົນ​ຂັບ​ລົດ​ຕັກ​ຊີ​ວ່າ:
“ ຕັກ​ຊີ​ພວກ​ເຈົ້າ​ແລ່ນ​ຊ້າ​ໂພດ, ຢູ່​ຍີ່ປຸ່ນ ຕັກ​ຊີ​ແລ່ນ​ບັກ​ໄວໆ, ​ເບິ່ງ​ລົດ​​ເມ​ພວກ​ເຈົ້າກໍ​ພໍ​ກັນ, ​ແລ່ນ​ປານ​ຫອຍ​ໄຕ່. ຢູ່​ຍີ່ປຸ່ນ​ລົດ​ເມ​ແລ່ນ​ໄວ​ປານ​ໃສ່​ຕີນ​ຜີ. ພຸ້ນໆ​…
​ເບິ່ງ​ລົດຈັກ​ພວກ​ເຈົ້າກໍ​ພໍ​ກັນ. ຢູ່​ຍີ່ປຸ່ນ ລົດຈັກ​ແລ່ນ​​ໄວ​ໄປ​ປານ​ລົມ.”
ການ​ນຳ​ທ່ຽວ​ສິ້ນສຸດ​ລົງ. ຄ່າ​ຕັກ​ຊີ​ຕົກ​ເປັນ​ເງິນ​ສອງ​ແສ​ນກີບ.
“ ປັດ​ໂທ ! ” ນັກ​ທ່ອງ​ທ່ຽວ​ຍີ່ປຸ່ນ​ຮ້ອງ​ຂື້ນ​ວຶດ​ວື່.
“ ກົງ​ເຕີ​ລົດ​ເຈົ້າຄື​ແລ່ນ​ໄວ​ຕາຍ​ແທ້ ?”
“ ​ໄວ​ໂອ້ … ຊິ​ບໍ່​ໃຫ້​ໄວ​ແນວ​ເດີ …” ​ໂຊ​ເຟີ​ລົດ​ຕັກ​ຊີ​ເວົ້າທັ່ງ​ອອກ​ມາວ່າ:

“ ​ແນວ​ວ່າ​ກົງ​ເຕີ​ໜ່ວຍ​ນີ້​ມັນ​ຜະລິດ​ຢູ່​ຍີ່ປຸ່ນ !”

ຂຽນເມື່ອ ຂຽນເມື່ອ: ທ.ວ.. 10, 2008 | ມີ 8 ຄຳເຫັນ ແລະ 0 trackback(s)

 

ລູກ:   ” ມື້ນີ້​ລູກ​ໄດ້​ຄະ​ແນນ​ລະດັບ​ຍອດໆ​ສຳລັບ​ບົດສອບ​​​ເສັງ ”
​ແມ່:  “ ຄູ​ຖາມ​ລູກ​ຫຍັງ​ແດ່ ?”
ລູກ:   “ ຄູ​ຖາມ​ວ່າ: ຄວາຍ​ມີ​ຈັກ​ຂາ. ?”
ແມ່:  “ ​ແລ້ວ​ລູກ​ຕອບ​ວ່າ​ແນວ​ໃດ ?”
ລູກ:   “ ລູກ​ບອກ​ວ່າ​ຄວາຍ​ມີ 3 ຂາ ”
ແມ່:   “ ລູກ​ໄດ້​ຄະ​ແນນ​ສູງ​ສຸດ​ແນວ​ໃດ ຈາກ​ຄຳ​ຕອບ​ທີ່​ຜິ​ດ ພາດ​ນັ້ນ ?”
ລູກ:  “ ກໍ່​​ເພາະວ່າ​ນັກຮຽນ​ຄົນ​ອື່ນໆ ​ໃນ​ຫ້ອງ​ທັງ​ໜົດ ຕອບ​ວ່າ: ຄວາຍ​ມີ ​2 ຂາ.”
ຂຽນເມື່ອ ຂຽນເມື່ອ: ທ.ວ.. 10, 2008 | ມີ 3 ຄຳເຫັນ ແລະ 0 trackback(s)

 

ໃນ​ຂະນະ​ທີ່​ຊາຍ​ຄົນ​ໜຶ່ງ​ເຄືອ​ນຄີງ​ໄປ​ຕາມ​ເສັ້ນທາງ​ທີ່​ມີ​ແສງ​ສະຫວ່າງ​ພໍ​ມົວໆ ​ເຂົາ​ກໍ່​ໄດ້​ພົບ​ກັບ​ຄົນ​ແປກ​ໜ້າ ທີ່​ໂຜ່​ອອກ​ມາ​ຈາກ​ເງົາ​ມືດ ​ແລ້ວ​ຢຸດ​ເຂົາ.
“ ​ແມ່ນ​ເຈົ້າຕ້ອງການ​ຫຍັງ​ເຮີຍ ?” ຊາຍ​ຄົນ​ນັ້ນຖາມ​ແບບ​ສັ່ນໆ​ເຊັນໆ​.
ຄົນ​ແປກ​ໜ້າ​ເວົ້າອອກ​ມາ​ດ້ວຍ​ສຽງ​ເສົ້າໆ​ວ່າ:
“ ຂໍ​ທ່ານ​ຈົ່ງ​ກາລຸ​ນາ​ຊາຍ​ທີ່​ອັບ​ຈົນ​ຫິດ​ໂຫຍ ​ແລະ ຕົກ​ງານ​ແດ່ທ້ອນ. ໜົດ​ໂລກ​ນີ້…ຜູ້​ຂາ​ກໍ​ມີ​ແຕ່​ປືນ​ບອກ​ດຽວ​ນີ້​ລະຕິ​ດຕົນ​ຕິດ​ໂຕ​.”
 
ຄິດ​ເຖິງ​ສະພາບ​ເບິ່ງ​ຕອນ​ນັ້ນ
ຂຽນເມື່ອ ຂຽນເມື່ອ: ທ.ວ.. 10, 2008 | ມີ 1 ຄຳເຫັນ ແລະ 0 trackback(s)

 

ທີ່​ຄີ​ນີກ​ແຫ່ງ​ໜື່ງ, ນາງພະຍາບານ​ຖາມ​ຄົນ​ເຈັບວ່າ:
“ ດ່ຽວ​ນີ້​ຂ້ອຍ​ຊິ​ຊັກ​ຢາ​ໃຫ້​ເຈົ້າ, ​ເຈົ້າຢາກ​ໃຫ້​ຂ້ອຍ​ສັກ​ໃສ່​ບ່ອນ​ໃດ…”​
​ແລ້ວ​ກໍ່​ມີ​ສຽງ​ຕອບ​ອອກ​ມາ​ໂດ້ຍ​ໄວ້​ວ່າ:
“ ຂ້ອຍ​ຢາກ​ໃຫ້​ສັກ​ໃສ່​ແຂນ​ເບື້ອງ​ຂວາ​ຂອງ​ເຈົ້າ.”
ຂຽນເມື່ອ ຂຽນເມື່ອ: ທ.ວ.. 8, 2008 | ມີ 5 ຄຳເຫັນ ແລະ 0 trackback(s)

 

ໃນ​ສະ​ໄໜ​ເຢຍລະ​ມັນ​ຢຶດຄອງ​ຝຮັ່ງ, ພໍ່​ນາ​ຝຮັ່ງ​ຄົນ​ໜຶ່ງ​ຖືກ​ຂ້າ​​ເສິກ​ຈັບ​ໄປ. ​ເຂົາ​ໄດ້​ຮັບ​ຈົດ​ໜາຍ​ຈາກ​ຝ່າຍ​ເມຍ​ເລື້ອຍໆ.
ນາງ​ຈົ່ມ​ທຸກ​ຈົ່ມ​ຍາກ​ວ່າ: ຫຍຸ້ງ​ນຳ​ວຽກ​ໄຮ່​ການ​ນາ​ຫລາຍ. ນາງ​ມີ​ແນວ​ພັນ​ພຽງພໍ ​ແຕ່​ນາງ​ບໍ່​ມີ​ແຮງ​​ໄຖ​ນາ​ເອງ​ໄດ້. ຝ່າຍ​ຜົວ​ຂຽນ​ຕອບ​ຄືນ​ໄປ​ວ່າ: “ ປະ​ໄວ້​ແນວ​ນັ້ນດີ​ທີ່​ສຸດ​ແລ້ວ​ທີ່​ຮັກ, ບໍ່​ຕ້ອງ​ໄຖ​ຕ້ອງ​ຄາດ​ມັນ​ດອກ ​ເພາະ​ອ້າຍ​ໄດ້​ຝັງ​ປືນ ​ເຊື່ອງ​ໄວ້ຢູ່​ຫັ້ນ. ”
ສີ່​ວັນ​ຕໍ່​ມາ​ຈາກ​ນັ້ນ, ທະຫານ​ແກ​ສຕາ​ໂປ​​ເຢຍລະ​ມັນ​ເຕັມ​ສອງ​ຄັນ​ລົດ​ກໍ່​ຕະລຸມບອນ​ລົງ​ໃສ່​ທົ່ງ​ນາ. ພວກ​ເຂົາ​ພາກັນ​ຂຸດ​ໄງ້​ພື້ນ​ທີ່​ນາ​ເປັນ​ແລວ​ໄປ​ທົ່ວ.
ດ້ວຍ​ຄວາມ​ຕື່ນ​ເຕັ້ນ ​ແລະ ຢ້ານ​ກົວ, ​ຝ່າຍ​ເມຍ​ຂຽນ​ເລົ່າ​ໃຫ້​ຜົວ​ຟັງ​ກ່ຽວ​ກັບ​ເຫດການ​ທີ່​ເກີດ​ຂື້ນ ທັງ​ຖາມ​ວ່າ: ຊິ​ໃຫ້​ນາງ​ເຮັດ​ແນວ​ໃດ.

ຜົວ​ຂຽນ​ຕອບ​ໄປ​ດ້ວຍ​ຂໍ້ຄວາມ​ສັ້ນໆ​ວ່າ: “ ຮີບ​ຈັດການ​ເອົາ​ແນວ​ປູກ​ລົງ​ປູກ​ໂລດ. !

ຂຽນເມື່ອ ຂຽນເມື່ອ: ທ.ວ.. 8, 2008 | ມີ 3 ຄຳເຫັນ ແລະ 0 trackback(s)

 

ຄັ້ງໜື່ງ ພະຍາ​ເຊ​ດດິຼກ ກຽມ​ຕົວ​ອອກ​ສູ່​ສົງ​ຄາ​ມ. ທ່ານ​ມ້ຽນ​ມັດ​ອາ​ຫານ​ການ​ກິນ​ໄວ​ຫໍຜາສາດ​ຈົນ​ເຕັມ ​ແລ້ວ​ທ່ານ​ກໍ່​ລັ່ນກະ​ແຈ​ຂັງ​ພັນ​ລະ​ຍາຄົນ​ງາມ​ໄວ້ ​ເພື່ອ​ຄວາມ​ປອດ​ໄພ​​ເວລາ​ທ່ານ​ຢູ່​ຫ່າງ​ໄກ. ​ແລ້ວ​ທ່ານ​ຂີ່​ມ້າ​ໄປ​ພົບ​ເພື່ອນ​ທີ່​ທ່ານ​ໄວ້​ໃຈ ຊື່ວ່າ​ທ່ານ​ພະຍາ ລໍ​ເຮັນ ຊື່​ງອາ​ໄສ​ຢູ່​ຫໍຜາສາດ​ຫລັງ​ຖັດ​ໄປ.
“ ລໍ​ເຮັນ​ສ, ​ໂຕ​ເປັນ​ເພື່ອນ​ທີ່​ເຮົາ​ໄວ້​ໃຈ​ທີ່​ສຸດ. ຍາມ​ເຮົາ​ຢູ່​ຫ່າງ​ໄກ ຂໍ​ໃຫ້​ໂຕ​ຮັກສາ​ກະ​ແຈ​ລູກ​ນີ້​ໄວ້ ​ເພື່ອ​ບໍ່​ໃຫ້​ໃຜ​ເຂົ້າ​ໄປ​ໃນ​ຫໍຜາສາດ​ເຮົາ. ” ດ້ວຍ​ຄວາມ​ຕືນ​ຕັນ​ໃຈ, ທ່ານ​ພະຍາ​ລໍ​ເຮັນ ຂານ​ຮັບ​ວ່າ:
“ ສ່ຽວ​​ເຊ​ດດິຼກ​ເອີຍ, ​ເຮົາ​ສຸດ​ທີ່​ອີ່ມ​ເອີ​ບ​ໃຈ​ຕໍ່​ຄວາມ​ເຊື້ອ​ໜັນ​ທີ່​​ໂຕ​ມອບ​ໃຫ້​ເຮົາ. ຂໍ​ຈົ່ງ​ຕາຍ​ໃຈ​ໂລດ​ວ່າ ບໍ່​ມີ​ໃຜ​ຈະ​ຮັກສາ​ກະ​ແຈ​ລູກ​ນີ້​ດີ​ລື​ນ​ເຮົາ​ດອກ. ​ເມຍ​ໂຕ​ຈະ​ປອດ​ໄພ​ທຸກ​ປະການ. ”
ທ່ານ​ເຊ​ດດຼິກບັນຊາ​ກາ​ມ້າ​ອອກ​ໄປ. ຂີ້​ໄປ​ໄດ້​ປະມານ​ໜຶ່ງ ຊົ່ວ​ໂມງ​ປານ​ນັ້ນລະ ທ່ານ​ກໍ່​ໄດ້​ຍິນ​ສຽງ​ບາດຕີນ​ມ້າ​ແລ່ນ​ຫອບ​ມາ​ຕາມ​ຫັລງ. ນັ່ງ​ຢູ່​ເທິງ​ຫລັງ​ມ້າ ​ແມ່ນ​ທ່ານ​ພະຍາ​ລ“​ເຮັນ​. ທ່ານ​ຫາຍ​ໃຈ​ເກືອບ​ບໍ່​ທົ່ວ​ທ້ອງ ​ເພາະ​​ເມື່ອຍ​ຈາກ​ການ​ບັນຊາ​ມ້າ​ຢ່າງ​ໜັກ. ​ເຂົາ​ຮ້ອງ​ຂື້ນ​ວ່າ: “ ​ເຊັດ​ດຼິກ ! ເຊັດ​ດຼິກ ! ​ໂຕ​ເອົາ​ກະ​​ແຈ​ຜິດ​ລູກ​ໃຫ້​​ເຮົາ ! ”.
ຂຽນເມື່ອ ຂຽນເມື່ອ: ທ.ວ.. 8, 2008 | ມີ 5 ຄຳເຫັນ ແລະ 0 trackback(s)

 

ຍາ​ພໍ່​ຢາກ​ທົດ​ສອບ​ຈົວ 2 ອົງ​ທີ່​​ໄດ້​ຮຽນ​ມາ​ຫລາຍ​ປີ​ແລ້ວ ຈື່ງ​ເອີ້ນ​ຈົວ​ທັງ 2 ​ເຂົ້າ​ໄປ​ຫາ​ໃນ​ຫ້ອງ​ແລະ​ຖາມ​ວ່າ:
        “ຈົວ​ນ້ຍອ ! ດ່ຽວນີ້ເຈົ້າໄດ້ຊັ້ນໄດ້ແລ້ວ”
        ຈົວນ້ອຍຕອບຍາບໍ່ວ່າ: “ຊັ້ນຕີ​… ຂ້າ​ນອຍ”
        ຍາ​ພໍ່​ໜ້າ​ແດງ​ຮື​ດຂິ້ນກັບ​ບາດ, ຈັບ​ໄມ້​ແສ້​​ຟາດ​ກົ້ນຈົວ​ນ້ອຍ​ທົງ​ເວົ້າວ່າ:
        “ຊັ້ນຕຣີ…ກໍ່​ວ່າ​ຊັ້ນຕຣີ…ຕົວ ຣ ມື່ງ​ເອົາ​ໄປ​ໄວ້​ໃສ…” ຈົວ​ໃຫຍ່​ຢືນ​ລັກ​ຟັງ​ຢູ່​ນອກ​ປະຕູ​ໄດ້​ຍິນ​ວ່າ​ໃຊ້ ຕົວ ຣ ຈຶ່ງ​ຈື່​ໃສ່​ໃຈ​ໄວ້, ຫລັງ​ຈາກ​ຈົວ​ນ້ອຍ​ອອກ​ມາ ​ແລ້ວ​ຍາ​ພໍ່​ກໍ່​​ເອີ້ນ​ຈົວ​ໃຫຍ່​ເຂົ້າ​ໄປ​ຖາມ​ວ່າ:
        “ ຈົວ​ນີ້​​ເດ່…​​ໄດ້​ຊັ້ນຫຍັງ ?”
ຈົວ​ໃຫຍ່​ຈື່ງ​ຕອບ​ແບບ​ໜັ້ນ​ໃຈ​ວ່າ:
” ຊັ້ນ​ໂທຣ…ຂ້ານ້ອຍ”
ຍາ​ພໍ່​ບໍ່ຫລາຍ​ເລືອ​ງຈັບ​ໄມ້​ແສ້​ຟາດ​ກົ້ນຈົວ​ໃຫຍ່​ດັງ​ເປັ້ຍໆ…​ທັງ​ປາກ​ກໍ່​ຮ້າຍ​ວ່າ:
” ຊັ້ນ​ໂທ​ຣ…ແມ່​ມື​ງຫວະ…ມື​ງ​ເອົາ​ຕົວ ຣ ມາ​ໃສ່​ເຮັດ​ຫຍັງ…​ຊັ້ນ​ໂທ…​ກໍ​ວ່າ​ຊັ້ນ​ໂທຊັ້ນຕວ່າ…”
ຂຽນເມື່ອ ຂຽນເມື່ອ: ທ.ວ.. 8, 2008 | ມີ 2 ຄຳເຫັນ ແລະ 0 trackback(s)

 

ຊາຍ​ຄົນ​ໜື່ງ ມັກ​ດື່ມ​ເຫລົ້າວາຍ​ເປັນ​ປະຈຳ. ​ໃນ​ງາ​ນລ້ຽງ​ອາຫານ​ຄຳວັນ​ໜື່ງ, ​ເຂົາກອກ​ໜັກ ຈົນ​ລຸກ​ຈາກ​ບ່ອນ​ນັ່ງ​ບໍ່​ໄດ້.
​ເຈົ້າພາບ​ງານ​ລ້ຽງ​ລະ​ດົມ​ໃຫ້​ເຂົາຣີບກັບ​ເຮືອນ ​ໂດ້ຍບອກ​ວ່າ:
        “ ຈັກ​ໜ່ອຍ​ຝົນ​ຊິ​ຕົກ​ໄດ໋ ! ”
“ຄັນ​ຝົນ​ຊິ​ຕົກ…​ແລ້ວ​ເຮົາ​ຊິ​ເມືອ​ເຮືອນ​ໄດ້​ແນວ​ໃດ ? ” ຊາຍ​ຂີ້​ເຫລົ້າ​ເວົ້າຂື້ນ. ຈາກ​ນັ້ນມາຄາວ​ໜື່ງ, ​ເຈົ້າພາບ​ພັດ​ເວົ້າຂື້ນ​ວ່າ:
“ ຝົນ​ເຊົາ​ຕົກ​ແລ້ວ​ເດ !”
“ ​ເອີ່… ຖ້າ​ຝົນ​ເຊົາຕົກ…​ເຮົາ​ກໍ​ບໍ່​ຈຳ​ເປັນ​ຮີບ​ຮ້ອນ​ເມືອ​ເຮືອນ​ດອກ, ” ຊາຍ​ຂີ້​ເມົາ​ທັງ​ເວົ້າ ທັງ​ສື​ບີ່​ກ໋ອກ​ໃຫ້​ສົມ​ໃຈ.
 
 
They say smoking shortens your life. It also shortens your cigarettes.
ຄຳ​ຖາມ​ຊ່ວຍ​ຕອບ​ໃຫ້​ແດ່?
ມີ​ຄົນ​ເວົ້າວ່າ ການ​ສູບຢາ​ນັ້ນ​ເຮັດ​ໃຫ້ຊີວິ​ດຄົນ​ເຮົາ​ສັ້ນ​ເຂົ້າ, (ນອກ​ນັ້ນ) ມັນ​ຍັງ​ເຮັດ​ໃຫ້​ກອກຢາ​ສັ້ນ​ເຂົ້າ​ເຊັ່ນ​ກັນ​ແມ່ນ​ບໍ່?
ທ່າ​ນຄິດ​ແນວ​ໃດ​ກັບ​ຄຳ​ຖາມ​ນີ້
ຂຽນເມື່ອ ຂຽນເມື່ອ: ທ.ວ.. 8, 2008 | ມີ 3 ຄຳເຫັນ ແລະ 0 trackback(s)

 

ມີ​ເທື່ອ​ໜຶ່ງ ສອງ​ສ່ຽວ​ຊື່​ອ່ຽນ ​ແລະ ອື່ງ ​ເວົ້າຄຸຍ​ໂມ້​ໂອ້​ອວດກ່ຽວ​ກັບ​ຕົນ​ເອງ.
ອ່ຽນ : “ ຄັ້ງໜຶ່ງ ​ໂມງ​ພໍ່​ເຖົ້າກູ​ຕົກລົງ​ນ້ຳສ້າງ, ​ແຕ່​ເວລາ​ເອົາ​ໂມງ​ໜ່ວຍ​ນັ້ນນື້ນມາ ພາຍ​ຫລັງ​ມັນ​ແຊ່​ນ້ຳຢູ່​ສ້າງ​ເປັນ​ເວລາ 30 ປີ, ມັນ​ກໍ​ຍົງ​ເດີນ​​ເສີຍ​ຢູ່. ”
ອື່ງ : “ ສໍ່ານັ້ນກູ​ບໍ່​ງຶດ​ດອກ, ຄັ້ງໜຶ່ງ​ພໍ່​ເຖົ້າກູ​ຕົກ​ນ້ຳສ້າງ, ຫລັງ​ຈາກ​ນັ້ນ 30 ປີ ຈຶ່ງ​ເອົາ​ລາວ​ຂື້ນ​ມາ​ໄດ້, ​ແຕ່​ລາວ​ກໍ່​ຍັງ​ມີ​ຊີວິດ​ເສີຍ​ມັ່ງ​ຢູ່. ”
​        ອ່ຽນ : “ ມັນ​ເປັນ​ໄປ​ໄດ້​ແນວ​ໃດ​ຫວະ ? ​ແລ້ວ​ພໍ່​ເຖົ້າ​ໂຕ​ເຮັດ​ຫຍັງຢູ່​ພື້ນ​ນ້ຳສ້າງ​ຕະຫລອດ 30 ປີ ? ”
ອື່ງ: “ ​ເປັນ​ຫຍັງ​ຊິ​ເປັນ​ໄປ​ບໍ່​ໄດ້ ? ຕະຫລອດ 30 ປີ ​ໃນ​ນ້ຳສ້າງ​ຫັ້ນ, ພໍ່​ເຖົ້າ​ເຮົາ​ເຮັດ​ໜ້າ​ທີ່​ແປງ​​ໂມງ​ພໍ່​ເຖົ້າ​ໂຕ​ຊັ້ນຕວ່ະວ່າ.”
ຂຽນເມື່ອ ຂຽນເມື່ອ: ທ.ວ.. 6, 2008 | ມີ 7 ຄຳເຫັນ ແລະ 0 trackback(s)

 

ແມ່ຍິງ:       “ ທ່ານ… ຂ້ານ້ອຍ​ຈຳ​ເປັນ​ຕ້ອງ​ຢ່າ​ຮ້າງ​ກັບ​ຜົວ​ຂ້ານ້ອຍ”
ຈ່າ​ສານ:      “ ​ແລ້ວ​ເປັນ​ຫຍັງ​ຕ້ອງ​ຮ້າງ ?”
​ແມ່​ຍິງ:       “ ຍ້ອນ​ລາວ​ນອກ​ໃຈ…ບໍ່​ຊື່ສັດ.”
ຈ່າ​ສາສ:      “ ​ເຈົ້າມີ​ຫຍັງ​ມາພິສູດ​ວ່າ​ລາວ​ນອກ​ໃຈ ?”
​ແມ່​ຍິງ:       “ ຄື​ຈັ່ງ​ຊີ້​ນະ​ທ່ານ… ລູກ​ຂ້າ​ນ້ອຍ​ຫາ​ຜູ້​ໃດ​ຊິ​ຄື​ລາວ​ກໍ່​ບໍ່​ມີ​ພໍ​ຄົນ. ”
ຂຽນເມື່ອ ຂຽນເມື່ອ: ທ.ວ.. 6, 2008 | ມີ 7 ຄຳເຫັນ ແລະ 0 trackback(s)

 

ຈິ​ມ:   “ ຂ້າພະ​ເຈົ້າ​ເຄີຍ​​ເຫັນ​ໜ້າ​ທ່ານ​ຢູ່​ບ່ອນ​ໃດ​ບ່ອນ​ໜື່ງນີ້​ລະ ​ແຕ່​ບໍ່​ຮູ້ວ່າ​ເມື່ອ​ໃດ ? ​ເວລາ​ໃດ ?”
ຄົນ​ແປກ​ໜ້າ: “ ​ເປັນ​ໄປ​ບໍ່​ໄດ້​ດອກ. ​ໃບ​ໜ້າ​ຂອງ​ເຮົາ​ຍາມ​ໃດ​ກໍ​ຢູ່​ກັບ​ເຮົາ”
ຂຽນເມື່ອ ຂຽນເມື່ອ: ທ.ວ.. 6, 2008 | ມີ 3 ຄຳເຫັນ ແລະ 0 trackback(s)

 

ທ່ານ​ໜໍ:      “ ຈົ່ງ​ລະວັງ​ໂຮ​ກ​ໄຂ້ຫວັດ​ສັດ​ປີກ. ຂໍ່​ໃຫ້​ຢູ່​ຫ່າງໆ​ຈາກ​ໄຂ່​ດິບໆ”
​ແມ່​ເຮືອນ:     “ ​ແຕ່​ຜົວ​ຂ້ານ້ອຍ ລາວ​ບໍ່​ຍອມ​ນອນ​ແຍກຕຽງ !”
ຂຽນເມື່ອ ຂຽນເມື່ອ: ທ.ວ.. 6, 2008 | ມີ 4 ຄຳເຫັນ ແລະ 0 trackback(s)

 

ລູກ​ສາວ​ນ້ອຍ ຊື່ວ່າ​ຂາວ ​ເວົ້າກັບ​ແມ່​ວ່າ:
“ ​ແມ່, ​ເລົ່າ​ຄວາມ​ຝັນ​ຂອງ​ລູ​ກ​ໃຫ້​ຟັງ​ແດ່​ດູ. ລູກ​ຈື່​ບໍ່​ໄດ້​ຄັກ.
​ໃນ​ຄວາມ​ຝັນ​ຫັ້ນ ​ແມ່​ໄປ​ໃສ ? ​ແມ່​ກິນ​ຫຍັງ ? ​ເດັກນ້ອຍ​ຜູ້​ຊາຍ
ລູກ​ເຫັນ​ຫັ້ນຊື່​ຫຍັງ ?”. ຝ່າຍ​ແມ່​ແປກ​ໃຈ ​ແລະ ຫົວ​ຂື້ນ​ກາກໆ.
“ຊິ​ໃຫ້​ແມ່​ເລົ່າ​ຄວາມ​ຝັນ​ຂອງ​ລູກ​ເອງ​ໃຫ້​ລູກ​ຝັງ​ໄດ້​ແນວ​ໃດ?”
ນາງ​ຂາວ​ເຊັດ​ນ້ຳຕາ ​ແລະ ​ເວົ້າຂື້ນ​ວ່າ​​​​ :
“ ​ເປັນ​ຫຍັງ​ແມ່​ຊິ​ເລົ່າ​ບໍ່​ໄດ້. ​ໃນ​ຄວາມ​ຝັນ​ຂອງ​ລູກ​ຫັ້ນ ​ແມ່​ກໍ່​ຢືນ​ແປະໆ ກັບ​ລູກ​ນະ!”.
ຂຽນເມື່ອ ຂຽນເມື່ອ: ທ.ວ.. 6, 2008 | ມີ 6 ຄຳເຫັນ ແລະ 0 trackback(s)

ແອນ້ອຍ:     “ ພວກ​ໂຕ​ຮູ້​ບໍ​ວ່າ ດ້ວຍ​ເຫດ​ໃດ ມ້າ​ຈຶ່ງ​ບໍ່​ມີ​ເຂົາ”

​ແອ​ຈ່ອຍ:     “ ບໍ່​ມີ​ເຂົາ ກໍ່​ເພາະວ່າ​ມັນ​ບໍ່​ແມ່ນ​ຄວາຍ.”
​ແອ​ຕຶກ:       “ ບໍ່​ແມ່ນ…ມັນ​ບໍ່​ມີ​ເຂົາກໍ່​ຍ້ອນ​ວ່າ​ມັນ​ບໍ່​ແມ່​ນຊ້າງ​ຕ່າງຫາກ !”
ຂຽນເມື່ອ ຂຽນເມື່ອ: ທ.ວ.. 5, 2008 | ມີ 9 ຄຳເຫັນ ແລະ 0 trackback(s)

ຄູທ່ານໜື່ງ ຫາກໍ່ຍ້າຍອອກຈາກເຮື້ນສຳເລັດ ພ້ອມດ້ວຍວັດຖຸສິ່ງຂອງທັງໜົດ ລວມທັງຫໍ່ປື້ມເປັນຈຳນວນຫລວງຫລາຍ.

ຫລັງຈາກໂຊເຟີວາງຫໍ່ປື້ມບັກໜັກໆຫໍ່ສຸດທ້າຍໄວ້ເຮືອນຫລັງສ້ງຊັ້ນແລ້ວ ເຂົາກໍ່ອອກປາກຈົ່ມວ່າ:

 " ຟ້າເອີຍ ! ເປັນຫຍັງທ່ານບໍ່ອ່ານໃຫ້ໜົດກ່ອນ ຈື່ງຍ້າຍເຮືອນ?"

ຂຽນເມື່ອ ຂຽນເມື່ອ: ທ.ວ.. 5, 2008 | ມີ 8 ຄຳເຫັນ ແລະ 0 trackback(s)

ຜູ້ເປັນພໍ ຖາມລູກສາວອາຍຸ 10 ປີ ຂອງເຂົາວ່າ:

"ສຳລັບວັນເກີດຂອງລູກ, ລູກຕ້ອງການເຄັກໜື່ງກ້ອນ ກັບທຽນ 10 ເຫລັ້ມແມ່ນບໍ່?"

ລູກສາວເຜີຍຮ້ອຍຍິ້ມ ແລະ ຕອບວ່າ:

"ອີ່ພໍ່, ຊື້ເຄັກ 10 ກ້ອນ ກັບທຽນພຽງເຫລັ້ມດຽວໃຫ້ລູກໍພໍແລ້ວ."

ຂຽນເມື່ອ ຂຽນເມື່ອ: ພ.ຈ.. 26, 2008 | ມີ 5 ຄຳເຫັນ ແລະ 0 trackback(s)

ບູນປອນນາມສົມມຸດ: ເປັນຄົນມັກລືມທີ່ສຸດ ຂະໜາດວ່າກິນເຂົ້າອີ່ມແລ້ວວ່າຕົນເອງບໍ່ທັນໄດ້ກິນເຂົ້າ.

       ມື້ 1 ບຸນປອນຈັບພ້າອີ່ໂຕເຂົ້າປ່າໄປຕັດຟືນໃນປ່າ ຫລັງຈາກຕັດຟືນໄດ້ແລ້ວ ລາວຊໍ້າເຈັບທ້ອງຖ່າຍ ຈື່ງເອົາພ້າສັບໃສ່ຕໍໄມ້ຕໍ່ໜ້າໄວ້ ແລ້ວກໍ່ໄປນັ່ງຖ່າຍຢູ່ຂ້າງໆຕໍໄມ້ນັ້ນ

ລາວເຫລືອກຕາໄປເຫັນພ້າສັບຢູ່ເທິງຕໍໄມ້ ກໍຟ້າວລຸກຂີ້ນໄປເອົາພ້າຈົນລືມຮອດເຊັດກົ້ນ

ເມື່ອຈັບໄດ້ຟ້າແລ້ວກໍເວົ້າດັງໆຂື້ນວ່າ:

       'ປັກໃດເດ້ ! ໂງ່າແທ້ໆ...ພ້າບັກງາມໆຍັງເອົາມາວາງໄວ້ນີ້'

ລາວດີໃຈຫລາຍຟ້ອນກະໂຫຍ່ງກະເຫຍ່ງ ເລີຍໄປຢຽບຂີ້ຕົນເອງ ຈື່ງຫລົງຮ້ອງຂື້ນໜົດແຮງວ່າ:

 

             'ໂອ້ຍ ! ແມ່ນບັກຮ່າໃດ... ມາຂີ້ໃສ່ບ່ອນນີ້...'

 

ຂໍອະໄພນຳຄຳທີ່ບໍສຸພາຍ

 

ຂຽນເມື່ອ ຂຽນເມື່ອ: ພ.ຈ.. 22, 2008 | ມີ 6 ຄຳເຫັນ ແລະ 0 trackback(s)

ພຣະຣາໂຊວາທ ຂອງພຣະເຈັ້າຟ້າງຸ່ມມີຂໍ່ໃຫຍ່ໃຈຄວາມວ່າ:

1. ໃຫ້ຮັກສາບ້ານເມືອງ ຢ່າໃຫ້ມີໂຈຣຂະໂມຍ, ໃຫ້ພິຈາລະນາຖ້ວນຖີ່ຕາມໂທສກັມ. ໂຫສໜັກໃຫ້ຂ້າ, ສົມບັດເກີດມີໃນແຜ່ນດິນ ກໍ່ຍ້ອນປະຊາຊົນຣາສດອນ.

2. ຢ້່ໄດ້ຂ້າຝັນລັນແທງກັນ, ໃຫ້ຮັກສາຂອບນ້ຳດິນແດນ.

3. ສອງເດືອນໃດ ໃຫ້ໃຊ້ຄົນຂື້ນໄປເມືອງຊຽງດົງຊຽງທອງ ບຸຊາຟ້າແຖນ. ທຸກເືອນຈຽງໃຫ້ຂື້ນໄປເມືອງຊຽງທອງໃຫ້ເຖິງຊຽງທອງ ໃນເດືອນ 3 ເພື່ອສະແດງຄວາມຈົງຮັກພັກດີ ຕໍ່ພຣະອົງ ຊື່ງເຈົ້າຟ້າຫລວງໂງ່ມໄດ້ສັ່ງດັ່ງນີ້:

4. ຢ່າໃຫມີຂ້າທາດ ຊື່ງໜາຍຄວາມວ່າ ໃຫ້ເລີກລັດທິຂ້າທາສ. ຖ້າມີຊູ່ສູ່ເມັຍທ່ານ ໃຫ້ໄໜ 5 ບາທ. ຖ້າມີກາຣຂ້າກັນຕາຍ ໃຫ້ເອົາຕົວແທນຜຸ້ຕາຍ ຄືຕ້ອງລົງໂທສປະຫາຣຊີວິຕ.

5. ເຈົ້າຂຸນຢ່າໄໜໄຟຟ້າປະຊາກອນ ກາຍຮ້ອຍບາທ.

ຂຽນເມື່ອ ຂຽນເມື່ອ: ພ.ຈ.. 22, 2008 | ມີ 7 ຄຳເຫັນ ແລະ 0 trackback(s)

ແຜນຍຸດທະສາດໃນຄັ້ງນີ້, ແທນທີ່ເຈັ້າຟ້າງຸ່ມ ຈະຍົກທັບອອກໄປບຸກໂຈມຕີກຸງສີອະຍຸດທະຍາໂລດ ພະອົງໄດ້ສົ່ງຮາຊສາຮໄປຫາ ພຮະຮາມາທິບໍດີ ອຸ່ທອງ ພຮະເຈົ້າແຜນດິນແຫ່ງກູ່ງສີອະຍຸດທະຍາ