ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ພ.ຈ.. 10, 2010 | ມີ 0 ຄຳເຫັນ ແລະ 0 trackback(s)

 

ຢາປາລາຊີຕາໂມນ ເປັນຢາບັນເທົາອາການປວດບໍ່ມີຜົນຂ້າງຄຽງເລື້ອງການລະຄາຍເຄືອງກະເພາະ ອາຫານ ແລະ ການແຂງຕົວຂອງເລືອດເໝືອນຢາກຸ່ມ ເອັນເຊັດ) ເຊັ່ນ ຢາແອັສໄພລິນຢາໄອບູ ໂພຣເຟນ ຫາກໃຊ້ໃນປະລິມານການປີ່ນປົວປົກກະຕິເຮັດໃຫ້ປະຊາຊົນທົ່ວໄປ ບໍ່ຄອຍຮູ້ພິດໄພຂອງ ຢານີ້ເທົ່າໃດ ແລ້ວ ຍັງສາມາດຫາຊື້ໄດ້ງ່າຍ ໂດຍບໍ່ຕ້ອງມີໃບສັ່ງຢາຈາກທ່ານໝໍ. ເປັນສາຍເຫດໃຫ້ ປະລິມານການໃຊ້ຢານີ້ເພີ້ມຂື້ນຢ່າງໄວວາ. ຈົນກາຍເປັນຢາປະຈຳເຮືອນທ່ີຂາຍດິບຂາຍດີເປັນຫຍັງ ກໍ່ກີນແຕ່ຢາ ປາລາເຊຕາໂມນ ເຊີ່ງບາງພະຍາດ ຢາປາລາເຊຕາໂມນບໍ່ໄດ້ຊ່ອຍຫຍັງ ມີແຕ່ເຮັດໃຫ້ ສະບາຍໃຈຂື້ນເພາະໄດ້ກີນຢາ ແລ້ວ ບາງຄົນເຈັບກໍອົດໄປວັນໆ ບໍ່ຍອມໄປຫາໝໍປີ່ນປົວປ່ອຍໃຫ້ ພະຍາດທ່ີເປັນລຸກລາມຫຼາຍຂື້ນກວ່າເກົ່າ.

 

ໃນຫຼາຍປະເທດໄດ້ແກ່ ໄດ້ມີການສຳຫຼວດວິໃຈ ພົບວາ່ມີການໃຊ້ເກີນຂະໜາດຫຼາຍຂື້ນ ທຸກປີ ແລະ ມີຜູ້ຕ້ອງເຂົ້າປີ່ນປົວໃນໂຮງໝໍຈາກການເກີດພິດຂອງຢາ ປາລາເຊຕາໂມນເປັນຈຳນວນ ຫຼວງຫຼາຍ ຈົນໜ້າຕົກໃຈ. ຈົນອອກມາປະກາດໃຫ້ໃຊ້ຢາປາລາເຊຕາ ໂມນສະເພາະເມື່ອມີຄວາມຈຳ ເປັນ ແລະ ເຜີຍແຜ່ຄວາມຮູ້ເລື້ອງພິດຂອງຢາໃຫ້ປະຊາຊົນຫຼາຍຂື້ນ ຜ່ານສື່ຕ່າງໆບໍ່ວ່າຈະເປັນໂທ ລະພາບ, ວິທະຍຸ, ໃບປີວ, ເອກະສານກຳກັບຢາ ຫືຼ ອີນເຕີເນັດ.

 

 

ເກີດຈາກຄວາມຕັ້ງໃຈ: ທຸກຄົນຄົງຮູ້ກັນດີນັ້ນຄືການກິນຢາປາລາເຊຕາໂມນປະຊົດຊີວິດການຂ້າຕົວຕາຍ ເຊິ່ງບາງຄົນກໍພຽງຕ້ອງການປະທ້ວງຮຽກຮ້ອງຄວາມສົນໃຈ ຄິດວ່າພິດາຂອງຢາປາ ລາເຊຕາໂມນເປັນພຽງເລື້ອງເລັກນ້ອຍ ແຕ່ຄວາມຈິງມັນບໍ່ໄດ້ເປັນແນວນັ້ນ ເພາະຢາປາລາເຊຕາ ໂມນຈະເຮັດໃຫ້ຕັບເສຍການເຮັດວຽກ ຫືຼຕັບວາຍໄດ້ເຊີ່ງຫາກໄດ້ຮັບຢາຕ້ານພິດບໍ່ທັນເວລາກໍ່ຈະເຮັດ ໃຫ້ເສຍຊີວິດໄດ້.

 

ເກີດຂື້ນຈາກຄວາມບໍ່ຕັ້ງໃຈ: ເນື່ອງຈາກຢາປາລາເຊຕາໂມນຜະລິດອອກຈຳໜ່າຍໃນປະຈຸບັນ ນັ້ນມີຫຼາຍຮູບແບບ ຫຼາຍຄວາມແຮງ ຫຼາຍຍີ່ຫ້ໍ ເຊີ່ງເປັນການຍາກ ທ່ີປະຊາຊົນທົ່ວໄປຈະຮູ້ໄດ້, ຮູບຂອງຢາເມັດ, ຢານຳ້ ແລະ ການໃຊ້ຢາປາລາເຊຕາໂມນໄປປະສົມກັບຢາຊະນິດອື່ນໄດ້ແກ່ ຢາແກ້ປວດເມື່ອຍກ້າມເນື້ອ, ຢາແກ້ຫວັດ, ຢາແກ້ປວດເປັນຕົ້ນ ເຮັດໃຫ້ເກີດການກິນຢາຊຳ້ຊ້ອນ ໂດຍບໍ່ຮູ້ສືກໂຕ . ຫາກເປັນໄລຍະເວລາບໍ່ນານພຽງ 2-3 ວັນກໍ່ຍັງໄຄແດ່ ແຕ່ຫາກເປັນໄລຍະເວລາ ດົນເປັນເດືອນ ການເກີດພິດຕໍ່ຕັບຄົງເກີດຢ່າງແນ່ນອນ. ດັ່ງນັ້ນ ທາງທ່ີດີກ່ອນກີນຢາຫຍັງຄວນສຶກ ສາ ແລະ ອາ່ນສະຫຼາກຢາໃຫ້ລະອຽດເສຍກ່ອນ ແລະ ຖ້າຫາກບໍ່ໝັ້ນໃຈວ່າແມ່ນຢາຫຍັງ ເປັນຢາ ສູດປະສົມຫຼືບໍໍ ກໍຄວນໄປປືກສາແພດໝໍ.

ສີ່ງທ່ີໜ້າຄິດອີກເລື້ອງນື່ງຄື ການກີນຢາ ປາລາເຊຕາໂມນຮ່ວມກັບເຄື່ອງດື່ມທ່ີປະສົມ ແອນກໍຮໍເຊັ່ນ: ເຫຼົ້າ, ເບຍ, ວາຍ….ເພາະຕົວແອນກໍຮໍເອງເປັນທ່ີຮູ້ກັນດີວ່າຫາກໄດ້ຮັບໃນປະລິມານ ຫຼາຍ ຫືຼ ຕໍ່ເນື່ອງກັນເປັນເວລາດົນນານກໍເຮັດໃຫ້ເກີດພາວະຕັບແຂງ, ຕັບວາຍໄດ້ ຫາກກີນຮ່ວມກັບ ປາລາເຊຕາໂມນກໍ່ຈະເທົ່າກັບເປັນການເລັ່ງຄວາມໄວໃຫ້ຕັບແຂງໄດ້ໄວຂື້ນ. ຄະນະກຳມະການ ອາຫານ ແລະ ຢາປະເທດສະຫະລັດອາເມລິກາ ໄດ້ອອກກົດໝາຍໃຫ້ມີການພີມຄຳເຕືອນໃນສະຫຼາກ ຢາປາລາເຊຕາໂມນວ່າຫ້າມກີນຢາຮ່ວມກັບເຄື່ອງດື່ມທ່ີປະສົມແອນກໍຮໍເນື່ອງຈາກເກີດຄະດິພິ ພາກສາກ່ຽວກັບການກີນຢາປາລາເຊຕາໂມນຮ່ວມກັບວາຍເປັນປະຈຳ ຂອງຊາວເວີຈີເນຍ ຄົນໜື່ງຈົນ ເຮັດໃຫ້ຕັບວາຍ ຕ້ອງມີການຜ່າຕັດປ່ຽນຕັບໃຫມ່ ບໍລິສັດຜູ້ຜະລິດຢາບໍ່ຊະນະຄະດີ ຕ້ອງຈ່າຍເງີນຊົດ ໃຊ້ເຖິງ 8 ລ້ານໂດລາສະຫະລັດ.

 

ປາລາເຊຕາໂມນເທົ່າທ່ີຈຳເປັນໃນຂະໜາດການຮັກສາປົກກະຕິ ຄື ປາລາເຊຕາໂມນ 10 ມິນລິກະລາມຕໍ່ນຳ້ໜັກ 1 Kg (ເຊັ່ນນຳ້ໜັກ 50 kg ກໍກີນພຽງຢາເມັດ ຂະໜາດ 500 ມີນລິກະລາມ 1 ເມັດກໍພຽງພໍ ) ແລະຫາກບໍ່ມີອາການແລ້ວກໍຄວນຢຸດກີນຢາທັນທີ ຫຼື ຫາກໃຊ້ຢາຕິດຕໍ່ກັນເປັນໄລຍະເວລາ 3-4 ວັນແລ້ວອາການບໍ່ດີຂື້ນ ກໍ່ໄປໂຮງໝໍ ຫຼື ຄວນໄປປືກ ສານຳໝໍ ເພື່ອຄວາມປອດໄພຂອງທ່ານເອງ.

 

ຂໍ້ມູນຈາກ: ຫນັງສືວາລະສານ  ມະຫາຊົນ  ສະບັບທີ 85 ເດືອນ ກຸມພາ ປີ 2010

ຂຽນເມື່ອ ຂຽນເມື່ອ: ພ.ຈ.. 10, 2010 | ມີ 0 ຄຳເຫັນ ແລະ 0 trackback(s)

 

ຄົນເຮົາສ່ວນຫຼາຍເກືອບທຸກຄົນ ຈະຕ້ອງມີກີ່ນຕົວ ຕ່າງແຕ່ວ່າຜູ້ໃດຈະມີແຮງກີ່ນ, ກີ່ນຄ່ອຍ ບາງຄົນຄິດວ່າຕົວເອງບໍ່ມີ ນັ້ນບໍ່ແມ່ນຄວາມຈິງ ເພາະທຸກຄົນຕ່າງກໍ່ມີຕ່ອມເຫື່ອ ແລະ ຈຸລັງທາດຕ່າງໆ(ຫຼືບາງຄົນລື້ງກັບກີ່ນຕົວເອງ) ແລ້ວຄິດວ່າຕົວເອງບໍ່ມີກີ່ນກໍ່ໄດ້. ກີ່ນໂຕ ທີ່ວ່ານີ້ ນັ້ນກໍ່ແມ່ນກີ່ນຮັກແຮ້ນັ້ນລະ .
ຖ້າທ່ານໃດມີກີ່ນໂຕແລ້ວທ່ານອາດເຄີຍໃຊ້ຜະລິດຕະພັນ ຫຼາຍໆຢ່າງ ທ່ີໂຄສະນາ ທາງໂທລະພາບ ບໍ່ວ່າຈະເປັນ ໂຣອອນ ສະນິດຕ່າງໆແບບໂລຊັ່ນ, ແບບຄຼີມທ່ີເປັນຫຼອດ ເໝືອນລິບສະຕິກ ຫຼື ບາງຄົນອາດເຄີຍໃຊ້ຄຼີມທາງຫນ້າທາກໍ່ມີແຕ່ກໍ່ພໍປົກປ້ອງກີ່ນ ໄດ້ບໍ່ເທົ່າໃດຊົ່ວໂມງ ບາງຊະນິດກໍ່ເຮັດໃຫ້ຮັກແຮ້ດຳຄຳ້, ບາງສະນິດໃຊ້ແລ້ວ ເຮັດໃຫ້ເຫື່ອບໍ ລິເວນຮັກແຮ້ອອກຫຼາຍໂພດ ເຮັດໃຫ້ເສື້ອບໍລິເວນ ດັ່ງກ່າວປຽກ ເປັນວົງຢູ່, ບາງຊະນິດ ກ່ໍກີ່ນຫອມເກີນ ໄປ (ຫອມແຕ່ຕອນທາ ໃຫມ່ໆ ປະມານ 2-3 ຊົ່ວໂມງ ) ເມື່ອມັນໄປທ ຳປະຕິກິຍາກັບເຫື່ອເຮົາທ່ີອອກມາແລ້ວຍີ່ງກີ່ນແຮງກ່ວາເກົ່າ ໂອ້ຍຖ້າຂ້າພະເຈົ້າ ບໍ່ເຈີເອງຄົງບໍ່ຮູ້ບັນຍາຍດອກ! ໂດຍສະເພາະຕອນເປັນໄວລຸ້ນ ຈົນໝົດຄວາມໝັ່ນໃຈ ໄປເລີຍ ຈະເຮັດຫຍັງ ຈະເຂົ້າໃກ້ໝູ່ ກໍ່ເປັນອັນກັງວົນ ຢູ່ຕະຫຼອດ . ຈົນຂ້າພະເຈົ້າໄດ້ ມາພົບສູດດັ່ງກ່າວ ເລື້ອງກີ່ນໂຕຈື່ງພໍປານປິດຖີ້ມ ພຸ້ນລະ (ສູດດັ່ງກ່າວ ແມ່ນຂ້າພະເຈົ້າ ຮູ້ຈາກຄົນຮັກແພງ) ທ່ີລາວມາແຕ່ຕ່າງປະເທດ ເຊີ່ງລາວກໍ່ເຈີບັນຫາເໝືອນ ຂ້າພະເຈົ້າລາວ ບອກ ວ່າ ລາວໃຊ້ຜະລິດຕະພັນແຕ່ແນວລາຄາແພງໆ ກໍ່ບ່ໍໄດ້ຜົນເທົ່າທ່ີ ຄວນຈົນມາ ໄດ້ໃຊ້ຕົວ ນີ້ຈື່ງໝົດບັນຫາໄປ. ສີ່ງດັ່ງກ່າວນັ້ນກໍ່ຄື : “ ຫີນສົ້ມນັ້ນເອງ . ບາງຄົນຄິດວ່າເວົ້າມາຕັ້ງຍາວບາດແລ້ວ ແມ່ນຫີນສົ້ມນີ້ຫວະ ! ຟັງທາງນີ້ກ່ອນ ຫີນສົ້ມນັ້ນບໍ່ແມ່ນແບບເປັນກ້ອນຄືພວກເຮົາເຫັນໃດ໊ ? ແຕ່ເປັນຫີນສົ້ມທ່ີຜ່ານອູນນະພູມສູງຫຼາຍ ປະມານເກືອບ 500 ອົງສາເຊພຸ້ນລະ ແລ້ວມາກັ່ນ ຕອງເອົາແຕ່ຫີນສົ້ມບໍລິສຸດ ບົດໃຫ້ລະອຽດ ເທົ່ານັ້ນລະກໍ່ຈະໄດ້ ຜົງຫີນສົ້ມມະຫັດສະຈັນ ດັບກີ່ນ ໄດ້ໝົດມື້ 100% ເພາະຂ້າພະເຈົ້າໄດ້ໃຊ້ແລ້ວ . ເວລາໃຊ້ກໍ່ຢີບເອົາໜ້ອຍນື່ງ ມາທາໃສ່ບໍລິເວນຮັກແຮ້ ສະດວກສະບາຍ ບໍ່ມີອັນຕະລາຍ ແລະ ຮັກແຮ້ກໍ່ຂາວອີກ ບາງຄົນ ໃຊ້ຕິດຕໍ່ກັນປະມານ 3-4 ເດືອນ ກີ່ນໂຕຈະບໍ່ມີກີ່ນທ່ີບໍປາດຖະໜາອີກລອງຊອກ ຖາມຕາມ ຊຸບເປິ ມາເກັດເບ່ີງ ແລ້ວ ທ່ານຈະວ່າໄດ້ຜົນເໝືອນດັ່ງຂ້າພະເຈົ້າ ເວົ້າແທ້ບໍ?

 

 

ຂໍ້ມູນຈາກ: ນາງ ຄູນຄຳ ຈັນທະບູລີ

ຂຽນເມື່ອ ຂຽນເມື່ອ: ພ.ຈ.. 10, 2010 | ມີ 0 ຄຳເຫັນ ແລະ 0 trackback(s)

1.    ເລີ່ມເຮັດວຽກຢ່າງສົດຊື່ນ ກະຕືລືລົ້ນ ປອດໂປ່ງ

2.    ປັບປຸງບຸກຂະລິກຄະພາບ ໃຫ້ເຫມາະກັບຕຳແຫນ່ງ ແລະ ລັກສະນະວຽກ
3.   
ສົນທະນາແລກປ່ຽນກັບບຸກຄົນທີ່ກ່ຽວຂ້ອງກັບວຽກຢູ່ສະເຫມີ
4.   
ສຶກສາວິທີການເຮັກວຽກໃຫ້ມີປະສິດຕິພາບຫລາຍຂື້ນກວ່າເກົ່າ
5.   
ໃສ່ຄວາມຕືລືລົ້ນ ແລະ ພະລັງເຂົ້າໄປໃນການເຮັດວຽກ
6.   
ຫມັ່ນບັນທຶກຄຳເຕືອນເພື່ອການລືມ ສຳລັບໂຕເອງ
7.   
ຫມັ່ນຫາຄວາມຮູ້ເພີ່ມເຕີມຕະຫລອດເວລາ
8.   
ຫາກຕ້ອງການຜ່ອນຄາຍ ຫາປື້ມທຳມະດາມາອ່ານ
9.   
ຢ່າຈິງຈັງກັບວຽກຫລາຍ ແລະ ຊີວິດຈົນເກີນໄປ
10.   
ແບ່ງເວລາອອກເປັນສ່ວນໆ ແລ້ວຈັດລຳດັບຄວາມສຳຄັນຂອງວຽກ
11.   
ກຳນົດເວລາການພັກຜ່ອນ ເວລາເຮັດວຽກ ແລະ ເວລານັ່ງສະມາທິໃຫ້ຊັດເຈນ

ຂຽນເມື່ອ ຂຽນເມື່ອ: ພ.ຈ.. 10, 2010 | ມີ 0 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

 

ທາຍໃຈຄູ່ຮັກດ້ວຍເລກທ້າຍຂອງເບີໂທລະສັບ

ທ່ານອາດແປກໃຈວ່າພຽງເລກທ້າຍຂອງເບີໂທຈະສາມາດເດົາໃຈຄູ່ຮັກໄດ້ນິ້ກໍ່ເປັນພຽງຂໍ້ມູນໜື່ງ

 

ທີ່ນຳມາໃຫ້ອ່ານແບບມ່ວນໆ   ບໍ່ຕ້ອງໄປຈີ່ງຈັງກັບມັນຫລາຍບາງທີມັນອາດເດົາຖືກກໍ່ເປັນໄດ້ຂອງແນວນິບໍ່ລອງອ່ານບໍ່ຮູ້ໃດ້!

 

1 ​ເລກໜື່ງແມ່ນບົ່ງບອກວ່າຄົນໆນັ້ນຂ້ອນຂ້າງຈະຈິງຈັງກັບຊີວິດຫລາຍຮັກໃຜກໍ່ໃສ່ໃຈເຫັນຄົນຮັກສຳຄັນກ່ອນທຸກຢ່າງ.

 

2 ເລກສອງແມ່ນບົ່ງບອກວ່າຄົນໆນັ້ນຂ້ອນຂ້າງລິກລັບຫລາຍໃຈເສີຍຊາບໍ່ຄອຍມີຄວາມອ່ອນຫວານກັບຄູ່ຮັກປານໃດ.

 

3 ເລກສາມແມ່ນບົ່ງບອກວ່າຄົນໆນັ້ນຂ້ອນຂ້າງຈະບໍ່ໝັ້ນໃຈໂຕເອງປານໃດແຕ່ມີຄວາມສືສັດຕໍ່ຄວາມຮັກຫລາຍມີມິດໄມຕີທີ່ດີຕໍ່ຄົນຣອບຂ້າງ.

 

4 ເລກສີ່ແມ່ນບົ່ງບອກວ່າຄົນໆນັ້ນຂ້ອນຂ້າງລ້າເລີງມັກເອົາໃຈຄົນຮັກຄຽດງ່າຍແຕ່ເຊົາໄວບໍ່ໃສ່ໃຈເລື່ອງທີຜ່ານມາ.

 

5 ເລກຫ້າແມ່ນບົ່ງບອກວ່າຄົນໆນັ້ນຂ້ອນຂ້າງຂີ້ຫຶງຂີ້ຫວງມັກລະແວງຄົນຮັກ ແລະ ບໍ່ມັກຈິງຈັງກັບຄວາມຮັກເລີຍ.

 

6 ເລກຫົກແມ່ນບົ່ງບອກວ່າຄົນໆນັ້ນຂ້ອນຂ້າງໃຈງ່າຍເຫັນໃຜກໍ່ມັກ ແລະ ເບື່ອໄວເຮັດດີເວລາຢູ່ຕໍ່ໜ້າແຟນໃຫ້ຄືຕົນເອງໜ້າຮັກ.

 

7 ເລກເຈັດແມ່ນບົ່ງບອກວ່າຄົນໆນັ້ນຂ້ອນຂ້າງມັກຄົ້ນຫາໃນເລື່ອງຂອງຄວາມຮັກເພື່ອໃຫ້ຄົນຮັກປະທັບໃຈເວລາຢູ່ນຳ.

 

9 ເລກເກົ້າແມ່ນບົ່ງບອກວ່າຄົນໆນັ້ນຂ້ອນຂ້າງເສຍສະລະໄດ້ທຸກຢ່າງເພື່ອເຮັດໃຫ້ຄົນຮັກສະບາຍໃຈມີຈິດໃຈເພື່ອແຜ່

 

0 ເລກສູນແມ່ນບົ່ງບອກວ່າຄົນໆນັ້ນຂ້ອນຂ້າງເປັນຄົນບໍ່ສົນໃນຄວາມຮັກເລີຍຄົບໄປຫລີ້ນພໍຂ້າມມື້ຂ້າມວັນບໍ່ສົນກັບໃຜ.

ຂຽນເມື່ອ ຂຽນເມື່ອ: ພ.ຈ.. 10, 2010 | ມີ 0 ຄຳເຫັນ ແລະ 0 trackback(s)

 

ຂອງຂວັນວັນເກີດທີ່ບົ່ງບອກເຖິງ  ຄວາມໝາຍ ແລະ ຄວາມຮູ້ສຶກຂອງຜູ້ໃຫ້

 

1 ການທີເຮົາຊື້ ໂມງ ໃຫ້ເປັນຂອງຂວັນວັນເກີດແຟນຫລືໝູ່ເພືອນແມ່ນເຮົາຢາກໃຫ້ເວລາເປັນເຄື່ອງເຕືອນຄວາມຈຳວ່າເຮົາ

 

  ຈະຮັກສາມິດຕະພາບຂອງເຮົາໄປໃຫ້ໄດ້ດົນທີ່ສຸດ ແລະ ເປັນເຄື່ອງປະດັບໜື່ງທີ່ເຮັດໃຫ້ເຮົາໃສ່ແລ້ວຮູ້ສຶກຄິດຮອດຜູ້ໃຫ້

 

2 ການທີເຮົາມັກຊື້ເສື້ອຜ້າໃຫ້ເປັນຂອງຂວັນວັນເກີດເຮົາຈະໃສ່ໃຈໃນການແຕ່ງໂຕຂອງຜູ້ນັ້ນຢາກໃຫ້ເຂົາມີຄວາມສົດໃສ

 

3 ການທີມີຄົນຊື້ຕຸກກະຕາໃຫ້ເປັນຂອງຂວັນເຮົາສະແດງວ່າເຂົາຢາກສະແດງຄວາມຮູ້ສຶກວ່າຕຸກກະຕາຕົວນີ້ຈະເປັນຕົວ  

 

ແທນຂອງຄົນທີໃຫ້ຈະຄອຍເປັນເພືອນຂ້າງໆໃຫ້ເຈົ້າຮູ້ສຶກວ່າບໍ່ອ້າງວ້າງ                                                

 

4 ຖ້າແຟນໃຫ້ແຫວນເປັນຂອງຂວັນເຂົາຜູ້ໃຫ້ຢາກບົ່ງບອກວ່າຢາກຜູກມັດເຈົ້າໄວ້ໃຫ້ຄົນໄດ້ຮູ້ວ່າເຈົ້າມີເຈົ້າຂອງແລ້ວເພາະ

 

ມີແຫວນເປັນສັນຍາລັກຂອງຄວາມຮັກ                                                                                             

 

5 ຖ້າແຟນຊື້ສັດເປັນຂອງຂວັນສະແດງວ່າເຂົາຢາກໃຫ້ເຈົ້າເຫັນວ່າເຂົາເປັນຄົນອ່ອນໂຍນໃຫ້ເຫັນວ່າໂຕເຂົານັ້ນດູດີເຖິງລັບ

 

     ຫລັງເຂົາອາດຊັງສັດນັ້ນກໍ່ຕາມແຕ່ມັນກໍ່ຊ່ອຍໃຫ້ມີຄວາມໜ້າຮັກຕໍ່ໜ້າເຈົ້າສ່ວນຫລາຍຜູ້ຊາຍຫລາຍໃຈມັກໃຫ້ຂອງຂວັນນິ

 

  6 ຖ້າແຟນຊື້ຂອງຂວັນທີເອ້ໂຊພາຍໃນເຮືອນສະແດງວ່າເຂົາຢາກໃຫ້ຄອບຄົວເຮົາຮູ້ສຶກດີກັບເຂົາວ່າເປັນຄົນຊາງເລືອກຊາງມີ

 

ນ້ຳໃຈໃຫ້ເຫັນວ່າມີສີຮັກ                                                                                                          

 

  ນີ້ກໍ່ເປັນພຽງສີ່ງເລັກໆນ້ອຍທີນຳມາໃຫ້ອ່ານພໍຮູ້ຄ້າວໆກັບຄວາມໝາຍຂອງຂວັນທີຄົນມັກນິຍົມໃຫ້ກັນ

ຂຽນເມື່ອ ຂຽນເມື່ອ: ພ.ຈ.. 10, 2010 | ມີ 0 ຄຳເຫັນ ແລະ 0 trackback(s)

 

ຈາກການວິໄຈພົບວ່າ ຜູ້ທີ່ກີນຜັກທຽມເປັນປະຈຳ ບໍ່ວ່າຈະເປັນຜັກທຽມສົດ ຫຼື ຜັກທຽມປຸງ ແລ້ວ ຈະມີຄວາມສ່ຽງຕໍ່ໂລກມະເຮັງຫຼຸດລົງ. ຜູ້ວິໄຈຍັງໄດ້ລວບລວມງານວິໄຈທັງໂລກກວ່າ 300 ຜົນການວິໄຈ ເພື່ອຫາຄວາມສຳພັນລະຫວ່າງ ການກີນຜັກທຽມເປັນປະຈຳ ກັບການເກີດໂລກມະເຮັງ ໄດ້ຜົນວ່າ ສາມາດຫຼຸດການເກີດມະເຮັງໃນກະເພາະອາຫານໄດ້ເຖິງ 50% ແລະມະເຮັງລຳໃສ້ ເຖິງ ສອງໃນສາມອີກຕື່ມ. ນອກຈາກປ້ອງກັນມະເຮັງແລ້ວ ຈາກການວິໄຈຍັງພົບອີກວ່າ ຜັກທຽມມີປະໂຫຍດຕໍ່ສຸຂະພາບຫົວໃຈເຊັ່ນ ການຫຼຸດປະລິມານຂອງໂຄເລສເຕີລອນໃນເລືອດ ແລະ ຜົນການສືກສາ ຈາກປະ ເທດເຢຍລະມັນ ຍັງລະບຸອີກວ່າ ຜັກທຽມຊ່ວຍປ້ອງກັນ ແລະ ຫຸຼດການເກາະຕົວຂອງຄາບໄຂມັນບໍລິເວນຜະໜັງຫຼອດເລືອດຫົວໃຈ.

ຂຽນເມື່ອ ຂຽນເມື່ອ: ພ.ຈ.. 10, 2010 | ມີ 0 ຄຳເຫັນ ແລະ 0 trackback(s)

 

ຄົນທີມັກໃສເສື້ອສີບົວ ແລະ ສີຂາວ ເສື້ອຜ້າແບບໃດກໍ່ຕາມເປັນຄົນຂ້ອນຂ້າງອ່ອນຫວານ 

       ແລະ ເປັນຄົນຂີ້້ໃຈອ່ອນຄຽດງ່າຍເຊົ່າໄວ.

  ຄົນທີມັກໃສ່ເສື້ອສີຟ້າ ແລະ ສີເຫຼືອງ ເສື້ອຜ້າແບບໃດກໍ່ຕາມເປັນຄົນຂ້ອນຂ້າງຂີ້ດື້ມັກເຮັດ

       ໂຕຫ້າວໆແຕ່ລຶກໆໃນໃຈກໍ່ແຝງດ້ວຍຄວາມອ່ອນຫວານ

  ຄົນທີມັກໃສ່ເສື້ອສີຂຽວ ແລະ ສີສົ້ມ ເສື້ອຜ້າແບບໃດກໍ່ຕາມເປັນຄົນຂ້ອນຂ້າງອາລົມດີ ແລະ

       ໝັ້ນໃຈໃນໂຕເອງ

  ຄົນທີມັກໃສເສື້ອສີເທົາ ແລະ ສີຄີມ ເສື້ອຜ້າແບບໃດກໍ່ຕາມເປັນຄົນຂ້ອນຂ້າງຂີ້ອາຍ ແລະ 

       ມີນິໃສຄືຜູ້ໃຫ່ຍເຮັດໂຕເປັນທຳມະຊາດລຽບໆງ່າຍໆ

  ຄົນທີມັກໃສ່ເສື້ອສີມ້ວງ ແລະ ສີແດງ ເສື້ອຜ້າແບບໃດກໍ່ຕາມເປັນຄົນຂ້ອນຂ້າງມັກເປັນ

       ໂຕຂອງໂຕເອງມັກເກັບຕົວ

  ຄົນທີມັກໃສ່ເສື້ອສີດຳ ເສື້ອຜ້າແບບໃດກໍ່ຕາມເປັນຄົນຂ້ອນຂ້າງບໍ່ໝັ້ນໃຈໂຕເອງໃນຮູບ

       ສັດສ່ວນຂອງຮ່າງກາຍຄົນຈຳພວກນີ້ອ່ານໃຈໄດ້ຍາກສ່ວນຫລາຍມີແນວຄິດແບບລືກລັບ

ຂຽນເມື່ອ ຂຽນເມື່ອ: ພ.ຈ.. 10, 2010 | ມີ 0 ຄຳເຫັນ ແລະ 0 trackback(s)

 

ອາການງ່ວງນອນ ຫຼືຫາວນອນ ເປັນໂຣກລະບາດຂອງໄວໜຸ່ມສາວ ທີ່ເຮັດວຽກໃນຫ້ອງ
ລ້າຫ້ອງການ ຊຶ່ງເຮັດໃຫ້ເສຍສະມາທິໃນການເຮັດວຽກ ແລະ ເກີດອາການຂີ້ຄ້ານ ຕາມມາ.

ອາການອ່ອນເພຍ ທີ່ເວົ້າເຖິງນີ້ເປັນໜື່ງໃນອາການຂອງ ໂຣກໄຮໂປໄກລຊີເມັຍ ຊຶ່ງສ່ວນໜື່ງ
ເປັນເພາະການກິນອາຫານທີ່ຜິດໆ ໂດຍສະເພາະອາຫານຫວານທີ່ເຕັມໄປດ້ວຍ ນ້ຳຕານ

ແລະ ແປ້ງ.

ອາຫານ 4 ຢ່າງ ຕໍ່ໄປນີ້ ຊ່ວຍລົດຄວາມຢາກນອນຂອງທ່ານໄດ້:

1.
ຜັກ ແລະ ໝາກໄມ້ ທີ່ອຸດົມດ້ວຍວິຕາມິນຊີ ໄດ້ແກ່: ໝາກສີດາ, ໝາກກ້ຽງ, ກະລ່ຳດອກຂຽວ.
 
ອາຫານພວກນີ້ຈະຊ່ວຍຕ້ານ ຄວາມອ່ອນເພຍ ທີ່ມາຈາກຄວາມເຄັ່ງຕຶງ ແລະ ກັງວົນຕ່າງໆ

2.
ໝາກໄມ້ທີ່ມີ ໂຄຣມຽມ (Chromium) ໄດ້ແກ່: ໝາກແອບເປີ້ນ, ໝາກກ້ວຍ, ໝາກສີດາທີ່ຈະ
ຊ່ວຍຮັກສາລະດັບນ້ຳຕານໃນເລືອດ ແລະ ເພີ່ມພະລັງງານແກ່ຮ່າງກາຍ

3.
ເມັດພືດທີ່ອຸດົມຄຸນຄ່າ ໄດ້ແກ່: ໝາກງາ, ແກ່ນໝາກຖົ່ວແຫ້ງ, ເມັດພືດພັນທີ່ບໍ່ຜ່ານການຜັດສີ
ຈົນຫຼ້ອນ (ເຂົ້າທີ່ຕຳດ້ວຍມື) ແລະ ຈອມຂອງເມັດເຂົ້າວີດ (Wheat germ) ທີ່ມີໂພແທສຊຽມ ຊ່ວຍ
ບຳລຸງປະສາດ ແລະ ຊ່ວຍໃຫ້ຈິດໃຈແຈ່ມໃສ

4.
ໄຂມັນດີໆຈາກປາເປັນອີກທາງເລືອກໜື່ງທີ່ເສີມໂປຣຕິນ ແລະ ກົດໄຂມັນໂອເມກ້າ-3 ໃຫ້ແກ່ຮ່າງ
ກາຍ ແລະ ຍັງຊ່ວຍໃຫ້ມີສະມາທິ ແລະ ຄວາມຈື່ຈຳໄດ້ດີຂື້ນ.

ຂຽນເມື່ອ ຂຽນເມື່ອ: ພ.ຈ.. 10, 2010 | ມີ 0 ຄຳເຫັນ ແລະ 0 trackback(s)

 

ເລືອດກຣຸບ A

ນິໄສພື້ນຖານຂອງຄົນເລືອດກຣຸບ A
ຄົນເລືອດກຣຸບ A ເປັນຄົນທີ່ຄອນຂ້າງຈະຮອບຄອບສຸຂຸມມັກຈະເປັນຄົນໂດດເດັ່ນຫລື
ເປັນຫນື່ງຢູ່ສະເຫມີ ຈົນບາງຄັ້ງເບິ່ງເປັນຄົນທີ່ຈິງຈັງເກິນໄປ ມັກວາງແຜນການກ່ອນຈະ
ເຮັດຫຍັງ ຫລື ລ໊ອກໂປຣແກຣມເອົາໄວ້ລ່ວງຫນ້າສະເຫມີ ແລະ ແກ້ບັນຫາສະເພາະ
ຫນ້າໄດ້ເກັ່ງ

ເລືອດກຣຸບ B

ນິໄສພື້ນຖານຂອງຄົນເລືອດກຣຸບ B
ເປັນຄົນທີ່ມີເອກະລັກສະເພາະຕົວ ເບິ່ງກໍ່ຮູ້ວ່າບໍ່ຄືໃຜ ຫລື ບໍ່ມັກເຮັດອັນໃດແບບຄົນອື່ນ
ຕ້ອງໃຫ້ດີກວ່າ ຫລື ຍອດຢ້ຽມຢູ່ສະເຫມີ ເພາະມີຫົວຄິດສ້າງສັນ ຫລື ຄິດດັດແປງພິກ
ແພງໄດ້ເກັ່ງ ການທີ່ບໍ່ມັກຄຽດຫລາຍກັບສິ່ງແວດລ້ອມທົ່ວໄປ ເຮັດໃຫ້ເບິ່ງຄືເປັນຄົນທີ່ມີ
ອຸປະນິໄສຍິ້ມແຍ້ມແຈ່ມໃສຢູ່ສະເຫມີ ບາງເທື່ອກໍ່ຍາກເປັນອິດສະລະ ບໍ່ຫຍຸ້ງກ່ຽວກັບໃຜ
ຄືກັນ ອາດເປັນເພາະຄວາມເບື່ອຫລື ເຊ່ງກັບອັນໃດໄດ້ງ່າຍໆ

ເລືອດກຣຸບ AB

ນິໄສພື້ນຖານຂອງຄົນເລືອດກຣຸບ AB
ຄົນເລືອດກຣຸບນີ້ສາມາດເຂົ້າກັບຄົນອື່ນໄດ້ດີ ບໍ່ວ່າຈະເປັນຊ້າຍຫລື ຂວາ ເພາະບໍ່ຄ່ອຍ
ຈະເຄັ່ງຄັດຫລາຍ ແລະ ມີຄວາມເປັນມິດກັບຄົນທົ່ວໄປ ຍາກທີ່ຈະຫາຄົນທີ່ເປັນນັກເລັງ
ຫລື ຫ້າວຈົນເກິນຕົວນອກຈາກນັ້ນຍັງເປັນຄົນທີສະຫລາດກວ່າກຣຸບເລືອດທຳມະດາ
ແລະ ມີຄວາມຍຸດຕິທຳຢູ່ໃນຕົວພໍສົມຄວນຈຶ່ງໄດ້ຮັບຄວາມໄວ້ວາງໃຈແຕ່ການຄິດຊ່ວຍ
ເຫລືອຜູ້ອື່ນບາງເທື່ອກໍ່ບໍ່ໄດ້ຜົນເທົ່າທີ່ຄວນແຕ່ຂ້ອນຂ້າງເປັນຄົນຫວັນໄຫວງ່າຍ

ເລືອດກຣຸບ O

ນິໄສພື້ນຖານຂອງຄົນເລືອດກຣຸບ O
ຄົນເລືອດກຣຸບ O ບໍ່ຢ້ານອຸປະສັກບໍ່ວ່າຈະເປັນເລື່ອງອັນໃດກໍ່ຕາມ ໂດຍສະເພາະດ້ານ
ຄວາມຮັກກໍ່ຕ້ອງສູ້ແບບເອົາຫົວຊົນຝາ ຈະເມື່ອຍແນ່ຖ້າຄົນອື່ນຄິດຈະສູ້ກັບຄົນເລືອດກຣຸບ
ນີ້ພວກເຂົາເປັນຄົນທີ່ມີນ້ຳໃຈມັກຊ່ວມເຫລືອຄົນອື່ນ ກ້າຄິດກ້າທຳໃນສິ່ງທີ່ຕົວເອງເຊື່ອວ່າ
ຖືກຕ້ອງແຕ່ບາງເທື່ອເບິ່ງແລ້ວກໍ່ຄ້າຍຄືຄົນເອົາແຕ່ໃຈຕົວເອງຫລາຍເກິນໄປຈັກຫນ່ອຍ
ຫາກຮູ້ຈັກຢັບຢັ້ງຊັ່ງໃຈຟັງຄົນອື່ນແນ່ກໍຈະດີ.

 ( ຂໍ້ມູນຈາກ: ປື້ມກາຕູນ )

ຂຽນເມື່ອ ຂຽນເມື່ອ: ພ.ຈ.. 10, 2010 | ມີ 0 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

 

1 ຫ້າມຫວງແຕ່ຫ່ວງກັນໄດ້ (ເພາະເຮົາເປັນແຄ້ກິ໊ກບໍ່ແມ່ນແຟນ)
2
ມີຫຍັງກັນໄດ້ແຕ່ບໍ່ໄດ້ເປັນຂອງກັນແລະກັນ (ເພາະມີຕົວຈິງຢູ່ແລ້ວ)
3
ບໍ່ສາມາດຮຽກຮ້ອງຫຍັງຫລາຍເກີນເຫດຜົນ (ເພາະວ່າບໍ່ແມ່ນແຟນກັນ)
4
ກິ໊ກອາດປ່ຽນມາເປັນແຟນໄດ້ແຕ່ຖ້າບໍ່ໄດ້ກໍ່ຫ້າມເສົ້າ
 (
ຈະໄປເສົ້າເຮັດຫຍັງເພາະຮູ້ແຕ່ແລກລະວ່າມີແຟນຢູ່ແລ້ວ)
5
ຫ້າມໃຊ້ກິ໊ກຮວມກັນກັບໝູ່ (ເພາະຢາກເກັບໄວ້ເປັນຂອງສ່ວນຕົວອິອິ…)
6
ຖ້າກິ໊ກຢາກໄປມີແຟນເປັນຕົວຕົນຫ້າມເວົ້າໃຫ້ກັນຕ້ອງຍອມຮັບແລະຍິນດີນຳແລ້ວ
ຈິງມາຕົກລົງກັນໃໝ່ວ່າຈະກິ໊ກກັນຕໍ່ໄປຫລືບໍ່ (ກໍ່ແຄ້ກິ໊ກບໍ່ມີສິດຫ້າມ)
7
ບໍ່ຈຳເປັນຕ້ອງແຄ່ເພາະເປັນແຄ້ກິ໊ກ (ໄປໃສມາໃສ່ແບບຕາມສະບາຍ)
8
ກິ໊ກບໍ່ໄດ້ຈຳກັດຈຳນວນແລະບໍ່ຈຳກັດເພດໄວຫລືສະຖານະພາບ (ພໍໃຈກັນກໍ່ເປັນກິ໊ກໄດ້)
9
ກິ໊ກເປັນໄດ້ພຽງຕົວສຳຮອງຈາກແຟນ (ກະແຄ່ຢູ່ແຕ່ບໍ່ປານໃດ555)
10
ກິ໊ກເຖິງຢ່າງໃດກໍ່ເປັນແຄ້ກິ໊ກ (ຕ້ອງຈຽມຕົວແນ່ເພາະເປັນແຄ້ຕົວບັນເທົາຫັນນະ)

ຂຽນເມື່ອ ຂຽນເມື່ອ: ພ.ຈ.. 6, 2010 | ມີ 11 ຄຳເຫັນ ແລະ 0 trackback(s)

ບໍ່ເຊື່ອແຕ່ກະຢ່າລົບລູ່

ລອງອ່ານເບິ່ງ ຂໍ້ປະຕິບັດ ທຸກວິທີຕ້ອງເຮັດລະຫວ່າງ 10 ໂມງກາງຄືນເຖິງທ່ຽງຄືນແລະຕ້ອງບໍ່ໃຫ້ກາຍ
ທ່ຽງຄືນເພາະຈະຖືວ່າເປັນມື້ໃໝ່ ທຸກວິທີຫ້າມໃສ່ພະຍົກເວັ້ນວິທີ8ວັນທີ່ເຮັດແລ້ວມີໂອກາດເຫັນໄດ້ງ່າຍ
ສຸດຄືວັນພຸດ,ວັນສຸກແລະວັນອາທິດ ທຸກວິທີອາດຈະໃຫ້ຄົນອື່ນຢູ່ນຳໄດ້ຍົກເວັ້ນບາງວິທີທີ່ຈະລະບຸວ່າ
ເຈົ້າຕ້ອງເຮັດຄົນດຽວ
ທຸກວິທີຕ້ອງຫລັບຕາຫາກເຈົ້າປ່ຽນໃຈບໍ່ຢາກເຫັນໃຫ້ເອົາອຸປະກອນທຸກຢ່າງອອກແລ້ວຄ່ອຍລືມຕາ

ວິທີທີ່1 “ເບິ່ງລອດໃຕ້ວ່າງຂາ”
Tongue out

1. ນຳໃບໄມ້ (ຈາກຕົ້ນໃດກໍ່ໄດ້) ທີ່ລົ່ນລົງມາຈາກຕົ້ນໄມ້ຕ້ອງເປັນຂອງຕົ້ນນັ້ນແທ້ໆແລະລົ່ນລົງມາບໍ່ຫ່າງ
  ຈາກລຳຕົ້ນຫລາຍຢູ່ໃກ້ຮາກຈະຍິ່ງດີ
2. ຢືນໃນທີ່ໂລ່ງແລະຕ້ອງເບິ່ງເຫັນດວງຈັນຫັນໜ້າໄປທາງທິດຕະເວັນອອກຫັນຫລັງໄປທາງທິດຕາເວັນຕົກ
  ເພື່ອເວລາກົ້ມຈະໄດ້ກົ້ມໄປທາງທິດຕະເວັນຕົກ
3. ນຳໃບໄມ້ທີ່ເກັບມາເອົາໄວ້ໃນຝ່າມື(ຈະເຮັດມືແນວໃດກໍ່ໄດ້ແຕ່ຫ້າມພະນົມມື)
4. ໝູນຕົວຕາມເຂັມໂມງ(ໝູນຊ້າຍ)ຊ້າຯເມື່ອມາຢຸດທີ່ເດີມ(ທິດຕະເວັນອອກທີ່ຫັນໜ້າໄວ້ຕັ້ງແຕ່ແຮກ)
  ໃຫ້ທ່ອງວ່າ“ພຸດໂຖທາຍະ”(ຄືຜີຖ້ວຍແກ້ວເລີຍ)ເຮັດແບບນີ້3ຮອບ(ທ່ອງ3ຄັ້ງດ້ວຍ)ເພື່ອໃຫ້ເຫັນພາບ
  ຮອບທີ່1ຢືນຫັນໄປທາງທິດຕະເວັນອອກໝຸນຊ້າຍໄປຈົນມາຢຸດທີ່ຈຸດເລີ່ມຕົ້ນແລ້ວທ່ອງວ່າ“ພຸດໂຖທາຍະ”
  ແລະເຮັດຕໍ່ໄປຮອບທີ່2ແລະຮອບທີ່ 3
5. ຫລັບຕານຶກເຖິງໃບໄມ້ທີ່ຢູ່ໃນມືກັບຕົ້ນເຈົ້າຂອງໃບໄມ້ແລ້ວໃຫ້ຄິດວ່າໃບໄມ້ໃນມືຄືພະລັງງານຢ່າງນື່ງ

   ທີ່ຈະເອີ້ນວີນຍານມາໄດ້ແລະນືກເອົາວ່າໃບໄມ້ນີ້ໄດ້ຕາຍໄປແລ້ວຈຶງໄດ້ຫລຸດມາຈາກຕົ້ນໄມ້ເພາະສະນັ້ນ

   ເຮົາຕິດຕໍ່ກັບວິຍານໄດ້ເໝືອນທີ່ຕິດຕໍ່ກັບໃບໄມ້ທີ່ຕາຍແລ້ວໃບນີ້
6. ຄ່ອຍໆກົ້ມໜ້າລົງ(ລະຫວ່າງນີ້ຫ້າມລືມຕາເດັດຂາດ)ເມື່ອເຈົ້າກົ້ມແລະພ້ອມແລ້ວ“ໃຫ້ຕັ້ງສະຕິດີໆ”ແລ້ວລືມຕາ
7. ແລ້ວຜີຈະມາໃຫ້ເຫັນຫາກເຫັນຫຍັງຫ້າມແລ່ນບໍ່ວ່າສີ່ງທີ່ເຫັນຈະຢູ່ໄກຫລືມາປະຈົນໜ້າກໍ່ຕາມ

   ຕ້ອງເຮັດຕາມນີ້ກ່ອນ
1. ເງີຍໜ້າຂື້ນເທິງໃບໄມ້ລົງພື້ນທັນທີ
2. ໝຸນໂຕທວນເຂັມໂມງ(ໝູນຍ້ອນກັບໄປທາງຂວານັ້ນເອງ)3ຮອບໂດຍບໍ່ຕ້ອງທ່ອງຫຍັງເລີຍ
3. ເມື່ອກັບເຖີງບ້ານຕ້ອງລ້າງໜ້າ3ຄັ້ງກ່ອນລ້າງໃຫ້ທ່ອງ “ພຸດໂທ”ແລ້ວເປົ່າລົມລົງນ້ຳຈື່ງຄ່ອຍລ້າງໜ້າ

   ເຮັດແບບນີ້3 ຄັ້ງ

ວິທີທີ2 * “ຕັດເລັບຕອນກາງຄືນ”

    ຂໍຍ້ຳເລີຍວິທີນີ້ຕ້ອງເຮັດລະຫວ່າງ10ໂມງເຖິງທ່ຽງຄືນ

   ເພາະຕ້ອງບໍ່ໃຫ້ກາຍທ່ຽງຄືນໄປເພາະຈະຖືວ່າເປັນມື້ໃໝ່
1. ຕັດເລັບມືເທົ່ານັ້ນໂດຍເລີ່ມຈາກນິ້ວກ້ອຍ,ນີ້ວໂປ້,ນີ້ວນາງ,ນີ້ວຊີ້ແລະນີ້ວກາງ(ຕັດຈາກນອກເຂົ້າໃນນັ່ນເອງ)ໂດຍ
  ເລີ່ມຕັດຈາກມືຂວາກ່ອນແລະເຮັດແບບດຽວກັນກັບມືຊ້າຍ
* ເລັບທີ່ຕັດຫ້າມຫັກຫລືຂາດເດັດຂາດຕັອງເປັນໂຄ້ງຕາມຮູບເລັບມືເຊັ່ນນັ້ນຈະບໍ່ໄດ້ຜົນ*
2. ນຳເສດເລັບທີ່ຕັດຫໍ່ໃສ່ຜ້າຫຍັງກໍ່ໄດ້ແຕ່ຕ້ອງເປັນສີດຳ(ຕ້ອງໃຊ້ແລ້ວບໍ່ໃຊ້ຜ້າໃໝ່)
3. ນຳໄປວາງໄວ້ທາງທິດຕະເວັນ(ເຊັ່ນເຄີຍ)ຂອງທີ່ພັກອາໄສ
4. ເມື່ອເຈົ້າເຂົ້ານອນໄດ້ບໍ່ດົນຈະມີຄົນມານັ່ງຕັດເລັບຢູ່ບ່ອນປາຍຕີນທີ່ເຈົ້ານອນ

    (ສຽງດັງ“ແກ໊ກຯ”ນັ້ນແຫລະ)ເປັນການຕັດເລັບຂອງຜີມາສົ່ງຄືນເຈົ້າ
5. ຖ້າຢາກເຫັນກໍ່ລືມຕາແຕ່ຫ້າມໂວຍວາຍເພາະຜີຈະໄປແລ້ວເຈົ້າຈະຊວຍໄດ້ເພາະຖືວ່າຜີມາດີໂດຍທີ່

   ເຂົາຄິດວ່າເຮົາເອົາເລັບໄປແລກຫລືໄປເລັ່ນກັບເຂົາແລ້ວເຂົາກໍ່ເລີຍເອົາຂອງເຂົາມາຄືນ
6. ເມື່ອເຈົ້າຕື່ນໃນຕອນເຊົ້າໃຫ້ໄປຍັງຈຸດທີ່ເຈົ້າເອົາເລັບໄປວ່າງໄວ້ແກ້ຫໍ່ຜ້າອອກຈະພົບເລັບຂອງຄົນອື່ນ

   ບໍ່ແມ່ນຂອງເຈົ້າ
7. ໃຫ້ເຈົ້າເວົ້າເບົາຯວ່າ“ຂອບໃຈ”ແລ້ວເອົາໄປຝັງໄວ້ທີ່ໃດກໍ່ໄດ້
   ***ໂດຍບໍ່ຈຳເປັນຕ້ອງຢູ່ໃນທີ່ພັກອາໃສຂອງເຈົ້າ(ແຕ່ຫ້າມຖີ້ມຫລືເຜົາໂດຍເດັດຂາດ)

ວິທີທີ່ 3 * “ຫັນຫລັງໃຫ້ກະຈົກແລ້ວກືນນ້ຳລາຍ” Money mouth
          

            ວິທີນີ້ ຕ້ອງເຮັດຄົນດຽວເທົ່ານັ້ນວິທີນີ້ຕ້ອງເຮັດກ່ອນທຽງຄືນ6ນາທີ
           ໂມງທີ່ເຈົ້າໃຊ້ເປັນເກນໃນການວັດໃຫ້ຢືດເຮືອນໃດເຮືອນໜຶ່ງໃນບ້ານໄດ້ເລີຍ

1. ຢືນຫັນຫລັງໃຫ້ແວ່ນ(ຄັ້ງນີ້ຈະທິດໃດກໍ່ໄດ້)ຕອນເວລາ11ໂມງ54ນາທີ
2. ກືນນ້ຳລາຍ 1 ຄັ້ງທຸກຯ1ນາທີ
3. ພໍຄວບ6ນາທີໝາຍຄວາມວ່າເຈົ້າກືນນ້ຳລາຍໄປແລ້ວ 6 ຄັ້ງແລະເຖິງເລລາທ່ຽງຄືນພໍດີ
4.ຫລັບຕາແລ້ວຫັນໄປທາງກະຈົກ(ຈະຫັນຊ້າຍຫລືຂວາກໍ່ໄດ້ແຕ່ຊ້າຯ)ແລ້ວກືນນ້ຳລາຍອີກຄັ້ງ(ເປັນຄັ້ງທີ່7)
 ແລ້ວລືມຕາ ແລະຜີຈະມາໃຫ້ເຫັນ
5.ເມື່ອເຈົ້າຕ້ອງການຢຸດພິທີໃຫ້ຫລັບຕາກືນນ້ຳລາຍອີກຄັ້ງເປັນອັນຈົບພິທີ

ວິທີທີ່ 4 * “ເອາມຸ້ງປົກຫົວຕອນກາງຄືນ”

1.ເອົາມູ້ງມາຄວບປົກຫົວໄວ້(ຫລັບຕາຕັ້ງແຕ່ກ່ອນຄຸມແລ້ວ)
2. ທ່ອງມະ-ອະ-ອຸ7 ຄັ້ງ(ຢ່າລືມວ່າຕ້ອງຫລັບຕາ)
3. ລືມຕາແລ້ວຜີຈາມາໃຫ້ເຫັນ

ວິທີທີ່ 5 * “ໃສ່ເສື້ອປີ້ນກັບແລ້ວນອນຫ້ອຍຫົວ”  ຕ້ອງເຮັດຄົນດຽວ

1.ໃສ່ເສື້ອໂດຍການເອົາຂ້າງຫລັງມາຢູ່ຂ້າງໜ້າ (ຖ້າມີກະດຸມກໍ່ເອົາກະດຸມໄວ້ຂ້າງຫລັງນັ້ນເອງ)
2.ນອນລົງທີ່ນອນທີ່ສູງກວ່າພື້ນແລ້ວຫ້ອຍຫົວລົງເບິ່ງ ເໝືອນແຫງນໜ້າ
3.ແລ້ວຜີຈະມາໃຫ້ເຫັນ

ວິທີທີ່ 6 * “ແຫງນໜ້າເບິ່ງຕົງບັນໄດ”  ຕ້ອງເຮັດຄົນດຽວ

1. ນັ່ງເທີ່ງຂັ້ນໃດຊັ້ນເທິງສູດແລ້ວລົງມາທີລະຂັ້ນທັ້ງທີ່ຍັງນັ່ງຢູ່(ໃຊ້ກົ້ນລົງບັນໄດ ນັ້ນເອງ)
2.ເມື່ອເຖີງຂັ້ນສູດທ້າຍໃຫ້ຍັງຄົງນັ່ງຢູ່ທີ່ຂັ້ນສຸດແລ້ວແລ້ວຈຶງແຫງນຫນ້າເບິ່ງກັບຂື້ນໄປຊັ້ນເທີ່ງສຸດ
3. ແລ້ວຜີຈະມາໃຫ້ເຫັນ

ວິທີທີ່ 7 * “ໃສ່ພະກັບຫລັງ” ຕ້ອງເຮັດຄົນດຽວ

1. ໃສ່ພະໂດຍຄ້ອງສ້ອຍພະໄວ້ດ້ານຫລັງ(ໃຫ້ຄືທີ່ຢູ່ເບື້ອງຊ້າຍເລີຍ)
2. ຢືນແຂນຊ້າຍອອກໄປຂ້າງໆແລ້ວເຮັດມຸມຂໍ້ສອກໂດຍໃຫ້ກຳປັ້ນທີ່ມລົງພື້ນແລະໃຫ້ຂໍ້ສອກ

   ຕັ້ງສາກກັບພື້ນ
3.ເບິ່ງລອດຜ່ານຊ່ອງແຂນແລ້ວຈະເຫັນ

 

 

ຂໍຂອບໃຈ ຈາກປື້ມ ຜີ

ຂອບ ຢາກຮູ້ ຢາກເຫັນ

ຂຽນເມື່ອ ຂຽນເມື່ອ: ພ.ຈ.. 6, 2010 | ມີ 5 ຄຳເຫັນ ແລະ 0 trackback(s)

 

ວີທີເຮັດ:
ເອົາໃບເຕີຍມາລ້າງໃຫ້ສະອາດ ແລະ ຊອຍເປັນຕ່ອນນ້ອຍໆ ປັ່ນໃສ່ນຳ້ສະອາດ ໜ້ອຍໜື່ງຈົນລະອຽດເປັນເນື້ອດຽວກັນ ຈົນຂຸ້ນ ແລະ ໜຽວ.
ຫັຼງຈາກນັ້ນ ນຳມາພອກໃສ່ໜ້າ ປະມານ 15-20 ນາທີ ແລ້ວລ້າງອອກດ້ວຍນຳ້ສະ ອາດ ຈະຮູ້ສຶກວ່າ ຜີວໜ້າສົດຊື່ນ ແລະ ເຕັ່ງຕື່ງຂື້ນ ເຮັດແນວນີ້ເປັນປະຈຳ ອາທິດລະ 3-4 ເທື່ອ ພາຍໃນເວລາບໍ່ຮອດເດືອນ ຈະສັງເກດວ່າ ຜີວໜ້າຈະງາມຂື້ນແນ່ນອນ.
ຄຸນປະໂຫຍດຂອງໃບເຕີຍບໍ່ແມ່ນມີພຽງແຕ່ເທົ່ານີ້ ເພາະການດື່ມນຳ້ໃບເຕີຍກ່ໍມີປະໂຫຍດຕໍ່ ຮ່າງກາຍນຳອີກ ແລະ ເຮົາກໍ່ມີສູດເຮັດນຳ້ໃບເຕີຍມາຝາກກັນອີກ ວີທີເຮັດ:
ວີທີທ່ີ 1. ເອົາໃບເຕີຍມາລ້າງນຳ້ໃຫ້ສະອາດ ແລະ ຊ້ອຍເປັນຕ່ອນນ້ອຍໆ ໃສ່ໝໍ້ຕົ້ມດ້ວຍນຳ້ ສະອາດພໍດີຝົດ ກໍ່ຜ່ອນໄຟລົດ ຄ້ຽວໄຟໄປເລື້ອຍໆ ຈົົນເປັນສີຂຽວຂອງໃບເຕີຍ ແລະ ຕອງ ເອົາແຕ່ນຳ້ ໃສ່ເກືອໜ້ອຍນື່ງ ແລະ ນຳ້ຕານ ປະໃຫ້ຝົດ 10 ນາທີ.(ສາມາດປຸ່ງແຕ່ງລົດ ຊາດຕາມໃຈມັກ). ວີທີທ່ີ 2. ເອົາໃບເຕີຍມາລ້າງນຳ້ໃຫ້ສະອາດ ແລະ ຊ່ອຍເປັນຕ່ອນນ້ອຍໆ ແລ້ວຕາກໃຫ້ແຫ້ງ ຖ້າຕ້ອງການໃຫ້ມີກີ່ນຫອມຫຼາຍກວ່າເກົ່າ ໃຫ້ນຳໄປຂົ້ວກ່ອນ ແຕ່ລະວັງຢ່າໃຫ້ໄໝ້ ແລ້ວນຳ ມາໃສ່ແກ້ວປິດໃຫ້ແໜ້ນໆ ເກັບໄວ້ຊົງນຳ້ຮ້ອນເປັນຊາໃບເຕີຍນັ້ນເອງ.
"
ລອງເຮັດເບີ່ງເດີ ຈະງາມທັງພາຍໃນ ແລະ ພາຍນອກຈາກໃບເຕີຍ"

 

ຂໍ້ມູນຈາກ: ຫນັງສືວາລະສານ ຂັວນໃຈ ສະບັບ ວັນທີ່ 29 ເດືອນ ທັນວາ ປີ 2009

ຂຽນເມື່ອ ຂຽນເມື່ອ: ພ.ຈ.. 6, 2010 | ມີ 10 ຄຳເຫັນ ແລະ 0 trackback(s)

 

ທຸກຄົນເຄີຍສັງເກດບໍ? ວ່າຜູ້ຍິງມີຄວາມໜ້າສົນໃຈຢູ່ບ່ອນໃດ?
1 ຮອຍຍິ້ມແລະໜ້າຕາ
2 ບຸກຄະລິກ, ທ່າທາງທີສະແດງອອກ
3 ການເວົ້າຈາຫຼືອາດຈະມີຫຼາຍກ່າວ 3 ຢ່າງນີ້
ຜູ້ຍິງທຸກຄົນສ່ວນຫຼາຍຈະມີມູມທີ່ອ່ອນແອເກືອບວ່າ 80 % ໃນເລື່ອງຂອງຄວາມຣັກ
ຖ້າຜູ້ຍິງຄົນໃດທີ່ມີແຟນຈະພົບກັບບັນຫານີ້ສະເໝີແລ້ວມີຂໍ້ໃດບໍ່ທີ່ຖືກກັບທ່ານໃນຕ່ອນນີ້:
1 ບາງທີ່ແຟນເຣັດວຽກຫຼາຍເກີນໄປຈະເຣັດໃຫ້ອີກຝ່າຍຄິດມີຄົນອື່ນ
2 ແຟນບໍ່ໃສ່ໃຈເຣັດໃຫ້ເກີດອາການງຸດງິດ
3 ເຣັດໂຕຫ່າງໆຄືບໍ່ແຄແລະບໍ່ຄອຍບອກຣັກຄືແຕ່ກ່ອນ
4 ບໍ່ຄອຍພາໄປໃສຄືຄົບກັນໃໝ່ໆ
5 ສິ່ງທີ່ເຄີຍມັກຄືກັນກໍ່ກາຍເປັນຄັບແຍງກັນຕະຫຼອດ
6 ໃຊ້ແຕ່ຖ້ອຍຄຳແຂງກະດ້າງບໍ່ອ່ອນຫວານຄືເກົ່າ
ຖ້າຫາກຊີວິດຣັກເຣົາເປັນແນວນີ້ເຣົາຄວນຈະແກ້ໄຂແນວໃດ?
ວິທີແກ້ໄຂ
1 ຖ້າແຟນເຮົາເສີຍຊາເຣົາກໍ່ຕ້ອງຫາເລື່ອງລົມນຳເຂົາ
2 ເຣົາພະຍາຍາມເຣັດໂຕບໍ່ຄັບແຍງກັບເຂົາໃຫ້ເຂົາໄດ້ຮູ້ວ່າເຣົາແຄ່ເຂົາ
3 ຖ້າເຣົາເບື່ອກັບການກະທຳຂອງເຂົາທີ່ບໍ່ສົນໃຈເຣົາຊັ້ນເຣົາກໍ່ເຣັດບໍ່ສົນໃຈຄືນໃຫ້ເຂົາໄດ້ຣູ້ສຶກວ່າການຖືກເມີນເປັນແນວໃດ
# ຄວາມຄິດທີ່ເປັນຄວາມລັບຂອງຜູ້ຍິງ
1 ຢາກໃຫ້ແຟນໃສ່ໃຈແລະເທັກແຄ
2 ຢາກໃຫ້ໂອ້ລົມກັນແລກປ່ຽນແນວຄິດແລະບັນຫາທີ່ບົກຜ່ອງ
3 ຢາກໃຫ້ແຟນພາໄປຫຼິ້ນນອກເພື່ອຜ່ອນຄາຍອາລົມ
4 ວັນທີຄົບຣອບເປັນແຟນກັນຢາກໃຫມັນມີຄວາມພິເສດມີຂອງທີ່ລະລຶກໃຫ້ກັນ
5 ຢາກໃຫ້ແຟນຈີ່ງໃຈນຳບໍ່ຄິດນອກໃຈຣັກແລະຊື່ສັດກັບເຣົາຄົນດຽວ
ນີ້ກໍ່ແມ່ນຄວາມລັບຄວາມຣູ້ສຶກສ່ວນໜຶ່ງຂອງຜູ້ຍິງ ທີ່ມີຄູ່ຣັກບັນຫາເລັກໆນ້ອຍທີ່ເຣົາເບິ່ງຂ້າມໄປມັນອາດເປັນ
ມູມໜື່ງທີ່ອ່ອນແອຂອງຜູ້ຍິງການທີ່ມີຄົນໃດຄົນໜຶ່ງມາໃສ່ໃຈມັນກໍ່ເປັນແຣງໃຈໜຶ່ງທີ່ເຣັດໃຫ້ຜູ້ຍິງເຂັ້ມແຂງ.
 
ຂໍຂອບໃຈ
ທີ່ມາຈາກ ຢາກຮູ້ ຢາກເຫັນ
ຂຽນເມື່ອ ຂຽນເມື່ອ: ພ.ຈ.. 6, 2010 | ມີ 4 ຄຳເຫັນ ແລະ 0 trackback(s)

ມີໝູ່ບ້ານໜຶ່ງພາກັນມັກຫລີ້ນໄພ້ຂະໜາດບໍ່ວ່າໄວໜຸ່ມຫລືຜູ້ເຖົ້າກໍ່ພາກັນຕິດການພະນັນໝົດພວກເພິນ
ກໍ່ພາກັນຫລີ້ນໄພ້ທຸກມື້ຢູບ້ານແມ່ຕູ້ສີ (ນາມສົມມຸດ) ໂດຍບໍ່ຄິດຢ້ານເຈົ້າໜ້າທີ່ເລີຍນ່າ! ພວກເຂົາພາກັນ
ຫລີ້ນທຸກມື້ຫລາຍຈົນມີຫາງສຽງໄປເຖິງຫູເຈົ້າໜ້າທີວ່າໝູ່ບ້ານນີ້ຫລີ້ນໄພ້ທຸກມື້ເມື່ອໄດ້ຍິນແນວນັ້ນເພີ່ນກໍ່
ໄດ້ແຕ່ງຕັ້ງຕຳຫລວດມາກວດກາເບິ່ງວ່າມັນມີການຫລີ້ນການພະນັນແທ້ບໍ່! ຖ້າຫລີ້ນກໍ່ຕ້ອງໄດ້ປັບໄໝເພາະ
ມັນຜິດກົດໝາຍເມື່ອຕຳຫລວດມາຮອດບ້ານຕູ້ສີເດັກນ້ອຍນັ່ງຫລີ້ນຢູ່ໜ້າບ້ານກໍ່ຮ້ອງຂື້ນວ່າ: ຕຳຫລວດມາ
ຕຳຫລວດມາ!!!...ວົງໄພ້ກໍ່ແຕກຕ່າງຄົນຕ່າງໄປໃຜທັນລີ້ຢູ່ໃສກະລີ້ແຕ່ຕູ້ສີລາວແລ່ນໄປຫລັງບ້ານທັນຈັບ
ໄດ້ສຽມກໍ່ເຮັດທຳທ່າຄຸດກະປູຢູ່ແຄ່ມນາຫລັງບ້ານເມື່ອຕຳຫລວດ

ໄປເຫັນຕຳຫລວດຮ້ອງຖາມ:   ແມ່ຕູ້ຄຸດຫຍັງຫັນ
 ແມ່ຕູ້ສີທັງຢ້ານທັງຕອບ:   ຄຸດກະປູລູກເອີ້ຍ
ຕຳຫລວດພັດຖາມອີກວ່າ:   ໄດ້ຫລາຍບໍ່ແມ່ຕູ້
ແມ່ຕູ້ສີກະຕອບແບບຊັນໆເຊັນໆ: ບໍ່ໄດ້ດອກທໍທືນ... 
 
ຂຽນເມື່ອ ຂຽນເມື່ອ: ພ.ພ.. 29, 2010 | ມີ 16 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກາບກອນ

 

ບໍ່​ວ່າ​ເຈົ້າຈະ​ຢູ່​ໃສ່​ໃນ​ໂລກ​ໃບ​ນີ້
​ໃຫ້​​ເຊຶ່ອວ່າຄວາມຣູ້ສື​ກດີໆ ຈະ​ໄປ​ຖາມ​ຫາ
​ເຈົ້າຈະ​ເບິ່ງ​ເຫັນ​ໄດ້​ຫລື​ບໍ່​ດ້ວຍ​ສາຍຕາ
ຣູບພາບ​ຂອງ​ເຈົ້າຍັງ​ຊັດ​ເຈນ ທຸກ​ເວລາ​ໃນ​ຫົວ​ໃຈ
 
ບໍ່​ວ່າ​ເຈົ້າຈະ​ຢູ່​ໃສ່ ຢູ່​ບ່ອນ​ໃດ​ໃນ​ໂລກ​ນີ້
​ເຈົ້າກະ​ຢູ່​ໃກ້ໆ ຂ້ອຍ​ນີ້​ແລະ
ຢູ່​ໃນ​ຄວາມ​ຄິດ ຄິດຣອດ​ເຈົ້າທຸກ​ວັນ
ບໍ່ວ່າ​ໃນ​ຄວາມ​ໃຝ ຫລື​ ຄວາມ​ຈິ່ງ
 
​ເຖິ່ງຈະ​ບໍ່​ໄດ້​ຄິດຣອດທຸກ​ຄັ້ງທີ່​ຫລັບ​ຕາ
​ແຕ່​ກໍ່​ຄິດ​ຣອດຕະຫລອດ​ເວລາ​ທີ່​ຫາຍ​ໃຈ
ຂຽນເມື່ອ ຂຽນເມື່ອ: ພ.ພ.. 29, 2010 | ມີ 12 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກາບກອນ

 

​ໃນຄໍ່າ​ຄືນ​ທີ່​ງຽບ​ສະໜິດ
ຂ້ອຍ​ຍັງ​ຄິດຣອດ​ແຕ່​ເຈົ້າບໍ່​ເຄີຍ​ຫາຍ
ຍັງຣັກ​ເຈົ້າບໍ່​ເຄີຍ​ມີ​ວັນລືມ​ໄດ້
ທີ່​ຂາງ​ກາຍ​ຢາກ​ໃຫ້​ມີ​ເຈົ້າ​ໄດ້​ແອບ​ອິ່ງ
​ເຖິ່ງ​ເວລາ​ຈະ​ຜ່ານ​ໄປ​ຫລາຍ​ເດືອນ​ຫລື​ຫລາຍ​ປີ
​ແຕ່​ຫົວ​ໃຈ​ຍັງ​ຄົງຣັກບໍ່​ເຄີຍ​ລືມ
​ເພາະ​ເຈົ້າມີ​ຄ່າ​ຫລາຍ​ຄົນ​ອື່ນໆ
​ເປັນ​ທຸກ​ສິ່ງ​ທີ່​ສຳ​ຄັນ​ກັບ​ຫົວ​ໃຈ​ຂ້ອຍ
​ເຖິ່ງຕອນ​ນີ້​ຈະ​ບໍ່​ມີ​ເຈົ້າຂ້າງ​ກາຍ
​ເຖິ່ງຈະ​ບໍ່​ເຫັນ​ກັນ​​ແສນ​ນານ​ສັກ​ພຽງ​ໃດ
ກໍ່ບໍ່​ເຄີຍ​ຄິດ​ທີ່​ຈະ​ປ໋ຽນ​ໃຈ​ໄປຣັກຄົນ​ອືນ
​ເພາະ​ຫົວ​ໃຈ​ຍັງ​ຍຶດໜັ້ນພຽງ​ແຕ່​ເຈົ້າ
ບໍ່ຣູ້ວ່າ​ຈະ​ເຣັດຈັ່ງ​ໃດ​ໃຫ້​ເຈົ້າ​ເຊື່ອ
ບໍ່​ເຄີຍ​ເພື່ອ​ແຜ່ຫົວ​ໃຈ​ໃຫ້​ຄົນ​ອື່ນ
ຍັງ​ຄົງ​ໜັ້ນທີ່​ຈະຣັກ​ແຕ່​ເຈົ້າ
ມີ​ເລື່ອງ​ໜຶ່ງ​ທີ່​ຂ້ອຍ​ຢ້ານ​ແລະ​ຫວັ່ນ​ໄຫວ
ຕົງ​ທີ່​ຫົວ​ໃຈ​ເຈົ້າບໍ່​ມີ​ຄົນ​…ຄົນນີ້
ຍອມ​ໃຫ້​ຄົນ​ອືນ​ມາ​ຢູ່​ແທ່ນ​ທີ່
ປ່ຽນ​ຂ້ອຍ​ນີ້​ໃຫ້​ເປັນຄົນ​ນອກ​ສາຍຕາ.
ຂຽນເມື່ອ ຂຽນເມື່ອ: ກ.ພ.. 27, 2010 | ມີ 12 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກາບກອນ

 

ເຈັບ​ຫລາຍ​ກວ່າ​ ຄວາມ​ເບື່ອ ຄື ຄວາມ​ເສົ້າ
ເຈັບ​ຫລາຍ​ກວ່າ ຄວາມ​ເສົ້າ ຄື ຊີວິດ​ບໍ່​ມີ​ຄວາມສຸກ
ເຈັບ​ຫລາຍ​ກວ່າ ຊີວິດ​ທີ່​ບໍ່​ມີ​ຄວາມສຸກ ຄື ​ເຈັບ​ປ່ວຍ
ເຈັບ​ຫລາຍ​ກວ່າ ຄວາມ​​ເຈັບ​ປ່ວຍ ຄື ກາ​ນຖືກ​ທອດ​ຖິ້ມ
ເຈັບ​ຫລາຍ​ກວ່າ ການ​ຖືກ​ຖິ້ມ ຄື ຢູ່​ຄົນ​ດ່ຽວ​​ໃນ​ໂລກ​ໃບ​ນີ້
ເຈັບ​ຫລາຍ​ກວ່າ ຢູ່​ຄົນ​ດ່ຽວ​​ໃນ​ໂລກ​ໃບ​ນີ້ ຄື ພັດ​ພາກ​ຈາກ​ລາ
ເຈັບ​ຫລາຍ​ກວ່າ ການ​ພັດ​ພາກ​ຈາກ​ລາ ຄື ຄວາມ​ຕາຍ
ເຈັບ​ຫລາຍ​ກວ່າ ຄວາມ​ຕາຍ ຄື ຖື​ມລືມ