ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ພ.ຈ.. 10, 2010 | ມີ 0 ຄຳເຫັນ ແລະ 0 trackback(s)

 

ຄົນເຮົາສ່ວນຫຼາຍເກືອບທຸກຄົນ ຈະຕ້ອງມີກີ່ນຕົວ ຕ່າງແຕ່ວ່າຜູ້ໃດຈະມີແຮງກີ່ນ, ກີ່ນຄ່ອຍ ບາງຄົນຄິດວ່າຕົວເອງບໍ່ມີ ນັ້ນບໍ່ແມ່ນຄວາມຈິງ ເພາະທຸກຄົນຕ່າງກໍ່ມີຕ່ອມເຫື່ອ ແລະ ຈຸລັງທາດຕ່າງໆ(ຫຼືບາງຄົນລື້ງກັບກີ່ນຕົວເອງ) ແລ້ວຄິດວ່າຕົວເອງບໍ່ມີກີ່ນກໍ່ໄດ້. ກີ່ນໂຕ ທີ່ວ່ານີ້ ນັ້ນກໍ່ແມ່ນກີ່ນຮັກແຮ້ນັ້ນລະ .
ຖ້າທ່ານໃດມີກີ່ນໂຕແລ້ວທ່ານອາດເຄີຍໃຊ້ຜະລິດຕະພັນ ຫຼາຍໆຢ່າງ ທ່ີໂຄສະນາ ທາງໂທລະພາບ ບໍ່ວ່າຈະເປັນ ໂຣອອນ ສະນິດຕ່າງໆແບບໂລຊັ່ນ, ແບບຄຼີມທ່ີເປັນຫຼອດ ເໝືອນລິບສະຕິກ ຫຼື ບາງຄົນອາດເຄີຍໃຊ້ຄຼີມທາງຫນ້າທາກໍ່ມີແຕ່ກໍ່ພໍປົກປ້ອງກີ່ນ ໄດ້ບໍ່ເທົ່າໃດຊົ່ວໂມງ ບາງຊະນິດກໍ່ເຮັດໃຫ້ຮັກແຮ້ດຳຄຳ້, ບາງສະນິດໃຊ້ແລ້ວ ເຮັດໃຫ້ເຫື່ອບໍ ລິເວນຮັກແຮ້ອອກຫຼາຍໂພດ ເຮັດໃຫ້ເສື້ອບໍລິເວນ ດັ່ງກ່າວປຽກ ເປັນວົງຢູ່, ບາງຊະນິດ ກ່ໍກີ່ນຫອມເກີນ ໄປ (ຫອມແຕ່ຕອນທາ ໃຫມ່ໆ ປະມານ 2-3 ຊົ່ວໂມງ ) ເມື່ອມັນໄປທ ຳປະຕິກິຍາກັບເຫື່ອເຮົາທ່ີອອກມາແລ້ວຍີ່ງກີ່ນແຮງກ່ວາເກົ່າ ໂອ້ຍຖ້າຂ້າພະເຈົ້າ ບໍ່ເຈີເອງຄົງບໍ່ຮູ້ບັນຍາຍດອກ! ໂດຍສະເພາະຕອນເປັນໄວລຸ້ນ ຈົນໝົດຄວາມໝັ່ນໃຈ ໄປເລີຍ ຈະເຮັດຫຍັງ ຈະເຂົ້າໃກ້ໝູ່ ກໍ່ເປັນອັນກັງວົນ ຢູ່ຕະຫຼອດ . ຈົນຂ້າພະເຈົ້າໄດ້ ມາພົບສູດດັ່ງກ່າວ ເລື້ອງກີ່ນໂຕຈື່ງພໍປານປິດຖີ້ມ ພຸ້ນລະ (ສູດດັ່ງກ່າວ ແມ່ນຂ້າພະເຈົ້າ ຮູ້ຈາກຄົນຮັກແພງ) ທ່ີລາວມາແຕ່ຕ່າງປະເທດ ເຊີ່ງລາວກໍ່ເຈີບັນຫາເໝືອນ ຂ້າພະເຈົ້າລາວ ບອກ ວ່າ ລາວໃຊ້ຜະລິດຕະພັນແຕ່ແນວລາຄາແພງໆ ກໍ່ບ່ໍໄດ້ຜົນເທົ່າທ່ີ ຄວນຈົນມາ ໄດ້ໃຊ້ຕົວ ນີ້ຈື່ງໝົດບັນຫາໄປ. ສີ່ງດັ່ງກ່າວນັ້ນກໍ່ຄື : “ ຫີນສົ້ມນັ້ນເອງ . ບາງຄົນຄິດວ່າເວົ້າມາຕັ້ງຍາວບາດແລ້ວ ແມ່ນຫີນສົ້ມນີ້ຫວະ ! ຟັງທາງນີ້ກ່ອນ ຫີນສົ້ມນັ້ນບໍ່ແມ່ນແບບເປັນກ້ອນຄືພວກເຮົາເຫັນໃດ໊ ? ແຕ່ເປັນຫີນສົ້ມທ່ີຜ່ານອູນນະພູມສູງຫຼາຍ ປະມານເກືອບ 500 ອົງສາເຊພຸ້ນລະ ແລ້ວມາກັ່ນ ຕອງເອົາແຕ່ຫີນສົ້ມບໍລິສຸດ ບົດໃຫ້ລະອຽດ ເທົ່ານັ້ນລະກໍ່ຈະໄດ້ ຜົງຫີນສົ້ມມະຫັດສະຈັນ ດັບກີ່ນ ໄດ້ໝົດມື້ 100% ເພາະຂ້າພະເຈົ້າໄດ້ໃຊ້ແລ້ວ . ເວລາໃຊ້ກໍ່ຢີບເອົາໜ້ອຍນື່ງ ມາທາໃສ່ບໍລິເວນຮັກແຮ້ ສະດວກສະບາຍ ບໍ່ມີອັນຕະລາຍ ແລະ ຮັກແຮ້ກໍ່ຂາວອີກ ບາງຄົນ ໃຊ້ຕິດຕໍ່ກັນປະມານ 3-4 ເດືອນ ກີ່ນໂຕຈະບໍ່ມີກີ່ນທ່ີບໍປາດຖະໜາອີກລອງຊອກ ຖາມຕາມ ຊຸບເປິ ມາເກັດເບ່ີງ ແລ້ວ ທ່ານຈະວ່າໄດ້ຜົນເໝືອນດັ່ງຂ້າພະເຈົ້າ ເວົ້າແທ້ບໍ?

 

 

ຂໍ້ມູນຈາກ: ນາງ ຄູນຄຳ ຈັນທະບູລີ

Delicious Digg Fark Twitter