ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ພ.ຈ.. 10, 2010 | ມີ 0 ຄຳເຫັນ ແລະ 0 trackback(s)

 

ຢາປາລາຊີຕາໂມນ ເປັນຢາບັນເທົາອາການປວດບໍ່ມີຜົນຂ້າງຄຽງເລື້ອງການລະຄາຍເຄືອງກະເພາະ ອາຫານ ແລະ ການແຂງຕົວຂອງເລືອດເໝືອນຢາກຸ່ມ ເອັນເຊັດ) ເຊັ່ນ ຢາແອັສໄພລິນຢາໄອບູ ໂພຣເຟນ ຫາກໃຊ້ໃນປະລິມານການປີ່ນປົວປົກກະຕິເຮັດໃຫ້ປະຊາຊົນທົ່ວໄປ ບໍ່ຄອຍຮູ້ພິດໄພຂອງ ຢານີ້ເທົ່າໃດ ແລ້ວ ຍັງສາມາດຫາຊື້ໄດ້ງ່າຍ ໂດຍບໍ່ຕ້ອງມີໃບສັ່ງຢາຈາກທ່ານໝໍ. ເປັນສາຍເຫດໃຫ້ ປະລິມານການໃຊ້ຢານີ້ເພີ້ມຂື້ນຢ່າງໄວວາ. ຈົນກາຍເປັນຢາປະຈຳເຮືອນທ່ີຂາຍດິບຂາຍດີເປັນຫຍັງ ກໍ່ກີນແຕ່ຢາ ປາລາເຊຕາໂມນ ເຊີ່ງບາງພະຍາດ ຢາປາລາເຊຕາໂມນບໍ່ໄດ້ຊ່ອຍຫຍັງ ມີແຕ່ເຮັດໃຫ້ ສະບາຍໃຈຂື້ນເພາະໄດ້ກີນຢາ ແລ້ວ ບາງຄົນເຈັບກໍອົດໄປວັນໆ ບໍ່ຍອມໄປຫາໝໍປີ່ນປົວປ່ອຍໃຫ້ ພະຍາດທ່ີເປັນລຸກລາມຫຼາຍຂື້ນກວ່າເກົ່າ.

 

ໃນຫຼາຍປະເທດໄດ້ແກ່ ໄດ້ມີການສຳຫຼວດວິໃຈ ພົບວາ່ມີການໃຊ້ເກີນຂະໜາດຫຼາຍຂື້ນ ທຸກປີ ແລະ ມີຜູ້ຕ້ອງເຂົ້າປີ່ນປົວໃນໂຮງໝໍຈາກການເກີດພິດຂອງຢາ ປາລາເຊຕາໂມນເປັນຈຳນວນ ຫຼວງຫຼາຍ ຈົນໜ້າຕົກໃຈ. ຈົນອອກມາປະກາດໃຫ້ໃຊ້ຢາປາລາເຊຕາ ໂມນສະເພາະເມື່ອມີຄວາມຈຳ ເປັນ ແລະ ເຜີຍແຜ່ຄວາມຮູ້ເລື້ອງພິດຂອງຢາໃຫ້ປະຊາຊົນຫຼາຍຂື້ນ ຜ່ານສື່ຕ່າງໆບໍ່ວ່າຈະເປັນໂທ ລະພາບ, ວິທະຍຸ, ໃບປີວ, ເອກະສານກຳກັບຢາ ຫືຼ ອີນເຕີເນັດ.

 

 

ເກີດຈາກຄວາມຕັ້ງໃຈ: ທຸກຄົນຄົງຮູ້ກັນດີນັ້ນຄືການກິນຢາປາລາເຊຕາໂມນປະຊົດຊີວິດການຂ້າຕົວຕາຍ ເຊິ່ງບາງຄົນກໍພຽງຕ້ອງການປະທ້ວງຮຽກຮ້ອງຄວາມສົນໃຈ ຄິດວ່າພິດາຂອງຢາປາ ລາເຊຕາໂມນເປັນພຽງເລື້ອງເລັກນ້ອຍ ແຕ່ຄວາມຈິງມັນບໍ່ໄດ້ເປັນແນວນັ້ນ ເພາະຢາປາລາເຊຕາ ໂມນຈະເຮັດໃຫ້ຕັບເສຍການເຮັດວຽກ ຫືຼຕັບວາຍໄດ້ເຊີ່ງຫາກໄດ້ຮັບຢາຕ້ານພິດບໍ່ທັນເວລາກໍ່ຈະເຮັດ ໃຫ້ເສຍຊີວິດໄດ້.

 

ເກີດຂື້ນຈາກຄວາມບໍ່ຕັ້ງໃຈ: ເນື່ອງຈາກຢາປາລາເຊຕາໂມນຜະລິດອອກຈຳໜ່າຍໃນປະຈຸບັນ ນັ້ນມີຫຼາຍຮູບແບບ ຫຼາຍຄວາມແຮງ ຫຼາຍຍີ່ຫ້ໍ ເຊີ່ງເປັນການຍາກ ທ່ີປະຊາຊົນທົ່ວໄປຈະຮູ້ໄດ້, ຮູບຂອງຢາເມັດ, ຢານຳ້ ແລະ ການໃຊ້ຢາປາລາເຊຕາໂມນໄປປະສົມກັບຢາຊະນິດອື່ນໄດ້ແກ່ ຢາແກ້ປວດເມື່ອຍກ້າມເນື້ອ, ຢາແກ້ຫວັດ, ຢາແກ້ປວດເປັນຕົ້ນ ເຮັດໃຫ້ເກີດການກິນຢາຊຳ້ຊ້ອນ ໂດຍບໍ່ຮູ້ສືກໂຕ . ຫາກເປັນໄລຍະເວລາບໍ່ນານພຽງ 2-3 ວັນກໍ່ຍັງໄຄແດ່ ແຕ່ຫາກເປັນໄລຍະເວລາ ດົນເປັນເດືອນ ການເກີດພິດຕໍ່ຕັບຄົງເກີດຢ່າງແນ່ນອນ. ດັ່ງນັ້ນ ທາງທ່ີດີກ່ອນກີນຢາຫຍັງຄວນສຶກ ສາ ແລະ ອາ່ນສະຫຼາກຢາໃຫ້ລະອຽດເສຍກ່ອນ ແລະ ຖ້າຫາກບໍ່ໝັ້ນໃຈວ່າແມ່ນຢາຫຍັງ ເປັນຢາ ສູດປະສົມຫຼືບໍໍ ກໍຄວນໄປປືກສາແພດໝໍ.

ສີ່ງທ່ີໜ້າຄິດອີກເລື້ອງນື່ງຄື ການກີນຢາ ປາລາເຊຕາໂມນຮ່ວມກັບເຄື່ອງດື່ມທ່ີປະສົມ ແອນກໍຮໍເຊັ່ນ: ເຫຼົ້າ, ເບຍ, ວາຍ….ເພາະຕົວແອນກໍຮໍເອງເປັນທ່ີຮູ້ກັນດີວ່າຫາກໄດ້ຮັບໃນປະລິມານ ຫຼາຍ ຫືຼ ຕໍ່ເນື່ອງກັນເປັນເວລາດົນນານກໍເຮັດໃຫ້ເກີດພາວະຕັບແຂງ, ຕັບວາຍໄດ້ ຫາກກີນຮ່ວມກັບ ປາລາເຊຕາໂມນກໍ່ຈະເທົ່າກັບເປັນການເລັ່ງຄວາມໄວໃຫ້ຕັບແຂງໄດ້ໄວຂື້ນ. ຄະນະກຳມະການ ອາຫານ ແລະ ຢາປະເທດສະຫະລັດອາເມລິກາ ໄດ້ອອກກົດໝາຍໃຫ້ມີການພີມຄຳເຕືອນໃນສະຫຼາກ ຢາປາລາເຊຕາໂມນວ່າຫ້າມກີນຢາຮ່ວມກັບເຄື່ອງດື່ມທ່ີປະສົມແອນກໍຮໍເນື່ອງຈາກເກີດຄະດິພິ ພາກສາກ່ຽວກັບການກີນຢາປາລາເຊຕາໂມນຮ່ວມກັບວາຍເປັນປະຈຳ ຂອງຊາວເວີຈີເນຍ ຄົນໜື່ງຈົນ ເຮັດໃຫ້ຕັບວາຍ ຕ້ອງມີການຜ່າຕັດປ່ຽນຕັບໃຫມ່ ບໍລິສັດຜູ້ຜະລິດຢາບໍ່ຊະນະຄະດີ ຕ້ອງຈ່າຍເງີນຊົດ ໃຊ້ເຖິງ 8 ລ້ານໂດລາສະຫະລັດ.

 

ປາລາເຊຕາໂມນເທົ່າທ່ີຈຳເປັນໃນຂະໜາດການຮັກສາປົກກະຕິ ຄື ປາລາເຊຕາໂມນ 10 ມິນລິກະລາມຕໍ່ນຳ້ໜັກ 1 Kg (ເຊັ່ນນຳ້ໜັກ 50 kg ກໍກີນພຽງຢາເມັດ ຂະໜາດ 500 ມີນລິກະລາມ 1 ເມັດກໍພຽງພໍ ) ແລະຫາກບໍ່ມີອາການແລ້ວກໍຄວນຢຸດກີນຢາທັນທີ ຫຼື ຫາກໃຊ້ຢາຕິດຕໍ່ກັນເປັນໄລຍະເວລາ 3-4 ວັນແລ້ວອາການບໍ່ດີຂື້ນ ກໍ່ໄປໂຮງໝໍ ຫຼື ຄວນໄປປືກ ສານຳໝໍ ເພື່ອຄວາມປອດໄພຂອງທ່ານເອງ.

 

ຂໍ້ມູນຈາກ: ຫນັງສືວາລະສານ  ມະຫາຊົນ  ສະບັບທີ 85 ເດືອນ ກຸມພາ ປີ 2010

Delicious Digg Fark Twitter