ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ພ.ພ.. 2, 2010 | ມີ 22 ຄຳເຫັນ ແລະ 0 trackback(s)

ຢູ່ເດິກໆແລ້ວບໍ່ມີຫຍັງເຮັດ ເລີຍໄປເປີດເມວເກົ່າໆອ່ານ, ໄປເຈິບົດຄວາມຫນຶ່ງ ເວົ້າເຖິງຫລາຍໆມູມມອງໃນການເບິ່ງໂລກບິດໆບ້ຽວໆນີ້ ເລີຍເອົາມາໃຫ້ຫມູ່ເພື່ອນອ່ານຫລິ້ນນຳກັນ, ເຂົາວ່າ:

ສິ່ງສຳຄັນບໍ່ໄດ້ຢູ່ທີ່ວ່າ ໂລກມີຫລາຍມູມໃຫ້ເບິ່ງ

ແຕ່ຢູ່ທີ່ເຮົາຊິເລືອກເບິ່ງມູມໃດ...

*   ທຸກຄົນມີເຫດຜົນໃນການເຮັດສິ່ງຕ່າງໆສະເຫມີ

*   ຄວາມຜິດພາດເກີດຂຶ້ນໄດ້ ແຕ່ທຸກບັນຫາແກ້ໄຂໄດ້

*   ສິ່ງຮ້າຍໆ ຈະມາພ້ອມກັບສິ່ງດີໆສະເຫມີ

*   ຄວາມມືດໃນເວລາກາງຄືນມີພຽງແຕ່ 12 ຊົ່ວໂມງ

*   ຫລັງຝົນຕົກຫນັກ ແລ້ວຟ້າຈະປອດໂປ່ງ

*   ຂອງບາງອັນ ບໍ່ໄດ້ເກີດມາເພື່ອເປັນຂອງເຮົາ ແຕ່ຊີວິດເປັນຂອງເຮົາ

*   ຝັນຮ້າຍກໍເປັນພຽງແຕ່ຄວາມຝັນ

*   ອຸປະສັກເຮັດໃຫ້ຊີວິດມີສີສັນ

*   ຄວາມເຈັບປວດເຮັດໃຫ້ຫົວໃຈແຂງແຮງ

*   ທຸກຢ່າງມີໄລຍະເວລາຂອງມັນ

*   ການຮ້ອງໄຫ້ເຮັດໃຫ້ດວງຕາໃສຂຶ້ນ

ຖ້າເຮົາຍັງບໍ່ໄດ້ດັ່ງໃຈເຮົາເອງ ແລ້ວຄົນອື່ນຊິເປັນໄດ້ແນວໃດ...

ເມື່ອມາຮອດຈຸດທີ່ຫນັກທີ່ສຸດແລ້ວ ຫລັງຈາກນັ້ນທຸກຢ່າງຈະຜ່ອນຄາຍລົງເລື້ອຍໆ

*   ມີບໍ່ຫລາຍ ແຕ່ກໍມີພໍ

*   ບໍ່ມີເງິນ ແຕ່ຍັງມີແຮງ

*   ຄວາມອ້ວນເຮັດໃຫ້ໃບຫນ້າອີ່ມເອີບ

*   ຄວາມຈ່ອຍເຮັດໃຫ້ເສື້ອຜ້າດູດີ

*   ຖ້າແລ່ນ ກໍເຖິງຈຸດຫມາຍໄວ

*   ຖ້າຄ່ອຍໆຍ່າງ ກໍຈະບໍ່ເມື່ອຍ....

ຝາກໄວ້ໃຫ້ຫມູ່ເພື່ອນອ່ານຫລິ້ນໆ ຖ້າຊ້ຳກັບໃຜ ຫລື ຜິດພາດປະການໃດ ກໍຂໍອະໄພເປັນຢ່າງສູງ....

ທີ່ມາ: FWM

 

ຂຽນເມື່ອ ຂຽນເມື່ອ: ພ.ຈ.. 24, 2009 | ມີ 29 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ວິທະຍາສາດ

ມື້ນີ້ ບັງເອີນໄປເຫັນຮູບພາບຫນ້າສົນໃຈຈາກນິຕະຍະສານ Time ທີ່ຮວບຮວມ 10 ພາບສຸດຍອດຈາກ google earth ເລີຍຢາກເອົາມາໃຫ້ຫມູ່ເພື່ອນພັນລາວເຮົາເບິ່ງນຳກັນ ມັນຄັກແທ້ໆ ....

ເລີ່ມຈາກພາບທຳອິດ ເຊື່ອກັນວ່ານີ້ແມ່ນ ຊາກຂອງທະວີບແອຕແລນຕິສ .... ກໍວ່າກັນໄປເນາະ ຜູ່ຊ່ຽວຊານແອຕແລນຕິສບອກວ່າ ມັນເປັນການຄົ້ນພົບທີ່ຫນ້າສົນໃຈຫລາຍ ເຖິງວ່າ ສຸດທ້າຍແລ້ວມັນຈະເກີດຈາກທຳມະຊາດລ້ວນໆ ກໍຕາມ

alt

ເຂົ້າໄປເບິ່ງບັນຍາກາດອ້ອມຂ້າງໃນ Google maps ໄດ້ເລີຍ maps.google.com/maps


ຮູບທີສອງ ແມ່ນໂລໂກ້ Firefox ຍັກ ສ້າງຂຶ້ນເພື່ອສະຫລອງການຖືກດາວໂຫລດ 50 ລ້ານເທື່ອ ໂດຍກຸ່ມຜູ່ໃຊ້ Linux ໃນມະຫາວິທະຍາໄລ ອໍຣິກອນ

alt

ລິ້ງນີ້ maps.google.com/maps

 

ຮູບທີສາມ ເຊື່ອກັນວ່າເປັນຈຸດຈອດ UFO ໃນອັງກິດ?? (ບໍ່ມາລົງຢູ່ລາວແດ່ເນາະ 555)

alt

ຕາມລິ້ງນີ້ maps.google.com/maps

 

ຮູບທີສີ່ ແມ່ນໄຮ່ເຂົ້າໂພດຮູບ Oprah Winfrey ພິທີກອນລາຍການ Talk show ຊື່ດັງຊາວແອຟຣິກາ ໃນອາເມຣິກາ (ງົງບໍ່)

alt

ລິ້ງນີ້ maps.google.com/maps

 

ຮູບທີຫ້າ ແມ່ນຕຶກຮູບສະຫວັດຕິກະໃນຖານກອງທັບເຮືອສະຫະລັດ ເປັນການຄົ້ນພົບທີ່ໂດ່ງດັງຫລາຍ ຈົນກອງທັບຕ້ອງໃຫ້ງົບ 6 ແສນກວ່າຫລຽນ ເພື່ອປິດບັງຮູບ ບໍ່ໃຫ້ເຫັນຮູບດັ່ງກ່າວຈາກທ້ອງຟ້າ 555

alt

ລິ້ງນີ້ maps.google.com/maps

 

ຮູບທີຫົກ ແມ່ນຊາກເຮືອອັບປາງ ເທິງຊາຍຝັ່ງປະເທດຊູດານ ອຸບສ໌ສ໌ສ໌

alt

ລິ້ງນີ້ maps.google.com/maps

 

ຮູບທີເຈັດ (ເອ່... ເປັນຫຍັງເຮົາບໍ່ຂຽນຕົວເລກເອົາວະ ຕັ້ງແຕ່ເລກ 1 ພຸ້ນແຫລະ!!!) ແມ່ນຮູບ ແຜ່ນດິນຮູບຫນ້າຄົນ ໃນ Canada

alt

ລິ້ງນີ້ maps.google.com/maps

 

ຮູບທີ 8 ແມ່ນຮູບທະເລສາບເລືອດໃນອີຣັກ ຄາດກັນວ່າຫນ້າຈະເກີດຈາກມົນລະພິດ ຫລື ຂະບວນການບຳບັດນ້ຳເສຍຢ່າງຫນຶ່ງ. ອີກຢ່າງຫນຶ່ງ ຢາກໃຫ້ເຂົ້າໄປເບິ່ງຜັງເມືອງໃນລິ້ງຢູ່ລຸ່ມນຳ ຜັງເມືອງເຂົາຄັກຫລາຍ ຂໍບອກ...

alt

ລິ້ງນີ້ maps.google.com/maps

 

ຮູບທີ 9 ແມ່ນຮູບສຸສານຍົນ ໃນສະຫະລັດ ເຂົ້າໄປເບິ່ງຄວາມອະຫັງການ ຕາມລິ້ງໄດ້ເລີຍ....

alt

ລິ້ງນີ້ maps.google.com/maps

 

ຮູບທີ 10 ແມ່ນເຂົາຖ່າຍຮູບຂີປະນາວຸດໄດ້??? ເຫິໆ

alt

ລິ້ງນີ້ maps.google.com/maps

 

ແຖມທ້າຍ 5555

alt

 

ໃນອະນາຄົດ ພາບເຫລົ່ານີ້ອາດຈະຫາຍໄປ ຖ້າມີການອັບເດດຮູບໃນລະບົບ Google

 

ທີ່ມາ www.pantip.com/cafe/wahkor/topic/X8560487/X8560487.html

 

 

ຂຽນເມື່ອ ຂຽນເມື່ອ: ກ.ຍ.. 12, 2009 | ມີ 19 ຄຳເຫັນ ແລະ 0 trackback(s)

ທ່ານເຄີຍຮູ້ບໍ່ວ່າ ນ້ຳແມ່ນຕົວການສຳຄັນທີ່ເຮັດໃຫ້ຄົນເຮົາເຈັບປ່ວຍ ແຕ່ລະຄົນດື່ມກິນນ້ຳທີ່ແຕກຕ່າງກັນໄປ ມີທັງນ້ຳທຳມະດາ, ນ້ຳເຢັນ, ນ້ຳຮ້ອນ, ນ້ຳຊາ, ນ້ຳອັດລົມ, ນ້ຳຫມາກໄມ້, ນ້ຳນົມ .... ຜົນທີ່ໄດ້ຈາກການດື່ມນ້ຳນັ້ນ ກໍຈະແຕກຕ່າງກັນອອກໄປ ອີກທັງຈຳນວນຫນ້ອຍ-ຫລາຍ ຈັງຫວະເວລາໃນການດື່ມນ້ຳກໍບໍ່ຄືກັນ ເຊິ່ງອາດກໍ່ໃຫ້ເກີດອາການຂອງໂຣກຕ່າງໆໄດ້.
ຕໍ່ໄປນີ້ ລອງມາເບິ່ງວ່າພຶດຕິກຳໃນການດື່ມນ້ຳຂອງພວກເຮົາຖືກຕ້ອງແລ້ວຫລືຍັງ.....


ຂັ້ນຕອນທີ 1. ດື່ມນ້ຳໃຫ້ພຽງພໍກັບນ້ຳຫນັກໂຕ

ຮ່າງກາຍຂອງຄົນເຮົາປະກອບດ້ວຍນ້ຳ 60-70% ເມື່ອທຽບກັບນ້ຳຫນັກໂຕເຮົາ ຕາມສູດທີ່ອົງການອະນາໄມໂລກໄດ້ກຳນົດເອົາໄວ້ ຄົນເຮົາໃນແຕ່ລະວັນຕ້ອງດື່ມນ້ຳໃຫ້ໄດ້ປະລິມານທີ່ເຫມາະສົມກັບນ້ຳຫນັກຂອງໂຕເອງ ມີວິທີຄິດໄລ່ດັ່ງນີ້
ສູດຊອກປະລິມານນ້ຳທີ່ຄວນດື່ມຕໍ່ມື້ ຕາມນ້ຳຫນັກໂຕ: [ນ້ຳຫນັກໂຕ (ກ.ກ) x 2,2 x 30] / 2 = ? ມ.ລ
ຕົວຢ່າງ ສົມມຸດທ່ານຫນັກ 60 ກິໂລກຣາມ : [60 x 2.2 x 30] / 2 = 1.980 ມ.ລ = 1.98 ລິດ

ແລ້ວທ່ານຮູ້ບໍ່ວ່າເປັນຫຍັງຕ້ອງດື່ມນ້ຳໃຫ້ໄດ້ຂະຫນາດນັ້ນ?

ເພື່ມຄວາມສົມດູນຂອງນ້ຳໃນຮ່າງກາຍ ເພາະຮ່າງກາຍຂອງຄົນເຮົາປະກອບດ້ວຍນ້ຳເຖິງ 2 ໃນ 3 ສ່ວນ, ເລືອດເຮົາປະກອບດ້ວຍນ້ຳຫລາຍກວ່າ 60% ຖ້າຂາດນ້ຳ ເລືອດກໍຈະຂົ້ນ ເຮັດໃຫ້ເລືອດໄຫລວຽນໄປລ້ຽງຮ່າງກາຍໄດ້ລຳບາກ ຫົວໃຈກໍຈະເຮັດວຽກຫນັກໃນການສູບສີດເລືອດ ເສັ້ນເລືອດບາງເສັ້ນມີຂະຫນາດນ້ອຍຫລາຍຈົນຕ້ອງໄດ້ໃຊ້ກ້ອງຂະຫຍາຍສ່ອງເບິ່ງຈຶ່ງຈະເຫັນ ທ່ານລອງຄິດເບິ່ງວ່າເລືອດທີ່ມັນຂົ້ນຈະເຂົ້າໄປໃນເສັ້ນເລືອດນ້ອຍໆເຫລົ່ານັ້ນໄດ້ແນວໃດ ສຸດທ້າຍກໍເຮັດໃຫ້ເສັ້ນເລືອດອຸດຕັນ ສະຫມອງຂາດເລືອດ ເປັນອຳມະພຶກ ອຳມະພາດໄປ.


ຂັ້ນຕອນທີ 2. ດື່ມນ້ຳຕອນເຊົ້າຫລັງຕື່ນນອນ

ຕື່ນເຊົ້າຂຶ້ນມາ ຂໍແນະນຳວ່າສິງທີ່ຄວນເຮັດທຳອິດແມ່ນດື່ມນ້ຳໃຫ້ໄດ້ 0,4 - 1 ລິດ ດື່ມນ້ຳອຸ່ນໄດ້ຍິ່ງດີ ເພາະນ້ຳອຸ່ນນັ້ນດື່ມງ່າຍກວ່ານ້ຳທຳມະດາ ແລະອຸນຫະພູມຂອງນ້ຳທີ່ດື່ມບໍ່ຄວນຕ່ຳກວ່າອຸນຫະພູມຂອງຮ່າງກາຍ ເພື່ອບໍ່ເປັນການໄປດຶງອຸນຫະພູມຂອງຮ່າງກາຍໃຫ້ເຢັນລົງ.

ການດື່ມນ້ຳຕອນເຊົ້າມີປະໂຫຍດຢ່າງທີ່ທ່ານຄາດບໍ່ເຖິງ ເພາະເປັນການຊຳລະລ້າງທຳຄວາມສະອາດລະບົບຂັບຂອງເສຍໃນຮ່າງກາຍ ຍາມເຊົ້າເປັນເວລາເຫມາະສົມໃນການກຳຈັດພິດອອກຈາກຮ່າງກາຍ ຮ່າງກາຍຈະໄດ້ສະອາດ ແຖມເປັນຢາຮັກສາໂຣກໄດ້ໄດ້ເປັນຢ່າງດີອີກດ້ວຍ ເຊັ່ນຜູ່ທີ່ມີອາການທ້ອງອືດ ຖ້າດື່ມນ້ຳໄດ້ປະມານ 1 ລິດ (ຫລືຫນ້ອຍກວ່າ ຂຶ້ນກັບນ້ຳຫນັກຮ່າງກາຍ) ໃນຕອນເຊົ້າ ຮ່າງກາຍຈະຄ່ອຍໆປັບສົມດູນ ພາຍໃນ 2 ອາທິດ ລະບົບຂັບຖ່າຍກໍຈະດີຂຶ້ນເອງໂດຍບໍ່ຕ້ອງກິນຢາລະບາຍ ເພາະຢາລະບາຍຈະເຮັດໃຫ້ລຳໄສ້ເສຍການເຮັດວຽກ ເພາະຖືກຢາກະຕຸ້ນຈົນລຶ້ງເຄີຍ ຂັບຖ່າຍເອງຕາມທຳມະຊາດຍ່ອມດີກວ່າ.


ຂັ້ນຕອນທີ 3. ຫລີກລ່ຽງນ້ຳເຢັນ, ນ້ຳອັດລົມ, ນົມ

ອຸນຫະພູມໂດຍປົກະຕິຂອງຮ່າງກາຍຄົນເຮົາແມ່ນ 36-37 ອົງສາC ຖ້າເຮົາດື່ມນ້ຳເຢັນໆ ປະມານ 2 ອົງສາC ນ້ຳເຢັນຈະຕ້ອງໄປດຶງຄວາມຮ້ອນຂອງຮ່າງກາຍມາ ເຮັດໃຫ້ອຸນຫະພູມຂອງນ້ຳເທົ່າກັບຮ່າງກາຍ ການດູດຊຶມຈຶ່ງຈະເຮັດວຽກໄດ້ ເຮັດໃຫ້ຮ່າງກາຍສູນເສຍພະລັງງານແລະເສຍເວລາໃນການປັບສົມດູນໃຫ້ຄືນສູ່ປົກະຕິ ບາງຄົນເອົານ້ຳຊາໃສ່ກະຕິກນ້ຳແຂງແຊ່ເຢັນ ແລ້ວດື່ມຫມົດມື້ ເວລາດື່ມກໍຊື່ນໃຈດີ ແຕ່ທ່ານເຊື່ອບໍ່ວ່າ ທ່ານຍິ່ງດື່ມເທົ່າໃດ ທ່ານກໍຍິ່ງຮ້ອນຂຶ້ນເທົ່ານັ້ນ ເພາະຊາມີລິດເຢັນເຖິງຈະດື່ມແບບຮ້ອນກໍຕາມ ເມື່ອຊາເຂົ້າໄປຢູ່ໃນຮ່າງກາຍ ຄວາມຮ້ອນຂອງນ້ຳຈະຫາຍໄປເຫລືອແຕ່ລິດເຢັນຂອງຊາ ບໍ່ຕ້ອງເວົ້າເຖິງເມື່ອເຮົາດື່ມນ້ຳຊາແຊ່ເຢັນແລ້ວໂຕເຮົາຈະເຢັນສ່ຳໃດ ຄືກັບຮ່າງກາຍເຮົາຖືກແຊ່ເຢັນ ແຖມຍັງເກີດລົມ ເກີດແກ໊ສຂຶ້ນມາອີກຕ່າງຫາກ.

ສ່ວນນ້ຳອັດລົມ ທ່ານດື່ມແລ້ວຮູ້ສຶກເຢັນຊ່າຊື່ນໃຈ ຈົນບາງຄົນຕິດ ບໍ່ດື່ມບໍ່ໄດ້ ຊິດື່ມກໍຕ້ອງດື່ມແບບເຢັນໆ ແຊ່ຕູ້ເຢັນ ແຖມໃສ່ນ້ຳແຂງລົງໄປອີກ ທ່ານລອງຄິດເບິ່ງຈັກຫນ້ອຍວ່າທ່ານໄດ້ຫຍັງແດ່ຈາກນ້ຳອັດລົມ ນອກຈາກຄວາມເຢັນ ນ້ຳຕານ ສານແຕ່ງສີ ສານແຕ່ງກິ່ນ ມີແຕ່ສິ່ງບໍ່ມີປະໂຫຍດທັງນັ້ນ ນ້ຳອັດລົມດື່ມໄດ້ ແຕ່ຂໍໃຫ້ດື່ມສ່ຳພໍຮູ້ຣົດຊາດ ຢ່າໄດ້ດື່ມເປັນກິດຈະວັດແທນນ້ຳ ແຕ່ຖ້າຈະໃຫ້ດີກໍຄວນງົດໄປເລີຍດີກວ່າ.

ສ່ວນນົມ ທີ່ຫລາຍຄົນພະຍາຍາມສອນໃຫ້ລູກຫລານດື່ມ ດ້ວຍຄວາມເຊື່ອທີ່ວ່າ ນົມນັ້ນມີປະໂຫຍດເຫລືອຫລາຍ ວ່າຈະເຮັດໃຫ້ສູງໃຫຍ່ແຂງແຮງ ແຄລຊຽມຊ່ອຍບຳລຸງກະດູກ. ຄົນອາຊີ ເມື່ອຫຍ່ານົມແລ້ວ ຮ່າງກາຍຈະບໍ່ຍ່ອຍນ້ຳຕານແລັກໂຕສໃນນົມ ແລະສານເຄຊິນໃນນົມຈະຫນຽວຈັບໂຕເປັນກ້ອນ ເຮັດໃຫ້ກະເພາະອາຫານຍ່ອຍສານເຫລົ່ານີ້ລຳບາກ ແລະຍັງນິຍົມດື່ມນົມທີ່ມີຣົດຫວານ ດື່ມນົມແຊ່ເຢັນກັນອີກ ຄວາມຫວານແລະຄວາມເຢັນທີ່ທ່ານມັກດື່ມນັ້ນ ກໍສາມາດສ້າງປັນຫາໃຫ້ຮ່າງກາຍຂອງທ່ານໄດ້ບໍ່ຕ່າງຫຍັງຈາກນ້ຳອັດລົມ.


ຂັ້ນຕອນທີ 4. ດື່ມນ້ຳໃຫ້ຖືກເວລາ

- 15 ນາທີກ່ອນຮັບປະທານອາຫານ
- ລະຫວ່າງຮັບປະທານອາຫານ
- ຮັບປະທານອາຫານອີ່ມໃຫມ່ໆ

ທັງ 3 ກໍລະນີທີ່ຍົກມາ ແມ່ນຊ່ວງເວລາທີ່ຄົນເຮົາມັກດື່ມນ້ຳ ການດື່ມນ້ຳໃນຊ່ວງເວລາດັ່ງກ່າວເປັນການດື່ມນ້ຳທີ່ຜິດເວລາຢ່າງໃຫຍ່ຫລວງແລະເປັນສາເຫດໃຫ້ເກີດອາການເຈັບໄຂ້ໄດ້ປ່ວຍໄດ້
ຖ້າທ່ານດື່ມນ້ຳກ່ອນຮັບປະທານອາຫານ ນ້ຳທີ່ທ່ານດື່ມເຂົ້າໄປກໍຈະໄປເຈືອຈາງນ້ຳຍ່ອຍໃນກະເພາະອາຫານ ແລະເມື່ອທ່ານຮັບປະທານອາຫານຕາມເຂົ້າໄປ ນ້ຳຍ່ອຍທີ່ເຂັ້ມຂົ້ນສຳລັບຍ່ອຍອາຫານມັນຜັດເຈືອຈາງໄປແລ້ວ ເຮັດໃຫ້ການຍ່ອຍອາຫານບໍ່ດີ ອາຫານບໍ່ຍ່ອຍແລະເກີດການຫມັກຫມົມໃນກະເພາະອາຫານ ເມື່ອເກີດການຫມັກຫມົມໃນກະເພາະອາຫານ ກໍເກີດພິດໃນຮ່າງກາຍ ພິດທີ່ເກີດຂຶ້ນມາເປັນສາເຫດອາການເຈັບປ່ວຍທັງຫລາຍ ເຊັ່ນດຽວກັບການດື່ມນ້ຳລະຫວ່າງຮັບປະທານອາຫານ ຫລືດື່ມນ້ຳຫລັງຮັບປະທານອາຫານອີ່ມໃຫມ່ໆ ຈະເຮັດໃຫ້ລະບົບການຍ່ອຍອາຫານເຮັດວຽກໄດ້ບໍ່ດີ ແຕ່ຖ້າຫລີກລ່ຽງບໍ່ໄດ້ ກໍຂໍແນະນຳໃຫ້ດື່ມພຽງຫນ້ອຍໆ.

ສາເຫດງ່າຍໆທີ່ທ່ານອາດຈະຍັງບໍ່ເຄີຍຮູ້ມາກ່ອນວ່າການດື່ມນ້ຳຜິດເວລາກໍເຮັດໃຫ້ເກີດຄວາມເຈັບປ່ວຍໄດ້ ແຕ່ແກ້ໄຂໄດ້ງ່າຍໆດັ່ງນີ້:

1. ລະຫວ່າງຮັບປະທານອາຫານຄວນດື່ມນ້ຳໃຫ້ຫນ້ອຍໆ ຫລາຍສຸດບໍ່ໃຫ້ເກີນ 200 ມ.ລ ຫລືປະມານ 1 ຈອກ ເພື່ອໃຫ້ນ້ຳຍ່ອຍມີປະສິດທິພາບໃນການຍ່ອຍໄດ້ເຕັມທີ່

2. ຫລັງຮັບປະທານອາຫານແລ້ວ 40 ນາທີຄ່ອຍດື່ມນ້ຳຕາມປົກະຕິ ເພື່ອໃຫ້ກະເພາະໄດ້ຍ່ອຍອາຫານເສຍກ່ອນ ແລະບໍ່ຄວນດື່ມນ້ຳເທື່ອລະຫລາຍໆ ຄວນດື່ມເທື່ອຫນ້ອຍ ແຕ່ຫລາຍເທື່ອດີກວ່າ ຖ້າດື່ມເທື່ອລະຫລາຍໆ ຜົນກໍຄືຮ່າງກາຍຍັງບໍ່ທັນໄດ້ດູດຊຶມກໍປັດສະວະອອກໄປຫມົດກ່ອນແລ້ວ ຖ້າເປັນແນວນີ້ ດື່ມນ້ຳຫລາຍສ່ຳໃດກໍຍັງຫິວນ້ຳຄືເກົ່າ.

3. ແລະທີ່ສຳຄັນບໍ່ຄວນດື່ມນ້ຳເຢັນ ໃນການຍ່ອຍອາຫານນັ້ນ ກະເພາະຕ້ອງໃຊ້ໄຟໃນການຍ່ອຍອາຫານ ຖ້າທ່ານດື່ມນ້ຳເຢັນເຂົ້າໄປ ຄວາມເຢັນຈະເຂົ້າໄປດັບໄຟໃນກະເພາະ ແລະເປັນສາເຫດໃຫ້ອາຫານບໍ່ຍ່ອຍ ບາງທ່ານອາດຈະບອກວ່າເວລາໄປຮ້ານອາຫານ ເຂົາກໍໃຫ້ແຕ່ນ້ຳເຢັນທັງນັ້ນ ກໍຂໍໃຫ້ທ່ານດື່ມໃຫ້ຫນ້ອຍໆດີກວ່າ.

ກະເພາະອາຫານມີທາດໄຟ " ປະຣິນາມັກຄີ " ຄືໄຟສຳລັບຍ່ອຍອາຫານໃຫ້ເປັນສານອາາຫານໄປຫລໍ່ລ້ຽງຮ່າງກາຍ ຖ້າໄຟທາດນີ້ພິການ ອາຫານກໍຈະບໍ່ມີໄຟໃນການຍ່ອຍ ກໍຈະເກີດອາການທ້ອງອືດ ທ້ອງໃຄ່ ພະອືດພະອົມ ປວດຮາກ ຮ້ອນໃນອົກໃນໃຈ ບວມຕາມມື-ຕີນ ບາງຄົນໄອບໍ່ເຊົາ ຍ້ອນກິນແຕ່ຢາແກ້ໄອ ເຊິ່ງເປັນການແກ້ບັນຫາບໍ່ຖືກຈຸດ ເພາະສາເຫດທີ່ແທ້ຈິງແມ່ນກະເພາະອາຫານຍ່ອຍອາຫານບໍ່ໄດ້ ແລ້ວເກີດການຫມັກຫມົມ ເກີດເປັນແກ໊ສພິດ Toxin ໃນຮ່າງກາຍແລະກະແສເລືອດ.


ເປັນແນວໃດເພື່ອນໆພັນລາວເຮົາ ຄິດວ່າຄົງຈະຂັດຈາກຄວາມລຶ້ງເຄີຍຂອງຫລາຍໆຄົນບໍ່ຫນ້ອຍແມ່ນບໍ່ ເຮົາເອງກໍດື່ມນ້ຳແບບຜິດໆມາຕະຫລອດຄືກັນ ເມື່ອຮູ້ແນວນີ້ແລ້ວກໍພະຍາຍາມປ່ຽນພຶດຕິກຳການດື່ມນ້ຳໃຫມ່ສາ ຢ່າລືມວ່າ ສຸຂະພາບທີ່ດີ ບໍ່ແມ່ນວ່າບໍ່ສະບາຍແລ້ວໄປຫາຫມໍ ໄດ້ຢາມາກິນແລ້ວເຊົາ ແຕ່ເປັນຫນ້າທີ່ຂອງພວກເຮົາເອງທີ່ຕ້ອງເບິ່ງແຍງໂຕເອງຢ່າງຖືກຕ້ອງ.

ຂອບໃຈທຸກທ່ານທີ່ອົດທົນອ່ານມາຮອດນີ້

ຂໍຂອບໃຈຂໍ້ມູນເພື່ອສຸຂະພາບນີ້ ຈາກ www.the-arokaya.com

 

ຂຽນເມື່ອ ຂຽນເມື່ອ: ສ.ຫ.. 27, 2009 | ມີ 27 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ແບບທົດສອບ

ກັບມາອີກເທື່ອຫນຶ່ງ ຫລັງຈາກຫາກໍເສັງແລ້ວວານນີ້ ມື້ນີ້ມີແນວຫລິ້ນມາໃຫ້ເພື່ອນໆພັນລາວໄດ້ລອງຫລິ້ນເບິ່ງ ນັ້ນກໍແມ່ນ ແບບທົດສອບສະຫມອງຂອງທ່ານວ່າມີຄວາມເປັນຜູ່ຍິງຫລືຜູ່ຊາຍຫລາຍກວ່າກັນ

ແບບທົດສອບນີ້ ໄດ້ນຳມາຈາກຫນັງສື ເຈາະຈຸດຕາຍ ຜູ່ຊາຍ & ຜູ່ຍິງ ຫລື Why men don’t listen, women can’t read maps ຂອງ 2 ສາມີພັນລະຍາ Pease ເຊິ່ງເປັນຫນັງສືທີ່ອ້າງອີງເນື້ອຫາຈາກການວິໄຈທາງວິທະຍາສາດທົ່ວໂລກ. ແບບທົດສອບນີ້ ຈະບອກຮູບແບບຂອງສະຫມອງຂອງທ່ານວ່າເປັນແບບຜູ່ຍິງຫລືຜູ່ຊາຍເທົ່ານັ້ນ ບໍ່ມີຂໍ້ໃດຖືກ ຂໍ້ໃດຜິດ, ຄຳຕອບທີ່ໄດ້ຈະບອກໄດ້ວ່າ ທ່ານໄດ້ຮັບຮໍໂມນເພດຫລາຍຫນ້ອຍພຽງໃດ ຕອນທີ່ສະຫມອງກຳລັງເລີ່ມຈະເລີນ ໃນຊ່ວງອາທິດທີ 6 - 8 ໃນຄັນມານດາ, ຄຳຕອບຂອງທ່ານຈະສະທ້ອນເຖິງຄວາມມັກ ຄ່ານິຍົມ ອຸປະນິໄສ ສະໄຕລ໌ ການປະຕິບັດຕົນ ແລະທາງເລືອກຕ່າງໆ ຮວມເຖິງແນວທາງໃນການປັບຕົວເຂົ້າຫາເພື່ອນຕ່າງເພດຂອງທ່ານອີກດ້ວຍ.

ຂໍໃຫ້ຫາເຈ້ຍມາຈົດຄຳຕອບຂອງທ່ານ ຂໍ້ໃດທີ່ບໍ່ມີຄຳຕອບທີ່ຖືກໃຈ ຫລືບໍ່ກົງກັບສິ່ງທີ່ທ່ານປະຕິບັດ ຫລືຕ້ອງການເວັ້ນວ່າງໄວ້ ໃຫ້ຕອບຂໍ້ .

 

ຕອບຂໍ້ທີ່ໃກ້ຄຽງກັບຄວາມເປັນທ່ານທີ່ສຸດເດີ້

 

1. ຖ້າຕ້ອງເບິ່ງແຜນທີ່ບອກຖະຫນົນຫົນທາງ ທ່ານມັກຈະ

. ເບິ່ງບໍ່ເປັນແລະຕ້ອງຂໍຄວາມຊ່ວຍເຫລືອຈາກຄົນອື່ນ

. ພະຍາຍາມພິກແຜນທີ່ໃຫ້ກົງກັບເສັ້ນທາງທີ່ຈະໄປ

. ເບິ່ງໄດ້ສະບາຍໆ ບໍ່ໄດ້ຍາກ

 

2. ທ່ານກຳລັງເຮັດອາຫານທີ່ຂ້ອນຂ້າງປຸງຍາກ ໂດຍເປີດວິທະຍຸຟັງເພງໄປນຳ ແລ້ວຢູ່ດີໆຫມູ່ກໍໂທມາ ທ່ານຈະ

. ເປີດວິທະຍຸໄວ້ ແລະປຸງອາຫານຕໍ່ ພ້ອມໆກັບລົມໂທລະສັບໄປນຳ

. ປິດວິທະຍຸ ແລ້ວລົມໂທລະສັບ ພ້ອມກັບປຸງອາຫານໄປນຳ

. ບອກແຕ່ວ່າຈະໂທກັບໄປທັນທີທີ່ປຸງອາຫານແລ້ວ

 

3. ຫມູ່ຕ້ອງການມາທ່ຽວເຮືອນໃຫມ່ຂອງທ່ານແລະຖາມຫົນທາງ ທ່ານຈະ

. ແຕ້ມແຜນທີ່ບອກເສັ້ນທາງທີ່ຊັດເຈນໃຫ້ຫມູ່ເບິ່ງ ຫລືບໍ່ກໍຫາຄົນອື່ນອະທິບາຍໃຫ້ເຂົ້າໃຈ

. ຖາມຫມູ່ວ່າຮູ້ຈັກສະຖານທີ່ສຳຄັນແຖວນັ້ນຫລືບໍ່ ເພື່ອຊິໄດ້ອະທິບາຍເພີ່ມຈາກຈຸດນັ້ນມາຫາເຮືອນ

. ອະທິບາຍປາກເປົ່າເປັນຕອນໆໄປ ເຊັ່ນ ໄປຕາມເສັ້ນທາງນັ້ນໆ ລ້ຽວຊ້າຍແຍກນັ້ນ ລ້ຽວຂວາແຍກນີ້ ໄປອີກ 2 ໄຟແດງ ……

 

4. ຖ້າຕ້ອງອະທິບາຍຄວາມຄິດອ່ານບາງຢ່າງຂອງທ່ານເອງ ທ່ານມັກຈະ

. ໃຊ້ສໍໃຊ້ເຈ້ຍ ແລະພາສາມືຊ່ວຍອະທິບາຍໄປນຳ

. ອະທິບາຍດ້ວຍຄຳເວົ້າ ໂດຍໃຊ້ພາສາມືໄປນຳ

. ອະທິບາຍດ້ວຍປາກເປົ່າໄດ້ຢ່າງແຈ່ມແຈ້ງ ແລະກະຊັບໄດ້ໃຈຄວາມ

 

5. ເມື່ອກັບມາຈາກເບິ່ງຫນັງ ທ່ານມັກຈະ

. ຄິດເຖິງສາກເກົ່າໆ ທີ່ເບິ່ງໃນໂຮງຫນັງ

. ເວົ້າເຖິງສາກຕ່າງໆແລະຄຳເວົ້າຂອງຕົວລະຄອນ

. ທວນຄຳເວົ້າຂອງຕົວລະຄອນໄດ້ທຸກປະໂຫຍກ

 

6. ຂະນະທີ່ຢູ່ໃນໂຮງຫນັງ ທ່ານມັກຈະເລືອກບ່ອນນັ່ງ

. ເບື້ອງຂວາຂອງໂຮງ

. ບ່ອນໃດກໍໄດ້ ບໍ່ມີປັນຫາ

. ເບື້ອງຊ້າຍຂອງໂຮງ

 

7. ເຄື່ອງຈັກກົນໄກບາງຢ່າງຂອງຫມູ່ເກີດໃຊ້ການບໍ່ໄດ້ ທ່ານມັກຈະ

. ສະແດງຄວາມເຫັນອົກເຫັນໃຈ ແລະຊວນເວົ້າໃຫ້ເຂົາລະບາຍຄວາມຮູ້ສຶກອອກມາ

. ແນະນຳໃຊ້ຄົນທີ່ໄວ້ໃຈໄດ້ຊ່ອຍແປງໃຫ້

. ພະຍາຍາມຊ່ອຍແປງດ້ວຍຕົວຂອງທ່ານເອງ

 

8. ທ່ານຢູ່ໃນບ່ອນແປກຖິ່ນ ຢູ່ດີໆກໍມີຄົນມາຖາມວ່າທິດເຫນືອໄປທາງໃດ ທ່ານຈະ

. ບອກຕາມຄວາມຈິງວ່າ ທ່ານເອງກໍບໍ່ຮູ້

. ພະຍາຍາມຄິດແລ້ວເດົາວ່າຫນ້າຈະເປັນທາງໃດ

. ຊີ້ບອກທິດເຫນືອໄດ້ທັນທີ ໂດຍບໍ່ຕ້ອງລັງເລໃຈ

 

9. ທ່ານກຳລັງເບິ່ງໂທລະທັດ ແລ້ວໂທລະສັບກໍດັງຂຶ້ນ ທ່ານຈະ

. ຮັບໂທລະສັບໂດຍເປີດໂທລະທັດເອົາໄວ້

. ປິດໂທລະທັດກ່ອນ ຄ່ອຍຮັບໂທລະສັບ

. ປິດໂທລະທັດ ແລ້ວບອກຄົນໃນຫ້ອງໃຫ້ງຽບກ່ອນ ຄ່ອຍຮັບໂທລະສັບ

 

10. ທ່ານເຈິບ່ອນຈອດລົດ ແຕ່ຂ້ອນຂ້າງແຄບ ຕ້ອງໄດ້ຖອຍລົດຫັກລ້ຽວຫລາຍເທື່ອຈຶ່ງຈະຈອດໄດ້ ທ່ານຈະ

. ຂັບໄປຫາບ່ອນຈອດບ່ອນອື່ນ

. ພະຍາຍາມຖອຍຈອດດ້ວຍຄວາມອົດທົນ

. ຖອຍຈອດໄດ້ຢ່າງຄ່ອງແຄ້ວ

 

11. ທ່ານຫາກໍໄດ້ເພງໃຫມ່ລ່າສຸດຂອງສິລະປິນທີ່ທ່ານນິຍົມຊົມຊອບ ທ່ານມັກຈະ

. ຮ້ອງບາງທ່ອນຂອງເພງນັ້ນໄດ້ຢ່າງຄ່ອງແຄ້ວ

. ຮ້ອງບາງທ່ອນຂອງເພງນັ້ນໄດ້ ຖ້າຫາກເປັນເພງທີ່ຈື່ງ່າຍ

. ຈື່ທຳນອງເພງບໍ່ຄ່ອຍໄດ້ ແຕ່ຈື່ເນື້ອເພງໄດ້ບາງປະໂຫຍກ

 

12. ທ່ານມັກຈະເກັ່ງເລື່ອງການຄາດເດົາ ຫລືການທຳນາຍທາຍທັກໂດຍໃຊ້

ກ. ຄວາມຢັ່ງຮູ້

ຂ. ໃຊ້ທັງຂໍ້ມູນເທົ່າທີ່ຫາໄດ້ ແລະໃຊ້ຄວາມຢັ່ງຮູ້

ຄ. ໃຊ້ຂໍ້ມູນ ສະຖິຕິ ແລະຂໍ້ເທັດຈິງຕ່າງໆ

 

13. ທ່ານປະລູກກະແຈໄວ້ຜິດບ່ອນ ແລ້ວຄິດບໍ່ອອກວ່າປະໄວ້ບ່ອນໃດ ທ່ານຈະ

ກ. ເຮັດວຽກແນວອື່ນໄປກ່ອນ ຈົນກວ່າຈະຄິດອອກເອງ

ຂ. ເຮັດວຽກແນວອື່ນໄປກ່ອນ ແຕ່ກໍພະຍາຍາມຄິດຫາວ່າປະໄວ້ບ່ອນໃດ

ຄ. ຕັ້ງຫນ້າຕັ້ງຕາຄິດກັບໄປເທື່ອລະກ້າວ ຈົນກວ່າຊິຈື່ໄດ້ວ່າປະໄວ້ບ່ອນໃດ

 

14. ຂະນະທີ່ຢູ່ໃນໂຮງແຮມ ທ່ານໄດ້ຍິນສຽງໄຊເຣນດັງມາແຕ່ໄກ ທ່ານຈະ

ກ. ບອກໄດ້ທັນທີວ່າສຽງໄຊເຣນດັງມາແຕ່ທາງໃດ

ຂ. ຖ້າຕັ້ງໃຈຟັງດີໆ ກໍອາດຈະບອກໄດ້ວ່າສຽງໄຊເຣນດັງມາຈາກໃສ

ຄ. ຈັບສຽງບໍ່ໄດ້ເລີຍວ່າດັງມາຈາກໃສ

 

15. ທ່ານໄປງານລ້ຽງງານຫນຶ່ງ ແລະໄດ້ຮູ້ຈັກກັບຫມູ່ໃຫມ່ 7 – 8 ຄົນ ມື້ຕໍ່ມາທ່ານຈະ

ກ. ຄິດຫາຫນ້າຂອງແຕ່ລະຄົນອອກໄດ້ຢ່າງງ່າຍດາຍ

ຂ. ຈື່ຫນ້າໄດ້ບໍ່ພໍເທົ່າໃດຄົນ

ຄ. ຈື່ຊື່ໄດ້ ແຕ່ຈື່ຫນ້າບໍ່ຄ່ອຍໄດ້

 

16. ທ່ານຢາກໄປທ່ຽວສວນສັດ ແຕ່ຄູ່ຄອງຂອງທ່ານຢາກໄປທ່ຽວນ້ຳຕົກຕາດ ທ່ານຈະໂນ້ມນ້າວໃຫ້ຄູ່ຂອງທ່ານປ່ຽນຄວາມຄິດໃຫມ່ ດ້ວຍວິທີໃດ

ກ. ເວົ້າສຽງຫວານ ສາທະຍາຍວ່າທ່ານມັກສວນສັດບ່ອນໃດ ຖ້າມີລູກກໍບອກວ່າ ລູກມ່ວນຊື່ນທຸກຄັ້ງທີ່ໄດ້ໄປທ່ຽວທີ່ນັ້ນ

ຂ. ບອກວ່າທ່ານຈະຮູ້ສຶກຂອບໃຈຫລາຍ ຖ້າຄູ່ຂອງທ່ານຍອມໄປສວນສັດ ແລ້ວຄັ້ງຕໍ່ໄປທ່ານຈະຍອມໄປນ້ຳຕົກຕາດດ້ວຍຄວາມເຕັມໃຈ

ຄ. ໃຊ້ຂໍ້ມູນຕ່າງມາອ້າງອີງ ເຊັ່ນ ໄປສວນສັດໃກ້ກວ່າ ຄ່າໃຊ້ຈ່າຍຖືກກວ່າ ແລະມີກິດຈະກຳໃຫ້ລູກຫລິ້ນຫລາຍກວ່າ......

 

17. ເມື່ອຕ້ອງການກະກຽມແຜນງານຂອງກິດຈະກຳໃນແຕ່ລະວັນ ທ່ານຈະ

ກ. ຈົດໃສ່ເຈ້ຍ ເພື່ອຊິໄດ້ຮູ້ວ່າຄວນເຮັດຫຍັງກ່ອນຫລັງ

ຂ. ຄິດເຖິງສິ່ງທີ່ທ່ານຕ້ອງເຮັດ

ຄ. ຄິດຫາພາບຂອງຄົນທີ່ທ່ານຕ້ອງເຈິ ສະຖານທີ່ທີ່ທ່ານຕ້ອງໄປແລະສິ່ງທີ່ທ່ານຕ້ອງເຮັດໄວ້ໃນໃຈ

 

18. ຫມູ່ມີປັນຫາສ່ວນຕົວແລະເອົາມາເລົ່າສູ່ທ່ານຟັງ ທ່ານຈະ

ກ. ສະແດງຄວາມເຫັນອົກເຫັນໃຈແລະເຂົ້າໃຈປັນຫາຂອງເຂົາ

ຂ. ບອກວ່າປັນຫາຂອງເຂົາບໍ່ໄດ້ໂຫດຮ້າຍຢ່າງທີ່ຄິດ ແລະອະທິບາຍນຳວ່າຍ້ອນຫຍັງ

ຄ. ໃຫ້ຄຳແນະນຳຢ່າງມີເຫດມີຜົນ ເຖິງວິທີແກ້ໄຂປັນຫາ

 

19. ຫມູ່ 2 ຄົນເຊິ່ງມີຄູ່ຄອງແລ້ວ ທັງ 2 ກຳລັງແອບມັກກັນ ທ່ານຈະສັງເກດເຫັນໄວສ່ຳໃດ

ກ. ເຫັນຕັ້ງແຕ່ທັງ 2 ເລີ່ມມີໃຈໃຫ້ກັນໃຫມ່

ຂ. ເຫັນຕອນທີ່ທັງ 2 ມັກກັນມາໄດ້ໄລຍະຫນຶ່ງແລ້ວ

ຄ. ບໍ່ຮູ້ບໍ່ເຫັນຄວາມປ່ຽນແປງໃດໆເລີຍ

 

20. ຊີວິດແມ່ນສິ່ງໃດໃນຄວາມເຫັນຂອງທ່ານ

ກ. ແມ່ນການມີເພື່ອນຝູງແລະຢູ່ຮ່ວມກັບຄົນອ້ອມຂ້າງຢ່າງປອງດອງ

ຂ. ແມ່ນການເປັນມິດກັບຜູ່ອື່ນ ແຕ່ຍັງຮັກສາອິດສະຫລະພາບສ່ວນຕົວເອົາໄວ້

ຄ. ແມ່ນການໄດ້ມາຂອງຊື່ສຽງ ກຽດຕິຍົດ ເງິນທອງແລະຄວາມສຳເລັດນານາປະການ

 

21. ຖ້າມີໂອກາດເລືອກໄດ້ ທ່ານຈະເລືອກເຮັດວຽກແບບໃດ

ກ. ເຮັດວຽກຮ່ວມກັນເປັນທີມກັບຄົນທີ່ໃຊ້ການໄດ້

ຂ. ເຮັດວຽກຮ່ວມກັບຜູ່ອື່ນ ແຕ່ຍັງຮັກສາຄວາມເປັນສ່ວນຕົວເອົາໄວ້

ຄ. ເຮັດວຽກຄົນດຽວ

 

22. ຫນັງສືທີ່ທ່ານມັກອ່ານແມ່ນ

ກ. ນິຍາຍ

ຂ. ນິຕະຍະສານແລະຫນັງສືພິມ

ຄ. ຫນັງສືວິຊາການແລະອັດຕະຊີວະປະຫວັດ

 

23. ຂະນະທີ່ຊັອບປິ້ງຢູ່ໃນຫ້າງສັບພະສິນຄ້າ ທ່ານມັກຈະ

ກ. ຊື້ຂອງຕາມໃຈມັກ ຖ້າເຫັນຫຍັງຖືກໃຈກໍຊື້ເລີຍ

ຂ. ຊື້ຕາມລາຍການທີ່ກຽມເອົາໄວ້ແລ້ວ ແຕ່ອາດຈະຊື້ບາງຢ່າງທີ່ຖືກໃຈເພີ່ມເຕີມ

ຄ. ອ່ານສະຫລາກແລະປຽບທຽບລາຄາສິນຄ້າກ່ອນຊື້

 

24. ທ່ານຈະເຂົ້ານອນ ຕື່ນ ແລະກິນອາຫານ

ກ. ເມື່ອທ່ານຄິດຢາກເຮັດເທົ່ານັ້ນ

ຂ. ຕາມເວລາອັນສົມຄວນ ແຕ່ກໍຍືດຍຸ່ນໄດ້

ຄ. ກົງກັບເວລາທີ່ກຳນົດໄວ້ທຸກຢ່າງ

 

25. ທ່ານໄດ້ວຽຫໃຫມ່ ແລະຕ້ອງໄດ້ເຮັດວຽກຮ່ວມກັບຫມູ່ໃຫມ່ຫລາຍໆຄົນ ຫມູ່ໃຫມ່ຄົນຫນຶ່ງໂທມາຫາທ່ານຢູ່ເຮືອນ ທ່ານຈະ

ກ. ຈື່ສຽງເຂົາໄດ້ທັນທີຢ່າງງ່າຍດາຍ

ຂ. ຕ້ອງລົມກັນໄປໄດ້ໄລຍະຫນຶ່ງ ຈຶ່ງຈະຈື່ເຂົາໄດ້

ຄ. ຄິດເທົ່າໃດກໍຄິດບໍ່ອອກວ່າເປັນສຽງໃຜ (ຈົນໄດ້ຖາມຊື່)

 

26. ສິ່ງໃດເຮັດໃຫ້ທ່ານຫງຸດຫງິດທີ່ສຸດ ຂະນະທີ່ຖົກຖຽງກັບໃຜຄົນຫນຶ່ງ

ກ. ຄວາມງຽບ ຫລືບໍ່ມີປະຕິກິລິຍາຕອບໂຕ້ຈາກຄູ່ກໍລະນີ

ຂ. ຄວາມບໍ່ເຂົ້າໃຈໃນປະເດັນທີ່ທ່ານຕ້ອງການຢາກຊີ້ແຈງ

ຄ. ການຕັ້ງຄຳຖາມທີ່ທ້າທາຍ ແລະການວິພາກວິຈານ

 

27. ໃນຫ້ອງຮຽນ ທ່ານຮູ້ສຶກແນວໃດກັບການເສັງແຕ່ງບົດແລະຂຽນຄຳຍາກ

ກ. ເປັນວິຊາທີ່ງ່າຍຫລາຍ ທັງ 2 ວິຊາ

ຂ. ທ່ານມັກວິຊາຫນຶ່ງ ແຕ່ບໍ່ມັກອີກວິຊາຫນຶ່ງ

ຄ. ທ່ານບໍ່ມັກເລີຍ ທັງ 2 ວິຊາ

 

28. ເມື່ອຕ້ອງການເຕັ້ນ ເພື່ອອອກກຳລັງກາຍທ່ານມັກຈະ

ກ. ເຂົ້າເຖິງທ່ວງທຳນອງທັນທີທີ່ທ່ານຮູ້ຈັງຫວະການເຕັ້ນ

ຂ. ເຕັ້ນໄດ້ໃນບາງທ່າ ແຕ່ບາງທ່າກໍເຕັ້ນບໍ່ຖືກຈັງຫວະ

ຄ. ເຕັ້ນບໍ່ຖືກຈັງຫວະເລີຍ ຫລືຍັງເຕັ້ນເບຣກແດນຊ໌ໄດ້

 

29. ທ່ານເຮັດສຽງຮຽນແບບສຽງຮ້ອງຂອງສັດໄດ້ດີສ່ຳໃດ

ກ. ບໍ່ຄ່ອຍດີ

ຂ. ພໍໄດ້

ຄ. ດີຫລາຍ

 

30. ຫລັງຈາກອິດເມື່ອຍມາຫມົດມື້ ທ່ານມັກຈະ

ກ. ລົມກັບຫມູ່ ແລະຄອບຄົວເຖິງເລື່ອງຕ່າງໆ ທີ່ທ່ານໄດ້ພົບມາໃນມື້ນີ້

ຂ. ຟັງຄົນອື່ນລົມເລື່ອງຂອງເຂົາ

ຄ. ອ່ານຫນັງສືພິມ ເບິ່ງໂທລະທັດ ແລະບໍ່ລົມກັບໃຜ

ງ. ເຮັດກິດຈະກຳທາງເພດກັບຄູ່ຮັກຂອງທ່ານ

 

 

ວິທີໄລ່ຄະແນນດັ່ງລຸ່ມນີ້

ທຳອິດໃຫ້ນັບຈຳນວນ ກ, ຂ, ຄ ແລະ ງ ທີ່ທ່ານເລືອກຕອບວ່າມີແນວລະຈັກໂຕ ແລະໃຊ້ກົດເກນຕໍ່ໄປນີ້ ໃນການຫາຄະແນນຮວມ

 

ສຳລັບຜູ່ຊາຍ

ຄຳຕອບທີ່ເປັນ ກ x 15

ຄຳຕອບທີ່ເປັນ ຂ x 5

ຄຳຕອບທີ່ເປັນ ຄ x (-5)

ຄຳຕອບທີ່ເປັນ ງ x 5

 

ສຳລັບຜູ່ຍິງ

ຄຳຕອບທີ່ເປັນ ກ x 10

ຄຳຕອບທີ່ເປັນ ຂ x 5

ຄຳຕອບທີ່ເປັນ ຄ x (-5)

ຄຳຕອບທີ່ເປັນ ງ x 5

 

ຫລາຍກວ່າ 300 ຄະແນນ = ສະຫມອງມີຄວາມເປັນຜູ່ຍິງສູງ

ທ່ານໄດ້ຮັບຮໍໂມນເພດຍິງໃນປະລິມານສູງຫລາຍ ໃນ 6 – 8 ອາທິດທຳອິດ ທ່ານຈຶ່ງໄດ້ຊື່ວ່າເປັນ ອາຣ໌ທຕົວແມ່ຖ້າຫາກມີຜູ່ຊາຍເຮັດຄະແນນໄດ້ເຖິງລະດັບນີ້ ກໍມີແນວໂນ້ມວ່າ ຜູ່ຊາຍຄົນນັ້ນຈະເປັນເກ

 

ລະຫວ່າງ 180 – 300 ຄະແນນ = ທ່ານມີຄວາມເປັນຜູ່ຍິງຫລາຍກວ່າ

ສະຫມອງຂອງທ່ານຖືກຈັດແຕ່ງໃຫ້ມີຄວາມຄິດແບບຜູ່ຍິງ ຍິ່ງໄດ້ຄະແນນສູງເທົ່າໃດ ຍິ່ງມີຄວາມຄິດເປັນຜູ່ຍິງຫລາຍເທົ່ານັ້ນ ຄົນກຸ່ມນີ້ຈະເປັນຜູ່ທີ່ມີຄວາມຄິດສ້າງສັນ ມີສິລະປະ ແລະມີຄວາມສາມາດທາງດົນຕຣີ ການຕັດສິນໃຈຂອງຄົນກຸ່ມນີ້ຈະໃຊ້ອາລົມ ຫລືສັນຊາດຕະຍານຫລາຍກວ່າເຫດຜົນ ແລະສາມາດເຂົ້າໃຈປັນຫາຕ່າງໆໄດ້ໂດຍບໍ່ຕ້ອງເພິ່ງພາຂໍ້ມູນຫລວງຫລາຍ ສິ່ງສຳຄັນຄື ສາມາດແກ້ໄຂປັນຫາໄດ້ໂດຍໃຊ້ຄວາມຄິດຄຳນຶງ ແລະຄວາມເຂົ້າໃຈຢ່າງເລິກເຊິ່ງເປັນຫລັກ

 

ລະຫວ່າງ 150 – 180 ຄະແນນ = ຊ່ວງຄະແນນເຫລື່ອມລ້ຳ

ເປັນຊ່ວງທີ່ສະແດງຄວາມຄິດອ່ານຢ່າງເປັນກາງລະຫວ່າງຄົນ 2 ເພດ ຄົນທີ່ໄດ້ຄະແນນລະດັບນີ້ ຈະບໍ່ສະແດງອອກຊັດເຈນວ່າຄິດແບບຜູ່ຍິງ ຫລືຜູ່ຊາຍ ແຕ່ຈະມີຄວາມຍືດຫຍຸ່ນໃນລະບົບການຄິດແກ້ໄຂປັນຫາ ເພື່ອໃຫ້ໄດ້ປະໂຫຍດສູງສຸດ ຄົນກຸ່ມນີ້ສາມາດເຂົ້າໄດ້ດີກັບຫມູ່ທັງເພດຊາຍແລະເພດຍິງ

 

ລະຫວ່າງ 0 – 150 ຄະແນນ = ທ່ານມີຄວາມເປັນຜູ່ຊາຍຫລາຍກວ່າ

ສະຫມອງຂອງທ່ານຖືກຈັດແຕ່ງໃຫ້ມີຄວາມຄິດແບບຜູ່ຊາຍ ຍິ່ງໃກ້ 0 ເທົ່າໃດ ທ່ານກໍຍິ່ງມີຄວາມເປັນຜູ່ຊາຍຫລາຍຂຶ້ນເທົ່ານັ້ນ ເພາະຮໍໂມນເພດ ເທສທອສເທີໂຣນ ຂ້ອນຂ້າງສູງ ຄົນກຸ່ມນີ້ ຈະເປັນຄົນທີ່ໃຊ້ເຫດໃຊ້ຜົນ ມັກວິເຄາະ ຂ້ອນຂ້າງເຈົ້າລະບຽບ ແລະມີວິໄນເປັນເລີດ ຍິ່ງໄດ້ຄະແນນຕ່ຳເທົ່າໃດກໍຍິ່ງເປັນຄົນສຸຂຸມບໍ່ໃຊ້ອາລົມໃດໆໃນການເຮັດວຽກມັກວາງແຜນໂດຍໃຊ້ຂໍ້ມູນທາງສະຖິຕິລ້ວນໆ

 

ຕ່ຳກວ່າ0 ຄະແນນ = ສະຫມອງມີຄວາມເປັນຜູ່ຊາຍສູງ

ທ່ານໄດ້ຮັບຮໍໂມນເພດຊາຍໃນປະລິມາຍສູງ ໃນ 6 – 8 ອາທິດທຳອິດ ສະຫມອງຂອງທ່ານມີຄວາມເປັນຊາຍສູງສຸດໆ! ຖ້າມີຜູ່ຍິງທີ່ເຮັດຄະແນນໄດ້ໃນລະດັບນີ້ ກໍມີແນວໂນ້ມວ່າຜູ່ນັ້ນຈະເປັນທອມແລ້ວເດີ ເຫິໆໆ

 

ທີ່ມາ www.postjung.com

ຂຽນເມື່ອ ຂຽນເມື່ອ: ສ.ຫ.. 9, 2009 | ມີ 20 ຄຳເຫັນ ແລະ 0 trackback(s)

ສະບາຍດີ ພີ່ນ້ອງພັນລາວທີ່ຮັກແພງທຸກຄົນ!

ເປັນເວລາດົນນານພໍສົມຄວນ ທີ່ເຮົາບໍ່ໄດ້ຂຽນໄດອາຣີ່

ມື້ນີ້ ໄດ້ມີຂໍ້ຄິດດີໆ ມາຝາກທຸກຄົນ...

ເປັນຮູບພາບທີ່ເຮົາແປເປັນພາສາລາວ.. ຖ້າຊ້ຳກັບໃຜ ກໍຂໍໂທດນຳຫລາຍໆ..

alt

alt

alt

alt

alt

alt

alt

alt

alt

alt

alt

alt

alt

alt

alt

alt

alt

alt

alt

alt

 

ເຫັນແລ້ວສະເທືອນໃຈ...

ເຊື່ອວ່າຫມູ່ເພື່ອນທຸກຄົນ ຮັກພໍ່ແມ່ຫລາຍ...

ແຕ່ຂໍຝາກຫມູ່ເພື່ອນຫມົດທຸກຄົນ ຮັກ ແລະໃສ່ໃຈພໍ່ແມ່ຂຶ້ນໃຫ້ຫລາຍໆອີກເດີ...

 

ຂອບໃຈແງ່ຄິດດີໆ ຈາກ www.postjung.com

 

 

ຂຽນເມື່ອ ຂຽນເມື່ອ: ພ.ພ.. 29, 2009 | ມີ 20 ຄຳເຫັນ ແລະ 0 trackback(s)

ນັກເດີນທາງ 3 ຄົນ ຫລົງປ່າໄປເຈິເຜົ່າກິນຄົນ ມື້ນັ້ນເປັນວັນເກີດຂອງຫົວຫນ້າເຜົ່າ ທ່ານຫົວຫນ້າເຜົ່າຈິ່ງຄິດຈະເຮັດບຸນ ຈິ່ງສັ່ງວ່າ:

"ມື້ນີ້ເປັນວັນເກີດຂອງຂ້ອຍ ຂ້ອຍຊິໄວ້ຊີວິດພວກເຈົ້າ! ແຕ່ພວກເຈົ້າຕ້ອງເຂົ້າປ່າໄປເກັບຫມາກໄມ້ ຄົນລະ 10 ຫນ່ວຍ ແລະຕ້ອງເປັນຫມາກໄມ້ຊະນິດດຽວກັນທັງ 10 ຫນ່ວຍນັ້ນ ເອົາ! ໄປໄດ້!"

ທັງ 3 ຄົນ ຟ້າວເຂົ້າປ່າໄປທັນທີ, ອີກບໍ່ດົນ ຄົນທຳອິດ ກະກັບມາພ້ອມຫມາກມ່ວງ 10 ຫມາກ, ຫົວຫນ້າເຜົ່າສັ່ງວ່າ : " ເຈົ້າຈົ່ງເອົາຫມາກໄມ້ເຫລົ່ານັ້ນ ຍັດເຂົ້າໄປໃນກົ້ນຂອງເຈົ້າ ເທື່ອລະຫນ່ວຍໃຫ້ຄົບ ໂດຍຫ້າມເຮັດຫນ້າຕາ ແນວໃດທັງນັ້ນ ບໍ່ດັ່ງນັ້ນ ຊິຖືກຂ້າຖິ້ມ!"

ເວົ້າແລ້ວ ຊາຍຄົນນັ້ນ ກໍເຮັດຕາມທັນທີ ແຕ່ບາດຮອດຫນ່ວຍທີ 2 ກະເຜີເຮັດຫນ້າບິດບ້ຽວອອກມາ ຈຶ່ງຖືກຂ້າ

ຕໍ່ມາ ຊາຍຄົນທີ 2 ໄດ້ກັບມາພ້ອມ ຫມາກເຊີຣີ່ 10 ຫນ່ວຍ ຄົນນີ້ກະຖືກສັ່ງໃຫ້ເຮັດແບບດຽວກັນ, ກະຟ້າວເຮັດຕາມທັນທີ ແຕ່ເມື່ອຮອດຫນ່ວຍທີ 9 ກະເຜີປ່ອຍກ໊າກກກກ ອອກມາ ກະເລີຍຖືກຂ້າໄປອີກ

ຢູ່ເທິງສະຫວັນ ຊາຍຄົນທຳອິດ ຖາມຊາຍຄົນທີ 2 ວ່າ "ມ. ຫົວອອກມາເຮັດຫຍັງ! ຍັດຈົນຮອດຫນ່ວຍທີ 9 ແລ້ວພໍແຮງ! " ຊາຍຄົນທີ 2 ຕອບວ່າ

"ໂອຍ! ມັນຊ່ອຍບໍ່ໄດ້ ກະຕອນກຳລັງຍັດຫນ່ວຍທີ 9 ຫັ້ນ ກ. ເຫັນບັກໂຕມານຳຫລັງ ອຸ້ມຖົ່ວລຽນ ຕັ້ງວ່າ 10 ຫນ່ວຍກັບມາ!!!!!"

 

 

ຄິດເອົາເອງເດີ ວ່າຊິເກີດຫຍັງຂຶ້ນ 55555555+

 

ທີ່ມາ thaipoem.com

 

 

ຂຽນເມື່ອ ຂຽນເມື່ອ: ພ.ພ.. 22, 2009 | ມີ 15 ຄຳເຫັນ ແລະ 0 trackback(s)

ສະຫມອງຊີກຊ້າຍແລະຊີກຂວາ ມີສ່ວນຮ່ວມໃນການເຮັດວຽກທີ່ກ່ຽວຂ້ອງກັບຄວາມສະຫລາດ ນອກຈາກສະຫມອງຊີກຊ້າຍແລະຊີກຂວາຈະຄວບຄຸມການເຮັດວຽກຂອງກ້າມເນື້ອແລະຮັບປະສາດສຳພັດຄວາມຮູ້ສຶກຈາກຮ່າງກາຍດ້ານກົງກັນຂ້າມແລ້ວ ສະຫມອງຊີກຊ້າຍແລະຊີກຂວາ ຍັງມີຫນ້າທີ່ແຕກຕ່າງກັນໃນເລື່ອງຂອງການຮຽນຮູ້ອີກດ້ວຍ.

ສະຫມອງຊີກຊ້າຍຈະເຮັດຫນ້າທີ່ ຄິດຢ່າງເປັນເຫດເປັນຜົນ, ການມີສາມັນສຳນຶກ, ການຈັດລະບົບຄວາມຄິດ, ການດູແລລາຍລະອຽດ ແລະການເຮັດວຽກທີ່ຈະຕ້ອງເຮັດເທື່ອລະຢ່າງ, ການຮຽນຮູ້ກ່ຽວກັບພາສາ, ຕົວເລກ, ສັນຍະລັກຕ່າງໆ....ພ້ອມນັ້ນ ທັງເປັນສະຫມອງສ່ວນທີ່ຄວບຄຸມການສະແດງອອກ, ການວິເຄາະ, ຄວບຄຸມກ່ຽວກັບການເວົ້າ ການຂຽນ.

ສ່ວນສະຫມອງຊີກຂວາ ມີຫນ້າທີ່ກ່ຽວກັບຄວາມຄິດສ້າງສັນ, ຈິນຕະນາການ, ສັນຊາດຕະຍານ ເປັນສ່ວນທີ່ຂ້ອນຂ້າງຜ່ອນຄາຍ ເປັນສະຫມອງທີ່ເປັນຈິດໃຕ້ສຳນຶກຫລາຍກວ່າ ໃນຂະນະທີ່ສະຫມອງຊີກຊ້າຍເປັນສ່ວນທີ່ຢູ່ໃນຈິດສຳນຶກ ສະຫມອງຊີກຂວາຈະເຮັດຫນ້າທີ່ສ້າງຂະບວນການຕ່າງໆ ຢ່າງວ່ອງໄວ ເຮັດຫລາຍໆຢ່າງໃນເວລາດຽວກັນ ເຊິ່ງຈະກົງກັນຂ້າມກັບສະຫມອງຊີກຊ້າຍ ທີ່ຈະເຮັດໄດ້ເທື່ອລະຢ່າງ.

ສະຫມອງຊີກຂວາ ຈະເບິ່ງພາບລວມໆຫລາຍກວ່າຈະເຈາະລາຍລະອຽດຄືສະຫມອງຊີກຊ້າຍ ນັ້ນຄືເຮັດຫນ້າທີ່ກ່ຽວກັບການຮັບຮູ້, ຄວາມເຂົ້າໃຈຫລາຍກວ່າສະຫມອງຊີກຊ້າຍ ສະຫມອງຊີກຂວາຍັງເຮັດຫນ້າທີ່ກ່ຽວກັບການສັງເຄາະ, ສິລະປະ, ດົນຕຣີ ແລະເລື່ອງຂອງທິດທາງ.

ຢ່າງໃດກໍຕາມ ການເຮັດວຽກຂອງສະຫມອງທັງສອງສ່ວນ ຈະເຮັດວຽກຮ່ວມກັນ ດ້ານໃດຖືກໃຊ້ຫລາຍຫລືຫນ້ອຍ ຂຶ້ນຢູ່ກັບ ລັກສະນະຂອງກິດຈະກຳ ແຕ່ສະຫມອງທັງສອງສ່ວນ ອາດເຮັດຫນ້າທີ່ເສີມຕໍ່ກັນ ຄືເປັນຫຸ້ນສ່ວນ ທີ່ຊ່ວຍເຮັດໃຫ້ກິດຈະກຳນັ້ນໆຂອງມະນຸດ ສຳເລັດສົມບູນໄດ້.

ເຊັ່ນນັກກະວີ ຫລືນັກປະພັນເພງ ຕ້ອງໃຊ້ສະຫມອງຊີກຂວາໃນການສ້າງບັນຍາກາດທາງອາລົມໃຫ້ເກີດພາບຈິນຕະນາການທີ່ງົດງາມຂອງເລື່ອງທີ່ຕ້ອງຂຽນ ຈາກນັ້ນ ສະຫມອງຊີກຊ້າຍຈະຄັດເລືອກຖ້ອຍຄຳມາຮອງຮັບ ໃຫ້ສອດຄ່ອງກັບອາລົມນັ້ນ. ສະຖາປະນິກ ໃຊ້ສະຫມອງຊີກຂວາໃນການສ້າງຄວາມປະສົມກົມກືນຂອງຮູບແບບ ກັບຄວາມງົດງາມເຂົ້ານຳກັນ ຈາກນັ້ນ ສະຫມອງຊີກຊ້າຍຈະຮັບວຽກຕໍ່ ໂດຍການຄິດຄຳນວນການຮັບນ້ຳຫນັກຂອງໂຄງສ້າງ ຕະຫລອດຮອດລາຍລະອຽດປີກຍ່ອຍຂອງສິ່ງກໍ່ສ້າງນັ້ນໆ ເປັນຕົ້ນ........

ທີ່ມາ ຄໍລັ້ມ ຮູ້ໄປໂມ້ດ


ຂຽນເມື່ອ ຂຽນເມື່ອ: ພ.ພ.. 4, 2009 | ມີ 11 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

1. A man overtime falls in love with woman he is attracted to,
and a woman overtime become more attracted to the man she loves.

2. Friendship is love minus sex and plus reason. Love is friendship plus sex and minus reason.


3. To love is nothing. To be loved is something. To love and be loved is everything!!!!


4. You may only be one person to the world but you may also be the world to one person

5. You know when you love someone when you want them to be happy
even if their happiness means that you’re not of it.


6. love looks not with eyes, but with the mind.


7. love is like standing in the wet cement. The longer you stay, the harder it is to leave.
And you can never go without leaving your shoes behind.

8. Don’t marry a person you can live with, marry somebody you can’t live without.

9. If you love someone tell them don’t wait or also you will lose the chance.

10. It only takes a second to say " I love you" but it will take a lifetime to show you
how much.

11. The essential sadness is to go through life without loving.
But it would be almost equally sad to leave this world
without ever telling those you loved that you love them.

12. A man falls in love through his eyes, a woman through her ears.

13. To love is to risk not being love d in return. To hope is to risk pain.
To try is to risk failure, but risk must be taken, because the greatest hazard in life is to risk nothing.

14. When loving someone... never regret what you do... only regret what you didn’t do.

ທີ່ມາ www.postjung.com

ຂຽນເມື່ອ ຂຽນເມື່ອ: ມ.ນ.. 28, 2009 | ມີ 24 ຄຳເຫັນ ແລະ 0 trackback(s)

Panalu'u Beach

ເປັນຫາດຊາຍສີດຳຢູ່ທີ່ເກາະຮາວາຍ ຊາຍສີດຳເກີດຈາກຫີນພູເຂົາໄຟເຢັນຕົວລົງເມື່ອເຈິກັບນ້ຳທະເລ

ເພິ່ນເລົ່າກັນວ່າ ຖ້າໃຜເອົາຊາຍສີດຳກັບບ້ານໄປນຳ ກໍຈະຖືກສາບແຊ່ງຈາກເທບແຫ່ງພູເຂົາໄຟ ນາມວ່າເປເລ້

Panalu'u Beach

alt

alt

 

Papakolea Beach

ເປັນຫາດຊາຍສີຂຽວແຫ່ງຫນຶ່ງ ຈາກຫາດຊາຍສິຂຽວສອງແຫ່ງໃນໂລກ ຫາດຊາຍແຫ່ງນີ້ຢູ່ທີ່ເກາະຮາວາຍ

ຫີນຊາຍສີຂຽວທີ່ເຫັນເປັນຜະລຶກຄຣິສຕັລ ເກີດຈາກການກັດເຊາະຂອງນ້ຳ ແລະການກັດກຣ່ອນຈາກທຳມະຊາດ

alt

alt

alt

 

Hyams Beach

ຫາດຊາຍສີຂາວແຫ່ງນີ້ ຢູ່ທີ່ South Wales ປະເທດອັອສເຕຣເລຍ

ໄດ້ຮັບການບັນທຶກຈາກກິນເນສບຸ໊ກ ວ່າເປັນຫາດຊາຍທີ່ຂາວທີ່ສຸດໃນໂລກ

alt

alt

alt

 

Pfeiffer Beach

ຫາດຊາຍແຫ່ງນີ້ຢູ່ທີ່ Big Sur ຣັດແຄລິຟໍເນຍ ຊາຍອຸດົມໄປດ້ວຍແຮ່ ແມັງການີສ ຈຶ່ງມີສີມ້ວງປົນຊົມພູ ຄືໃນຮູບ

alt

alt

alt

 

Kaihalulu Beach

ຫາດຊາຍສີແດງແຫ່ງນີ້ຢູ່ທີ່ເກາະ Maui ຮາວາຍ ສີຂອງດິນແລະຊາຍຈາກບໍລິເວນຮອບໆ ກໍມີສີແດງຄືກັນ

ເຊິ່ງລັກສະນະແບບນີ້ບໍ່ແມ່ນຊິຫາໄດ້ງ່າຍໆ

alt

alt

 

ນີ້ກໍແມ່ນເລື່ອງແປກ ທີ່ເຮົາເອົາມາຕ້ອນເພື່ອນໆໃນມື້ນີ້ ຫວັງວ່າເພື່ອນໆຄືຊິມັກຢູ່ຕີເນາະ

ເຖິງບ້ານເຮົາຊິບໍ່ມີທະເລ ແຕ່ຮູ້ໄວ້ກໍບໍ່ເສຍຫາຍ ແມ່ນເບາະລະ

ເອົາໄວ້ໂອກາດຫນ້າ ຊິເອົາເລື່ອງແປກໆມາຕ້ອນອີກເດີ

ມີຄວາມເຫັນແນວໃດ ກໍຝາກໄວ້ໃຫ້ກັນອ່ານແນ່ເດີ

^_^

 

ຂຽນເມື່ອ ຂຽນເມື່ອ: ມ.ນ.. 23, 2009 | ມີ 15 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

"ຮັກຫລາຍ..... ບໍ່ໄດ້ໝາຍຄວາມເຖິງການກອດແໜ້ນໆ

ເພາະຄວາມອຶດອັດ...ຈະລົດປະລິມານຄວາມຫອມຫວານ"


ຄວາມຮັກ... ເຖິງຈະມີຄວາມຫ່ວງໃຍເຈືອປົນຢູ່

ແຕ່ "ຄວາມຮັກ" ກໍຄື "ຄວາມຮັກ"ຄຳດຽວ

ທີ່ບໍ່ໜ້າຈະພ່ວງເອົາຄຳອື່ນຕາມມາໃຫ້ອຶດອັດ "ຄວາມຫ່ວງໃຍ"

ຄວນຈະປົນຢູ່ໃນຄວາມຮັກຢ່າງຈຽມຕົວ ພໍດິບພໍດີ


ແລ້ວເມື່ອໃດ ທີ່ຄວາມຮັກມັນຕ້ອງແຕກອອກເປັນສອງຄຳ

ໝາຍເຖິງມີ ''ຄວາມຫ່ວງໃຍ" ຫຼາຍ ຈົນປົນຄວາມອຶດອັດ

ຕ້ອງດີດຕົວອອກມາເປັນອີກໜຶ່ງຄຳ ພ່ວງທ້າຍ

ຈາກຄຳວ່າ "ຮັກ" ບາງຄົນເວົ້າວ່າ

ຍ້ອນຮັກຫຼາຍ ເລີຍເລີ່ມມີ "ຫ່ວງຫຼາຍ"  "ຫຶງຫຼາຍ" "ຫວງຫຼາຍ"


ພວກເຂົາພັດບໍ່ຮູ້ວ່າ ການດູແລຫ່ວງໃຍ ຫວງແຫນ ເອົາໃຈໃສ່ກັນເກີນພໍດີ

ມັນພັດຖ່າຍເທ ພະລັງຮັກໄດ້ໜ້ອຍລົງ...


ເພາະການກອດໃນລະດັບທີ່ອຸ່ນໃຈ.. ກັບການກອດໃນລະດັບທີ່ຫາຍໃຈບໍ່ອອກ

ໃຫ້ຄວາມຮູ້ສຶກຕ່າງກັນແທ້ໆ

ເຮົາມອບຄວາມຮັກ... ໂດຍຄິດວ່າ.. ຍິ່ງຮັດໃຫ້ແໜ້ນ ຍິ່ງສະແດງວ່າ ເຮົາຮັກເຂົາຫຼາຍ

ແຕ່ເມື່ອໃດ ທີ່ເຮັດໃຫ້ເຂົາອຶດອັດ... ເຂົາກໍຈະຮູ້ວ່າ...

ການກອດຄັ້ງຕໍ່ໄປ ຈະບໍ່ມ່ວນແລ້ວ

ອາການຢາກໃຫ້ກອດ ຫຼື ອາການຢາກໄດ້ຄວາມຮັກນັ້ນ... ກໍຈະລົດລົງ

ເຂົ້າໃຈວ່າ... ເວລາເຮົາຮັກໃຜ.. ເຮົາຫຼີກລ່ຽງຄວາມຮູ້ສຶກຫ່ວງຫວງໄດ້ຍາກເຕັມທີ່

ແຕ່ເຮົາກໍຕ້ອງເຂົ້າໃຈຢ່າງໜຶ່ງວ່າ...

ເຮົາບໍ່ສາມາດຍັດຍຽດຄວາມຮັກໃຫ້ເຂົາໄດ້ ເທົ່າກັບທີ່ເຮົາໃຫ້

ແຕ່ການເຮັດໃຫ້ເຂົາຮູ້ສຶກດີ... ໜ້າຈະດີກວ່າເຮັດໃຫ້ເຂົາອຶດອັດແລະລັງກຽດ

ຄວາມຮັກຈະສົມບູນ... ກໍຕໍ່ເມື່ອຜູ້ຮັບ ຮູ້ສຶກໄດ້ຢ່າງດຽວກັບເຮົາ...ເຖິງວ່າຈະບໍ່ເທົ່າກັນ

ແຕ່ຫາກຄວາມຮັກທີ່ເຮົາມອບໃຫ້... ພັດເຮັດໃຫ້ຜູ້ຮັບ ຮູ້ສຶກໃນທາງກົງກັນຂ້າມ

ຄວາມທຸກກໍຈະກັບມາເຢືອນຕົວເອງ....

ພຽງເພາະຄວາມປາຖະນາດີເກີນໄປຂອງເຮົາ

.......................

ທີ່ມາ Forward mail

ຂຽນເມື່ອ ຂຽນເມື່ອ: ມ.ນ.. 21, 2009 | ມີ 10 ຄຳເຫັນ ແລະ 0 trackback(s)

TEACHER: Maria, go to the map and find North America .
MARIA: Here it is.
TEACHER: Correct. Now class, who discovered America ?
CLASS: Maria.
__________________________________________  

TEACHER: Why are you late, Frank?
FRANK: Because of the sign...
TEACHER: What sign?
FRANK: The one that says, "School Ahead, Go Slow."
_________________________________  

TEACHER: John, why are you doing your mathmultiplication on the floor?
JOHN: You told me to do it without using tables.
_______________________________________________  

TEACHER: Glenn, how do you spell "crocodile?"
GLENN: K-R-O-K-O-D-I-A-L"
TEACHER: No, that's wrong

GLENN: Maybe it is wrong, but you asked me how I spell it.
_______________________________________________  

TEACHER: Donald, what is the chemical formula for water?
DONALD: H I J K L M N O.
TEACHER: What are you talking about?
DONALD: Yesterday! You said it's H to O.
______________________________________________  

TEACHER: Winnie, name one important thing we haveto day that we didn't have ten years ago.
WINNIE: Me!
______________________________________________  

TEACHER: Glen, why do you always get so dirty?
GLEN: Well, I'm a lot closer to the ground than you are. 
_____________________________________________  

TEACHER: Millie, give me a sentence starting with "I."
MILLIE: I is...
TEACHER: No, Millie..... Always say, "I am."
MILLIE: All right... "I am the ninth letter of the alphabet."
 __________________________________________________   

TEACHER: George Washington not only chopped down his father's cherry tree, but also admitted it. Now, Louie,do you know why his father didn't punish him?
LOUIS: Because George still had the ax in his hand.
__________________________________________________ 

TEACHER: Now, Simon, tell me frankly, do you say prayers before eating?
SIMON: No sir, I don't have to, my Mom is a good cook.
 __________________________________________________   

TEACHER: Clyde , your composition on "My Dog" is exactly the same as your brother's. Did you copy his?
CLYDE: No, teacher, it's the same dog. 
__________________________________________________  

TEACHER: Harold, what do you call a person who keeps on talking when people are no longer interested?
HAROLD: A teacher.

 

ຂຽນເມື່ອ ຂຽນເມື່ອ: ມ.ນ.. 21, 2009 | ມີ 25 ຄຳເຫັນ ແລະ 0 trackback(s)

ໄອຄິວ ຫລື Intelligence Quotient ຫມາຍເຖິງ ຄວາມສະຫລາດທາງເຊົາປັນຍາ, ການຄິດ, ການໃຊ້ເຫດຜົນ, ການຄຳນວນ, ການເຊື່ອມໂຍງ

ອີຄິວ ຫລື Emotional Quotient ຫມາຍເຖິງ ຄວາມສະຫລາດທາງອາລົມ ເປັນຄວາມສາມາດໃນການຮັບຮູ້ແລະເຂົ້າໃຈອາລົມ ທັງຂອງຕົນເອງ ແລະຜູ້ອື່ນ ຕະຫລອດຈົນສາມາດປັບຫລືຄວບຄຸມໄດ້ຢ່າງເຫມາະສົມກັບສະພາວະເຫດການ

ໄອຄິວ ເປັນສັກກະຍະພາບທາງສະຫມອງທີ່ຕິດຕົວມາແຕ່ກຳເນີດ ປ່ຽນແປງແກ້ໄຂໄດ້ຍາກ

ອີຄິວ ເຖິງຈະເປັນສັກກະຍະພາບທາງສະຫມອງຄືກັນ ແຕ່ກໍສາມາດປັບປ່ຽນຮຽນຮູ້ ແລະພັດທະນາໃຫ້ດີຂື້ນໄດ້

ໄອຄິວສາມາດວັດອອກມາເປັນຄ່າຕົວເລກທີ່ແນ່ນອນໄດ້

ອີຄິວ ບໍ່ສາມາດລະບຸຊີ້ອອກມາເປັນຄ່າສັດສ່ວນຕົວເລກ

 

 

 

ຂຽນເມື່ອ ຂຽນເມື່ອ: ມ.ນ.. 17, 2009 | ມີ 9 ຄຳເຫັນ ແລະ 0 trackback(s)

bai dee took khon

mue nee hao ha kor khao ma pen sa ma sik punlao

yon mee moo nae nam ma

jung dai ka dee jai tee khon Lao hao dai phop pa kan phan website nee

yin dee tee dai hoo juk mod took khon der

vung va khong ja pen moo tee dee nao kan nor