ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ພ.ພ.. 22, 2009 | ມີ 15 ຄຳເຫັນ ແລະ 0 trackback(s)

ສະຫມອງຊີກຊ້າຍແລະຊີກຂວາ ມີສ່ວນຮ່ວມໃນການເຮັດວຽກທີ່ກ່ຽວຂ້ອງກັບຄວາມສະຫລາດ ນອກຈາກສະຫມອງຊີກຊ້າຍແລະຊີກຂວາຈະຄວບຄຸມການເຮັດວຽກຂອງກ້າມເນື້ອແລະຮັບປະສາດສຳພັດຄວາມຮູ້ສຶກຈາກຮ່າງກາຍດ້ານກົງກັນຂ້າມແລ້ວ ສະຫມອງຊີກຊ້າຍແລະຊີກຂວາ ຍັງມີຫນ້າທີ່ແຕກຕ່າງກັນໃນເລື່ອງຂອງການຮຽນຮູ້ອີກດ້ວຍ.

ສະຫມອງຊີກຊ້າຍຈະເຮັດຫນ້າທີ່ ຄິດຢ່າງເປັນເຫດເປັນຜົນ, ການມີສາມັນສຳນຶກ, ການຈັດລະບົບຄວາມຄິດ, ການດູແລລາຍລະອຽດ ແລະການເຮັດວຽກທີ່ຈະຕ້ອງເຮັດເທື່ອລະຢ່າງ, ການຮຽນຮູ້ກ່ຽວກັບພາສາ, ຕົວເລກ, ສັນຍະລັກຕ່າງໆ....ພ້ອມນັ້ນ ທັງເປັນສະຫມອງສ່ວນທີ່ຄວບຄຸມການສະແດງອອກ, ການວິເຄາະ, ຄວບຄຸມກ່ຽວກັບການເວົ້າ ການຂຽນ.

ສ່ວນສະຫມອງຊີກຂວາ ມີຫນ້າທີ່ກ່ຽວກັບຄວາມຄິດສ້າງສັນ, ຈິນຕະນາການ, ສັນຊາດຕະຍານ ເປັນສ່ວນທີ່ຂ້ອນຂ້າງຜ່ອນຄາຍ ເປັນສະຫມອງທີ່ເປັນຈິດໃຕ້ສຳນຶກຫລາຍກວ່າ ໃນຂະນະທີ່ສະຫມອງຊີກຊ້າຍເປັນສ່ວນທີ່ຢູ່ໃນຈິດສຳນຶກ ສະຫມອງຊີກຂວາຈະເຮັດຫນ້າທີ່ສ້າງຂະບວນການຕ່າງໆ ຢ່າງວ່ອງໄວ ເຮັດຫລາຍໆຢ່າງໃນເວລາດຽວກັນ ເຊິ່ງຈະກົງກັນຂ້າມກັບສະຫມອງຊີກຊ້າຍ ທີ່ຈະເຮັດໄດ້ເທື່ອລະຢ່າງ.

ສະຫມອງຊີກຂວາ ຈະເບິ່ງພາບລວມໆຫລາຍກວ່າຈະເຈາະລາຍລະອຽດຄືສະຫມອງຊີກຊ້າຍ ນັ້ນຄືເຮັດຫນ້າທີ່ກ່ຽວກັບການຮັບຮູ້, ຄວາມເຂົ້າໃຈຫລາຍກວ່າສະຫມອງຊີກຊ້າຍ ສະຫມອງຊີກຂວາຍັງເຮັດຫນ້າທີ່ກ່ຽວກັບການສັງເຄາະ, ສິລະປະ, ດົນຕຣີ ແລະເລື່ອງຂອງທິດທາງ.

ຢ່າງໃດກໍຕາມ ການເຮັດວຽກຂອງສະຫມອງທັງສອງສ່ວນ ຈະເຮັດວຽກຮ່ວມກັນ ດ້ານໃດຖືກໃຊ້ຫລາຍຫລືຫນ້ອຍ ຂຶ້ນຢູ່ກັບ ລັກສະນະຂອງກິດຈະກຳ ແຕ່ສະຫມອງທັງສອງສ່ວນ ອາດເຮັດຫນ້າທີ່ເສີມຕໍ່ກັນ ຄືເປັນຫຸ້ນສ່ວນ ທີ່ຊ່ວຍເຮັດໃຫ້ກິດຈະກຳນັ້ນໆຂອງມະນຸດ ສຳເລັດສົມບູນໄດ້.

ເຊັ່ນນັກກະວີ ຫລືນັກປະພັນເພງ ຕ້ອງໃຊ້ສະຫມອງຊີກຂວາໃນການສ້າງບັນຍາກາດທາງອາລົມໃຫ້ເກີດພາບຈິນຕະນາການທີ່ງົດງາມຂອງເລື່ອງທີ່ຕ້ອງຂຽນ ຈາກນັ້ນ ສະຫມອງຊີກຊ້າຍຈະຄັດເລືອກຖ້ອຍຄຳມາຮອງຮັບ ໃຫ້ສອດຄ່ອງກັບອາລົມນັ້ນ. ສະຖາປະນິກ ໃຊ້ສະຫມອງຊີກຂວາໃນການສ້າງຄວາມປະສົມກົມກືນຂອງຮູບແບບ ກັບຄວາມງົດງາມເຂົ້ານຳກັນ ຈາກນັ້ນ ສະຫມອງຊີກຊ້າຍຈະຮັບວຽກຕໍ່ ໂດຍການຄິດຄຳນວນການຮັບນ້ຳຫນັກຂອງໂຄງສ້າງ ຕະຫລອດຮອດລາຍລະອຽດປີກຍ່ອຍຂອງສິ່ງກໍ່ສ້າງນັ້ນໆ ເປັນຕົ້ນ........

ທີ່ມາ ຄໍລັ້ມ ຮູ້ໄປໂມ້ດ


ຂຽນເມື່ອ ຂຽນເມື່ອ: ມ.ນ.. 21, 2009 | ມີ 25 ຄຳເຫັນ ແລະ 0 trackback(s)

ໄອຄິວ ຫລື Intelligence Quotient ຫມາຍເຖິງ ຄວາມສະຫລາດທາງເຊົາປັນຍາ, ການຄິດ, ການໃຊ້ເຫດຜົນ, ການຄຳນວນ, ການເຊື່ອມໂຍງ

ອີຄິວ ຫລື Emotional Quotient ຫມາຍເຖິງ ຄວາມສະຫລາດທາງອາລົມ ເປັນຄວາມສາມາດໃນການຮັບຮູ້ແລະເຂົ້າໃຈອາລົມ ທັງຂອງຕົນເອງ ແລະຜູ້ອື່ນ ຕະຫລອດຈົນສາມາດປັບຫລືຄວບຄຸມໄດ້ຢ່າງເຫມາະສົມກັບສະພາວະເຫດການ

ໄອຄິວ ເປັນສັກກະຍະພາບທາງສະຫມອງທີ່ຕິດຕົວມາແຕ່ກຳເນີດ ປ່ຽນແປງແກ້ໄຂໄດ້ຍາກ

ອີຄິວ ເຖິງຈະເປັນສັກກະຍະພາບທາງສະຫມອງຄືກັນ ແຕ່ກໍສາມາດປັບປ່ຽນຮຽນຮູ້ ແລະພັດທະນາໃຫ້ດີຂື້ນໄດ້

ໄອຄິວສາມາດວັດອອກມາເປັນຄ່າຕົວເລກທີ່ແນ່ນອນໄດ້

ອີຄິວ ບໍ່ສາມາດລະບຸຊີ້ອອກມາເປັນຄ່າສັດສ່ວນຕົວເລກ