ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ພ.ພ.. 2, 2010 | ມີ 22 ຄຳເຫັນ ແລະ 0 trackback(s)

ຢູ່ເດິກໆແລ້ວບໍ່ມີຫຍັງເຮັດ ເລີຍໄປເປີດເມວເກົ່າໆອ່ານ, ໄປເຈິບົດຄວາມຫນຶ່ງ ເວົ້າເຖິງຫລາຍໆມູມມອງໃນການເບິ່ງໂລກບິດໆບ້ຽວໆນີ້ ເລີຍເອົາມາໃຫ້ຫມູ່ເພື່ອນອ່ານຫລິ້ນນຳກັນ, ເຂົາວ່າ:

ສິ່ງສຳຄັນບໍ່ໄດ້ຢູ່ທີ່ວ່າ ໂລກມີຫລາຍມູມໃຫ້ເບິ່ງ

ແຕ່ຢູ່ທີ່ເຮົາຊິເລືອກເບິ່ງມູມໃດ...

*   ທຸກຄົນມີເຫດຜົນໃນການເຮັດສິ່ງຕ່າງໆສະເຫມີ

*   ຄວາມຜິດພາດເກີດຂຶ້ນໄດ້ ແຕ່ທຸກບັນຫາແກ້ໄຂໄດ້

*   ສິ່ງຮ້າຍໆ ຈະມາພ້ອມກັບສິ່ງດີໆສະເຫມີ

*   ຄວາມມືດໃນເວລາກາງຄືນມີພຽງແຕ່ 12 ຊົ່ວໂມງ

*   ຫລັງຝົນຕົກຫນັກ ແລ້ວຟ້າຈະປອດໂປ່ງ

*   ຂອງບາງອັນ ບໍ່ໄດ້ເກີດມາເພື່ອເປັນຂອງເຮົາ ແຕ່ຊີວິດເປັນຂອງເຮົາ

*   ຝັນຮ້າຍກໍເປັນພຽງແຕ່ຄວາມຝັນ

*   ອຸປະສັກເຮັດໃຫ້ຊີວິດມີສີສັນ

*   ຄວາມເຈັບປວດເຮັດໃຫ້ຫົວໃຈແຂງແຮງ

*   ທຸກຢ່າງມີໄລຍະເວລາຂອງມັນ

*   ການຮ້ອງໄຫ້ເຮັດໃຫ້ດວງຕາໃສຂຶ້ນ

ຖ້າເຮົາຍັງບໍ່ໄດ້ດັ່ງໃຈເຮົາເອງ ແລ້ວຄົນອື່ນຊິເປັນໄດ້ແນວໃດ...

ເມື່ອມາຮອດຈຸດທີ່ຫນັກທີ່ສຸດແລ້ວ ຫລັງຈາກນັ້ນທຸກຢ່າງຈະຜ່ອນຄາຍລົງເລື້ອຍໆ

*   ມີບໍ່ຫລາຍ ແຕ່ກໍມີພໍ

*   ບໍ່ມີເງິນ ແຕ່ຍັງມີແຮງ

*   ຄວາມອ້ວນເຮັດໃຫ້ໃບຫນ້າອີ່ມເອີບ

*   ຄວາມຈ່ອຍເຮັດໃຫ້ເສື້ອຜ້າດູດີ

*   ຖ້າແລ່ນ ກໍເຖິງຈຸດຫມາຍໄວ

*   ຖ້າຄ່ອຍໆຍ່າງ ກໍຈະບໍ່ເມື່ອຍ....

ຝາກໄວ້ໃຫ້ຫມູ່ເພື່ອນອ່ານຫລິ້ນໆ ຖ້າຊ້ຳກັບໃຜ ຫລື ຜິດພາດປະການໃດ ກໍຂໍອະໄພເປັນຢ່າງສູງ....

ທີ່ມາ: FWM

 

Delicious Digg Fark Twitter