ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ສ.ຫ.. 27, 2009 | ມີ 27 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ແບບທົດສອບ

ກັບມາອີກເທື່ອຫນຶ່ງ ຫລັງຈາກຫາກໍເສັງແລ້ວວານນີ້ ມື້ນີ້ມີແນວຫລິ້ນມາໃຫ້ເພື່ອນໆພັນລາວໄດ້ລອງຫລິ້ນເບິ່ງ ນັ້ນກໍແມ່ນ ແບບທົດສອບສະຫມອງຂອງທ່ານວ່າມີຄວາມເປັນຜູ່ຍິງຫລືຜູ່ຊາຍຫລາຍກວ່າກັນ

ແບບທົດສອບນີ້ ໄດ້ນຳມາຈາກຫນັງສື ເຈາະຈຸດຕາຍ ຜູ່ຊາຍ & ຜູ່ຍິງ ຫລື Why men don’t listen, women can’t read maps ຂອງ 2 ສາມີພັນລະຍາ Pease ເຊິ່ງເປັນຫນັງສືທີ່ອ້າງອີງເນື້ອຫາຈາກການວິໄຈທາງວິທະຍາສາດທົ່ວໂລກ. ແບບທົດສອບນີ້ ຈະບອກຮູບແບບຂອງສະຫມອງຂອງທ່ານວ່າເປັນແບບຜູ່ຍິງຫລືຜູ່ຊາຍເທົ່ານັ້ນ ບໍ່ມີຂໍ້ໃດຖືກ ຂໍ້ໃດຜິດ, ຄຳຕອບທີ່ໄດ້ຈະບອກໄດ້ວ່າ ທ່ານໄດ້ຮັບຮໍໂມນເພດຫລາຍຫນ້ອຍພຽງໃດ ຕອນທີ່ສະຫມອງກຳລັງເລີ່ມຈະເລີນ ໃນຊ່ວງອາທິດທີ 6 - 8 ໃນຄັນມານດາ, ຄຳຕອບຂອງທ່ານຈະສະທ້ອນເຖິງຄວາມມັກ ຄ່ານິຍົມ ອຸປະນິໄສ ສະໄຕລ໌ ການປະຕິບັດຕົນ ແລະທາງເລືອກຕ່າງໆ ຮວມເຖິງແນວທາງໃນການປັບຕົວເຂົ້າຫາເພື່ອນຕ່າງເພດຂອງທ່ານອີກດ້ວຍ.

ຂໍໃຫ້ຫາເຈ້ຍມາຈົດຄຳຕອບຂອງທ່ານ ຂໍ້ໃດທີ່ບໍ່ມີຄຳຕອບທີ່ຖືກໃຈ ຫລືບໍ່ກົງກັບສິ່ງທີ່ທ່ານປະຕິບັດ ຫລືຕ້ອງການເວັ້ນວ່າງໄວ້ ໃຫ້ຕອບຂໍ້ .

 

ຕອບຂໍ້ທີ່ໃກ້ຄຽງກັບຄວາມເປັນທ່ານທີ່ສຸດເດີ້

 

1. ຖ້າຕ້ອງເບິ່ງແຜນທີ່ບອກຖະຫນົນຫົນທາງ ທ່ານມັກຈະ

. ເບິ່ງບໍ່ເປັນແລະຕ້ອງຂໍຄວາມຊ່ວຍເຫລືອຈາກຄົນອື່ນ

. ພະຍາຍາມພິກແຜນທີ່ໃຫ້ກົງກັບເສັ້ນທາງທີ່ຈະໄປ

. ເບິ່ງໄດ້ສະບາຍໆ ບໍ່ໄດ້ຍາກ

 

2. ທ່ານກຳລັງເຮັດອາຫານທີ່ຂ້ອນຂ້າງປຸງຍາກ ໂດຍເປີດວິທະຍຸຟັງເພງໄປນຳ ແລ້ວຢູ່ດີໆຫມູ່ກໍໂທມາ ທ່ານຈະ

. ເປີດວິທະຍຸໄວ້ ແລະປຸງອາຫານຕໍ່ ພ້ອມໆກັບລົມໂທລະສັບໄປນຳ

. ປິດວິທະຍຸ ແລ້ວລົມໂທລະສັບ ພ້ອມກັບປຸງອາຫານໄປນຳ

. ບອກແຕ່ວ່າຈະໂທກັບໄປທັນທີທີ່ປຸງອາຫານແລ້ວ

 

3. ຫມູ່ຕ້ອງການມາທ່ຽວເຮືອນໃຫມ່ຂອງທ່ານແລະຖາມຫົນທາງ ທ່ານຈະ

. ແຕ້ມແຜນທີ່ບອກເສັ້ນທາງທີ່ຊັດເຈນໃຫ້ຫມູ່ເບິ່ງ ຫລືບໍ່ກໍຫາຄົນອື່ນອະທິບາຍໃຫ້ເຂົ້າໃຈ

. ຖາມຫມູ່ວ່າຮູ້ຈັກສະຖານທີ່ສຳຄັນແຖວນັ້ນຫລືບໍ່ ເພື່ອຊິໄດ້ອະທິບາຍເພີ່ມຈາກຈຸດນັ້ນມາຫາເຮືອນ

. ອະທິບາຍປາກເປົ່າເປັນຕອນໆໄປ ເຊັ່ນ ໄປຕາມເສັ້ນທາງນັ້ນໆ ລ້ຽວຊ້າຍແຍກນັ້ນ ລ້ຽວຂວາແຍກນີ້ ໄປອີກ 2 ໄຟແດງ ……

 

4. ຖ້າຕ້ອງອະທິບາຍຄວາມຄິດອ່ານບາງຢ່າງຂອງທ່ານເອງ ທ່ານມັກຈະ

. ໃຊ້ສໍໃຊ້ເຈ້ຍ ແລະພາສາມືຊ່ວຍອະທິບາຍໄປນຳ

. ອະທິບາຍດ້ວຍຄຳເວົ້າ ໂດຍໃຊ້ພາສາມືໄປນຳ

. ອະທິບາຍດ້ວຍປາກເປົ່າໄດ້ຢ່າງແຈ່ມແຈ້ງ ແລະກະຊັບໄດ້ໃຈຄວາມ

 

5. ເມື່ອກັບມາຈາກເບິ່ງຫນັງ ທ່ານມັກຈະ

. ຄິດເຖິງສາກເກົ່າໆ ທີ່ເບິ່ງໃນໂຮງຫນັງ

. ເວົ້າເຖິງສາກຕ່າງໆແລະຄຳເວົ້າຂອງຕົວລະຄອນ

. ທວນຄຳເວົ້າຂອງຕົວລະຄອນໄດ້ທຸກປະໂຫຍກ

 

6. ຂະນະທີ່ຢູ່ໃນໂຮງຫນັງ ທ່ານມັກຈະເລືອກບ່ອນນັ່ງ

. ເບື້ອງຂວາຂອງໂຮງ

. ບ່ອນໃດກໍໄດ້ ບໍ່ມີປັນຫາ

. ເບື້ອງຊ້າຍຂອງໂຮງ

 

7. ເຄື່ອງຈັກກົນໄກບາງຢ່າງຂອງຫມູ່ເກີດໃຊ້ການບໍ່ໄດ້ ທ່ານມັກຈະ

. ສະແດງຄວາມເຫັນອົກເຫັນໃຈ ແລະຊວນເວົ້າໃຫ້ເຂົາລະບາຍຄວາມຮູ້ສຶກອອກມາ

. ແນະນຳໃຊ້ຄົນທີ່ໄວ້ໃຈໄດ້ຊ່ອຍແປງໃຫ້

. ພະຍາຍາມຊ່ອຍແປງດ້ວຍຕົວຂອງທ່ານເອງ

 

8. ທ່ານຢູ່ໃນບ່ອນແປກຖິ່ນ ຢູ່ດີໆກໍມີຄົນມາຖາມວ່າທິດເຫນືອໄປທາງໃດ ທ່ານຈະ

. ບອກຕາມຄວາມຈິງວ່າ ທ່ານເອງກໍບໍ່ຮູ້

. ພະຍາຍາມຄິດແລ້ວເດົາວ່າຫນ້າຈະເປັນທາງໃດ

. ຊີ້ບອກທິດເຫນືອໄດ້ທັນທີ ໂດຍບໍ່ຕ້ອງລັງເລໃຈ

 

9. ທ່ານກຳລັງເບິ່ງໂທລະທັດ ແລ້ວໂທລະສັບກໍດັງຂຶ້ນ ທ່ານຈະ

. ຮັບໂທລະສັບໂດຍເປີດໂທລະທັດເອົາໄວ້

. ປິດໂທລະທັດກ່ອນ ຄ່ອຍຮັບໂທລະສັບ

. ປິດໂທລະທັດ ແລ້ວບອກຄົນໃນຫ້ອງໃຫ້ງຽບກ່ອນ ຄ່ອຍຮັບໂທລະສັບ

 

10. ທ່ານເຈິບ່ອນຈອດລົດ ແຕ່ຂ້ອນຂ້າງແຄບ ຕ້ອງໄດ້ຖອຍລົດຫັກລ້ຽວຫລາຍເທື່ອຈຶ່ງຈະຈອດໄດ້ ທ່ານຈະ

. ຂັບໄປຫາບ່ອນຈອດບ່ອນອື່ນ

. ພະຍາຍາມຖອຍຈອດດ້ວຍຄວາມອົດທົນ

. ຖອຍຈອດໄດ້ຢ່າງຄ່ອງແຄ້ວ

 

11. ທ່ານຫາກໍໄດ້ເພງໃຫມ່ລ່າສຸດຂອງສິລະປິນທີ່ທ່ານນິຍົມຊົມຊອບ ທ່ານມັກຈະ

. ຮ້ອງບາງທ່ອນຂອງເພງນັ້ນໄດ້ຢ່າງຄ່ອງແຄ້ວ

. ຮ້ອງບາງທ່ອນຂອງເພງນັ້ນໄດ້ ຖ້າຫາກເປັນເພງທີ່ຈື່ງ່າຍ

. ຈື່ທຳນອງເພງບໍ່ຄ່ອຍໄດ້ ແຕ່ຈື່ເນື້ອເພງໄດ້ບາງປະໂຫຍກ

 

12. ທ່ານມັກຈະເກັ່ງເລື່ອງການຄາດເດົາ ຫລືການທຳນາຍທາຍທັກໂດຍໃຊ້

ກ. ຄວາມຢັ່ງຮູ້

ຂ. ໃຊ້ທັງຂໍ້ມູນເທົ່າທີ່ຫາໄດ້ ແລະໃຊ້ຄວາມຢັ່ງຮູ້

ຄ. ໃຊ້ຂໍ້ມູນ ສະຖິຕິ ແລະຂໍ້ເທັດຈິງຕ່າງໆ

 

13. ທ່ານປະລູກກະແຈໄວ້ຜິດບ່ອນ ແລ້ວຄິດບໍ່ອອກວ່າປະໄວ້ບ່ອນໃດ ທ່ານຈະ

ກ. ເຮັດວຽກແນວອື່ນໄປກ່ອນ ຈົນກວ່າຈະຄິດອອກເອງ

ຂ. ເຮັດວຽກແນວອື່ນໄປກ່ອນ ແຕ່ກໍພະຍາຍາມຄິດຫາວ່າປະໄວ້ບ່ອນໃດ

ຄ. ຕັ້ງຫນ້າຕັ້ງຕາຄິດກັບໄປເທື່ອລະກ້າວ ຈົນກວ່າຊິຈື່ໄດ້ວ່າປະໄວ້ບ່ອນໃດ

 

14. ຂະນະທີ່ຢູ່ໃນໂຮງແຮມ ທ່ານໄດ້ຍິນສຽງໄຊເຣນດັງມາແຕ່ໄກ ທ່ານຈະ

ກ. ບອກໄດ້ທັນທີວ່າສຽງໄຊເຣນດັງມາແຕ່ທາງໃດ

ຂ. ຖ້າຕັ້ງໃຈຟັງດີໆ ກໍອາດຈະບອກໄດ້ວ່າສຽງໄຊເຣນດັງມາຈາກໃສ

ຄ. ຈັບສຽງບໍ່ໄດ້ເລີຍວ່າດັງມາຈາກໃສ

 

15. ທ່ານໄປງານລ້ຽງງານຫນຶ່ງ ແລະໄດ້ຮູ້ຈັກກັບຫມູ່ໃຫມ່ 7 – 8 ຄົນ ມື້ຕໍ່ມາທ່ານຈະ

ກ. ຄິດຫາຫນ້າຂອງແຕ່ລະຄົນອອກໄດ້ຢ່າງງ່າຍດາຍ

ຂ. ຈື່ຫນ້າໄດ້ບໍ່ພໍເທົ່າໃດຄົນ

ຄ. ຈື່ຊື່ໄດ້ ແຕ່ຈື່ຫນ້າບໍ່ຄ່ອຍໄດ້

 

16. ທ່ານຢາກໄປທ່ຽວສວນສັດ ແຕ່ຄູ່ຄອງຂອງທ່ານຢາກໄປທ່ຽວນ້ຳຕົກຕາດ ທ່ານຈະໂນ້ມນ້າວໃຫ້ຄູ່ຂອງທ່ານປ່ຽນຄວາມຄິດໃຫມ່ ດ້ວຍວິທີໃດ

ກ. ເວົ້າສຽງຫວານ ສາທະຍາຍວ່າທ່ານມັກສວນສັດບ່ອນໃດ ຖ້າມີລູກກໍບອກວ່າ ລູກມ່ວນຊື່ນທຸກຄັ້ງທີ່ໄດ້ໄປທ່ຽວທີ່ນັ້ນ

ຂ. ບອກວ່າທ່ານຈະຮູ້ສຶກຂອບໃຈຫລາຍ ຖ້າຄູ່ຂອງທ່ານຍອມໄປສວນສັດ ແລ້ວຄັ້ງຕໍ່ໄປທ່ານຈະຍອມໄປນ້ຳຕົກຕາດດ້ວຍຄວາມເຕັມໃຈ

ຄ. ໃຊ້ຂໍ້ມູນຕ່າງມາອ້າງອີງ ເຊັ່ນ ໄປສວນສັດໃກ້ກວ່າ ຄ່າໃຊ້ຈ່າຍຖືກກວ່າ ແລະມີກິດຈະກຳໃຫ້ລູກຫລິ້ນຫລາຍກວ່າ......

 

17. ເມື່ອຕ້ອງການກະກຽມແຜນງານຂອງກິດຈະກຳໃນແຕ່ລະວັນ ທ່ານຈະ

ກ. ຈົດໃສ່ເຈ້ຍ ເພື່ອຊິໄດ້ຮູ້ວ່າຄວນເຮັດຫຍັງກ່ອນຫລັງ

ຂ. ຄິດເຖິງສິ່ງທີ່ທ່ານຕ້ອງເຮັດ

ຄ. ຄິດຫາພາບຂອງຄົນທີ່ທ່ານຕ້ອງເຈິ ສະຖານທີ່ທີ່ທ່ານຕ້ອງໄປແລະສິ່ງທີ່ທ່ານຕ້ອງເຮັດໄວ້ໃນໃຈ

 

18. ຫມູ່ມີປັນຫາສ່ວນຕົວແລະເອົາມາເລົ່າສູ່ທ່ານຟັງ ທ່ານຈະ

ກ. ສະແດງຄວາມເຫັນອົກເຫັນໃຈແລະເຂົ້າໃຈປັນຫາຂອງເຂົາ

ຂ. ບອກວ່າປັນຫາຂອງເຂົາບໍ່ໄດ້ໂຫດຮ້າຍຢ່າງທີ່ຄິດ ແລະອະທິບາຍນຳວ່າຍ້ອນຫຍັງ

ຄ. ໃຫ້ຄຳແນະນຳຢ່າງມີເຫດມີຜົນ ເຖິງວິທີແກ້ໄຂປັນຫາ

 

19. ຫມູ່ 2 ຄົນເຊິ່ງມີຄູ່ຄອງແລ້ວ ທັງ 2 ກຳລັງແອບມັກກັນ ທ່ານຈະສັງເກດເຫັນໄວສ່ຳໃດ

ກ. ເຫັນຕັ້ງແຕ່ທັງ 2 ເລີ່ມມີໃຈໃຫ້ກັນໃຫມ່

ຂ. ເຫັນຕອນທີ່ທັງ 2 ມັກກັນມາໄດ້ໄລຍະຫນຶ່ງແລ້ວ

ຄ. ບໍ່ຮູ້ບໍ່ເຫັນຄວາມປ່ຽນແປງໃດໆເລີຍ

 

20. ຊີວິດແມ່ນສິ່ງໃດໃນຄວາມເຫັນຂອງທ່ານ

ກ. ແມ່ນການມີເພື່ອນຝູງແລະຢູ່ຮ່ວມກັບຄົນອ້ອມຂ້າງຢ່າງປອງດອງ

ຂ. ແມ່ນການເປັນມິດກັບຜູ່ອື່ນ ແຕ່ຍັງຮັກສາອິດສະຫລະພາບສ່ວນຕົວເອົາໄວ້

ຄ. ແມ່ນການໄດ້ມາຂອງຊື່ສຽງ ກຽດຕິຍົດ ເງິນທອງແລະຄວາມສຳເລັດນານາປະການ

 

21. ຖ້າມີໂອກາດເລືອກໄດ້ ທ່ານຈະເລືອກເຮັດວຽກແບບໃດ

ກ. ເຮັດວຽກຮ່ວມກັນເປັນທີມກັບຄົນທີ່ໃຊ້ການໄດ້

ຂ. ເຮັດວຽກຮ່ວມກັບຜູ່ອື່ນ ແຕ່ຍັງຮັກສາຄວາມເປັນສ່ວນຕົວເອົາໄວ້

ຄ. ເຮັດວຽກຄົນດຽວ

 

22. ຫນັງສືທີ່ທ່ານມັກອ່ານແມ່ນ

ກ. ນິຍາຍ

ຂ. ນິຕະຍະສານແລະຫນັງສືພິມ

ຄ. ຫນັງສືວິຊາການແລະອັດຕະຊີວະປະຫວັດ

 

23. ຂະນະທີ່ຊັອບປິ້ງຢູ່ໃນຫ້າງສັບພະສິນຄ້າ ທ່ານມັກຈະ

ກ. ຊື້ຂອງຕາມໃຈມັກ ຖ້າເຫັນຫຍັງຖືກໃຈກໍຊື້ເລີຍ

ຂ. ຊື້ຕາມລາຍການທີ່ກຽມເອົາໄວ້ແລ້ວ ແຕ່ອາດຈະຊື້ບາງຢ່າງທີ່ຖືກໃຈເພີ່ມເຕີມ

ຄ. ອ່ານສະຫລາກແລະປຽບທຽບລາຄາສິນຄ້າກ່ອນຊື້

 

24. ທ່ານຈະເຂົ້ານອນ ຕື່ນ ແລະກິນອາຫານ

ກ. ເມື່ອທ່ານຄິດຢາກເຮັດເທົ່ານັ້ນ

ຂ. ຕາມເວລາອັນສົມຄວນ ແຕ່ກໍຍືດຍຸ່ນໄດ້

ຄ. ກົງກັບເວລາທີ່ກຳນົດໄວ້ທຸກຢ່າງ

 

25. ທ່ານໄດ້ວຽຫໃຫມ່ ແລະຕ້ອງໄດ້ເຮັດວຽກຮ່ວມກັບຫມູ່ໃຫມ່ຫລາຍໆຄົນ ຫມູ່ໃຫມ່ຄົນຫນຶ່ງໂທມາຫາທ່ານຢູ່ເຮືອນ ທ່ານຈະ

ກ. ຈື່ສຽງເຂົາໄດ້ທັນທີຢ່າງງ່າຍດາຍ

ຂ. ຕ້ອງລົມກັນໄປໄດ້ໄລຍະຫນຶ່ງ ຈຶ່ງຈະຈື່ເຂົາໄດ້

ຄ. ຄິດເທົ່າໃດກໍຄິດບໍ່ອອກວ່າເປັນສຽງໃຜ (ຈົນໄດ້ຖາມຊື່)

 

26. ສິ່ງໃດເຮັດໃຫ້ທ່ານຫງຸດຫງິດທີ່ສຸດ ຂະນະທີ່ຖົກຖຽງກັບໃຜຄົນຫນຶ່ງ

ກ. ຄວາມງຽບ ຫລືບໍ່ມີປະຕິກິລິຍາຕອບໂຕ້ຈາກຄູ່ກໍລະນີ

ຂ. ຄວາມບໍ່ເຂົ້າໃຈໃນປະເດັນທີ່ທ່ານຕ້ອງການຢາກຊີ້ແຈງ

ຄ. ການຕັ້ງຄຳຖາມທີ່ທ້າທາຍ ແລະການວິພາກວິຈານ

 

27. ໃນຫ້ອງຮຽນ ທ່ານຮູ້ສຶກແນວໃດກັບການເສັງແຕ່ງບົດແລະຂຽນຄຳຍາກ

ກ. ເປັນວິຊາທີ່ງ່າຍຫລາຍ ທັງ 2 ວິຊາ

ຂ. ທ່ານມັກວິຊາຫນຶ່ງ ແຕ່ບໍ່ມັກອີກວິຊາຫນຶ່ງ

ຄ. ທ່ານບໍ່ມັກເລີຍ ທັງ 2 ວິຊາ

 

28. ເມື່ອຕ້ອງການເຕັ້ນ ເພື່ອອອກກຳລັງກາຍທ່ານມັກຈະ

ກ. ເຂົ້າເຖິງທ່ວງທຳນອງທັນທີທີ່ທ່ານຮູ້ຈັງຫວະການເຕັ້ນ

ຂ. ເຕັ້ນໄດ້ໃນບາງທ່າ ແຕ່ບາງທ່າກໍເຕັ້ນບໍ່ຖືກຈັງຫວະ

ຄ. ເຕັ້ນບໍ່ຖືກຈັງຫວະເລີຍ ຫລືຍັງເຕັ້ນເບຣກແດນຊ໌ໄດ້

 

29. ທ່ານເຮັດສຽງຮຽນແບບສຽງຮ້ອງຂອງສັດໄດ້ດີສ່ຳໃດ

ກ. ບໍ່ຄ່ອຍດີ

ຂ. ພໍໄດ້

ຄ. ດີຫລາຍ

 

30. ຫລັງຈາກອິດເມື່ອຍມາຫມົດມື້ ທ່ານມັກຈະ

ກ. ລົມກັບຫມູ່ ແລະຄອບຄົວເຖິງເລື່ອງຕ່າງໆ ທີ່ທ່ານໄດ້ພົບມາໃນມື້ນີ້

ຂ. ຟັງຄົນອື່ນລົມເລື່ອງຂອງເຂົາ

ຄ. ອ່ານຫນັງສືພິມ ເບິ່ງໂທລະທັດ ແລະບໍ່ລົມກັບໃຜ

ງ. ເຮັດກິດຈະກຳທາງເພດກັບຄູ່ຮັກຂອງທ່ານ

 

 

ວິທີໄລ່ຄະແນນດັ່ງລຸ່ມນີ້

ທຳອິດໃຫ້ນັບຈຳນວນ ກ, ຂ, ຄ ແລະ ງ ທີ່ທ່ານເລືອກຕອບວ່າມີແນວລະຈັກໂຕ ແລະໃຊ້ກົດເກນຕໍ່ໄປນີ້ ໃນການຫາຄະແນນຮວມ

 

ສຳລັບຜູ່ຊາຍ

ຄຳຕອບທີ່ເປັນ ກ x 15

ຄຳຕອບທີ່ເປັນ ຂ x 5

ຄຳຕອບທີ່ເປັນ ຄ x (-5)

ຄຳຕອບທີ່ເປັນ ງ x 5

 

ສຳລັບຜູ່ຍິງ

ຄຳຕອບທີ່ເປັນ ກ x 10

ຄຳຕອບທີ່ເປັນ ຂ x 5

ຄຳຕອບທີ່ເປັນ ຄ x (-5)

ຄຳຕອບທີ່ເປັນ ງ x 5

 

ຫລາຍກວ່າ 300 ຄະແນນ = ສະຫມອງມີຄວາມເປັນຜູ່ຍິງສູງ

ທ່ານໄດ້ຮັບຮໍໂມນເພດຍິງໃນປະລິມານສູງຫລາຍ ໃນ 6 – 8 ອາທິດທຳອິດ ທ່ານຈຶ່ງໄດ້ຊື່ວ່າເປັນ ອາຣ໌ທຕົວແມ່ຖ້າຫາກມີຜູ່ຊາຍເຮັດຄະແນນໄດ້ເຖິງລະດັບນີ້ ກໍມີແນວໂນ້ມວ່າ ຜູ່ຊາຍຄົນນັ້ນຈະເປັນເກ

 

ລະຫວ່າງ 180 – 300 ຄະແນນ = ທ່ານມີຄວາມເປັນຜູ່ຍິງຫລາຍກວ່າ

ສະຫມອງຂອງທ່ານຖືກຈັດແຕ່ງໃຫ້ມີຄວາມຄິດແບບຜູ່ຍິງ ຍິ່ງໄດ້ຄະແນນສູງເທົ່າໃດ ຍິ່ງມີຄວາມຄິດເປັນຜູ່ຍິງຫລາຍເທົ່ານັ້ນ ຄົນກຸ່ມນີ້ຈະເປັນຜູ່ທີ່ມີຄວາມຄິດສ້າງສັນ ມີສິລະປະ ແລະມີຄວາມສາມາດທາງດົນຕຣີ ການຕັດສິນໃຈຂອງຄົນກຸ່ມນີ້ຈະໃຊ້ອາລົມ ຫລືສັນຊາດຕະຍານຫລາຍກວ່າເຫດຜົນ ແລະສາມາດເຂົ້າໃຈປັນຫາຕ່າງໆໄດ້ໂດຍບໍ່ຕ້ອງເພິ່ງພາຂໍ້ມູນຫລວງຫລາຍ ສິ່ງສຳຄັນຄື ສາມາດແກ້ໄຂປັນຫາໄດ້ໂດຍໃຊ້ຄວາມຄິດຄຳນຶງ ແລະຄວາມເຂົ້າໃຈຢ່າງເລິກເຊິ່ງເປັນຫລັກ

 

ລະຫວ່າງ 150 – 180 ຄະແນນ = ຊ່ວງຄະແນນເຫລື່ອມລ້ຳ

ເປັນຊ່ວງທີ່ສະແດງຄວາມຄິດອ່ານຢ່າງເປັນກາງລະຫວ່າງຄົນ 2 ເພດ ຄົນທີ່ໄດ້ຄະແນນລະດັບນີ້ ຈະບໍ່ສະແດງອອກຊັດເຈນວ່າຄິດແບບຜູ່ຍິງ ຫລືຜູ່ຊາຍ ແຕ່ຈະມີຄວາມຍືດຫຍຸ່ນໃນລະບົບການຄິດແກ້ໄຂປັນຫາ ເພື່ອໃຫ້ໄດ້ປະໂຫຍດສູງສຸດ ຄົນກຸ່ມນີ້ສາມາດເຂົ້າໄດ້ດີກັບຫມູ່ທັງເພດຊາຍແລະເພດຍິງ

 

ລະຫວ່າງ 0 – 150 ຄະແນນ = ທ່ານມີຄວາມເປັນຜູ່ຊາຍຫລາຍກວ່າ

ສະຫມອງຂອງທ່ານຖືກຈັດແຕ່ງໃຫ້ມີຄວາມຄິດແບບຜູ່ຊາຍ ຍິ່ງໃກ້ 0 ເທົ່າໃດ ທ່ານກໍຍິ່ງມີຄວາມເປັນຜູ່ຊາຍຫລາຍຂຶ້ນເທົ່ານັ້ນ ເພາະຮໍໂມນເພດ ເທສທອສເທີໂຣນ ຂ້ອນຂ້າງສູງ ຄົນກຸ່ມນີ້ ຈະເປັນຄົນທີ່ໃຊ້ເຫດໃຊ້ຜົນ ມັກວິເຄາະ ຂ້ອນຂ້າງເຈົ້າລະບຽບ ແລະມີວິໄນເປັນເລີດ ຍິ່ງໄດ້ຄະແນນຕ່ຳເທົ່າໃດກໍຍິ່ງເປັນຄົນສຸຂຸມບໍ່ໃຊ້ອາລົມໃດໆໃນການເຮັດວຽກມັກວາງແຜນໂດຍໃຊ້ຂໍ້ມູນທາງສະຖິຕິລ້ວນໆ

 

ຕ່ຳກວ່າ0 ຄະແນນ = ສະຫມອງມີຄວາມເປັນຜູ່ຊາຍສູງ

ທ່ານໄດ້ຮັບຮໍໂມນເພດຊາຍໃນປະລິມາຍສູງ ໃນ 6 – 8 ອາທິດທຳອິດ ສະຫມອງຂອງທ່ານມີຄວາມເປັນຊາຍສູງສຸດໆ! ຖ້າມີຜູ່ຍິງທີ່ເຮັດຄະແນນໄດ້ໃນລະດັບນີ້ ກໍມີແນວໂນ້ມວ່າຜູ່ນັ້ນຈະເປັນທອມແລ້ວເດີ ເຫິໆໆ

 

ທີ່ມາ www.postjung.com

Delicious Digg Fark Twitter